ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNODC ກ່າວວ່າ ການຜະລິດຝິ່ນ ໃນ ລາວ ແລະມຽນມາ ຄົງໂຕ ຢູ່ໃນລະດັບ ປະມານເທົ່າເດີມ


ພາບ ພວກອາສາສະໝັກ ທຳລາຍສວນປູກຝິ່ນ ໃກ້ກັບບ້ານ Loi Chyaram ໃນມຽນມາ ວັນທີ 30 ມັງກອນ 2014 .
ພາບ ພວກອາສາສະໝັກ ທຳລາຍສວນປູກຝິ່ນ ໃກ້ກັບບ້ານ Loi Chyaram ໃນມຽນມາ ວັນທີ 30 ມັງກອນ 2014 .

ລາຍ​ງານ​ສະບັບ​ຫຼ້າ​ສຸດ ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ຜະລິດ​ຝິ່ນ​ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ວ່າ ຍັງ​ມີການ​ປູກ​ຝິ່ນຢູ່​ຕໍ່​ມາຢູ່ໃນ​ຫລາຍໆ​ພື້ນ​ທີ່​ສຳຄັນ​ຂອງ​ມຽນມາ ​ແລະ ສປປ ​ລາວ​ ​ໂດຍ​ໄດ້​ມີ​ການ​ປ່ຽນ​ແປງ​ໜ້ອຍ​ຫລາຍ ​ໃນ​ຜົນ​ຜະລິດ ​ໃນ​ໄລຍະ​ປີຜ່ານມາ​ນີ້. ສິງ​ມີລ​າຍລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້ ​ຈາກລາຍ​ງານ​ຂອງ Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ບາງກອກ​.

ລາຍ​ງານການ​ສຳ​ຫລວດ​ປະຈຳ​ປີ ຂອງ​ຫ້ອງການຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ຂອງ​ສະຫະປະຊາ​ຊາດ ຫລື UNODC ​ວ່າ​ດ້ວຍ​ການ​ປູກ​ຝິ່ນ​ ຢູ່​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ ທີ່​ເປີດ​ໃຫ້​ຮູ້​ໃນ​ວັນ​ຈັນ​ ທີ 8 ທັນວາ ຜ່ານ​ມາ​ນີ້ ກ່າວ​ວ່າ ​ໄດ້​ມີ​ການ​ຜະລິດ​ຝິ່ນອອກ​ມາ ​ໃນ​ຈຳນວນ​ຫຼາຍ​ກວ່າ 760 ​ໂຕນ ໃນ​ປີ​ແລ້ວ​ນີ້ ​ສ່ວນ​ໃຫຍ່​ແມ່ນ​ຜະລິດ​ຢູ່​ໃນ​ມຽນມາ ​ແລະ​ ສປປ ​ລາວ​ ​ໃນ​ເນື້ອ​ທີ່​ຫຼາຍ​ກວ່າ 63 ພັນ​ເຮັກຕາ.

ຫ້ອງການ UNODC ກວ່າ​ວ່າ ​ເຖິງ​ແມ່ນ​ຜົນ​ຜະລິດ​ຝິ່ນ​ໃນ​ພາກ​ພື້ນ​ບໍ່​ໄດ້​ມີ​ການປ່ຽນ​ແປງ​ຫລາຍ​ກໍ​ຕາມ ໃນ​ປີ​ກາຍ​ນີ້ ແຕ່ຄວາມ​ຮຽກຮ້ອງ​ຕ້ອງການ​ຝິ່ນກໍ​ຍັງມີ​ຢູ່​ຕໍ່​ໄປ ​ໂດຍ​ສະ​ເພາະ
ຈາກ​ພວກສູບ​ຝິ່ນ​ ຢູ່​ໃນປະ​ເທດ​ຈີນ​.

ພວກ​ຊາວ​ໄຮ່​ຊາວ​ສວນ​ຊົນ​ເຜົ່າທີ່​ທຸກ​ຈົນ ຫລາຍ​ໝື່ນ​ຄົນ ຍັງຄົງ​ກາງ​ຕໍ່ລາຍ​ຮັບ​ຈາກ​ການ​ປູກ​ຝິ່ນ ​ຍ້ອນ​ພວກ​ເຂົາ​ເຈົ້າ​ອາ​ໄສ​ຢູ່ໃນ​ເຂດ​ພູດອຍ ທີ່​ໂດດດ່ຽວ​ຫ່າງ​ໄກ ​ແລະ​ມີ​ທາງ​ເລືອກ​ໜ້ອຍ​ຫລາຍ ​ໃນ​ດ້ານວຽກເຮັດ​ງານ​ທຳ.

ເຂດຊາຍ​ແດນຕິດ​ຈອດ​ກັນລະຫວ່າງ ​ມຽນມາ ລາວ​ ແລະ​ໄທ ເອີ້ນ​ວ່າ ​ເຂດ “ສາມ​ຫຼ່ຽມຄຳ” ທີ່​ມີ​ຊື່​ສຽງ​ນັ້ນ ​ແມ່ນ​ເປັນ​ຂົງ​ເຂດ​ໃຫຍ່ອັນ​ດັບ​ສອງ​ຂອງ​ໂລກ ​ໃນ​ການ​ປູກ​ຝິ່ນ ຮອງ​ຈາກ​ອັຟກາ​ນິສຖານ.

ທ່ານ Jeremy Douglas ຜູ້ຕາງໜ້າ ຫ້ອງການ UNODC ​ປະຈຳ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ ກ່າວ​ວ່າ ​ເຖິງແມ່ນການ​ຜະລິດ​ໄດ້​ຢູ່​ໃນ​ສະພາບ​ທຸ່ນ​ທ່ຽງ​ ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງໃຫຍ່ຫລວງ​ກໍ​ຕາມ ​ແຕ່​ແນວ​ໂນ້ມ​ໄລຍະ​ຍາວ ​ໃນຫວ່າງ ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຜະລິດ​ຝິ່ນ​ໄດ້​ເພີ້​ມ ທະວີ​ຂຶ້ນ​ຢ່າງ​ສະໝ່ຳສະ​ເໝີ​ມາ.

ທ່ານ Jeremy ກ່າວ​ວ່າ “ພວກ​ເຮົາ​ລາຍ​ງານ​ເປັນ​ປີ​ທີ 8 ລຽນຕິດແລ້ວ ກ່ຽວ​ກັບ
ການ​ປູກ​ຝິ່ນທີ່​ເພີ້​ມທະວີ​ຂຶ້ນ​ໃນ​ເຂດ​ສາມຫຼ່ຽມ​ຄຳ. ມັນ ແມ່ນ​ຮວມຈຸ​ດຢູ່​ໃນ​ພວກ​ລັດ Shan ​ແລະການ​ຜະລິດ​ເພີ້​ມຂຶ້ນ​ສາມເທົ່າ​ໂຕ​ໃນຊ່ວງ​ເວລາ 8 ປີ​ປາຍ​ຜ່ານ​ມາ. ​ຢູ່ໃນ​ລາວນັ້ນ ການ​ຜະລິດ​ແມ່ນ ຮວມຈຸດ​ຢູ່​ໃນ 3 ​ແຂວງ ຄື​ ແຂວງຜົ້ງ​ສາລີ ຫົວພັນ ​ແລະຊຽງ​ຂວາງ.

ການ​ຜະລິດ​ຝິ່ນ​ສ່ວນ​ຫຼາຍໃນ​ມຽນມາ ​ແມ່ນ​ມີ​ຢູ່​ໃນ​ພວກ​ລັດ Shan ​ໃນ​ພາກ​ເໜືອ ​ໃກ້​ກັບ​ຊາຍ​ແດນ​ຕິດ​ກັບຈີນ ບ່ອນ​ທີ່​ພວກ​ກຸ່ມຊົນ​ເຜົ່າ​ຕ່າງໆອາ​ໄສ​ລາຍ​ຮັບ​ຈາກ​ການ​ປູກ​ຝິ່ນ ​ເພື່ອ​ສະໜັບສະ​ໜຸນການ​ກໍ່​ການ​ກະບົດ​ຂອງ​ພວກ​ເຂົາ​ເຈົ້າ​ ມາ​ເປັນ​ເວລາ​ດົນ​ນານ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທາດ​ເຄມີ​ທີ່​ສຳຄັນ ກໍ​ຄື​ເຄມີ​ຕົ້ນ ທີ່​ໃຊ້​ຜະລິດ​ຝິ່ນ​ໃຫ້​ເປັນ​ຢາ​ເຮ​ໂຣ ອີນນັ້ນ ແມ່ນ​ລັກລອບ​ເຂົ້າ​ມາ​ຈາກ​ຈີນ​ແລະ​ຫວຽດນາມ​.

Golden Triangle region of South East Asia
Golden Triangle region of South East Asia

​ຫ້ອງການ UNODC ກ່າວ​ວ່າ ​ປັດຈຸບັນ​ນີ້ ໃນ​ທົ່ວ​ເອ​ເຊຍ ມີ​ພວກຊົມ​ໃຊ້​ຝິ່ນ​ຈຳນວນ​ຫຼາຍ​ກວ່າ 3 ລ້ານ 3 ​ແສນ​ຄົນ ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ຈີນ ບ່ອນ​ທີ່​ພວກ​ສູບ​ຝິ່ນ​ທີ່​ມີ​ຊື່​ໃນທະບຽນ
ຂອງ​ທາງ​ການ ມີ​ຈຳນວນ​ປະມານ​ 1 ລ້ານ 9 ​ແສນ​ຄົນ ຮອງ​ອັນ​ດັບ​ລົງ​ມາ​ແມ່ນ​ຫວຽດນາມ ມຽນມາ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ​ແລະ​ໄທ.

ລາຍ ​ງານ​ສະ​ບັບນີ້ ກ່າວ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ ສ່ວນ​ນຶ່ງ​ແມ່ນ​ພົວພັນ​ກັບ​ການຮື້​ຟື້ນ​ການ​ປູກ​ຝິ່ນ​ຄືນມາ​ໃນ​ຂົງ​ເຂດ​ເອ​ ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ​ນີ້. ​ແຕ່​ການ​ເພີ້​ມທະວີ​ຂຶ້ນ​ໃນການ​ໃຊ້​ຢາ​ບ້າ ເປັນ​ຢາ​ກະ​ຕຸ້ນ​ກຳລັງນັ້ນ ໄດ້​ສົ່ງ​ຜົນ​ໃຫ້​ການ​ໃຊ້​
ຢາ​ເຮ​ໂຣອີນ ລົດ​ລົງ ​ໃນບັນດາ​ພວກ​ຊົມ​ໃຊ້​ຢາ​ເສບ​ຕິດ​ທີ່​ລົງທະບຽນ​ທັງ​ໝົດ​ນັ້ນ.

​ສອງ​ສ່ວນ​ສາມ​ຂອງ​ຜະລິດ​ຕະພັນ​ຝິ່ນ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ອອກ​ໄປ​ຈາກ​ມຽນມາ ​ແລະ​ລາວ ຊຶ່ງ​ສ່ວນທີ່​ເຫຼືອ​ນັ້ນ​ແມ່ນໄປຈາກອັຟກາ​ນິສຖານ ຊຶ່ງ​ເປັນ​ປະ​ເທດ​ທີ່​ຜະລິດ​ເຮ​ໂຣອີນ ລາຍ​ໃຫຍ່​ທີ່​ສຸດຂອງ​ໂລກ.

ທ່ານ Douglas ຈາກ​ UNODC ກ່າວ​ວ່າ ​ເຖິງ​ແມ່ນ​ການ​ຜະລິດ​ຝິ່ນ​ຢູ່​ໃນ​ສະພາ​ທຸ່ນ​ທ່ຽງ​ກຕາມ ​ແຕ່​ການ​ຄ້າຂາຍ​ຝິ່ນ​ຂ້າມ​ພາກ​ພື້ນ ມີ​ມູນ​ຄ່າ​ສູງເຖິງ 20 ພັນ​ລ້ານດອນ​ລາ ຊຶ່ງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມໝັ້ນຄົງ​ຂອງ ພາກ​ພື້ນ ​ໂດຍ​ສະ​ເພາະ​ໃນ​ຂະນະ​ທີ່​ພວກ 10 ປະ​ເທດອາ​ຊຽນ​ເລັ່ງລັດ ​ການ​ໂຮມ​ໂຕ​ເຂົ້າກັນ​ທາງ​ດ້ານ​ເສດຖະກິດໃນ​ຂົງ​ເຂດ​ນັ້ນ.

ຫ້ອງການ UNODC ກ່າວ​ວ່າ ການ​ເຄື່ອນ​ໄຫວ​ໄປ​ສູ່​ການ​ໂຮມ​ພາກ​ພື້ນເຂົ້າກັນຫລາຍ​ຂຶ້ນ ການ​ປັບປຸງ​ຖະໜົນ​ຫົນທາງ ແລະ​ໂຄງ​ລ່າງ​ພື້ນຖານ​ໃຫ້​ດີ​ຂຶ້ນ ​ແມ່ນ​ຈະ​ເປັນ​ປະ​ໂຫຍ​ດ ສຳ​ຫລັບ​ພວກ​ກຸ່ມ​ອາ​ຊະ​ຍາກ​ອນຂ້າມ​ຊາດ ຕໍ່ໜ້າ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ທີ່​ອ່ອນ​ແອ ​ໃນ

ບາງ​ຂົງ​ເຂດ. UNODC ຮຽກຮ້ອງ​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ ທາງ​ເລືອກ​ລະຍະ​ຍາວ ສຳ​ຫລັບ​ພັດທະນາ​ ​ໃຫ້​ພວກ​ປູກ​ຝິ່ນ.

The United Nations' latest report on opium production in Southeast Asia says cultivation remains concentrated in key regions of Myanmar (also known as Burma) and Laos, with little change in output in the past year.

The U.N. Office on Drugs and Crime's annual opium survey for Southeast Asia, released Monday, says over 760 metric tons of opium were produced largely in Myanmar as well as Laos in the past year, over 63,000 hectares.

The UNODC says although the region’s opium output changed little in the past year, there is ongoing demand, especially from opiate users in China.

Tens of thousands of often poor hill-tribe farmers remain dependent on income from opium poppy cultivation, living in isolated regions with few alternatives for work.

The border region of Myanmar, Laos and Thailand, is famously known as the “Golden Triangle,” the world's second largest area for opium production behind Afghanistan.

Jeremy Douglas, UNODC regional representative for Southeast Asia and Pacific, says that although output has stabilized, the long-term trend in recent years has been for a steady increase in production.


"We are reporting the eighth consecutive year for an increase in opium poppy cultivation in the Golden Triangle. This is highly concentrated in the Shan States and three times the production over the period of eight years in the region. In Laos we have three provinces where it is highly concentrated, Phongsali, Houaphan, and Xiangkhoang," says Douglas.

China tops user list

Most production in Myanmar lies in the northern Shan states close to the border with China, where ethnic groups rely on funds from opiates to support a long running insurgency. Authorities say vital chemicals, known as precursors, to break down the opium into heroin, are smuggled in from China and Vietnam.

Across Asia, the UNODC says there are currently over 3.3 million opiate users, largely concentrated in China - where registered users are estimated at 1.9 million, followed by Vietnam, Maynmar, Malaysia, Indonesia and Thailand.

The report says demand is in part linked to the resurgence in opium production in Southeast Asia in recent years. But a surge in use of amphetamine type stimulants has seen heroin use declining as a proportion of all registered drug users.

In Southeast Asia two thirds of opiates are sourced from Myanmar and Laos with the remainder from Afghanistan - the world's largest heroin producer.

UNODC's Douglas says although opiate production has steadied, the trade across the region, is worth up to $20 billion, representing a regional security threat especially as the 10-nation Association of South East Asian Nations (ASEAN) steps up regional economic integration.

"We have to look at this in perspective - it's like an undeclared ‘ASEAN state' that volume of money is just as powerful as some of the other states - in the hands of small groups and they have enormous power and they seem to be able to almost operate unimpeded for many years now."

The UNODC says moves to greater regional integration, improved roads and access infrastructure will likely benefit transnational criminal groups in the face of weak border controls in some regions. The group is calling for long term alternative development programs for opium poppy growers.

XS
SM
MD
LG