ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສະໜັບສະໜູນສະພາທະນາຍຄວາມລາວ ເພື່ອເພີ່ມການເຂົ້າເຖິງກົດໝາຍສຳລັບຜູ້ດ້ອຍໂອກາດ


(ຜູ້ທີ 5 ຈາກຊ້າຍ) ຮອງປະທານສະພາທະນາຍຄວາມທ່ານໂວລັດສະໝີ ສຸລິປະພັນ ແລະໂຕແທນລະດັບປະເທດຂອງມູນລະນິທິເອເຊຍ ທ່ານທັອດ ວັສໂຊລ (Todd Wassel) ຢູ່ໃນພິທີເຊັນລົງນາມຮ່ວມກັນ.
(ຜູ້ທີ 5 ຈາກຊ້າຍ) ຮອງປະທານສະພາທະນາຍຄວາມທ່ານໂວລັດສະໝີ ສຸລິປະພັນ ແລະໂຕແທນລະດັບປະເທດຂອງມູນລະນິທິເອເຊຍ ທ່ານທັອດ ວັສໂຊລ (Todd Wassel) ຢູ່ໃນພິທີເຊັນລົງນາມຮ່ວມກັນ.

ໃນວັນທີ 28 ຕຸລາ ມື້ນີ້​ຢູ່ທີ່ສໍານັກງານສານປະຊາຊົນນະຄອນຫຼວງວຽງຈັນ, ອົງການພັດທະນາສາກົນຂອງສະຫະລັດ ຫຼື USAID ໄດ້ສະໜັບສະໜູນທຶນ ມູນຄ່າ 525,164,000 ກີບ ໃຫ້ແກ່ສະພາທະນາຍຄວາມລາວ. ໂດຍມີຜູ້ ຕາງໜ້າ USAID, ທ່ານ ໄມເຄິລ ຣອນນິ້ງ (Mr. Michael Ronning ) ແລະຜູ້ຕາງໜ້າ ຈາກກະຊວງຍຸຕິທໍາເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນ ເອກະສານມອບ-ຮັບທຶນ ລະຫວ່າງ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍ ຄວາມ ແລະ ທ່ານ ທອດ ວໍເຊວ, (Todd Wassel) ຜູ້ຕາງໜ້າມູນນິທິເອເຊຍ.

ທຶນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍອົງການພັດທະນາສາກົນຂອງສະຫະລັດ ທີ່ຈັດຕັ້ງ ປະຕິບັດໂດຍມູນນິທິເອເຊຍ. ສະພາທະນາຍຄວາມລາວ ຈະນໍາໃຊ້ທຶນນີ້ໃນ ສືບຕໍ່ ດໍາເນີນງານຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ແຫ່ງ ຢູ່ໃນ ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ສາລະວັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງວຽງຈັນ.

ໃນພິທີດັ່ງກ່າວ ທ່ານໄມເຄິລ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການ ຮ່ວມມືກັບມູນນິທິເອເຊຍ, ກະຊວງຍຸຕິທຳ ແລະ ສະພາທະນາຍຄວາມລາວ ເພື່ອສົ່ງເສີມການເຂົ້າເຖິງຄວາມຍຸຕິທໍາຂອງປະຊາຊົນ ໃນ ສປປ ລາວ.​ ທ່ານກ່າວວ່າ: “ການສະຫນັບສະຫນູນທຶນດັ່ງກ່າວນີ້ ເປັນການຢັ້ງຢືນເຖິງ ຄວາມມຸ້ງໝັ້ນຂອງສະຫະລັດຕໍ່ລັດຖະບານ ສປປ ລາວ ພາຍໃຕ້ກອບການ ເປັນຄູ່ຮ່ວມມືແບບກວມ​ລວມຮອບດ້ານລະຫວ່າງສອງປະເທດ ເພື່ອສົ່ງເສີມ ນະໂຍບາຍການສ້າງລັດທີ່ຄຸ້ມຄອງດ້ວຍຕົວ​ບົດກົດໝາຍໃນລາວ. ອົງການພັດ ທະນາສາກົນຂອງສະຫະລັດ ມີຄວາມມຸ້ງ​ໝັ້ນທີ່ຈະສືບຕໍ່ສະຫນັບສະຫນູນ ແລະ ຄຽງຄູ່ກັບລັດຖະບານລາວ.​”

ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ມີເປົ້າຫມາຍຊ່ວຍລັດຖະບານລາວ ບັນ​ລຸຕາມເປົ້າໝາຍ ດັ່ງລະບຸໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ລວມທັງການສ້າງລັດທີ່ຄຸ້ມຄອງດ້ວຍຕົວ​ບົດ ກົດໝາຍ. ມາຮອດປັດຈຸບັນ, ອົງການພັດທະນາສາກົນຂອງສະຫະລັດ ມູນນິທິ ເອເຊຍ ແລະສະພາທະນາຍຄວາມລາວ ໄດ້ເປີດຫ້ອງການຊ່ວຍເຫຼືອ ທາງດ້ານກົດໝາຍ 17 ຫ້ອງການ ຊຶ່ງໄດ້ເຮັດໃຫ້ປະຊາຊົນຫລາຍຄົນ ສາມາດເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍຄ່າ. ນອກຈາກໂຄງການນີ້, ສະ​ຫະ​ລັດຍັງມີການຮ່ວມມືກັບ ສປປ ລາວ ໃນອີກຫຼາຍຂະ ແຫນງການ ເຊັ່ນ ສຶກສາ, ສາທາລະນະສຸກ ແລະ ໂພຊະນາການ, ສົ່ງເສີມການຄ້າ ແລະ ການລົງທຶນ, ແລະ ການຕ້ານ ແລະ ສະກັດກັ້ນການຄ້າມະນຸດເປັນຕົ້ນ.

The United States Agency for International Development (USAID) provided a grant LAK 525,164,000 (or equivalent to $54,768.98 USD) to the Lao Bar Association (LBA) at the Vientiane Capital Court on October 28. USAID Country Representative to Laos Mr. Michael Ronning and officials from the Ministry of Justice witnessed the signing of the grant between Vice President of the Lao Bar Association Mr. Volatsamy Soulipaphanh and The Asia Foundation Country Representative Mr. Todd Wassel.

The grant is part of the USAID Legal Aid Support Program, implemented by the Asia Foundation. LBA will use the grant to operate 17 Legal Aid Clinics, opened with support from USAID, in Vientiane Capital, and Champasak, Savannakhet, Salavan, Luang Prabang, Oudomxay, Xayabouly, and Vientiane provinces.

Mr. Ronning highlighted the partnership with LBA and the Ministry of Justice in promoting access to justice for vulnerable populations in Lao PDR. Mr. Ronning said, “This grant reaffirms our commitment with the Government of Laos, under the U.S. Lao Comprehensive Partnership, to promote access to justice for all in Lao PDR. USAID is committed to continue these efforts alongside the Government of Laos.”

The USAID Legal Aid Support program helps advance the goal of the Lao PDR, as described in the 9th National Socio-Economic Development Plan (NSEDP), and to become a rule of law state. To date, USAID, The Asia Foundation (TAF), and LBA have opened 17 Legal Aid Clinics, which have provided Lao citizens with free legal aid services. The United States also partners with the Lao PDR on a wide range of activities to promote basic education, improve health and nutrition, facilitate trade and investment, and counter trafficking in persons.

XS
SM
MD
LG