ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ມອບ ວັດຖຸໂບຮານ ທີ່ຖືກຂະໂມຍໄປ ຄືນໃຫ້ແກ່ໄທ


US Returns Looted Ancient Artifacts to Thailand
please wait

No media source currently available

0:00 0:01:49 0:00

ໃນມື້ວັນພຸດອາທິດແລ້ວນີ້ ລັດຖະບານສະຫະລັດໄດ້ມອບຄືນ
ວັດຖຸໂບຮານຫລາຍຮ້ອຍຊິ້ນໃຫ້ແກ່ໄທ ທີ່ເຈົ້າໜ້າທີ່ລົງຄວາມ
ເຫັນວ່າ ຖືກລັກຂະໂມຍໄປຈາກບູຮານສະຖານທີ່ສຳຄັນແຫ່ງ
ນຶ່ງ ເມື່ອຫຼາຍທົດສະວັດມາແລ້ວ. Steve Herman ຜູ້ສື່ຂ່າວ
ວີໂອເອ ມີລາຍງານ ກ່ຽວກັບເລື່ອງນີ້ ດັ່ງ ໄພສານ ຈະນຳເອົາ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນພິທີ ຊຶ່ງຈັດຂຶ້ນ ທີ່ຫໍພິພິດທະພັນແຫ່ງຊາດ ຂອງໄທ ລັດຖະ
ມົນຕີກະຊວງວັດທະນະທຳຂອງຣາຊະອານາຈັກໄທທ່ານ ວີຣະ ໂຣຈພົດຈະນະຣັດໄດ້ຮັບເອົາວັດຖຸໂບຮານຈຳນວນຫຼາຍຮ້ອຍ ຊິ້ນຈາກນັກການທູດລະດັບສູງສຸດ ຂອງສະຫະລັດ ປະຈຳປະເທດໄທ.

ສ່ວນໃຫຍ່ຂອງເຄື່ອງປັ້ນດິນເຜົາ ເຄື່ອງທອງສຳລິດ ເຄື່ອງມືຕ່າງໆ ໝາກປັດ ແລະເບົ້າຫຼໍ່ ທີ່ເຮັດດ້ວຍຫີນຊາຍ ແມ່ນຖືກລັກຂະໂມຍໄປຈາກສະຖານທີ່ມໍລະດົກໂລກບ້ານຊຽງຂອງ ອົງການຢູແນັສໂກ ໃນພາກຕາເວັນອອກສຽງເໜືອຂອງໄທ.

ຊຸມຊົນແລະປ່າຊ້າບ່ອນຝັ່ງຄົນຕາຍໃນຍຸກຫີນໃໝ່ ໃນຊ່ວງ 1500 ຫາ 900 ປີກ່ອນຄຣິສ ຕະສັກກະລາດແຫ່ງນີ້ໄດ້ຖືກບຸກລຸກແລະລັກຂະໂມຍເອົາວັດຖຸໂບຮານໄປຢ່າງຮ້າຍແຮງ ໃນຕົ້ນຊຸມປີ 1970.

ລັດຖະມົນຕີກະຊວງວັດທະນະທຳຂອງໄທ ທ່ານວີຣະ ກ່າວວ່າ “ວັດຖຸໂບຮານທີ່ຖືກສົ່ງ ມອບໃຫ້ໄທ ພວກເຮົາສາມາດເວົ້າໄດ້ວ່າມີທັງໝົດ 554 ຊິ້ນສ່ວນໃຫຍ່ແມ່ນເປັນ ຂອງທີ່ປະເມີນຄ່າບໍ່ໄດ້ ເພາະວ່າ ມັນເປັນເຄື່ອງຂອງໃນຍຸກກ່ອນປະຫວັດສາດ.”

ວັດຖຸໂບຮານ ທີ່ຖືກມອບໃຫ້ແກ່ໄທໃນຄັ້ງນີ້ ແມ່ນຖືກພົບເຫັນ ໃນລະຫວ່າງການບຸກເຂົ້າ ໄປກວດຄົ້ນທີີ່ພິພິດທະພັນແຫ່ງນຶ່ງ ໃນເຂດພາກໃຕ້ຂອງລັດແຄລີຟໍເນຍ ເມື່ອ ປີ 2008 ຫຼັງຈາກໄດ້ມີການສືບສວນແບບລັບໆ ຂອງລັດຖະບານກາງສະຫະລັດ ມາເປັນເວລາ 5
ປີ.

ຫຼາຍໆຄົນທີ່ຖືກກ່າວຫາວ່າ ພົວພັນກັບຕາໜ່າງລັກລອບວັດຖຸໂບຮານເກົ່າແກ່ ມາຈາກ
ໄທ ກຳປູເຈຍ ແລະມຽນມາ ພວມປະເຊີນກັບຄວາມຜິດທາງອາຍາ. ແຕ່ຫໍພິພິດທະພັນ Bowsers ທີ່ເມືອງຊານຕາອານາ ໃນແຄລີຟໍເນຍ ໄດ້ຕົກລົງ ທີ່ຈະສົ່ງຄືນວັດຖຸໂບຮານ ທີ່ຢູ່ໃນຄວາມຄອບຄອງຂອງຕົນ ເພື່ອແລກປ່ຽນບໍ່ໃຫ້ ພະນັກງານຂອງຕົນ ປະເຊີນກັບ ຄວາມຜິດທາງອາຍາ.

ສ່ວນໃຫຍ່ຂອງເຄື່ອງປັ້ນດິນເຜົາແມ່ນໄດ້ຮັບຄວາມເສຍຫາຍຫລືບໍ່ກໍແຕກແຫງແລະອຸບ ປະກອນເຄື່ອງທອງສຳລິດ ພ້ອມດ້ວຍ ເຄື່ອງມືຕ່າງໆ ກໍບໍ່ໄດ້ມີການເກັບຮັກສາໄວ້ ຢ່າງ ເໝາະສົມ ເຮັດຈຳນວນນຶ່ງໄດ້ແຕກຫັກເສຍຫາຍ. ແຕ່ພວກນັກວິທະຍສາດໃນການເກັບ ຮັກສາຂອງໄທກ່າວວ່າ ວັດຖຸເຫຼົ່ານີ້ເປັນຂອງມີຄຸນຄ່າ ແລະເປັນປະໂຫຍດໃນດ້ານການ ສຶກສາ ເພື່ອຮ່ຳຮຽນຮູບແບບໃນດ້ານສິນລະປະ ແລະເທັກນິກໃນການຜະລິດ ຮວມທັງມີ ການນຳໃຊ້ວັດຖຸຫຼືສານປະກອບຊະນິດໃດໂດຍພວກຕັ້ງຖິ່ນຖານໃນສະໄໝກ່ອນປະຫວັດ ສາດນັ້ນ.

ອຸບປະທູດສະຫະລັດ ທ່ານ Patrick Murphy ເວົ້າວ່າ “ພວກເຮົາໄດ້ດຳເນີນງານມາ ເປັນເວລາຫຼາຍໆປີເພື່ອເພັ່ງເລັງໃສ່ຈຸດນີ້ເພື່ອໃຫ້ບູລິມະສິດເປັນພິເສດໃນດ້ານ
ນີ້. ແລະມາຮອດປັດຈຸບັນ ພວກເຮົາແມ່ນໄດ້ປະສົບກັບຄວາມສຳເລັດ ໃນການ ມອບຄືນວັດຖຸໂບຮານ ທາງດ້ານວັດທະນະທຳ 7,000 ຊິ້ນ ໃຫ້ແກ່ 30 ປະເທດ. ເມື່ອໄວໆມານີ້ ຫລ້າສຸດຢູ່ໃນຂົງເຂດ ຂ້າພະເຈົ້າຂໍຍົກເອົາກຳປູເຈຍຂຶ້ນມາເປັນ ຕົວຢ່າງ ບ່ອນທີ່ພວກເຮົາ ສາມາດສົ່ງຄືນວັດຖຸໂບຮານ ທີ່ສຳຄັນຫຼາຍ ທາງດ້ານ ວັດທະນະທຳ ແລະມົງໂກເລຍ.”

ສິ່ງເຫຼົ່ານີ້ແມ່ນຮວມຢູ່ໃນບັນດາວັດຖຸໂບຮານຈຸທຳອິດ ທີ່ຖືກສົ່ງມອບກັບຄືນປະເທດເຂົາ
ເຈົ້າ ຫຼັງຈາກມີການບຸກເຂົ້າໄປກວດຄົ້ນ ຫໍພິພິດທະພັນສິນລະປະ 4 ແຫ່ງແລະຮ້ານຂາຍ ໂບຮານວັດຖຸ 2 ແຫ່ງໃນລັດແຄລີຟໍເນຍ. ແຕ່ພວກເຈົ້າໜ້າທີ່ມີຄວາມກັງວົນວ່າສ່ວນໃຫຍ່ ຂອງເຄື່ອງປັ້ນດິນເຜົາ ແລະວັດຖຸໂບຮານອື່ນໆຈາກບ້ານຊຽງ ຊຶ່ງຖືກັນວ່າເປັນນຶ່ງໃນບັນ ດາຊຸມຊົມກ່ອນປະຫວັດສາດທີ່ສຳຄັນທີ່ສຸດໃນເຂດເອເຊຍຕາເວັນອອກສຽງໃຕ້ນັ້ນອາດ ຈະບໍ່ໄດ້ກັບຄືນມາເລີຍ.

XS
SM
MD
LG