ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມອບການຊ່ອຍເຫຼືອ ພາຫະນະ ແລະອຸປະກອນກວດຫາ UXO ມູນຄ່າ 1 ລ້ານກວ່າໂດລາ ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ


ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມ໋ອນ ຮ່ວມກັບ ທ່ານປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ທົດລອງເຄື່ອງກວດຫາລະເບີດທີ່ຍັງບໍ່ທັນແຕກ ຫຼື UXO.
ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານປີເຕີ ເຮມ໋ອນ ຮ່ວມກັບ ທ່ານປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ ທົດລອງເຄື່ອງກວດຫາລະເບີດທີ່ຍັງບໍ່ທັນແຕກ ຫຼື UXO.

ລັດຖະບານສະຫະລັດ ໄດ້ປະກອບສ່ວນ ພາຫະນະໃໝ່ (4x4 vehicles) ຈຳນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ແກ່ ສປປ ລາວ ລວມມູນຄ່າຫຼາຍກວ່າ 1 ລ້ານໂດລາ ໃນພິທີມອບຮັບທີ່ໄດ້ຈັດຂຶ້ນໃນວັນທີ 19 ມັງກອນທີ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (NRA), ທ່ານບຸນພະມິດ ໂສມວິຈິດ ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ແລະ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ. ອຸປະກອນດັ່ງກ່າວຈະໄດ້ມອບໃຫ້ທີມເກັບກູ້ລະເບີດເຄື່ອນທີ່ ທີ່ປະຈຳຢູ່ ແຂວງຄຳມ່ວນ ສະຫັວນນະເຂດ ສາລະວັນ ອັດຕະປື ແລະ ຫົວພັນ.

ລັດຖະບານສະຫະລັດ ໄດ້ປະກອບສ່ວນ ພາຫະນະໃໝ່ (4x4 vehicles) ຈຳນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ແກ່ ສປປ ລາວ ລວມມູນຄ່າຫຼາຍກວ່າ 1 ລ້ານໂດລາ ໃນພິທີມອບຮັບທີ່ໄດ້ຈັດຂຶ້ນໃນວັນທີ 19 ມັງກອນທີ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ.
ລັດຖະບານສະຫະລັດ ໄດ້ປະກອບສ່ວນ ພາຫະນະໃໝ່ (4x4 vehicles) ຈຳນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ແກ່ ສປປ ລາວ ລວມມູນຄ່າຫຼາຍກວ່າ 1 ລ້ານໂດລາ ໃນພິທີມອບຮັບທີ່ໄດ້ຈັດຂຶ້ນໃນວັນທີ 19 ມັງກອນທີ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ.

ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວໃນພິທີວ່າ “ພວກເຮົາມີຄວາມຍິນດີຫຼາຍ ທີ່ສະມາຊິກທີມງານຂອງ ຄກລ (UXO Lao) ທີ່ມີຄວາມຫ້າວຫັນຈະໄດ້ມີອຸປະກອນທີ່ມີຄວາມພ້ອມໃນການປະຕິບັດວຽກງານທີ່ສໍາຄັນຂອງບັນດາເຈົ້າຫນ້າທີ່ ຢູ່ເຂດຫ່າງໄກສອກຫລີກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.”

ປີ 2021 ແມ່ນປີຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ ຂອງສະຫະລັດອາເມຣິກາ ແລະ ສປປ ລາວ. ການຊ່ວຍເຫຼືອນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ໃນການເຮັດວຽກເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ທີ 18 (SDG 18) – ການລົບລ້າງລະເບີດບໍ່ທັນແຕກທີເປັນສິ່ງກີດຂວາງຕໍ່ການພັດທະນາ ພາຍໃນປີ 2030. ສະຫະລັດອາເມຣິກາ ແມ່ນເປັນຜູ້ໃຫ້ທຶນທີ່ໃຫ່ຍທີ່ສຸດທີ່ໃຫ້ການປະກອບສ່ວນຫຼາຍກວ່າ 230 ລ້ານໂດລາ ນັບຕັ້ງແຕ່ປີ 1995ເປັນຕົ້ນມາ.

ໃນປີນີ້ ສະຫະລັດອາເມຣິກາ ສະໜັບສະໜູນ ກິດຈະກຳເກັບກູ້ລະເບີດ ເພື່ອເພີ່ມຄວາມອາດສາມາດໃນການກວດກູ້ພື້ນທີ່ໃຫ້ຫຼາຍຂຶ້ນ ໂດຍຜ່ານໂຄງການ UXO Lao ແລະ ສາມອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGO) ທີ່ເປັນຄູ່ຮ່ວມງານ ຊຶ່ງໄດ້ແກ່ ອົງການ HALO Trust, ອົງການແມັກ (MAG) ແລະອົງການຊ່ວຍເຫຼືອຂອງປະຊາຊົນນອກແວ (NPA). ການສະໜັບສະໜູນຂອງລັດຖະບານສະຫະລັດອາເມຣິກາ ໄດ້ອຳນວຍຄວາມສະດວກໃຫ້ຈຳນວນທີມສຳຫຼວດ ແລະ ທີມກວດກູ້ ຂອງ UXO Lao ເພີ່ມຂຶ້ນຈາກ 17 ທີມໃນປີ 2014 ເປັນ 60 ທີມໃນມື້ນີ້.

ລັດຖະບານ ສະຫະລັດອາເມຣິກາຈະສືບຕໍ່ເຮັດວຽກກັບ ຄຊກລ (NRA) ແລະ ຄກລ (UXO Lao) ເພື່ອກຳນົດວິທີການອື່ນໆ ໃນການຍົກສູງ ຄວາມອາດສາ ມາດຂອງຂະແໜງເກັບກູ້ລະເບີດບໍ່ທັນແຕກ ໃຫ້ສອດຄ່ອງ ກັບບູລິມະສິດຂອງລັດຖະບານລາວ ແລະມີວິໄສທັດຮ່ວມກັນ ໃນການລົບລ້າງລະເບີດບໍ່ທັນແຕກ ທີເປັນສິ່ງກີດຂວາງຕໍ່ການພັດທະນາ ພາຍໃນປີ 2030.

United States Provides more than USD$1 Million in Vehicles, Equipment to the Lao National Unexploded Ordnance Program

VIENTIANE, LAO PDR— The United States contributed 16 new 4x4 vehicles and 134 UXO detectors, worth more than USD$1 million at a handover ceremony held at the UXO Lao Training Center in Vientiane on January 19, 2021. U.S. Ambassador to Lao PDR Dr. Peter M. Haymond was joined at the event by Deputy Minister of Labor & Social Welfare Padeumphone Sonthany; National Regulatory Authority for the UXO/Mine Action Sector (NRA) Director General Chomyaeng Phengthongsawat; and UXO Lao Director Bouphamith Somvichith. The equipment will go to UXO-removal teams working in Khammouane, Savannakhet, Salavan, Attapeu, and Houaphan provinces.

“It is wonderful to know that these vehicles will allow the hardworking UXO Lao team members to be well equipped to undertake their important work, even in rough and remote locations, in the most effective and efficient way possible” said Ambassador Haymond during the ceremony.

2021 marks the 5th anniversary of the U.S.-Lao Comprehensive Partnership. This donation is part of the Partnership, as the United States supports Lao PDR in working to achieve Sustainable Development Goal #18 – eliminating UXO as a barrier to national development by 2030. The United States is the largest donor to that effort, having contributed more than $230 million since 1995. This year, U.S.-supported UXO activities will work to significantly increase area clearance capacity, through UXO Lao and three international partners: the HALO Trust, Mines Advisory Group, and Norwegian People’s Aid. Support from the United States has facilitated an increase in the number of UXO Lao survey and clearance teams in Lao PDR from 17 teams in 2014, to 60 today.

The U.S. government will continue working with NRA and UXO Lao to identify other ways to enhance the capacity of the UXO sector in line with the Government of Lao’s priorities and a shared vision of eliminating UXO as a barrier to national development by 2030.

XS
SM
MD
LG