ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະຫະລັດ ກັບ ກຳປູເຈຍ ຕົກລົງກັນ ກ່ຽວກັບ ການເນລະເທດຄົນ


ຜູ້ຖືກເນລະເທດຊາວ ກຳປູເຈຍ ຮ່ວມກັບຜູ້ອື່ນໆທີ່ຖືກເນລະ
ເທດຄືກັນກັບລາວ ກຳລັງ ກິນເຂົ້າ ຢູ່ໃນແຂວງ ບັດຕຳບັງ ທີ່ມີ
ຊາຍແດນຕິດກັບປະເທດ ໄທ ເຊິ່ງໄດ້ກາຍເປັນສູນລວມ ສຳລັບຜູ້ທີ່ເດີນທາງກັບຈາກ ສະຫະລັດ, ຜູ້ທີ່ໄດ້ຍ້າຍກັບໄປຢູ່ເຂດຊົນນະບົດກັບພີ່ນ້ອງຫ່າງຂອງເຂົາເຈົ້າ. 5 ສິງຫາ, 2017.
ຜູ້ຖືກເນລະເທດຊາວ ກຳປູເຈຍ ຮ່ວມກັບຜູ້ອື່ນໆທີ່ຖືກເນລະ ເທດຄືກັນກັບລາວ ກຳລັງ ກິນເຂົ້າ ຢູ່ໃນແຂວງ ບັດຕຳບັງ ທີ່ມີ ຊາຍແດນຕິດກັບປະເທດ ໄທ ເຊິ່ງໄດ້ກາຍເປັນສູນລວມ ສຳລັບຜູ້ທີ່ເດີນທາງກັບຈາກ ສະຫະລັດ, ຜູ້ທີ່ໄດ້ຍ້າຍກັບໄປຢູ່ເຂດຊົນນະບົດກັບພີ່ນ້ອງຫ່າງຂອງເຂົາເຈົ້າ. 5 ສິງຫາ, 2017.

ສະຫະລັດ ໄດ້ເຈລະຈາຂໍ້ຕົກລົງສະບັບນຶ່ງເພື່ອສືບຕໍ່ໍ່ການເນລະເທດ ຄົນ ກຳປູເຈຍ,
ເຊິ່ງຫຼາຍຄົນໄດ້ເດີນທາງເຂົ້າມາ ສະຫະລັດ ໃນຖານະອົບພະຍົບ, ພາຍໃຕ້ໂຄງ
ການຕັ້ງຖິ່ນຖານໃໝ່ທີ່ເປັນບັນຫາ.

ພາຍໃຕ້ຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດນັ້ນ ປະຊາຊົນ ກຳປູເຈຍ ຫຼາຍ
ຮ້ອຍຄົນ ທີ່ຖືກສົ່ງກັບຄືນປະເທດຈາກ ສະຫະລັດ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ
ໄດ້ແຕກຫັກລົງໃນປີກາຍນີ້ ເມື່ອມີລາຍງານວ່າ ລັດຖະບານ ພະນົມເປັນ ໄດ້ຢຸດຮັບ
ເອົາພວກທີ່ເດີນທາງກັບຄືນປະເທດນັ້ນ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຕອບໂຕ້ຄືນ ດ້ວຍການວາງມາດຕະການລົງໂທດ
ກ່ຽວກັບ ການອອກວີຊາຕໍ່ບັນດາເຈົ້າໜ້າທີ່ກະຊວງ ການຕ່າງປະເທດໃນເດືອນກັນ
ຍາປີກາຍນີ້ ແລະ ໃນວັນສຸກທີ່ຜ່ານມາ, ບັນດາເຈົ້າໜ້າທີ່ ກຳປູເຈຍ ໄດ້ອ່ອນຍອມຕໍ່
ຂໍ້ສະເໜີເພື່ອຍົກເລີກການຫ້າມພວກນັ້ນ.

ຫຼັງຈາກກອງປະຊຸມລະຫວ່າງລັດຖະມົນຕີກະຊວງພາຍໃນ ກຳປູເຈຍ ທ່ານ ຊາ ເຄັງ
ກັບຜູ້ຊ່ວຍຮອງລັດຖະມົນຕີການຕ່າງປະເທດ ສຳລັບສຳນັກງານກົງສຸນ, ທ່ານ ຄາລ
ຊີ ຣິຊ "Carl C. Risch" ທີ່ເດີນທາງຢ້ຽມ ຢາມປະເທດ, ທ່ານ ພັດ ພະນິດ ຜູ້ອຳນວຍ
ການກົມພົວພັນສາກົນ ໄດ້ກ່າວວ່າ ທັງສອງທ່ານໄດ້ຕົກລົງກັນ ທີ່ຈະດຳເນີນຕໍ່ຂໍ້ຕົກ
ລົງນັ້ນ.

ທ່ານໄດ້ເວົ້າວ່າ “ທ່ານ ສຳເດັດ ຊາ ເຄັງ ຍັງໄດ້ແຈ້ງໃຫ້ບັນດາຜູ້ແທນຮູ້ວ່າ ກຳປູເຈຍ
ປົກກະຕິຈະປະຕິບັດຕາມພັນທະຂອງເຂົາເຈົ້າ ເພື່ອຮັບເອົາປະຊາຊົນຂອງຕົນ, ແຕ່
ທຸກຢ່າງຕ້ອງໄດ້ມີການປຶກສາຫາລືກັນຢ່າງຖີ່ຖ້ວນ.”

ທ່ານກ່າວວ່າ “ທ່ານ ສຳເດັດ ຊາ ເຄັງ ຍັງໄດ້ຂໍໃຫ້ລັດຖະບານ ສະຫະລັດ ຂະຫຍາຍ
ການສະໜັບສະໜູນດ້ານການເງິນໃຫ້ແກ່ປະຊາຊົນ ກຳປູເຈຍ ຜູ້ທີ່ເດີນທາງກັບຄືນ
ປະເທດ ດັ່ງນັ້ນເຂົາເຈົ້າຈຶ່ງສາມາດເລີ່ມຕົ້ນຊີວິດທີ່ດີຂຶ້ນ ແລະ ເຂົ້າຮ່ວມກັບສັງຄົມ
ກຳປູເຈຍ ຢ່າງປະສົບຄວາມສຳເລັດ.”

ໃນອະດີດ, ພວກຜູ້ຖືກເນລະເທດສ່ວນໃຫຍ່ຈະຖືກສົ່ງອອກຈາກປະເທດໂດຍບໍ່ໄດ້
ຮັບການສະໜັບສະໜູນຈາກລັດຖະບານ, ເຮັດໃຫ້ອົງການທີ່ບໍ່ຂຶ້ນກັບລັດຖະບານຈຳ
ນວນນຶ່ງຕ້ອງໄດ້ຮີບເລັ່ງເພື່ອສະໜອງ ໂດຍການຕັ້ງບໍລິສັດຂັ້ນພື້ນຖານຂຶ້ນມາໃຫ້
ແກ່ເຂົາເຈົ້າ.

ຂໍ້ຕົກລົງສະບັບຫຼ້າສຸດໄດ້ມີຂຶ້ນໃນຂະນະທີ່ໂຄງການເນລະເທດ ໄດ້ປະເຊີນກັບການ
ກວດສອບ ທ່າມກາງການກ່າວຫາຕ່າງໆຈາກພວກຖືກເນລະເທດວ່າ ບັນດາເຈົ້າໜ້າ
ທີ່ ກຳປູເຈຍ ໄດ້ໃຊ້ຂະບວນການຕ່າງໆ ເພື່ອຂົ່ມຂູ່ເອົາເງິນສິນບົນໃນສູນກັກຂັງ
ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG