ປະມານສາມສ່ວນຂອງ 2 ລ້ານ 2 ແສນໜ່ວຍຂອງລູກລະເບີດທີ່ຖີ້ມລົງໃສ່ປະເທດລາວໂດຍກຳລັງສະຫະລັດໃນ 9 ປີຂອງການປະຕິບັດງານສົງຄາມລັບ ລະຫວ່າງສົງຄາມຫວຽດນາມນັ້ນ ຍັງຕົກຄ້າງບໍ່ທັນແຕກ. ເວລາປະທານາທິບໍດີສະຫະລັດ ທ່ານ Barack Obama ເປັນປະທານາທິບໍດີຄົນທຳອິດຢູ່ໃນຕຳແໜ່ງ ທີ່ຈະໄປຢ້ຽມຢາມລາວໃນເດືອນກັນຍາຈະມາເຖິງນີ້ ທ່ານຄາດວ່າຈະປະກາດເພີ້ມທຶນສະໜັບສະໜູນການເກັບກູ້ລະເບີດທີ່ບໍ່ທັນແຕກ ຫລື UXO ແລະສະໜັບສະໜູນການບໍລິການ. ໃນຂະນະທີ່ສ່ວນໃຫຍ່ເນັ້ນໜັກໃສ່ການເກັບກູ້ລູກລະເບີດທີ່ຮ້າຍແຮງນັ້ນ ຫລາຍກວ່າ 15,000 ຄົນເປັນຜູ້ລອດຊີວິດຈາກ UXO ທີ່ຕ້ອງການໆປິ່ນປົວ ແຕ່ວ່າມີທາງເລືອກໜ້ອຍດຽວ. Daniel de Carteret ລາຍງານແກ່ VOA ຈາກແຂວງຊຽງຂວາງ ປະເທດລາວ ຊຶ່ງ ກິ່ງສະຫວັນ ຈະສະເໜີໃນອັນດັບຕໍ່ໄປ.
ມື້ນຶ່ງ ເມື່ອປີ 2004 ທ້າວ ຮຸ່ງ ພົມມະຈັກ ແລະ ໝູ່ຂອງລາວສອງຄົນ ໄດ້ພາກັນອອກໄປ ເຂດຊົນນະບົດ ຢູ່ໃກ້ໆກັບຄຸ້ມບ້ານຂອງພວກເຂົາເຈົ້າ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງລາວ ເພື່ອໄປຊອກຫາເສດເຫຼັກໄປຂາຍ ຊຶ່ງເປັນທາງນຶ່ງ ທີ່ພວກເຂົາເຈົ້າ ສາມາດ ສົມທົບເຂົ້າໃນລາຍໄດ້ ທີ່ບໍ່ຄ່ອຍຫຼາຍປານໃດ ຂອງຄອບຄົວຊາວໃຮ່ຊາວນາ. ພວກເຂົາ ເຈົ້າໄດ້ພົບເຫັນ ຊິ້ນສ່ວນຂອງເຫຼັກທີ່ຝັງຢູ່ເຄິ່ງນຶ່ງໃນດິນ ແລະ ກໍໄດ້ເລີ່ມຕົ້ນຂຸດມັນ ຂຶ້ນມາ.
ໝູ່ຄູ່ທັງສາມຄົນ ຈື່ໄດ້ວ່າ ມັນເປັນຊິ້ນສ່ວນກະສອບຂອງລູກລະເບີດເກົ່າ ແລະ ໄດ້ຕີລາ ຄາວ່າ ມັນບໍ່ເປັນອັນຕະລາຍອີກຕໍ່ໄປ. ພວກເຂົາເຈົ້າຕີລາຄາຜິດ.
ໂດຍຮູ້ເທົ່າບໍ່ເຖິງການ ພໍ່ຂອງລູກ 5 ຄົນ ເບິ່ງຄືວ່າໄດ້ເຮັດໃຫ້ ລະເບີດລູກວ່ານ ທີ່ຮູ້ຈັກກັນ ຢູ່ໃນລາວ ວ່າ “ລະເບີດບອມບີ້.” ນັ້ນແຕກ ສະເກັດຂອງລະເບີດ ໄດ້ທະລຸຮ່າງກາຍຂອງ ລາວ ແລະ ພວກໝູ່ຄູ່ຂອງລາວສອງຄົນນຳ. ພວກເຂົາສອງຄົນເສຍຊີວິດໃນທັນທີ ສ່ວນ ທ້າວຮຸ່ງ ໄດ້ສູນເສຍຕາເບື້ອງນຶ່ງ ແລະ ສູນເສຍແຂນທັງສອງຂ້າງ.
ໜຶ່ງທົດສະວັດຕໍ່ມາ ເຫດການດັ່ງກ່າວ ແມ່ນຍັງຄົງເປັນທີ່ແຈ່ມແຈ້ງຢູ່ສຳລັບທ້າວຮຸ່ງ ໃນ ຂະນະທີ່ຄອບຄົວຂອງລາວຊຸກຊົນໃນການປະເຊີນໜ້າກັບຊີວິດການເປັນຢູ່ໃນແຕ່ລະວັນ ອັນເປັນການເຕືອນລາວຢູ່ສະເໝີ. ຄອບຄົວ ແລະພວກເພື່ອນມິດຂອງລາວ ໄດ້ປຸ້ມລຸມກັນ ໃຫ້ການຊ່ອຍເຫຼືອຈ່າຍຄ່າໂຮງໝໍໃຫ້ ຊຶ່ງທ້າວຮຸ່ງບໍ່ມີເງິນຈະຈ່າຍເລີຍ. ພັນລະຍາຂອງ ລາວ ໃນປັດຈຸບັນນີ້ ແມ່ນກາງຕໍ່ການອູ້ມຊູຂອງພວກຄົນໃນໝູ່ບ້ານ ເພື່ອຊ່ອຍເຫຼືອຄອບ ຄົວຂອງລາວເຮັດນາ ແລະ ລູກສາວກົກຂອງລາວ ສ່ວນໃຫຍ່ໃຊ້ເວລາ ເບິ່ງແຍງໃນເລື່ອງ ຄວາມຈຳເປັນຕ່າງໆ ຂອງພໍ່ຜູ້ພິການ.
ທ້າວຮຸ່ງກ່າວວ່າ “ມັນຍາກສຳລັບຂ້າພະເຈົ້າ. ຂ້າພະເຈົ້າຕ້ອງການຜູ້ໃດຜູ້ນຶ່ງຊ່ວຍພາກິນ ພາດື່ມ ແລະພາໄປຫ້ອງນໍ້າ.”
ທ້າວຮຸ່ງອາຍຸ 52 ປີ ໄດ້ກ່າວເຖິງຄວາມຫລັງວ່າ “ເວລາເກີດອຸບັດເຫດ ມັນເຮັດໃຫ້ຄອບ ຄົວຂອງຂ້າພະເຈົ້າຢູ່ດ້ວຍຄວາມລຳບາກ. ບໍ່ມີຜູ້ໃດມີເງິນທີ່ຈະມາລ້ຽງດູລູກຂອງຂ້າພະເຈົ້າ.
ລັດຖະບານລາວຄາດຄະເນວ່າມີປະມານ 15,000 ຄົນຢູ່ໃນປະເທດທີ່ໄດ້ຮັບບາດເຈັບຍ້ອນລະເບີດທີ່ບໍ່ທັນແຕກ ຫລື UXO ແລະຕ້ອງການຄວາມຊ່ວຍເຫລືອ ມູນເຊື້ອຫຼາຍປີຂອງການຖີ້ມລະເບີດລັບ ລະຫວ່າງສົງຄາມຕ້ານເພື່ອນບ້ານຫວຽດນາມ. ພໍມີການ ຊ່ອຍເຫຼືອສອງສາມຢ່າງຢູ່. ນອກນັ້ນອີກ ປະຊາຊົນສ່ວນໃຫຍ່ກໍແມ່ນພາກັນຢູ່ເຂດຊົນ ນະບົດພາໃຫ້ເກີດການທ້າທາຍໃນດ້າຕ້ອງການໆຊ່ວຍເຫລືອ.
ທ່ານນາງ Collette Mclnerney ຫົວໜ້າຫ້ອງການສຶກສາໂລກໃນບັນດາ ຜູ້ໃຫ້ການຊ່ວຍຫລືອແກ່ຜູ້ເຄາະຮ້າຍບໍ່ເທົ່າໃດຄົນຢູ່ໃນປະເທດ ກ່າວວ່າ “ຍັງມີຫລາຍຄົນທີ່ຕົກຢູ່ໃນສ່ອງຫວ່າງ ທີ່ພວກເຮົາບໍ່ຊາບ ຈົນກວ່າວ່າຫລາຍປີຫລັງຈາກອຸປະຕິເຫດຂອງເຂົາເຈົ້າ.”
ຫ້ອງການສະຫະລັດ ທີ່ບໍ່ສ້າງຜົນກຳໄລ ຢູ່ໃນລາວ ມີເງິນທຶນໃຫ້ການສະໜັບສະໜູນພຽງແຕ່ 250 ຄົນທີ່ລອດຊີວິດຕໍ່ປີ.
ທ່ານນາງກ່າວວ່າ “ສຳລັບອົງການສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGO) ມີສ່ອງຫວ່າງຢ່າງໃຫຍ່ໃນການໃຫ້ທຶນເພື່ອບໍລິການການສະໜັບສະໜູນຢ່າງເຕັມທີ່ແກ່ບັນດາຜູ້ລອດຊີວິດ ບໍ່ວ່າເຂົາເຈົ້າຢູ່ແຫ່ງໃດກໍຕາມ. ແລະສຳລັບຜູ້ລອດຊີວິດເຂົາເຈົ້າແລ້ວ ຄວາມລໍາບາກດ້ານການເງິນແກ່ຄອບຄົວ ເວລາຜູ້ໃດຜູ້ນຶ່ງໄດ້ຮັບບາດເຈັບ ຫລືເສຍຊີວິດມັນເປັນເລື້ອງສຳຄັນທີ່ສຸດ.”
ເປັນທີ່ຄາດໄວ້ວ່າເກືອບນ່ຶງສ່ວນສາມ ຂອງລະເບີດລູກວ່ານ 270 ພັນລ້ານໜ່ວຍທີ່ໄດ້ຖີ້ມລົງນັ້ນບໍ່ແຕກ. ໃນ 40 ປີຕໍ່ມາຫລັງຈາກສົງຄາມ ບັນດາພູຜາ ແລະທົ່ງໄຮ່ທົ່ງນາ ຂອງແຂວງຊຽງຂວາງປະເທດລາວ ຍັງເຕັມໄປດ້ວຍເສດສົງຄາມທີ່ຮ້າຍແຮງ ທີ່ໄດ້ອອກແບບສ້າງໃຫ້ແຕກອອກເປັນຫລາຍໆຮ້ອຍຕ່ອນ ແລະຕັດເນື້ອໜັງ ແລະກະດູກ.
ລັດຖະບານມີຍຸດທະສາດຢູ່ກັບທີ່ ທີ່ຈະນຳເຂົ້າມາພິຈາລະນາຜ່ານພະແນກການ UXO ແຕ່ວ່າພະລັງງານທັງໝົດປັດຈຸບັນນີ້ໄດ້ເນັ້ນໜັກໃສ່ໜ້າວຽກອັນໃຫຍ່ຫລວງຂອງການເກັບກູ້ UXO ຊຶ່ງສ່ວນໃຫຍ່ຂອງມັນໄດ້ອາໄສການຊ່ວຍເຫລືອຕ່າງປະເທດ.
ທ່ານກິ່ງເພັດ ພິມມະວົງ ຜູ້ປະສານງານປະຈຳແຂວງຂອງລັດຖະບານທີ່ພົວພັນກັບ UXO ໃນປະເທດລາວ ທີ່ເປັນອົງການເກັບກູ້ໃຫຍ່ທີ່ສຸດໃນປະເທດ ກ່າວວ່າ “ປະຊາຊົນຫລາຍຄົນໄດ້ຮັບບາດເຈັບຍ້ອນລູກລະເບີດ ແຕ່ວ່າໃນປັດຈຸບັນນີ້ ເງິນທຶນບໍ່ເປັນທີ່ພຽງພໍໃນການຊ່ວຍເຫລືອເຂົາເຈົ້າ.”
ສະຫະລັດຄາດວ່າຈະໃຫ້ການເພີ້ມເງິນທຶນ.
ລະຫວ່າງປີ 1964 ຫາປີ 1973 ສະຫະລັດໄດ້ຖີ້ມລະເບີດຫລາຍກວ່າ 2 ລ້ານໂຕນໃສ່ປະເທດລາວ ອັນເປັນພາກສ່ວນປະຕິບັດງານລັບ ເພື່ອຊອກຫາການຕັດສາຍລຳລຽງ ຫວຽດນາມ ຢູ່ຕາມເສັ້ນທາງ Ho Chi Minh.