ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການກອງ​ທຶນ​ເດັກ​ສາ​ກົນ ເວົ້າ​ວ່າ 17 ເປີ​ເຊັນ ຂອງ​ໂຮງ​ຮຽນ​ຢູ​ເຄ​ຣນ ທີ່​​ຕົນ​ຊ່ວຍ​ເຫລືອ​ ແມ່ນ '​​​ເສຍ​ຫາຍ ຫລື​ບໍ່​ກໍ​ຖືກ​ທຳ​ລາຍ'


ໂຮງ​ຮຽນ​ເພ​ພັງ​ໝົດ​ຍ້ອນ​ການ​ໂຈ​ມ​ຕີ​ຂອງ​ຣັດ​ເຊຍທີ່​ເກີດ​ຂຶ້ນ​ໃນ​ກາງ​ເດືອນ​ມີ​ນາ ຢູ່​ເຂດ​ຊານ​ເມືອງ​ຂອງນະ​ຄອນ Mykolaiv ໃນ​ຢູ​ເຄ​ຣນ, ວັນ​ທີ 1 ເມ​ສາ, 2022.
ໂຮງ​ຮຽນ​ເພ​ພັງ​ໝົດ​ຍ້ອນ​ການ​ໂຈ​ມ​ຕີ​ຂອງ​ຣັດ​ເຊຍທີ່​ເກີດ​ຂຶ້ນ​ໃນ​ກາງ​ເດືອນ​ມີ​ນາ ຢູ່​ເຂດ​ຊານ​ເມືອງ​ຂອງນະ​ຄອນ Mykolaiv ໃນ​ຢູ​ເຄ​ຣນ, ວັນ​ທີ 1 ເມ​ສາ, 2022.

ອົງການກອງ​ທຶນ​ເດັກ​ສາ​ກົນ ຫລື UNICEF ກ່າວ​ວ່າ 17 ​ເປີ​ເຊັນ​ ຂອງ​ໂຮງ ຮຽນ​ທີ່​ຕົນ​ໃຫ້​ການ​ຊ່ວຍ​ເຫລືອ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື​ ຖືກ​ທຳລາຍ​ໃນ​ສົງຄາມ​ຂອງຣັດ​ເຊຍ ​ທີ່​ເຮັດ​ຕໍ່​ປະ​ເທດ​ເພື່ອນ​ບ້ານ ຂອງ​ຕົນ. ສັດ​ສ່ວນນັ້ນເທົ່າກັບນຶ່ງໃນຫົກໂຮງຮຽນໃດ ​ແມ່ນ​ຖືກ​ທຳ​ລາຍ.

ອົງການທີ່​ວ່ານີ້​ຂອງສະຫະ​ປະຊາ​ຊາດກ່າວ​ໃນ​ການຖະ​ແຫລງ​ທີ່​ເຜີຍແຜ່ອອກ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ໂຮງຮຽນ​ສອງ​ແຫ່ງ​ໄດ້​ຖືກ​ໂຈມ​ຕີ ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ແລະ "ຫຼາຍຮ້ອຍ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ" ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ຫຼື​ການ​ໂຈມ​ຕີ​ທາງ​ອາກາດ ນັບ​ຕັ້ງ​ແຕ່​ສົງຄາມ​ໄດ້​ເກີດ​ຂຶ້ນ. ຣັດ​ເຊຍໄດ້​ບຸກລຸກ​ຢູ​ເຄ​ຣນ​ໃນ​ວັນ​ທີ 24 ກຸມພາຜ່ານ​ມາ.

ທ່ານມູ​ຣາດ ຊາ​ຮິນ (Murat Sahin), ຜູ້ຕາງຫນ້າຂອງອົງການ UNICEF ປະຈໍາຢູເຄຣນກ່າວວ່າ "ການເລີ່ມຕົ້ນຂອງສົ​ກສຶກສາໃນຢູເຄ​ຣນແມ່ນຄວາມ ຫວັງ ແລະສິ່ງທີ່​ເຮັດ​ໃຫ້ດີ​ໃຈ​ວ່າ​ຈະ​ໄດ້​ໄປ​ໂຮ​ງຽນສໍາລັບເດັກນ້ອຍ ຫຼັງຈາກການ​ຮຽນ​ຖືກ​ການລົບ​ກວນ​ໂດຍ COVID-19 ແລ້ວ." ທ່ານ​ກ່າວ​ອີກວ່າ "ແຕ່​ກົງ​ກັນ​ຂ້າມ ເດັກນ້ອຍຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍ, ແລະປີຮຽນສິ້ນສຸດລົງທ່າມກາງ ການປິດຫ້ອງຮຽນຍ້ອນສົງຄາມ ແລະການທໍາລາຍສະຖານທີ່ການສຶກສາ."

ອົງການ UNICEF ກ່າວ​ວ່າ ຕົນ​ພະຍາຍາມ​ທີ່​ຈະ​ເຂົ້າເຖິງ​ເດັກນ້ອຍ​ຢູ​ເຄຣນ​ທີ່​ບໍ່​ສາມາດ​ເຂົ້າ​ໂຮງຮຽນ​ຜ່ານ​ການ​ຮຽນ​ແບບ​ອອນ​ລາຍໄດ້ນັ້ນ.

ອົງການດັ່ງກ່າວ​ເວົ້າວ່າ ຕົນຍັງໄດ້ "ຕັ້ງສະຖານທີ່ຊຶ່ງ​ເປັນບ່ອນທີ່ຄູສອນ, ນັກ ຈິດຕະວິ​ທະ​ຍ​າ ແລະຄູສອນກິລາ ຫຼີ້ນແລະມີສ່ວນຮ່ວມກັບເດັກນ້ອຍເປັນ ປະຈໍາ."

ອົງການ UNICEF ກ່າວ​ວ່າ ຕົນ​ຍັງ​ພະຍາຍາມ​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ສຶກສາ​ແກ່​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ເອົາ​ເດັກນ້ອຍ​ຢູ​ເຄຣນ.

ທ່ານ​ຊາ​ຮິນກ່າວອີກວ່າ "ເຖິງແມ່ນຈະມີສົງຄາມທີ່ໜ້າຢ້ານກົວ​ກໍ​ຕາມ, ຍັງ​ມີ​ການ​ເຮັດວຽກທີ່ໜ້າປະທັບໃຈເຂົ້າໄປໃນນັ້ນ ເພື່ອຮັບປະກັນວ່າ ເດັກນ້ອຍສາ ມາດຮຽນຮູ້ໄດ້." "ໃນທີ່ສຸດ, ​ການສູ້ລົບຕ້ອງໄດ້ສິ້ນ​ສຸດລົງເພື່ອໃຫ້ ສາມາດ ສ້າງຫ້ອງຮຽນຄືນ​ໃຫມ່ໄດ້ ແລະເຮັດ​ໃຫ້ໂຮງຮຽນສາມາດເປັນບ່ອນທີ່ປອດໄພ ແລະມ່ວນຊື່ນໃນ​ການ​ໄປ​ຮ່ຳຮຽນອີກເທື່ອຫນຶ່ງ.

ໃນເດືອນແລ້ວນີ້, ຫົວໜ້າດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງມີ​ແຊ​ລ ບາ​ເຊແລັດ (Michelle Bachelet) ກ່າວວ່າ ການຍິງປືນ ໃສ່ແບບບໍ່ເລືອກຂອງຣັດເຊຍ ແລະການຖິ້ມລະເບີດໃສ່ເຂດທີ່ມີປະຊາກອນ, ການສັງຫານພົນລະເຮືອນ ແລະການທຳລາຍໂຮງໝໍ, ໂຮງຮຽນ ແລະພື້ນຖານ ໂຄງລ່າງດ້ານພົນລະເຮືອນອັນອື່ນໆ ໃນຢູເຄຣນສາ​ມາດເປັນອາດຊະຍາກຳ ສົງຄາມໄດ້.

ຣັດ​ເຊຍ​ປະຕິ​ເສດ​ວ່າ ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພົນລະ​ເຮືອນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG