ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກເດັກນ້ອຍ ຂອງໂລກ ໜຶ່ງໃນເຈັດຄົນໃດ ຈະໄດ້ຮັບຜົນກະທົບ ຈາກມົນລະພິດຈາກອາກາດ


ຄວັນໝອກປົກຄຸມ ເມືອງ Mexico City. ພວກເດັກນ້ອຍປະມານ 2 ຕື້ ອາໄສຢູ່ໃນພື້ນທີ່ ບ່ອນທີ່ອາກາດພາຍນອກ ເປິເປື້ອນໄປດ້ວຍມົນລະພິດ ເກີນ ຄຸນນະພາບຂໍ້ແນະນຳ ທີ່ອົງການ WHO ໄດ້ວາງເອົາໄວ້.
ຄວັນໝອກປົກຄຸມ ເມືອງ Mexico City. ພວກເດັກນ້ອຍປະມານ 2 ຕື້ ອາໄສຢູ່ໃນພື້ນທີ່ ບ່ອນທີ່ອາກາດພາຍນອກ ເປິເປື້ອນໄປດ້ວຍມົນລະພິດ ເກີນ ຄຸນນະພາບຂໍ້ແນະນຳ ທີ່ອົງການ WHO ໄດ້ວາງເອົາໄວ້.

ພວກເດັກນ້ອຍຂອງໂລກ ໜຶ່ງໃນເຈັດຄົນໃດ ແມ່ນໄດ້ຮັບຜົນກະທົບຈາກມົນລະພິດ
ທາງອາກາດ ໃນລະດັບທີ່ສູງເຖິງ 6 ເທົ່າ ຫຼື ຫຼາຍກວ່າມາດຕະຖານສາກົນ ທີ່ໄດ້ກຳ
ນົດໄວ້ ໂດຍອົງການອະນາໄມໂລກ ຫຼື WHO ອິງຕາມບົດລາຍງານໃໝ່ ຂອງອົງການ ກອງທຶນເພື່ອເດັກ ຂອງສະຫະປະຊາຊາດ ຫຼື UNICEF. ບົດລາຍງານນີ້ ໄດ້ຖືກເປີດ
ເຜີຍ ໜຶ່ງສັບປະດາ ກ່ອນໜ້າກອງປະຊຸມໃຫຍ່ ກ່ຽວກັບການປ່ຽນແປງ ຂອງດິນຟ້າ ອາກາດ ຂອງອົງການສະຫະປະຊາຊາດ ທີ່ ເມືອງ Marrakech ປະເທດ ໂມຣົກໂກ.

ຜູ້ອຳນວຍການໃຫຍ່ ອົງການ UNICEF ທ່ານ Anthony Lake ກ່າວວ່າ “ມົນລະພິດ ໃນອາກາດ ເປັນປັດໄຈອັນສຳຄັນ ທີ່ມີສ່ວນເຮັດໃຫ້ພວກເດັກນ້ອຍອາຍຸຕ່ຳກວ່າ
5 ປີ ປະມານ 600,000 ຄົນ ເສຍຊີວິດໃນແຕ່ລະປີ ແລະ ມັນເປັນໄພຂົ່ມຂູ່ ຕໍ່ຊີວິດ ການເປັນຢູ່ ແລະ ອະນາຄົດ ຂອງພວກເດັກນ້ອຍ ອີກຫຼາຍໆລ້ານຄົນ ໃນແຕ່ລະມື້.”

ພວກເດັກນ້ອຍປະມານ 2 ຕື້ຄົນ ອາໄສຢູ່ໃນພື້ນທີ່ ບ່ອນທີ່ ມົນລະພິດໃນອາກາດຢູ່ດ້ານນອກ ແມ່ນເກີນກຳນົດ ສາກົນ.
ພວກເດັກນ້ອຍປະມານ 2 ຕື້ຄົນ ອາໄສຢູ່ໃນພື້ນທີ່ ບ່ອນທີ່ ມົນລະພິດໃນອາກາດຢູ່ດ້ານນອກ ແມ່ນເກີນກຳນົດ ສາກົນ.

ພວກເດັກນ້ອຍປະມານສອງຕື້ ອາໄສຢູ່ໃນພື້ນທີ່ ບ່ອນທີ່ອາກາດພາຍນອກ ເປິເປື້ອນ ໄປດ້ວຍມົນລະພິດ ເກີນຄຸນນະພາບຂໍ້ແນະນຳ ທີ່ ອົງການ WHO ໄດ້ວາງເອົາໄວ້
ໂດຍມີ ພວກເດັກນ້ອຍ 620 ລ້ານຄົນ ອາໄສຢູ່ໃນເຂດເອເຊຍຕອນໃຕ້ ຕິດຕາມມາ
ດ້ວຍ ພວກເດັກນ້ອຍ 520 ລ້ານຄົນ ທີ່ອາໄສ ຢູ່ໃນທະວີບ ອາຟຣິກາ ແລະ 450 ລ້ານ
ຄົນ ຢູ່ໃນເຂດເອເຊຍຕາເວັນອອກ ແລະ ຂົງເຂດປາຊີຟິກ.

ອົງການ UNICEF ກ່າວວ່າ ພວກເດັກນ້ອຍ ໂດຍສະເພາະແລ້ວ ແມ່ນຈະໄດ້ຮັບຜົນ
ກະທົບຈາກມົນລະພິດໃນອາກາດ ທີ່ຢູ່ພາຍໃນ ແລະ ພາຍນອກ ຢ່າງງ່າຍດາຍ ກໍ ເພາະວ່າ ລະບົບ ປອດ, ສະໝອງ ແລະ ພູມຕ້ານທານ ຂອງພວກເຂົາເຈົ້າ ກຳລັງພັດ ທະນາຢູ່ ແລະ ລະບົບການຫາຍໃຈ ຂອງພວກເຂົາເຈົ້າ ກໍຊຶມເຂົ້າໄດ້ງ່າຍຫຼາຍ.

ອົງການ UNICEF ກ່າວອີກວ່າ ຕົນຈະຂໍໃຫ້ບັນດາປະເທດທີ່ເຂົ້າຮ່ວມ ກອງປະຊຸມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຮັບຮອງເອົາ “4 ບາດກ້າວອັນຮີບດ່ວນ” ເພືຶ່ອປົກປ້ອງພວກເດັກນ້ອຍ ຈາກມົນລະພິດໃນອາກາດ ຊຶ່ງບາດກ້າວດັ່ງກ່າວ ປະກອບດ້ວຍ:

1. ຮັບຮອງເອົາມາດຕະການຕ່າງໆ ເພື່ອຫລຸດຜ່ອນມົນລະພິດ

2. ເພີ່ມການເຂົ້າເຖິງ ການຮັກສາສຸຂະພາບ ຂອງພວກເດັກນ້ອຍ ໃຫ້ຫຼາຍຂຶ້ນ

3. ຫລຸດຜ່ອນການໄດ້ຮັບມົນລະພິດຂອງພວກເດັກນ້ອຍລົງ ແລະ

4. ຈັດຕັ້ງການຕິດຕາມ ກວດສອບມົນລະພິດ ໃນອາກາດ ທີ່ດີກວ່າເກົ່າ.

ທ່ານ ເລກ ກ່າວວ່າ “ພວກເຮົາປົກປ້ອງພວກລູກເຕົ້າຂອງພວກເຮົາ ເວລາພວກເຮົາ ປົກປ້ອງ ຄຸນນະພາບຂອງອາກາດພວກເຮົາ. ທັງສອງ ເປັນຈຸດໃຈກາງເພື່ອອະນາ ຄົດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG