ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ແນະນໍາບັງກລາເດັສ ໃຫ້ອົບພະຍົບໂຣຮິງຢາ ທີ່ຫລົບໜີຈາກມຽນມາ ເຂົ້າປະເທດໄດ້


ຊາວອົບພະຍົບໂຣຮິງຢາມຸສລິມ ຊຸດໃໝ່ໄປເຖິງໃກ້ສູນອົບພະຍົບ Kutupalang makeshift Refugee Camp, ຢູ່ເຂດ Bazar ຂອງ Cox, ບັງກລາເດັສ ໃນວັນທີ 29 ສິງຫາ, 2017.
ຊາວອົບພະຍົບໂຣຮິງຢາມຸສລິມ ຊຸດໃໝ່ໄປເຖິງໃກ້ສູນອົບພະຍົບ Kutupalang makeshift Refugee Camp, ຢູ່ເຂດ Bazar ຂອງ Cox, ບັງກລາເດັສ ໃນວັນທີ 29 ສິງຫາ, 2017.

ອົງການຂ້າຫຼວງໃຫຽ່ສະຫະປະຊາຊາດດ້ານອົບພະຍົບ ກໍາລັງແນະນໍາບັງກລາເດັສ ໃຫ້ຊອກຫາທີ່ພັກໃຫ້ຊາວອົບພະຍົບໂຣຮິງຢາມຸສລິມ ທ່າມກາງລາຍງານວ່າ ພວກ
ທີ່ຫລົບໜີ ຈາກຄວາມຮຸນແຮງໃນລັດຣາໄຄ ທາງພາກຕາເວັນຕົກຂອງມຽນມາຖືກ
ສົ່ງກັບຄືນ. ບົວສະຫວັນ ຈະນໍາເອົາລາຍງານຈາກ Lisa Schlein ນັກຂ່າວຂອງ ວີໂອເອປະຈໍາສໍານັກງານໃຫຍ່ຂອງອົງການຂ້າຫລວງໃຫຍ່ສະຫະປະຊາຊາດ ຫລື
UNHCR ຢູ່ນະຄອນເຈນີວາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງການຂ້າຫລວງໃຫຍ່ສະຫະປະຊາຊາດດ້ານອົບພະຍົບ ຫລື UNHCR ລາຍງານວ່າ ມີ ປະມານ 5,200 ຄົນ ຈາກມຽນມາເຂົ້າໄປໃນບັງກລາເດັສ ນັບແຕ່ຕອນ ບ່າຍໆ ຂອງວັນພະຫັດແລ້ວນີ້ ພາຍຫລັງທີ່ມີການໂຈມຕີຂອງພວກຕໍ່ນັກສູ້ຊາວໂຣຮິງຢາ ຕໍ່ປ້ອມຕໍາຫລວດ 30 ແຫ່ງ. ອົງການດັ່ງກ່າວຍັງເວົ້າອີກວ່າ ມີລາຍງານວ່າ ຫລາຍພັນຄົນ ທີ່ຫລົບໜີໄປ ຍ້ອນຢ້ານ
ການແກ້ແຄ້ນຄືນຂອງທະຫານມຽນມານັ້ນ ໄດ້ຄ້າງຢູ່ຕາມຊາຍແດນເບື້ອງມຽນມາ.

ໂຄສົກປະຈໍາ UNHCR, ທ່ານ Adrian Edwards ກ່າວຕໍ່ວີໂອເອວ່າ ອົງການຂອງທ່ານ ບໍ່ສາມາດຈະໃຫ້ການຢືນຢັນສຳລັບລາຍງານຂ່າວນັ້ນ. ທ່ານກ່າວວ່າ ພວກອົບພະຍົບ
ເຫຼົ່ານັ້ນ ແມ່ນພາກັນຢູ່ໃນຫລາຍໆແຫ່ງ ລຽບຕາມຊາຍແດນ ແລະພະນັກງານບໍ່ສາມາດ
ທີ່ຈະໄປຫາເຂົາເຈົ້າຢູ່ທຸກບ່ອນໄດ້.

ທ່ານ Edwards ກ່າວດັ່ງນີ້ "ເປັນທີ່ຈະແຈ້ງແລ້ວວ່າ ຜູ້ຄົນທັງຫຼາຍພາກັນຫລົບໜີ ເພື່ອໄປຫາບ່ອນປອດໄພ ແລະຕ້ອງການບ່ອນຫລົບໄພ ແລະຕ້ອງການທີ່ຈະເຂົ້າ
ເຖິງ…. ແນ່ນອນ ພວກເຮົາ ພົວພັນກັບພວກເຈົ້າໜ້າທີ່ບັງກລາເດັສ. ກໍລະນີເຫລົ່ານີ້
ປາກົດວ່າ ເປັນເຫດການທີ່ຖືກໂດດດ່ຽວ ຖ້າເວົ້າຕາມສະພາບທີ່ພວກເຮົາເຫັນໃນ
ເວລານີ້. ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ຄິດວ່າ ມີສິ່ງທີ່ເປັນລະບົບເກີດຂຶ້ນຢູ່ບ່ອນຫັ້ນ. ພວກເຮົາມີຊ່ອງທາງເຂົ້າເຖິງທີ່ນັ້ນ ເພື່ອໄປຊ່ວຍຄົນ ຢູ່ໃນຫັ້ນບໍ່, ຊ່ວຍຄົນຢູ່
ອີກຟາກໜຶ່ງຂອງຊາຍແດນໄດ້ບໍ່? ບໍ່ ພວກເຮົາບໍ່ມີ​ເທື່ອໃນເວລານີ້."


ທ່ານ Edwards ກ່າວເພີ້ມອີກວ່າ UNHCR ບໍ່ສາມາດຢືນຢັນລາຍງານທີ່ເວົ້າວ່າ ມີຄົນ
ຫລາຍຮ້ອຍຄົນ ຫຼືຫລາຍພັນຄົນຖືກຂ້າຕາຍ ແລະໄດ້ຮັບບາດເຈັບ ຢູ່ໃນລັດຣາໄຄ​ໄດ້. ທ່ານໃຫ້ຄໍາເຫັນເພີ້ມດັ່ງນີ້:
"ພວກເຮົາໄດ້ເຫັນລາຍງານຫລາຍອັນທີ່ເວົ້າຕ່າງກັນກ່ຽວກັບຈໍານວນຄົນ ທີ່ເສຍ
ຊີວິດ ລວມທັງ ຄໍາຖະແຫລງການຂອງເຈົ້າໜ້າທີ່ມຽນມານຳ. ພວກເຮົາບໍ່ຢູ່ໃນ ຖານະທີ່ຈະພິສູດຄວາມຈິງເພື່ອຢືນຢັນຂ່າວເຫລົ່ານັ້ນ. ພວກເຮົາຂໍໃຫ້ເປີດ
ຊາຍແດນໄວ້. ພວກເຮົາຄິດວ່າ ການອະນຸຍາດໃຫ້ຄົນໄດ້ໄປຫາບ່ອນຫລົບທີ່
ປອດໄພ ແມ່ນສໍາຄັນຫລາຍ."


ເຫດການຄັ້ງນີ້ ເປັນການກໍ່ຄວາມຮຸນແຮງຮ້າຍ​ແຮງທີ່ສຸດໃນລັດຣາໄຄ ນັບຕັ້ງແຕ່
ເດືອນຕຸລາເປັນຕົ້ນມາ ເມື່ອພວກນັກຕໍ່ສູ້ໂຣຮິງຢາ ໄດ້ສັງຫານຕໍາຫລວດ 9 ຄົນ ຊຶ່ງ ພາໃຫ້ໄດ້ມີຄົນຫລົບໜີຢ່າງມາກມາຍ. ລາຍງານເມື່ອໝໍ່ໆມານີ້ ໂດຍອົງການສາກົນ
ວ່າດ້ວຍການຍົກຍ້າຍຖິ່ນຖານ ເວົ້າວ່າ ມີຄົນປະມານ 87,000 ໄດ້ພາກັນຫລົບໜີ
ໄປຍັງບັງກລາເດັສ ໃນໄລຍະຫົກເດືອນທີ່ຜ່ານມາ. ສະມາຊິກຂອງປະຊາຄົມຊາວ
ໂຣຮິງຢາ ບໍ່ສາມາດຂໍເອົາສັນຊາດໄດ້ຢູ່ມຽນມາ ຍ້ອນກົດໝາຍ ປີ 1982 ທີ່ມີການ
ໂຕ້ແຍ້ງ ກັນ.

ມຽນມາ ທີ່ມີຄົນສ່ວນໃຫຍ່ຖືສາສະໜາພຸດນັ້ນ ​ໄດ້ຖືກຕ້ອງຕິວ່າປະຕິບັດຕໍ່ຊາວໂຣຮິງຢາບໍ່ຖືກຕ້ອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG