ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ UNESCO ໄດ້ສະເໜີໃຫ້ແນວຫິນປະກາລັງ ເກຣດ ແບຣິເອີ ຣີຟ ຂອງ ອອສເຕຣເລຍ ເຂົ້າໃນລາຍຊື່ "ຕົກຢູ່ໃນສະພາບອັນຕະລາຍ"


ຮູບພາບທີ່ບໍ່ໄດ້ກໍາໜົດມື້ຖ່າຍ ໄດ້ອອກເຜີຍແຜ່ໃນວັນທີ 6 ເມສາ ປີ 2020 ຈາກສູນ ARC Centre of Excellence ສໍາລັບການສຶກສາແນວຫິນປະກາລັງ ທີ່ມະຫາວິທະຍາໄລ ເຈມສ໌ ຄຸກຄ໌ ເຜີຍໃຫ້ເຫັນຄວາມເງົາງາມຂອງປະກາລັງສີຂາວຢູ່ທີ່ Great Barrier Reef.
ຮູບພາບທີ່ບໍ່ໄດ້ກໍາໜົດມື້ຖ່າຍ ໄດ້ອອກເຜີຍແຜ່ໃນວັນທີ 6 ເມສາ ປີ 2020 ຈາກສູນ ARC Centre of Excellence ສໍາລັບການສຶກສາແນວຫິນປະກາລັງ ທີ່ມະຫາວິທະຍາໄລ ເຈມສ໌ ຄຸກຄ໌ ເຜີຍໃຫ້ເຫັນຄວາມເງົາງາມຂອງປະກາລັງສີຂາວຢູ່ທີ່ Great Barrier Reef.

ຄະນະກໍາມະການພິເສດຂອງໜ່ວຍງານດ້ານວັດທະນະທໍາຂອງສະຫະປະຊາຊາດກ່າວວ່າ ເກຣທ ແບຣິເອີ ຣີຟ (Great Barrier Reef) ຂອງອອສເຕຣເລຍຄວນໄດ້ເຂົ້າໃນລາຍຊື່ມໍລະດົກໂລກທີ່ຄວນກໍາໜົດໃຫ້ “ຕົກຢູ່ໃນສະພາບອັນຕະລາຍ.”

ຄະນະກໍາມະການມໍລະດົກໂລກດ້ານການສຶກສາ, ວິທະຍາສາດ ແລະວັດທະນະທໍາແຫ່ງສະຫະປະຊາຊາດ ຫລື UNESCO ໄດ້ຍື່ນສະເໜີໃຫ້ລະບົບໂຂດຫິນປະກາລັງທີ່ມີຄວາມຍາວ 2,300 ກິໂລແມັດ ຄວນຖືກຈັດໃຫ້ຢູ່ໃນລາຍຊື່ທີ່ຄວນອະນຸລັກ ເນື່ອງຈາກມັນໄດ້ເຊື່ອມສະພາບລົງ ອີງຕາມການປ່ຽນແປງຂອງສະພາບອາກາດ.

ເຈົ້າໜ້າທີ່ ອອສເຕຣເລຍ ໄດ້ກ່າວປະນາມຄໍາແນະນໍາດັ່ງກ່າວ. ລັດຖະມົນຕີສິ່ງແວດລ້ອມທ່ານນາງ ຊັສຊານ ເລ (Sussan Lay) ກ່າວໃນວັນອັງຄານນີ້ວ່າ ແຄນເບີຣາ (Canberra) ໄດ້ຕໍ່ຕ້ານການແຕ່ງຕັ້ງ ແລະກ່າວໂທດຄະນະກໍາມະການມໍລະດົກໂລກ “ໃນການປີ້ນຄວາມສໍາລັບຫລັກຄໍ້າປະກັນໃນກ່ອນໜ້ານີ້” ແລະຈະບໍ່ດໍາເນີນການອັນໃດ ກ່ອນຈະມີການປະຊຸມຢ່າງເປັນທາງການໃນເດືອນໜ້ານີ້.”

ທ່ານນາງ ເລ ແລະລັດຖະມົນຕີກະຊວງການຕ່າງປະເທດທ່ານ ມາຣິສ ເພນ (Marise Payne) ໄດ້ລົມໂທລະສັບກັບຜູ້ອໍານວຍການໃຫຍ່ຂອງອົງການ UNESCO ທ່ານນາງ ອໍເດຣ ອາຊູເລ (Audrey Azoulay) ກ່ຽວກັບການຕັດສິນໃຈນີ້ ເຊິ່ງທ່ານນາງເອີ້ນວ່າ “ບໍ່ສົມບູນແບບ” ແລະການຕັດສິນໃຈນີ້ ແມ່ນໄດ້ຮັບອິດທິພົນທາງການເມືອງ.

“ນີ້ຄືການສົ່ງສັນຍານທີ່ບໍ່ດີໄປຫາບັນດາປະເທດທີ່ບໍ່ໄດ້ຮັບມອບໝາຍໜ້າທີ່ໃນການປົກປັກຮັກສາແນວປະກາລັງທີ່ພວກເຮົາກໍາລັງກະທໍາຢູ່” ທ່ານນາງກ່າວ.

ແຕ່ວ່າທ່ານ ຣິຊາດ ເລັກ (Richard Leck) ຫົວໜ້າກອງທຶນເພື່ອທຳມະຊາດຂອງອອສເຕຣເລຍ ຫຼື World Wide Fund for Nature-Australia ໄດ້ກ່າວໃນຖະແຫລງການວ່າ ຂໍ້ສະເໜີແນະ “ມີຄວາມແຈ່ມແຈ້ງ ແລະຊັດເຈນວ່າ ລັດຖະບານ ອອສເຕຣເລຍ ບໍ່ສາມາດປົກປັກຮັກສາຄວາມອຸສົມບູນຂອງຊັບສິນທາງທໍາມະຊາດໄດ້ຢ່າງພຽງພໍ ໂດຍສະເພາະແລ້ວການປ່ຽນແປງທາງສະພາບອາກາດ.”

ແນວຫິນປະກາລັງ ເກຣທ ແບຣິເອີ ຣີຟ ເປັນລະບົບໂຂດຫິນປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງສ້າງລາຍຮັບຈາກການທ່ອງທ່ຽວຢູ່ປະມານ 4.8 ພັນລ້ານໂດລາຕໍ່ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG