ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ UNESCO ຮັບຮອງ ໃຫ້ທົ່ງໄຫຫີນ ເປັນມໍລະດົກໂລກ ຢ່າງເປັນທາງການ


ທົ່ງໄຫຫີນ ໃນແຂວງຊຽງຂວາງ ໄດ້ຖືກຮັບຮອງ ໃຫ້ເປັນມໍລະດົກໂລກ ທາງວັດທະນະທຳ ຢ່າງເປັນທາງການ ໂດຍອົງການ UNESCO.
ທົ່ງໄຫຫີນ ໃນແຂວງຊຽງຂວາງ ໄດ້ຖືກຮັບຮອງ ໃຫ້ເປັນມໍລະດົກໂລກ ທາງວັດທະນະທຳ ຢ່າງເປັນທາງການ ໂດຍອົງການ UNESCO.

ອົງການ UNESCO ໄດ້ຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກຢ່າງເປັນທາງການ
ແລ້ວ ຫາກແຕ່ທາງການລາວ ຍັງຈະຕ້ອງດຶງເອົາການມີສ່ວນຮ່ວມຂອງປະຊາຊົນ
ເຂົ້າໃນການອະນຸລັກທົ່ງໄຫຫີນໃຫ້ໄດ້ຢ່າງແທ້ຈິງ.

ທ່ານບຸນຕົ້ນ ຈັນທະພອນ ເຈົ້າແຂວງ ແລະເລຂາພັກແຂວງຊຽງຂວາງ ຖະແຫລງວ່າ
ບັນຫາສຳຄັນທີ່ຈະຕ້ອງດຳເນີນການຈັດຕັ້ງປະຕິບັດໃຫ້ໄດ້ຢ່າງມີປະສິດທິພາບ ເພື່ອ
ຮອງຮັບສະຖານະພາບໃນການເປັນມໍລະດົກໂລກທາງວັດທະນະທຳຂອງທົ່ງໄຫຫີນ
ກໍຄືການດຶງເອົາການມີສ່ວນຮ່ວມຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ເຂົ້າມາຮ່ວມ
ໃນການອະນຸລັກ ທົ່ງໄຫຫີນໃຫ້ໄດ້ຢ່າງແທ້ຈິງ ເນື່ອງຈາກວ່າ ທົ່ງໄຫຫີນທີ່ໄດ້ຮັບ
ການຮັບຮອງໃຫ້ເປັນມໍລະດົກໂລກຈາກ UNESCO ນັ້ນ ບໍ່ໄດ້ຢູ່ໃນພື້ນທີ່ດຽວກັນ
ຫາກແຕ່ມີທີ່ຕັ້ງຢູ່ເຖິງ 11 ເຂດ ໃນພື້ນທີ່ 4 ເມືອງ ໃນແຂວງຊຽງຂວາງ ດ້ວຍສາເຫດ
ນີ້ ຈຶ່ງບໍ່ແມ່ນເລື້ອງງ່າຍ ສຳລັບການຄຸ້ມຄອງ ແລະຮັກສາມໍລະດົກໂລກແຫ່ງນີ້ ນອກ
ຈາກຈະຕ້ອງໄດ້ຮັບການຮ່ວມມື ຈາກປະຊາຊົນລາວທຸກຄົນ ອັນຖືເປັນບັນຫາສຳຄັນ
ທີ່ຄະນະຊ່ຽວຊານຂອງ UNESCO ໄດ້ຍົກຂຶ້ນມາເປັນປະເດັນສຳຄັນ ໃນໂອກາດ
ເດີນທາງມາກວດສອບຄວາມພ້ອມຂອງທາງການລາວ ໃນການຄຸ້ມຄອງ ແລະອະນຸລັກ
ທົ່ງໄຫຫີນໃນປີ 2018 ນັ້ນ ດັ່ງທີ່ ທ່ານບຸນຕົ້ນ ໄດ້ໃຫ້ການຢືນຢັນວ່າ:

“ອັນເຂົາເຈົ້າສົນໃຈທີ່ສຸດ ເລື້ອງການຕຽມພ້ອມຂອງປະຊາຊົນເພື່ອເຂົ້າຮ່ວມ ໂຕນີ້ນິ
ມັນສຳຄັນຫຼາຍ ເພາະວ່າມັນບໍ່ແມ່ນວ່າ ໄຫຫີນມັນຢູ່ບ່ອນດຽວທັງໝົດ ທີ່ໄທເຮົາໄດ້
ເປີດ ແລະຊອກເຫັນແລ້ວ ມັນມີຢູ່ 59 ແຫ່ງ ແລະຢູ່ໃນຫັ້ນພວກເຮົາໄດ້ຄັດເລືອກເອົາ
11 ແຫ່ງ ນອນຢູ່ໃນພື້ນທີ່ຂອງ 4 ເມືອງຢູ່ທາງເມືອງແປກ ເມືອງຄຳ ເມືອງຜາໄຊ ແລະ
ເມືອງພູກູດ ໃນຈຳນວນ 11 ແຫ່ງ ເຂົ້າເປັນມໍລະດົກໂລກ.”

ເພື່ອເຮັດໃຫ້ສະດວກຕໍ່ ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດ ທີ່ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີໄຫຫີນ ທີ່ໄດ້ຂຶ້ນ ທະບຽນເປັນມໍລະດົກໂລກຈຳນວນທັງໝົດ 999 ໜ່ວຍ.
ເພື່ອເຮັດໃຫ້ສະດວກຕໍ່ ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດ ທີ່ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີໄຫຫີນ ທີ່ໄດ້ຂຶ້ນ ທະບຽນເປັນມໍລະດົກໂລກຈຳນວນທັງໝົດ 999 ໜ່ວຍ.

ທັງນີ້ ໂດຍ ທົ່ງໄຫຫີນ ໄດ້ຖືກຮັບຮອງເປັນມໍລະດົກໂລກທາງວັດທະນະທຳຢ່າງເປັນ
ທາງການ ໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ
ຂອງ UNESCO ທີ່ດຳເນີນກອງປະຊຸມໃນລະຫວ່າງ ວັນທີ 30 ມິຖຸນາ - 10 ກໍລະກົດ
2019 ທີ່ນະຄອນ ບາກູ ນະຄອນຫຼວງຂອງປະເທດສາທາລະນະລັດ ອາເຈີບາຍຈານ
ສ່ວນກ່ອນໜ້ານັ້ນ ຄະນະຊ່ຽວຊານຂອງ UNESCO ກໍໄດ້ເດີນທາງມາກວດກາຄວາມ
ພ້ອມໃນດ້ານຕ່າງໆ ຂອງທົ່ງໄຫຫີນໃນເດືອນຕຸລາ 2018 ກໍຄືຫລັງຈາກທາງການລາວ
ໄດ້ສຶກສາຢ່າງລະອຽດ ແລະກຳນົດແຜນການຄຸ້ມຄອງ ແລະອະນຸລັກເຂດທົ່ງໄຫຫິນ
ໄດ້ຕາມເງື່ອນໄຂທີ່ UNESCO ກຳນົດໃນທຸກດ້ານແລ້ວ ແລະເພື່ອເຮັດໃຫ້ສະດວກຕໍ່
ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11
ເຂດ ທີ່ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີໄຫຫີນ
ທີ່ໄດ້ຂຶ້ນ ທະບຽນເປັນມໍລະດົກໂລກຈຳນວນທັງໝົດ 999 ໜ່ວຍ.

ສ່ວນທ່ານນາງນວນສີ ສິດທະວົງ ຮອງຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ
ແລະທ່ອງທ່ຽວ ແຂວງຊຽງຂວາງ ຖະແຫລງຢືນຢັນວ່າ ທາງການແຂວງຊຽງຂວາງ ຈະ
ຈັດງານສະເຫຼີມສະຫຼອງທົ່ງໄຫຫີນ ຢ່າງຍິ່ງໃຫຍ່ ຫາກແຕ່ທ່ານວິໄລສຸກ ພິມມະສອນ
ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຊຽງຂວາງ ກໍໃຫ້ການຢືນຢັນວ່າ ແຂວງ
ຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງ ເພື່ອຮອງຮັບການທ່ອງທ່ຽວ ທີ່ຄາດໝາຍ
ວ່າ ຈະມີການຂະຫຍາຍຕົວເພີ້ມຂຶ້ນພາຍຫຼັງຈາກ UNESCO ໄດ້ປະກາດຮັບຮອງ
ໃຫ້ທົ່ງໄຫຫີນ ເປັນມໍລະດົກໂລກດັ່ງກ່າວ ໂດຍສະເພາະແມ່ນສະໜາມບິນ ທີ່ບໍ່ສາມາດ
ຮອບຮັບເຮືອບິນຂະໜາດໃຫຍ່ໄດ້ ສ່ວນຖະໜົນຫົນທາງໄປຫາແຫລ່ງທ່ອງທ່ຽວຕ່າງໆ
ກໍຍັງບໍ່ໄດ້ມາດຕະຖານ ໂຮງແຮມ-ເຮືອນພັກ-ຮ້ານອາຫານ-ສະຖານບໍລິການຕ່າງໆ
ຍັງບໍ່ພຽງພໍ ເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດເດີນທາງມາໃນແຂວງຊຽງຂວາງພຽງ 8
ໝື່ນກວ່າຄົນເທົ່ານັ້ນ ໃນແຕ່ລະປີ ຈຶ່ງນັບເປັນບັນຫາທີ່ລັດຖະບານລາວ ຈະຕ້ອງເລັ່ງ
ພັດທະນາໃຫ້ໄດ້ຢ່າງເປັນຮູບປະທຳ.

ໃນປັດຈຸບັນນີ້ ສປປ ລາວ ມີມໍລະດົກໂລກແລ້ວ 3 ແຫ່ງ ກໍຄື ເມືອງຫລວງພະບາງ ຊຶ່ງ
ເປັນມໍລະດົກໂລກທາງວັດທະນະທຳ ກັບປາສາດວັດພູ ໃນແຂວງຈຳປາສັກ ກໍເປັນ
ມໍລະດົກໂລກດ້ານວັດທະນະທຳ ສ່ວນທົ່ງໄຫຫີນ ກໍຈັດເປັນມໍລະດົກໂລກ ທາງວັດທະ-
ນະທຳເຊັ່ນດຽວກັນ.

ນອກຈາກນັ້ນ ສຽງແຄນລາວ ກໍຖືກຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບຕ້ອງບໍ່ໄດ້
ທາງດ້ານສຽງເພງ ອຂງມະນຸດຊາດໂດຍ UNESCO ໄດ້ມອບໃບປະກາດໃຫ້ທາງ
ການລາວ ເມື່ອເດືອນມີນາ 2018 ທີ່ນະຄອນປາຣີ ສ່ວນລຳວົງລາວ ແລະລາຍນາກ
ຂອງສິ້ນໄໝລາວນັ້ນ ທາງການລາວໄດ້ນຳສະເໜີຕໍ່ UNESCO ເພື່ອຂໍໃຫ້ພິຈາລະນາ
ແລະຮັບຮອງໃຫ້ເປັນມໍລະດົກໂລກດ້ານພູມປັນຍາ ແລະຈິດວິດຍານຂອງມະນຸດຊາດ
ດ້ວຍເຊັ່ນກັນ ສ່ວນເຂດອຸທະຍານແຫ່ງຊາດພູຫີນໜາມໜໍ່ ໃນແຂວງຄຳມ່ວນ ກໍໄດ້
ຖືກນຳສະເໜີໃຫ້ເປັນມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດໃນລາວ ຊຶ່ງຄາດວ່າ
ຈະມີການພິຈາລະນາໃນກອງປະຊຸມໃຫຍ່ຄັ້ງຕໍ່ໄປ ຂອງຄະນະກຳມະການມໍລະດົກ
ໂລກຂອງ UNESCO ໃນປີໜ້າ.

XS
SM
MD
LG