ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNESCO ບວກ 3 ສະຖານທີ່ ແຫ່ງໃໝ່ ໃສ່ໃນບັນຊີ ມໍລະດົກໂລກ


ຊາກລົ້ມລະລາຍຂອງທ່າເຮືອ "Cais do Valongo" ຫຼື "ທ່າເຮືອ Valongo," ສາມາດເຫັນໄດ້ໃນພາບນີ້ເມື່ອວັນທີ 26 ພະຈິກ 2015 ໃນນະຄອນ Rio de Janeiro ຂອງບຣາຊີລ ມາບັດນີ້ ສະຖານທີ່ແຫ່ງນີ້ໄດ້ຖືກຈົດລົງໃນບັນຊີ ມໍລະດົກໂລກ ຂອງອົງການ UNESCO.
ຊາກລົ້ມລະລາຍຂອງທ່າເຮືອ "Cais do Valongo" ຫຼື "ທ່າເຮືອ Valongo," ສາມາດເຫັນໄດ້ໃນພາບນີ້ເມື່ອວັນທີ 26 ພະຈິກ 2015 ໃນນະຄອນ Rio de Janeiro ຂອງບຣາຊີລ ມາບັດນີ້ ສະຖານທີ່ແຫ່ງນີ້ໄດ້ຖືກຈົດລົງໃນບັນຊີ ມໍລະດົກໂລກ ຂອງອົງການ UNESCO.

ທີ່ເມືອງທະເລຊາຍຂອງອີຣ່ານ ທີ່ຢູ່ຫ່າງໄກສອກຫລີກ, ຖ້ຳຕ່າງໆ ໃນຍຸກສະໄໝ
ນ້ຳກ້ອນ ຫຼື Ice-Age ຢູ່ໃນເຢຍຣະມັນ ແລະ ທ່າເຮືອກ້ອນຫີນ ໃນບຣາຊີລ ທີ່ສ້າງ
ຂຶ້ນມາ ສຳລັບພວກເຮືອບັນທຸກພວກຂ້າທາດ ຊາວອາຟຣິກາ ທີ່ເດີນທາງມາຮອດ
ແມ່ນ 3 ສະຖານທີ່ແຫ່ງໃໝ່ ທີ່ບວກໃສ່ບັນຊີ ມໍລະດົກໂລກ ຂອງອົງການ ການສຶກສາ,
ວິທະຍາສາດ ແລະ ວັດທະນະທຳຂອງອົງການສະຫະປະຊາຊາດ ຫຼື ອົງການ
UNESCO.

ຄະນະກຳມະການ ມໍລະດົກໂລກ ໄດ້ໃຊ້ເວລາ ປະຊຸມຮ່ວມກັນ ນຶ່ງສັບປະດາ ຢູ່ທີ່
ເມືອງ Krakow ຂອງປະເທດໂປແລນ ເພື່ອພິຈາລະນາເບິ່ງ 34 ສະຖານທີ່ ດ້ານ
ປະຫວັດສາດ ແລະ ວັດທະນະທຳ ທີ່ສຳຄັນເພື່ອຕື່ມໃສ່ໃນບັນຊີຂອງຕົນ. ການຄັດ
ເລືອກໃນປີນີ້ ປະກອບມີ ເມືອງ Yazd ຂອງອີຣ່ານ

ຊຶ່ງອົງການ UNESCO ອະທິບາຍວ່າ ເປັນ “ຂໍ້ພິສູດກ່ຽວກັບການດຳລົງຊີວິດ ໂດຍ
ນຳໃຊ້ຊັບພະຍາກອນທີ່ມີຂອບເຂດຈຳກັດ ເພື່ອການຢູ່ລອດໃນທະເລຊາຍ.”

ເມືອງນີ້ ສາມາດຈັດແຈງເພື່ອຫລີກລ່ຽງ ອັນທີ່ເອີ້ນວ່າ ການເຮັດໃຫ້ທັນສະໄໝ ທີ່ໄດ້
ທຳລາຍ ຫຼາຍໆເມືອງທີ່ຄ້າຍຄືກັນກັບເມືອງນີ້ຂອງອີຣ່ານ ແລະ ໄດ້ອະນຸລັກຮັກສາໄວ້
ເຮືອນຊານ ຕະຫຼາດ ວັດອິສລາມ ແລະ ໂບດຂອງຊາວຢິວ ດັ່ງເດີມຕ່າງໆຂອງຕົນ.

ສະຖານທີ່ອີກແຫ່ງນຶ່ງ ທີ່ອົງການ UNESCO ໄດ້ຕື່ມໃສ່ໃນບັນຊີ ແມ່ນຢູ່ໃນເມືອງ
Swabian Jura ທາງພາກໃຕ້ຂອງເຢຍຣະມັນ ຊຶ່ງເປັນພື້ນທີ່ແຫ່ງນຶ່ງ ໃນທະວີບ
ຢູໂຣບ ບ່ອນທີ່ພວກມະນຸດ ຜູ້ທຳອິດທີ່ໄປຮອດເມື່ອ 40,000 ປີກ່ອນ ໃນລະຫວ່າງ
ຕອນທ້າຍສຸດ ຂອງສະໄໝຍຸກນ້ຳກ້ອນ. ພວກເຂົາເຈົ້າ ໄດ້ຕັ້ງຖິ່ນຖານຢູ່ໃນຖ້ຳຕ່າງໆ
ຊຶ່ງໄດ້ຖືກຄົ້ນພົບ ໃນຊຸມປີປີ 1860 ແລະ ບ່ອນທີ່ພວກເຂົາເຈົ້າໄດ້ສ້າງຮູບປັ້ນ
ຂະໜາດນ້ອຍ ທີ່ເກົ່າແກ່ທີ່ສຸດ ທີ່ຮູ້ຈັກກັນວ່າ ສີລະປະແບບຮູບຮ່າງນ້ອຍ.

ອົງການວັດທະນະທຳ ຂອງສະຫະປະຊາຊາດ ນີ້ ເວົ້າວ່າ ເຄື່ອງດົນຕີດຶກດຳບັນ
ແລະ ທາງດ້ານປະຫວັດສາດ ຊຶ່ງໄດ້ຂວັດໄວ້ເປັນແບບຮູບສັດ ແລະມະນຸດ ທີ່ຖືກ
ພົບເຫັນໃນຖ້ຳດັ່ງກ່າວ ໄດ້ເຮັດໃຫ້ມອງເຫັນແສງສະຫວ່າງ ກ່ຽວກັບຕົ້ນຕໍຂອງ
ຄວາມສີວິໄລ ດ້ານສີລະປະກຳ ຂອງມະນຸດສະໄໝດຶກດຳບັນ.

UNESCO World Heritage Sites
please wait

No media source currently available

0:00 0:02:43 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG