ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍກໍາປູເຈຍ ໃນລອສ ແອນຈີແລສ ຍັງທຸກຈົນ ຫຼາຍຢູ່ (ວີດີໂອ)


Unemployment, Poverty Grow Among Asian Americans in Los Angeles County
please wait

No media source currently available

0:00 0:02:37 0:00
ລິງໂດຍກົງ

ນາງ Lian Cheun ແຫ່ງອົງການຍິງສາວ ກໍາປູເຈຍ ປະຕິບັດງານ ຫຼື Khmer Girls In Action ຢູ່ເຂດ Los Angeles County, ລັດແຄລິຟໍເນຍ.

ເວລາ​ນີ້ ​ມີ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ​ອາ​ໄສ​ຢູ່​ໃນ​ເຂດ​ Los Angeles County ຫຼາຍ​ກວ່​າແຫ່ງ​ອື່ນ​ໃດ ​ໃນສະຫະລັດ. ລາຍ​ງານ​ສະບັບ​ນຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ອົງການ​ Asian Americans Advancing Justice L.A. ຫຼື ອົງການ​ຊາວເອ​ເຊຍອາ​ເມຣິກັນ​ທີ່ສົ່ງ​ເສີມ​ຄວາມ​ຍຸຕິ​ທໍາ​ ​ແຫ່ງ​ເຂດ ລອສ ​ແອນ​ຈີ​ແລັສ ພົບ​ວ່າ ຈາກ​ປີ 2000 ຫາ​ປີ 2010 ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ Los Angeles County ແທ່ນເປັນ​ກຸ່ມຊົນ​ຊາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ. ນອກ​ນີ້​ ລາຍ​ງາຍ​ຍັງ​ພົບ​ອີກ​ວ່າ ຈໍານວນ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ​ແລະເຊື້ອສາຍ​ຊາວເກາະແປ​ຊິ​ຟິກ​ໃນ​ເຂດ LA ທີ່​ບໍ່​ມີ​ວຽກ​ເຮັດງານ​ທໍາ ​ແລະ​ດໍາລົງ​ຊີວິດ​ຢູ່​ດ້ວຍ​ຄວາມທຸກ​ຈົນ​ນັ້ນ ຍັງ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​ໄປ​ເລື້ອຍໆ. Elizabeth Lee ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ກ່ຽວ​ກັບ​ຊາວ​ອາ​ເຊຍກຸ່ມນຶ່ງ ທີ່​ອາ​ໄສ​ຢູ່​ເມືອງ Long Beach ​ໃນຊານ​ນະຄອນ​ LA ລັດ​ແຄ​ລິ​ຟໍເນຍ ຊຶ່ງ​ເປັນ​ຖິ່ນ​ຢູ່​ອາ​ໄສ​ຂອງ​ປະຊາ​ຄົມ​ຊາວ​ກໍາປູ​ເຈຍ​ທີ່ໃຫຍ່​ທີ່​ສຸດ ທີ່ຢູ່​ນອກກໍາປູ​ເຈຍ. ສິງຈະ​ນໍາ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.


ຜູ້​ຄົນສ່ວນ​ໃຫຍ່ຢູ່​ໃນ​ປະ​ເທດນີ້ ​ແມ່ນ​ຈະມອງ​ບໍ່​ເຫັນການດິ້ນຮົນຕໍ່ສູ້ຂອງ​ປະຊາ​ຄົມ​ຕ່າງໆ
​ຂອງ​ຊາວ​ຕ່າງ​ດ້າວ​ຢູ່​ໃນ​ເຂດ​ Los Angeles County ​ເຊ່ນປະຊາ​ຄົມຊາວ​ກໍາປູ​ເຈຍ
ໃນ​ເມືອງLong Beach.

​Kristin Sakaguchi ນັກວິ​ໄຈ​ການ​ຄົ້ນຄວ້າ​ເວົ້າ​ວ່າ ແຕ່​ຫຼາຍໆ​ຄົນ​ທີ່​ອາ​ໄສ​ຢູ່​ທີ່​ນີ້ແມ່ນ
ບໍ່ມີລັກສະນະ​ທີ່​ຖື​ວ່າເປັນ​ສັນຍະລັກຂອງ​ຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ເອ​ເຊຍທົ່ວ​ໄປ ຊຶ່ງ
ກໍ​ຄືການ​ປັບ​ຕົວ​ເຂົ້າງ່າຍກັບສັງຄົມ​ຊາວ​ອາ​ເມຣິກັນ ​ແລະ​ຄວາມ​ສໍາ​ເລັດນັ້ນ.

ນາງ Kristin Sakaguchi ​ເວົ້າ​ວ່າ: “ປະຊາ​ຄົມ​ເຫຼົ່າ​ນີ້​ ຫຼາຍໆແຫ່ງແມ່ນຕົກ​ຢູ່ໃນ
​ສະພາບ​ທີ່ດ້ອຍ​ໂອກາດ ພໍແຕ່ຢູ່ໄປແຕ່​ລະ​ມື້​ລະ​ວັນ​ເທົ່າ​ນັ້ນ ​ແລະບໍ່​ມີ​ຄວາມ​ມຸ້ງ​
ໝາຍ ຫລື​ເປົ້າ​ໝາຍໃດໆ.”


ລາຍ​ງານ​ສະບັບ​ນຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ພົບ​ວ່າ 11 ​ເປີ​ເຊັນ​ຂອງ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​
ເຊຍຢູ່​ໃນເຂດ​ LA County ກໍ​ຄື​ນະຄອນ Los Angeles ​ແລະ​ອີກ​ຫລາຍໆ​ເມືອງ​ທີ່ຢູ່​
ອ້ອມ​ແອ້ມນັ້ນ ແມ່ນດໍາລົງ​ຊີບຢູ່ໃນຄວາມທຸກຈົນ ຊຶ່ງ​ບາງ​ກຸ່ມ​ກໍ​ແມ່ນ​ທຸກ​ຍາກ​ຫລາຍກ່ວາ​
ກຸ່ມອື່ນໆເຊັ່ນ​ຊາວ​ອາ​ເມຣິກັນເຊື້ອສາຍກໍາປູ​ເຈຍ ທີ່ 25 ເປີເຊັນ ຖື​ວ່າ​ມີ​ຖານະ​ທີ່​ທຸກຈົນ.

Lian Cheun ປະຈໍາອົງການຍິງສາວກໍາປູເຈຍປະຕິບັດງານ ຫຼື Khmer Girls in
Action ທີ່​ໃຫ້ການຊ່ວຍເຫຼືອແກ່ນັກຮຽນມັດທະຍົມເຊື້ອສາຍກໍາປູເຈຍເວົ້າວ່າ ຫຼາຍຄົນ
ບໍ່​ມີການສຶກສາ ແລະ​ເຄີຍເປັນຊາວນາຊາວສວນ ຫຼືບໍ່ກໍເປັນຄົນຫາປາມາ​ກ່ອນ ກ່ອນ
ຈະມາຕົກສະຫະລັດ.

ນາງ Cheun ເວົ້າວ່າ: “ມັນເປັນສິ່ງທີ່ຕ້ອງຫ້າມຫຼາຍ ທີ່ຈະຮູ້ສຶກວ່າພວກເຮົາ
ຍັງທຸກຈົນຢູ່ ​ໃນ​ເມື່ອ​ວ່າພວກເຮົາບໍ່​ໄດ້ຢູ່​ໃນກໍາປູເຈຍ​ແລ້ວ​ເວລານີ້. ​ເພາະສະ
ນັ້ນແລ້ວ ຈຶ່ງບໍ່ມີໃຜຢາກເວົ້າເລຶ່ອງນີ້ຫຼາຍປານໃດ.”


ຊາວກໍາປູເຈຍຫຼາຍຄົນ ມາຕົກຢູ່ໃນສະຫະລັດ ໃນຖານະ​ເປັນອົບພະຍົບ.

ນາງ Cheun ເວົ້າວ່າ: “ພວກເຮົາມາຈາກປະຫວັດສາດ​ແຫ່ງສົງຄາມແລະການ
ຂ້າລ້າງເຊື້ອຊາດ ໃນປະເທດຂອງເຮົາ ແລະປະຊາຄົມຂອງພວກເຮົາມີອັດຕາ
ຄວາມຮູ້ສຶກຫຼອກຫຼອນ ຫຼື PTSD ທີ່ສູງທີ່ສຸດຢູ່ທີ່ນີ້ ສູງກວ່າພວກນັກລົບເກົ່າ
ທັງຫຼາຍທີ່ກັບຄືນມາສະຫະລັດ ຈາກເສິກສົງຄາມ ກໍວ່າໄດ້.”


ນັກຮຽນມັດທະຍົມປາຍຊາວອາເມຣິກັນເຊື້ອສາຍກໍາປູເຈຍຄົນ​ນຶ່ງ ຄືນາງ Sokbrany
Yourk ເວົ້າວ່າ ພໍ່ແມ່ຂອງນາງບໍ່ເວົ້າ​ເຖິງເລຶ່ອງອະດີດຜ່ານມາ ແລະກໍບໍ່​ເຄີຍ​ປັບໂຕເຂົ້າ
ກັບສັງຄົມ​ອາ​ເມຣິກັນ.

ນາງ Sokbrany ​ເວົ້າ​ວ່າ: “ພໍ່​ແມ່​ຂ້ອຍ ທັງ​ສອງ​ຄົນເຮັດ​ວຽກ​ຢູ່​ໂຮງງານ​ປະກອບ​
ຊິ້ນ​ສ່ວນ ​ເປັນ​ຊາວ​ອົບ​ພະ​ຍົບຈາກ​ກໍາປູ​ເຈຍ​ນໍາ ມັນ​ຍາກ​ຫຼາຍ​ທີ່ພວກ​ເພີ່ນ​ຈະ​
ປາກ​ເວົ້າ​ພາສາ​ອັງກິດ​ໄດ້.”


ນາງ Yourk ​ເວົ້າ​ອີກ​ວ່າ ຄືກັນ​ກັບ​ເພື່ອນນັກຮຽນຮ່ວມຫ້ອງ​ດຽວ​ກັບ​ນາງ ຄອບຄົວຂອງ
​ນາງ​ຕ້ອງດິ້ນຮົນ​ເພື່ອ​ໃຫ້​ຢູ່​ລອດເພາະບໍ່​ມີ​ເງິນ​ພໍ ​ໂດຍ​ສະ​ເພາະເລຶ່ອງ​ເງິນ​ຄ່າຮໍ່າຮຽນ​
ສໍາລັບ​ນາງແລະ​ພວກ​ນ້ອງໆ​ຂອງ​ນາງອີກສາມ​ຄົນ​ນັ້ນ.

ນາງ Yourk ​ເວົ້າວ່າ: “ພວກ​ເຮົາ​ຕ້ອງ​ໄດ້​ ປະເຊີນກັບອຸບປະສັກຕ່າງໆທາງ
ການ​ເງິນ ທີ່​ເຮັດ​ໃຫ້​ລໍາບາກ​ຫຼາຍ​ສໍາລັບ​ພວກເຮົາ​ ທີ່​ຈະສະໝັກ​ເຂົ້າ​ມະຫາ
ວິທະຍາ​ໄລ ​ຫຼື​ໄປ​ຮຽນ​ຢູ່​ບ່ອນໃດທີ່​ພວກ​ເຮົາ​ຢາກ​ໄປ​ ຍ້ອນ​ວ່າ​ພວກ​ເຮົາ​ບໍ່​
ມີ​ເງິນນັ້ນ​ເອງ.”


ນາງ Yourk ​ໄດ້​ເຂົ້າຮ່ວມ​ໃນ​ໂຄງການ​ Khmer Girls In Action ​ແລະ​ປະກອບສ່ວນ​
​ໃນ​ການ​ປະ​ທ້ວງຢູ່ໃນສໍານັກງານ​ໃຫຍ່​ຂອງ​ໝວດໂຮງຮຽນ​ໃນ​ຄວາມ​ຫວັງ​ເພື່ອ​ຈະ​ປັບ
ປຸງສະພາບ​ການ​ສໍາລັບ​ນັກຮຽນ​ຢູ່​ໃນປະຊາ​ຄົມ​ຂອງ​ລາວ​ໃຫ້​ດີ​ຂຶ້ນ. ນາງ Lian Cheun​
ເວົ້າ​ວ່າ ການຊອກ​ຫາ​ເງິນ​ທຶນ ທີ່​ໂຄງການ Khmer Girls ຕ້ອງການເພື່ອມາ​ໃຊ້​ຈ່າຍ​ໃນ
ການ​ສະໜັບສະໜຸນຊຸກຍູ້​ປະຊາ​ຄົມ​ນັ້ນ ແມ່ນເປັນ​ເລຶ່ອງທີ່ທ້າ​ທາຍຢູ່.

ນາງ Cheun ​ເວົ້າ​ວ່າ: “ມີ​ຫຼາຍ​ເທື່ອ ທີ່​ພວກ​ເຮົາ​ບໍ່​ມີ​ຂໍ້​ມູນ​ພຽງພໍທີ່​ຈະມອບໃຫ້
ພວກ​ໃຫ້​ທຶນ​ ​ເພື່ອໃຊ້​ເປັນ​ເຫດຜົນ​ສໍາລັບສະໜອງຊັບພະຍາກອນ​ເພີ່ມ​ຕື່ມໃຫ້
ປະຊາ​ຄົມນັ້ນ​.”


ທີ່​ບໍ່​ມີ​ຂໍ້​ມູນ​ພຽງພໍ​ນັ້ນກໍ​ຍ້ອນວ່າ ​ແຕ່​ໃດໆ​ມາ​ແລ້ວ ​ຊາວ​ອາ​ເມ​ຣິກັນ​ເຊື້ອສາຍ​ເອ​ເຊຍທັງ​
ໝົດໄດ້​ຖືກ​ມອງ​ເຫັນ​ວ່າ​ເປັນ​ຄົນ​ກຸ່ມ​ນຶ່ງ​ກຸ່ມ​ດຽວ. ນາງ Cheun ​ເວົ້າ​ວ່າ ນາງ​ຫວັງ​ວ່າໃນ
ຕໍ່ໜ້າອົງການ​ຕ່າງໆ​ຂອງລັດຖະບານ​ຈະ​ຫລິງເຫັນ​ຄວາມ​ແຕກ​ຕ່າງ​ໃນ​ລະຫວ່າງກຸ່ມ​ຊົນ
ຊາ​ວອາ​ເມຣິກັນ​ເຊື້ອສາຍເອ​ເຊຍ ແລະ​ປ່ຽນ​ແປງວິທີ​ທີ່​ພວກ​ເຂົາ​ເຈົ້າ​ເກັບ​ກໍາ​ຂໍ້​ມູນ​. ​ແຕ່​
ແນວ​ໃດ​ກໍ​ດີ ມັນ​ກໍຈະ​ເປັນພຽງ​ບາດກ້າວ​ນຶ່ງ​ເທົ່າ​ນັ້ນ ​ໃນ​ການ​ຊ່ວຍ​ເຫຼືອ​ໃຫ້​ຊາວ​ອາ​ເມຣິ
ກັນ​ເຊື້ອສາຍກໍາປູ​ເຈຍ​ ຫລຸດພົ້ນ​ຈາກ​ຄວາມທຸກ​ຈົນ​ໄດ້.
XS
SM
MD
LG