ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຫະ​ນະ​ບໍ່​ມີ​ຄົນ​ຂັບຢູ່​ໃນ​ນ້ຳ ສາ​ມາດແລ່ນ​​ໄປ​ໄດ້ ​ຄື​ກັນ​ກັບເຮ​ືອ​ບິ​ນ ບໍ່​ມີ​ຄົນ​ຂັບ ບິນຢູ່​ໃນ​ອາ​ກາດ


LogOn: Underwater Drones Take Off Like Those in the Air
please wait

No media source currently available

0:00 0:02:01 0:00

ພະ​ຫະ​ນະ​ບໍ່​ມີ​ຄົນ​ຂັບຢູ່​ໃນ​ນ້ຳ ສາ​ມາດແລ່ນ​​ໄປ​ໄດ້ ​ຄື​ກັນ​ກັບເຮ​ືອ​ບິ​ນ ບໍ່​ມີ​ຄົນ​ຂັບ ບິນຢູ່​ໃນ​ອາ​ກາດ

ເນື່ອງ​ຈາກວ່າ ມັນສາ​ມາດເອົາຊະນະຕໍ່ສິ່ງທ້າທາຍຕ່າງໆ ​ໃນ​ການປະ​ຕິ​ບັດ​ງານຢູ່ໃນນ້ໍາໄດ້ ຍານບໍ່​ມີ​ຄົນ​ຂັບ ຫລື ໂດ​ຣນທີ່ແລ່ນ​ຢູ່ໃຕ້ນ້ໍາ ຈຶ່ງໄດ້ກາຍມາເປັນ​ສິ່ງ​ ທີ່​ມີ​ໄວ້ສຳ​ລັບພວກມັກໃຊ້ເພື່ອ​ຄວາມ​ເພີດ​ເພີນ, ພວກນັກຄົ້ນຄວ້າແລະອົງການຂອ​ງ​ລັດໄດ້​ໃຊ້​ຫລາຍ​ຂຶ້ນ. Genia Dulot ມີລາຍງານເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທີມເຈ​ຊູດ ໂຣ​ໂບ​ຕິກ​ສ໌ (Jesuit Robotics) ຊຶ່ງ​ເປັນທີມງານຫຸ່ນຍົນ ໃນໂຮງຮຽນ ມັດທະຍົມປາຍ ຈາກເມືອງຊາ​ຄ​ຣາ​ເມນ​ໂຕ (Sacramento), ລັດຄາລິຟໍເນຍ, ໄດ້ອອກແບບຍານພາຫະນະທີ່ປະ​ຕິ​ບັດ​ງານ​ໂດຍການ​ໃຊ້​ເຄື່ອງຄວບ​ຄຸມທາງໄກ ຫຼື ROV ມານານກວ່າ ນຶ່ງທົດສະວັດແລ້ວ.

ທ່ານ​ຊາ​ລີ ດຽ​ສ (Charlie Diaz), ສະມາຊິກຂອງທີມເຈ​ຊູດ ໂຣ​ໂບ​ຕິກ​ສ໌ (Jesuit Robotics) ກ່າວ​ວ່າ: "ພວກເຮົາໄດ້ພັດທະນາມືຈັບ, ກ້ອງຖ່າຍຮູບ, ລະບົບທອຍ ​ທີ່ສາມາດດັດປັບແບບ​ມີ​ສ່ວນ​ສຳ​ພັນ​ກັນໄດ້ຂອງຕົນ​ເອງ."

ຫວ່າງ​ມໍ່ໆ​ມາ​ນີ້ ທີມເຈ​ຊູດ ໂຣ​ໂບ​ຕິກ​ສ໌ ໄດ້​ວາງ​ສະ​ແດງ​ຍານບໍ່​ມີ​ຄົນ​ຂັບຫລືໂດ​ຣນ ໃຕ້​ນ້ຳ​ຂອງ​ຕົນ ​ຢູ່​ໃນ​ການ​ແຂ່ງ​ຂັນ​ຢູ່​ເມືອງລອງ​ບີ​ສ (Long Beach), ລັດຄາ​ລິ​ຟໍ​ເນຍ. ໂດຍເອີ້ນຊື່ວ່າ ມາ​ນາ​ຕີ (Manatee) ໂດ​ຣນໃຕ້ນ້ໍານີ້ ສາມາດສ້າງແຜນທີ່ ບ່ອນ​ເຮືອຫຼົ້ມ ຫຼື ເຮັດວຽກກ່ຽວກັບໂຄງການສິ່ງແວດລ້ອມຕ່າງໆໄດ້.

ທ່ານດຽ​ສ ຈາກທີມເຈ​ຊູດ ໂຣ​ໂບ​ຕິກ​ສ໌ກ່າວ​ວ່າ:
“ພວກເຮົາມີຊອບແວ ກວດຫາສິ່ງ​ຂອງ​ ໂດຍ​ໃຊ້ປັນ​ຍາ​ປະ​ດິດ ຫລື AI ແບບປັບ​ຂະ​ໜາດໄດ້ຂອງພວກເຮົາ. … ມືຈັບຢູ່​ພື້ນ​ຂອງເຮົາ ຊ່ວຍພວກເຮົາໃຫ້ຟື້ນຟູແຜ່ນ ໄຄທະເລໄດ້.”

ໂດຍ​ການ​ເສີມ​ຂະ​ຫຍາຍ​ຫລາຍ​ຢ່າງໃຫ້​ດີ​ຂຶ້ນ ເມື່ອມໍ່ໆ​ມານີ້ ໄດ້​ມີການຄົ້ນເຫັນກຳ​ປັ່ນ​ເອນ​ດູ​ແຣນ​ສ໌ (Endurance) ທີ່ຈົມຢູ່ໃຕ້ນ້ໍາທະ​ເລໃນ​ບໍ​ລິ​ເວນ​ຂົ້ວ​ໂລກ​ໃຕ້ໃນປີ 1915 ໂດຍໃຊ້​ຍານພາຫະນະ ROV. ການ​ດຳ​ເນີນຄວາມພະຍາຍາມດັ່ງກ່າວມີຄ່າ​ໃຊ້​ຈ່າຍປະມານ 10 ລ້ານໂດ​ລາ.

ແຕ່ຢ່າງໃດກໍ່ຕາມ, ROV ແມ່ນມີ​ການ​ເລີ້ມ​ໃຊ້ຊ້າ ໂດຍພວກ​ເຮັດເພື່ອ​ຄວາມ​ເພີດ​ເພີນ ຫລື ງານອະດິເລກ. ບໍລິສັດເລີ້ມ​ຕົ້ນ​ໃໝ່ ຫຼາຍບໍລິສັດກໍາລັງປ່ຽນແປງການ ອອກແບບ ແລະເພີ່ມເທັກໂນໂລຈີ ເຂົ້າໄປເພື່ອເຮັດໃຫ້ໂດ​ຣນ ສາມາດໃຊ້ວຽກຢູ່​ໃນນ້ໍາໄດ້ດີຂຶ້ນ ແລະຫຼຸດຜ່ອນຄ່າໃຊ້ຈ່າຍລົງ.

ບໍລິສັດບ​ລູ ໂຣ​ໂບ​ຕິກ​ສ໌ ທີ່​ຕັ້ງ​ຢູ່​ໃນນະ​ຄອນລອ​ສ ແອນ​ເຈີ​ລີ​ສ ເຮັດວຽກກ່ຽວກັບການ ປະ​ດິດສິ້ນສ່ວນຂອງ​ໂດ​ຣນກັນນ້ໍາ ທີ່​ແລ່ນ​ຢູ່​ໃນ​ນ້ຳ​ໄດ້ ເຊັ່ນເຄື່ອງຜັກ​ດັນທີ່ຂັບ​ເຄື່ອນ ROV ໄປໃນທິດທາງທີ່ຖືກຕ້ອງ, ແລະໄດ້ເອົ​າເຄື່ອງ​ຈັບ​ສັນ​ຍານ ຫລືເຊັນ​ເຊີ ທີ່ວັດ ແທກອຸນຫະພູມ, ຄວາມກົດດັນ ແລະຄວາມເລິກເຂົ້າ​ໄປ​ອີກ.

ທ່ານ​ຣັ​ສ​ທອມ ເຈ​ແຮງ​ເກຍ (Rustom Jehangir), ຜູ້ກໍ່ຕັ້ງແລະຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດ Blue Robotics ກ່າວ​ວ່າ: "ແທນທີ່ຈະພະຍາຍາມປົກປ້ອງເຄື່ອງ​ຈັກ​ບໍ່​ໃຫ້ນ້ໍາເຂົ້າ​, ເປັນຫຍັງພວກເຮົາ ຈຶ່ງບໍ່ ເຮັດເຄື່ອງ​ຈັກ​ກັນນ້ໍາໄດ້? ນັ້ນກໍ​ຄືການປະດິດສ້າງແທ້ໆ ໃນທີ່ນີ້.”

​ທ່ານຟ​ຣີ​ສ ສ​ຕາ (Fritz Stahr), ຜູ້ຊ່ຽວຊານດ້ານເທັກໂນໂລຈີ ໃຊ້​ໃນມະຫາສະໝຸດ ເວົ້າວ່າ ເຮືອບິນບໍ່ມີຄົນຂັບໃຕ້ນ້ຳໃໝ່ເຫຼົ່ານີ້ ບໍ່ສາມາດໄປເຖິງທະເລເລິກໄດ້ແຕ່ພວກ ມັນກໍຖືກນຳໃຊ້ໃນສະພາບທີ່ບໍ່ປອດໄພສຳລັບພວກນັກດຳນ້ຳທີ່​ເປັນມະນຸດ, ແລະໃຊ້ ໂດຍຜູ້​ມັກໃຊ້ເພື່ອ​ຄວາມ​ເພີດ​ເພີນ ຫ​ລື ນັກອະດິເລກ.

ທ່ານຟ​ຣີ​ສ ສ​ຕາ (Fritz Stahr), ກຳ​ມະ​ການຕັດ​ສິນໃນການແຂ່ງຂັນນີ້, ແລະຫົວ ຫນ້າດ້ານເທັກໂນໂລຈີຂອງບໍ​ລິ​ສັດໂອ​ເພິນ ໂອ​ຊຽນ ໂຣ​ໂບ​ຕິກ​ສ໌ (Open Ocean Robotics) ທີ່​ເປັນບໍລິສັດເທັກໂນໂລຈີທາງທະເລ ກ່າວ​ວ່າ:

"ຄວາມສາມາດສໍາລັບທຸກຄົນ ຫຼື ​ສຳ​ລັບຫຼາຍຄົນທີ່ຈະເປັນຜູ້ສຳ​ຫລວດຫາແບບນັ້ນ, ເພື່ອ​ຈະເປັນຄົນຜູ້ທີ່ເຂົ້າໃຈວ່າ ມີ​ຫຍັງເກີດຂຶ້ນໃນສະພາບແວດລ້ອມ ຢູ່ທ້ອງຖິ່ນຂອງເຂົາເຈົ້າ, ແມ່ນເປັນ​ເລື້ອງ​ສໍາຄັນແທ້ໆ."

ບໍ່ເຫມືອນກັນກັບໂດ​ຣນທາງອາກາດ, ເທັກໂນໂລຈີ ຍັງບໍ່ທັນສາ​ມາດແກ້ໄຂບັນຫາ ການສື່ສານ ຢູ່ໃຕ້ນ້ໍາໄດ້​ເທື່ອ. ສໍາລັບ​ດຽວນີ້ ໂດ​ຣນເຫຼົ່ານີ້ ແມ່ນຖືກຄວບຄຸມໂດຍ​ເຊືອກ​ຜູກໃສ່​ມັນຢູ່.

​ອ່ານ​ຂ່າວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

As they overcome the challenges of operating in water, underwater drones are becoming more available for hobbyists, researchers and public agencies. Genia Dulot reports.

Jesuit Robotics, a high school robotics team from Sacramento, California, has been designing remotely operated vehicles, or ROVs, for more than a decade.

Charlie Diaz, a member of the Jesuit Robotics team:
"We developed the grippers ourselves, the cameras, our modularly adjustable buoyancy systems.”

Jesuit Robotics recently exhibited its underwater drone at a competition in Long Beach, California. Called the Manatee, this underwater drone can map shipwrecks or work on environmental projects.

Charlie Diaz, Jesuit Robotics:
“We have our custom AI detection software. … Our bottom gripper helps us to restore seagrass beds.”

Entrancing many, the recent discovery by ROV of the Endurance, which sank in Antarctic waters in 1915. That effort cost an estimated $10 million.

ROVs have been slow to take off among hobbyists, however. Several startup companies are making design changes and adding technology to make drones work better underwater and reduce costs.

Blue Robotics, a Los Angeles firm, works on waterproofing underwater drone parts such as the thruster, which propels the ROV in the right direction, and has added various sensors measuring temperature, pressure and depth.

Rustom Jehangir is founder and CEO of Blue Robotics

Rustom Jehangir, CEO Blue Robotics: “Instead of trying to protect the motor from the water, why don’t we make a waterproof motor? That’s really the innovation here.”

These new underwater drones cannot go to the deep sea, but they are being used in conditions unsafe for human divers, and by hobbyists, says Fritz Stahr, an ocean technology expert.

Fritz Stahr, a judge at the competition, and chief technology officer at Open Ocean Robotics, a marine technology firm.

Fritz Stahr, Ocean Tech Expert:
“The ability for everybody or more people to be that explorer, to be that person who understands what’s going on in their local environment, is really important.”

Unlike aerial drones, technology has yet to solve the problem of underwater communications. For now, these drones are controlled by a tether.

XS
SM
MD
LG