ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮຽນເອົາ​ວັດ​ທະ​ນະ​ທຳອາ​ເມ​ຣິ​ກັນ ທີ່​​ມີ​ໃນ​​ລະ​ບົບການ​ຮຽນຂອງ ສ​ຫ​ລ ແມ່ນ​ສຳ​ຄັນ​ສຳ​ລັບ​ນັກ​ສຶກ​ສາ​ຕ່າງ ​ປະ​ເທດ ທີ່​ຈະ​ສຳ​ເລັດ​ການ​ຮຽນ​ໄດ້


International Students Talk About Studying in the US
please wait

No media source currently available

0:00 0:04:49 0:00

ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເວົ້າ​ເຖິງ​ການ​ຮຽນ​ຢູ່​ໃນ​ສະ​ຫະ​ລັດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ນະ​ຄອນ​ລອ​ສ ແອນ​ເຊີ​ແລ​ສ

ໃນລາຍ​ການການ​ສຶກ​ສາ​ຂອງວີ​ໂອ​ເອ​ສຳ​ລັບ​ແລງມື້ນີ້ ພ​ວກ​ເຮົາ​ຈະ​ນຳ​ເອົາ​ບົດ​ຄວາມກ່ຽວ​ກັບ​ການ​ປັບ​ຕົວ​ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ ​ໃໝ່ໃນ​ການ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ. ​ບົວ​ສະ​ຫວັນຈະສືບຕໍ່​ນຳເອົາລາ​ຍງານເລື້ອງນີ້​ ທີ່​ອີງ​ໃສ່​ບົດຂຽນ​ຂອງ Andrew Smith ທີ່​ຂຽນຢູ່​ໃນລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ​ຂອງວີ​ໂອ​ເອ ຊຶ່ງ​ມື້ນີ້​ພວກ​ເຮົາ​ຈະ​ນຳ​ເອົາພາກ​ທີ 5 ກໍ​ຄື​ພາກ​ສຸດ​ທ້າຍ​ຂອງຫົວ​ຂໍ້​ນີ້ ແລະ​ຈະເວົ້າເຖິງຄວາມ​ສຳ​ຄັນຂອງ​ການຊຶມ​ຊັບເອົາ​ວັດ​ທະ​ນະ​ທຳອາ​ເມ​ຣິ​ກັນທີ່​ສະ​ທ້ອນ​ໃຫ້​ເຫັນຢູ່​ໃນ​ສະ​ພາບ​ແວດ​ລ້ອມ ແລະ​ລະ​ບົບການ​ຮຽນການ​ສອນຢູ່​ໃນສະ​ຫະ​ລັດ ສຳ​ລັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ. ຂໍ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ໃນອັນ​ດັບ​ຕໍ່​ໄປ:

​ການ​ສຶກ​ສາ​ຄົ້ນ​ຄວ້າຫລາຍໆບັ້ນໄດ້​ພົບວ່າ ​ນັກ​ສຶກ​ສາ​ທີ່​ມາ​ຈາກ​ປະ​ເທດທີ່​ມີ​ວັດ​ທະ​ນະ​ທຳ​ອື່ນ ເຖິງ​ຈະຮຽນ​ທີ່​ເກັ່ງ ແລະ​ມີການ​ກະ​ກຽມຫລາຍ​ປານ​ໃດກໍ​ຕາມ ເມື່ອເຖິງ​ສະ​ຫະ​ລັດແລ້ວ ກໍຍັງ​ຕ້ອງ​ໄດ້​ປັບ​ຕົວ ​ບໍ່​ຫລາຍ​ກໍ​ໜ້ອຍ ​ໃຫ້ເຂົ້າ​ກັບ​ສະ​ພາບແວດ​ລ້ອມ​ຂອງກ​ານ​ຮຽນຢູ່ໃນຫ້ອງ​ຮຽນ ແລະ​ລະ​ບົບ​ຂອງມະ​ຫາ​ວິ​ທະ​ຍາ​ໄລອາ​ເມ​ຣິ​ກັນ​ໄດ້. ສະ​ນັ້ນ ເພື່ອ​ຢາກປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮຽນຢູ່​ສະ​ຫະ​ລັດ​ນັກສຶກສາຕ່າງປະເທດ ນອກ​ຈາກ​ຈະ​ກຽມ​ພ້ອມ​ຄວາມ​ຮູ້​ດ້ານວິ​ຊາ​ສະ​ເພາະ​ແລ້ວ ຍັງຕ້ອງໄດ້ເຂົ້າໃຈເຖິງສະ ພາບການ ແລະວັດທະນະທໍາຂອງ​ຄົນ​ອາ​ເມ​ຣິ​ກັນ ​ທີ່ສະ​ແດງ​ອອກ​ຢູ່ໃນ​ຫ້ອງ​ຮຽນໃນ ມະ​ຫາ​ວິ​ທະ​ຍາ​ໄລ​ອີກ​ດ້ວຍ.

ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄົ້ນ​ຄວ້າ​ບົດ​ຮຽນ​ຮ່ວມ​ກັນ​ຫລັງ​ຈາກ​ການ​ຮຽນ​ຢູ່​ໃນ​ຫ້ອງ​ຮຽນ
ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄົ້ນ​ຄວ້າ​ບົດ​ຮຽນ​ຮ່ວມ​ກັນ​ຫລັງ​ຈາກ​ການ​ຮຽນ​ຢູ່​ໃນ​ຫ້ອງ​ຮຽນ

ດຣ. ລານ ຈິນ ເປັນຜູ້ຊ່ຽວຊານດ້ານການ​ພົວ​ພັນສື່​ສານລະຫວ່າງ ຄົນ​ທີ່​ມີວັດທະນະ ທໍາແຕກ​ຕ່າງກັນ ຂອງມະຫາວິທະຍາໄລເພີ​ດູ (Purdue). ທ່ານນາງເປັນຄົນຈີນ ເຊື້ອ​ສາຍ​ເກົາຫຼີ ແລະໄດ້ອາໄສທັງຢູ່​ໃນຈີນ ແລະສະຫະລັດ. ກ່ອນທີ່ຈະໄປເຮັດວຽກ ຢູ່ໃນມະຫາວິທະຍາໄລເພີ​ດູນັ້ນ ທ່ານນາງ​ເຄີຍເປັນນັກສຶກສາ ຕ່າງປະເທດຢູ່ມະ​ຫາ​ວິ​ທະ​ຍາ​ໄລແຫ່ງນັ້ນມາ​ແລ້ວ. ໂດຍ​ອີ​ງ​ໃສ່ປະສົບການຂອງ​ຕົນ​ເອງໃນ​ການເປັນນັກສຶກ ສາຕ່າງປະເທດ ທ່ານນາງ​ໃຫ້​ຄຳເ​ຫັນວ່າ ການ​ຮຽນຮູ້ ແລະ​ເຂົ້າ​ໃຈຢ່າງເລິກເຊິ່ງ ກ່ຽວກັບສະພາບແວດ​ລ້ອມ​ຂອງ​ການ​ຮຽນ ໃນ​ມະ​ຫາ​ວິ​ທະ​ຍ​ໄລທີ່ຕົນ​ຮຽນຢູ່ນັ້ນ ແມ່ນ​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນສຳ​ລັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ທີ່​ຈະ​ປະ​ສົບ​ຜົນສຳ​ເລັດໄດ້. ທ່ານ​ນາງ​ຂຽນ​ຫາ​ວີໂອ​ເອ​ວ່າ ​ການ​ມີ​ເພື່ອນ​ທີ່​ເປັນ​ນັກ​ສຶກ​ສາ​ມາ​ຈາກ​ປະ​ເທດ​ອື່ນ ເປັນ​ສິ່ງ​ທີ່​ສຳ​ຄັນ ແຕ່ທ່ານ​ນາງບອກວ່າ ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ ຄວນຈະພະ​ຍາ​ຍາມ “ໃຫ້​ຫລາຍ​ທີ່​ສຸດ ໃນ​ການ​ຫາ​ເວ​ລາ​ໄປຢູ່​ກັບ​ກຸ່ມ​ນັກ​ສຶກ​ສາ​ອາ​ເມ​ຣິ​ກັນ ​ເພື່ອ​ຈະ​ໄດ້ຮຽນ​ຮູ້​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ.”

ທ່ານ​ນາງ​ຈິນ ເວົ້າວ່າໃນສະຫະລັດນັ້ນ ນັກສຶກສາ ສາມາດພົບກັບອາຈານເປັນການ ສ່ວນຕົວ ແລະໂອ້​ລົມກັບອາ​ຈານກ່ຽວກັບຄວາມຫຍຸ້ງຍາກໃດໆ ທີ່ເຂົາເຈົ້າປະ​ເຊີນຢູ່​ໃນການຮຽນ ຂອງເຂົາເຈົ້າໄດ້. ​ສິ່ງນີ້ ແມ່ນແຕກຕ່າງ ໄປຈາກບາງວັດທະນະທໍາ ທີ່ມີ ຄວາມຫຍຸ້ງຍາກຫຼາຍ ສໍາລັບນັກສຶກ​ສາທີ່ຈະພົບກັບອາຈານໄດ້.

ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.
ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.

ວິທະຍາໄລ ແລະມະຫາວິທະຍາໄລໃນອາເມຣິກາ ຍັງໃຫ້ຄໍາປຶກສາສໍາລັບນັກຮຽນ, ລວມທັງການບໍລິການ ໃຫ້ຄໍາປຶກສາໃນທາງ​ອອນ​ລາຍ​ນ໌. ທ່ານ​ນາງ​ຈິນ ອະທິບາຍວ່າ ບາງຄັ້ງ ການ​ເຮັດ​ແນວນີ້ແມ່ນທາງເລືອກທີ່ດີ ສໍາລັບນັກສຶກສາຕ່າງປະເທດທີ່ກັງ ວົນໃຈວ່າ ​ຈະ​ຖືກມອງ​ໄປໃນແງ່ລົບ ເມື່ອພວກເຂົາຊອກຫາຄໍາປຶກສາດ້ານສຸຂະພາບ ຈິດ.

ທ່ານ​ນາງ​ຈິນ ແນະນໍານັກສຶກສາຕ່າງປະເທດວ່າ ໃຫ້ເອົາຕົນເອງເຂົ້າ​ໄປຊຶມ​ຊັບ ຫລື ມີສ່ວນຮ່ວມ ຢ່າງເລິກເຊິ່ງ ໃນວັດທະນະທໍາທ້ອງຖິ່ນ. ທານ​ນາງກ່າວວ່າ: "ມີໂອກາດ ແລະຊັບພະຍາກອນອັນຫລາກຫລາຍ​ ໄວ້​ໃຫ້​ເຮັດ​ແນວນນັ້ນໄດ້ຢູ່ໃນມະ ຫາວິທະຍາ ໄລຂອງສະຫະລັດ. ອອກໄປ​ຄົ້ນ​ຫາ, ໄປ​ເຂົ້າ​ຮ່​ວມ ແລະມ່ວນຊື່ນນຳ. ຈົ່ງຈຳໄວ້ວ່າ ຊ່ວງເວລານີ້ໃນຊີວິດຂອງທ່ານ ແມ່ນເປັນຕົວແທນຂອງໂອກາດທີ່ແທ້ຈິງ. ສະ​ນັ້ນ ໃຊ້ໃຫ້​ເປັນປະໂຫຍດສູງສຸດ.”

ທ່ານ​ນາງ​ບາ​ຣອນ ຈາກມະ​ຫາ​ວິ​ທະ​ຍາ​ໄລ​ແວນ​ເດີ​ບິດ (Vanderbilt) ກ່າວວ່າ ນັກ ຮຽນໄດ້ຮັບຜົນປະໂຫຍດຫລາຍ ເມື່ອພວກເຂົາເຈົ້າມີທັດສະນະຄະ​ຕິ ທີ່ເປີດກວ້າງ. ການເປີດໃຈ ໝາຍເຖິງການມີແນວໂນ້ມທີ່ຈະລອງສິ່ງໃໝ່ໆ ແລະເວົ້າກັບຄົນທີ່​ມາ​ຈາກຫຼາກຫຼາຍວັດ​ທະ​ນະ​ທຳ. ໂດຍ​ການ​ເຮັດ​ເຊັ່ນນີ້, ທ່ານນາງເວົ້າວ່າ, "ສະພາບການທັງຫມົດ ໄດ້ກາຍມາເປັນຫ້ອງຮຽນຂອງເຂົາເຈົ້າ. ນັບ​ແຕ່ເວລາທີ່ເຂົາເຈົ້າເຂົ້າ​ໄປ​ຊຶມ​ຊັບ ໂອກາດທີ່ຈະຮຽນຮູ້ແມ່ນເກີດ​ຂຶ້ນ​ຢູ່​ແລ້ວ.”

ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນ​ສະ​ຫະ​ລັດ ທີ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ ສະ​ຫະ​ລັດ
ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໃນ​ສະ​ຫະ​ລັດ ທີ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ ສະ​ຫະ​ລັດ

ສະຫລຸບ​ແລ້ວ ​ນັກ​ສຶກ​ສາ​ຕ່າງ​ປະ​ເທດໂດຍ​ສະ​ເພາະ​ຜູ້​ທີ່​ມາ​ຈາກວັດ​ທະ​ນະ​ທຳ​ທີ່ບໍ່ຄຸ້ນ ເຄີຍ ​ກັບສະ​ພາບ ແລະ​ລະ​ບົບ​ການ​ຮຽນ​ໃນ​ສະ​ຫະ​ລັດ ທີ່​ຮຽກ​ຮ້ອງ​ໃຫ້ທຸກ​ຄົນມີ​ການ​ສົນ​ທະ​ນາ​ໂຕ້​ຕອບ​ກັນກັບ​ເພື່ອນຮ່ວມ​ຫ້ອງຮຽນ ຫລື​ກັບ​ອາ​ຈານຈະ​ຕ້ອງ​ໄດ້ປັບ​ຕົວ ຢ່າງຫຼວງ​ຫລາຍເຂົ້າ​ກັບ​ສະ​ພາບແວດ​ລ້ອມ​ໃນ​ຫ້ອງ​ຮຽນ​ໃໝ່​. ເພື່ອ​ຈະ​ເຮັດ​ໄດ້​ເຊັ່ນ​ນັ້ນ ​ນອກ​ຈາກ​ການ​ກະ​ກຽມ​ດ້ານ​ພາ​ສາ​ ແລະ​ຄວາມ​ຮູ້​ທາງວິ​ຊາ​ສະ​ເພາະ​ແລ້ວ ນັກ​ສຶກ​ສາ​ຕ່າງ​ປະ​ເທດ ກໍ​ຍັງ​ຕ້ອງ​ໄດ້​ຮຽນ​ຮູ້​ວັດ​ທະ​ນະ​ທຳອາ​ເມ​ຣິ​ກັນບໍ່​ຫລາຍ​ກໍ​ໜ້ອຍ.

XS
SM
MD
LG