ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ໃຫ້​ການ​ເຄົາ​ລົບ ​ຕ​ໍ່​ອົງ​ການ​ຂ່າວ ແຕ່​ບໍ່​ແມ່ນ​ການ​ເຂົ້າ​ເຖິງ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລີ​ຕອບ​ເຕີ້ ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 11 2022 ທີ່​ວໍ​ຊິງ​ຕັນ.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລີ​ຕອບ​ເຕີ້ ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 11 2022 ທີ່​ວໍ​ຊິງ​ຕັນ.

“ຂ້າ​ພະ​ເຈົ້າ​ບໍ່​ຄວນ​ທີ່​ຈະ​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ເວ​ລານີ້.” ນັ້ນ​ແມ່ນ​ການ​ກ່າວ​ປ້ອງ​ກັນ ​ທີ່​ເຄີຍ​ໄດ້​ຍິນ​ມາ​ແລ້ວ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ຂະ​ນະ​ທີ່​ທ່ານ​ຍ່າງ​ໜີ​ ບໍ່​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວໃນ​ຕອນ​ທ້າຍ​ຂອງການ​ກ່າວ​ຄຳ​ປາ​ໄສ​ທີ່​ວາງ​ແຜນ​ໄວ້​ແລ້ວ.

ມັນ​ເປັນ​ການ​ຫຼີກ​ລ້ຽງ ຊຶ່ງ​ບາງ​ທີ​ອາດເປັນ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ ໃນ​ການ​ໂຕ້​ຕອບ ກັນ​ຢ່າງ​ຂຸ້​ນ​ຂ້ຽວ​ຂອງ​ສື່ມວນ​ຊົນທີ່​ເຄີຍ​ມີ​ມາ​ກັບ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ. ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ມັກ​ຈະ​ກ່າວ​ເປັນ​ປະ​ຈຳ​ວ່າ​ ພວກ​ນັກ​ຂ່າວແມ່ນ​ຜູ້​ສ້າງ “ຂ່າວ​ປອມ” ແລະ “ສັດ​ຕູ​ຂອງ​ປະ​ຊາ​ຊົນ​.” ແຕ່​ແນວ​ໃດ​ກໍ​ຕາມ ຄວາມ​ບໍ່​ພໍ​ໃຈ​ແມ່ນ​ມີ​ເພີ້ມ​ຂຶ້ນ ກ່ຽວ​ກັບ​ການ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ຄະ​ນະ​ເຮັດ​ວຽກ​ຂອງ​ລັດ​ຖະ​ບານ​ທ່ານ ຊຶ່ງ​ໄດຶ້​ປະ​ກາດ​ວ່າ ເປັນ​ລັດ​ຖະ​ບານ​ທີ່​ໂປ່ງ​ໃສ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ.

ຄວາມ​ບໍ່​ພໍ​ໃຈ​ເຫຼົ່າ​ນັ້ນ ແມ່ນ​ມີ​ລາຍ​ລະອຽດ​ຢູ່​ໃນ​ການ​ຄົ້ນ​ຄວ້າ​ເດືອນນີ້ ໃນ​ລາຍ​ງານ​ທີ່​ມີ​ຂຶ້ນ​ຕ່າງ​ຫາກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທາວ​ສັນແລະ​ໂຄງ​ການ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ທຳ​ນຽບ​ຂາວ ຕະ​ຫຼອດ​ທັງ​ຄະ​ນະ​ກຳ​ມະ​ການ​ປົກ​ປ້ອງ​ນັກ​ຂ່າວ​ຫຼື CPJ.

ໃນ​ຕອນ​ທ້າຍ​ຂອງ​ການ​ດຳ​ລົງ​ຕຳ​ແໜ່ງປີທຳ​ອິດ​ຂອງ​ທ່ານນັ້ນ ທ່ານ​ໄບ​ເດັນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ 9 ເທື່ອ ໜ້ອຍກວ່າ​ປະ​ທາ​ນາ​ທິ​ບໍ​ດີ​ ທີ່​ເຄີຍ​ເຂົ້າ​ດຳລົງ​ຕຳ​ແໜ່ງ​ຫ້າ​ຄົນ ​ກ່ອນ​ທ່ານ ພາຍ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອີງ​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ​ທາວ​ສັນແລະ​ໂຄງ​ການ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ທຳ​ນຽບ​ຂາວ. ທ່ານ​ໄດ້​ເຂົ້າ​ຮ່ວມ ​ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ 22 ເທື່ອ ໜ້ອຍກວ່າປະ​ທາ​ນາ​ທິ​ບໍ​ດີ​ທີ່​ເຄີຍ​ເຂົ້າ​ຮັບ​ຕຳ​ແໜ່ງ 6 ຄົນ​ກ່ອນ​ທ່ານ.

ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂ​າວ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈັນ ຊາ​ກິ ໄດ້​ໂຕ້​ແຍ້ງ ​ໃນ​ການບໍ່​ຢາກພົວ​ພັນ​ກັບ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ.

ທ່ານ​ນາງ​ຊາ​ກິ ໄດ້​ກ່າວ​ໃນ​ການ​ຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ​ວ່າ “ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ໄດ້​ເຫັນ​ທ່ານ​ຕອບ​ຄຳ​ຖາມ​ຕ່າງໆ​ຢູ່​ແລ້ວ. ນັ້ນ​ແມ່ນ​ສິ່ງ​ສຳ​ຄັນ ​ໃນ​ການ​ພົວ​ພັນ​ກັບ​ວົງ​ການ​ຂ່າວ ແລະ​ສາ​ທາ​ລະ​ນະ​ຊົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG