ລິ້ງ ສຳຫລັບເຂົ້າຫາ

logo-print

ສະພາບຊີວິດ ການເປັນຢູ່ ໃນເຂດຊົນນະບົດ ແລະຕົວເມືອງ ແຕກໂຕນກັນຫຼາຍຂຶ້ນ ໃນລາວ


ແມ່ຍິງ ແລະ ລູກນ້ອຍຈາກຄອບຄົວ ທີ່ທຸກຍາກໃນເຂດຊົນນະບົດຂອງ ລາວ.

ການພັດທະນາ ທີ່ບໍ່ດຸ່ນດ່ຽງໃນ ລາວ ເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ
ໃນເຂດຕົວເມືອງກັບຊົນນະບົດ ແຕກໂຕນກັນຫຼາຍຂຶ້ນ ສ່ວນການປະຕິບັດແຜນການ
ຂອງລັດຖະບານ ກໍຍັງມີປະສິດທິພາບຕໍ່າ.

ທ່ານ ທອງດີ ຈັນທະວົງ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງສາລະວັນ ໄດ້ປະ
ກອບຄວາມຄິດເຫັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວ ຊຸດ
ທີ 8 ທີ່ກຳລັງດຳເນີນກອງປະຊຸມ ໃນລະຫວ່າງວັນທີ 20 ພະຈິກ ຫາ 21 ທັນວາ ນີ້ ວ່າ
ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດທີ່ບໍ່ດຸ່ນດ່ຽງໃນ ລາວ ໄດ້ເປັນຜົນ
ເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕົວເມືອງ ແລະ ຊົນນະບົດມີ
ການແຕກໂຕນກັນ ຫຼາຍຂຶ້ນໃນທຸກດ້ານ ໂດຍສະເພາະແມ່ນການແຕກໂຕນກັນ ໃນ
ດ້ານລາຍຮັບ ແລະການເຂົ້າເຖິງໂຄງລ່າງພື້ນຖານຕ່າງໆນັ້ນ ດັ່ງທີ່ທ່ານ ທອງດີ ໄດ້ໃຫ້
ການຢືນຢັນວ່າ

“ການພັດທະນາ ລະຫວ່າງ ຕົວເມືອງກັບຊົນນະບົດ ໂດຍສະເພາະເຂດຫ່າງໄກສອກ
ຫຼີກຍັງຢາກຫຼຸດໂຕນກັນ ໂຕເມືອງເຮົາສິເຫັນວ່າພັດທະນາຫຼາຍ ປ່ຽນແປງຫຼາຍ ແຕ່
ວ່າເຂດຫ່າງໄກສອກຫຼີກທຸກຍາກ ເສັ້ນທາງຫັ້ນ ຍັງຄືເກົ່າ ການສ້າງຖານລາຍຮັບຈາກ
ການຜະລິດກະສິກຳ ບໍ່ມີສິ່ງຮອງຮັບ ນັ້ນກະຄືຕະຫຼາດທີ່ມີການປຸງແຕ່ງ ທີ່ມີການເພີ່ມ
ມູນຄ່າ.”

ທາງດ້ານທ່ານ ບຸນລອດ ອ່ອນພະຈັນ ສະມາຊິກສະພາແຫ່ງຊາດລາວຈາກແຂວງ
ອຸດົມໄຊ ຢືນຢັນວ່າ ການຂະຫຍາຍລະບົບສາຍສົ່ງກະແສໄຟຟ້າ ໄດ້ໄປເຖິງປະຊາຊົນ
ໃນເຂດຊົນນະບົດແລ້ວ ຫາກແຕ່ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຂອງປະ
ຊາຊົນ ໃນເຂດຊົນນະບົດນັ້ນ ກໍເຮັດໃຫ້ພວກເຂົາເຈົ້າ ຍັງບໍ່ມີໂອກາດໄດ້ຊົມໃຊ້ໄຟຟ້າ
ຈົນເຖິງປັດຈຸບັນນີ້ ເພາະບໍ່ມີເງິນສຳລັບເປັນຄ່າໃຊ້ຈ່າຍ ໃນການຕໍ່ສາຍໄຟຟ້າເຂົ້າ
ເຮືອນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ປະຊາຊົນ ໄດ້ພາກັນຝາກຄວາມຫວັງໄວ້ວ່າ ລັດຖະບານ
ຈະໃຫ້ການຊ່ວຍເຫຼືອ ໃນການອອກຄ່າໃຊ້ຈ່າຍໃຫ້ກ່ອນ ແລ້ວຄ່ອນຜ່ອນຄືນໃນພາຍຫຼັງ
ດັ່ງທີ່ທ່ານ ບຸນລອດ ໄດ້ໃຫ້ການຢືນຢັນວ່າ:

“ປະຊາຊົນຝາກຄວາມຫວັງວ່າ ຂໍໃຫ້ລັດຖະບານລົງທຶນກ່ອນໄດ້ບໍ່? ໃນການຕໍ່ໄຟຟ້າ
ເຂົ້າຄົວເຮືອນ ປະຊາຊົນບໍ່ມີຄວາມສາມາດຈະຕໍ່ໄດ້ບາດດຽວ ພາຍຫຼັງຕໍ່ແລ້ວ ຂໍຊຳລະ
ເປັນງວດເປັນເດືອນ ຕາມຄວາມສາມາດການຜະລິດຂອງປະຊາຊົນ ຜ່ານການຕໍ່ເຂົ້າ
ຄົວເຮືອນນຶ່ງ ກໍປະມານ 3 ຫາ 4 ລ້ານ ເອີ່ໄຟຟ້າຫັ້ນຮອດແລ້ວ ປະຊາຊົນບໍ່ສາມາດຕໍ່
ເຂົ້າໄດ້.”

ທາງດ້ານທ່ານ ບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດລາວ ຖະແຫຼງຜົນການກວດກາການຈັດຕັ້ງ
ປະຕິບັດແຜນການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາຊົນບັນດາເຜົ່າ
ໃນຊົນນະບົດໃນໄລຍະຜ່ານມາ ວ່າ ການຈັດຕັ້ງປະຕິບັດຂອງລັດຖະບານ ລາວ ຍັງມີ
ປະສິດທິພາບຕໍ່າໃນທຸກໆດ້ານ ໂດຍສະເພາະແມ່ນບັນຫາດ້ອຍປະສິດທິພາບຂອງ
ໜ່ວຍງານ ແລະ ພະນັກງານນັ້ນ ໄດ້ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນຂອງປະຊາ
ຊົນ ລາວ ດຳເນີນໄປໄດ້ຢ່າງຊັກຊ້າທີ່ສຸດ ທັງຍັງຂາດເອກະພາບອີກດ້ວຍ.

ທ່ານ ບຸນປອນ ຢືນຢັນດ້ວຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ
ແລະ ຂອງລັດຖະບານ ລາວ ໃນປີ 2018 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນ
ເກືອບທຸກດ້ານ ເຊັ່ນການເຂົ້າເຖິງຫຼັກປະກັນ ດ້ານສຸຂະພາບຂອງປະຊາຊົນ ລາວ
ສາມາດຈັດຕັ້ງປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້
ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງໝົດ ສ່ວນສະພາບຊີວິດການເປັນຢູ່ ຂອງ
ປະຊາຊົນໃນເຂດຕົວເມືອງກັບຊົນນະບົດ ມີການແຕກໂຕນກັນຫຼາຍຂຶ້ນ ໂດຍຈະເຫັນ
ໄດ້ຢ່າງຊັດເຈນຈາກອັດຕາຄວາມຍາກຈົນ ຂອງປະຊາຊົນ ລາວ ໃນເຂດນະຄອນຫຼວງ
ວຽງຈັນ ຍັງເຫຼືອພຽງ 1 ເປີເຊັນເທົ່ານັ້ນ ໃນຂະນະທີ່ຄວາມຍາກຈົນຢູ່ແຂວງສາລະວັນ
ຍັງສູງເຖິງ 49.8 ເປີເຊັນ.

ສ່ວນສະພາເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ລາຍງານວ່າ ລັດຖະບານ
ລາວ ຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ທີ່ເປັນເກນມາດຕະຖານໃນການຫຼຸດ
ພົ້ນອອກຈາກສະຖານະພາບດ້ອນພັດທະນາ ໂດຍເມື່ອປະເມີນການຈັດຕັ້ງປະຕິບັດດັ່ງ
ກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ລາວຈະສາມາດຫຼຸດພົ້ນຈາກສະພາບດ້ອຍພັດທະນາ
ໄດ້ໃນປີ 2024 ໂດຍເງື່ອນໄຂທີ່ລັດຖະບານ ລາວ ຈັດຕັ້ງປະຕິບັດໄດ້ແລ້ວ ກໍຄືເກນ
ມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຊຶ່ງສະຫະປະຊາຊາດ
ກຳນົດໄວ້ທີ່ລະດັບ 1,242 ໂດລາຕໍ່ຄົນ ແລະ ລັດຖະບານລາວ ຈັດຕັ້ງປະຕິບັດໄດ້ແລ້ວ
1,996 ຕໍ່ຄົນ ແລະ ດັດສະນີຊັບສິນມະນຸດ (HAI) ທີ່ສະຫະປະຊາຊາດ ໄດ້ກຳນົດໄວ້ ທີ່
ອັດຕາສະເລ່ຍ 66 ເປີເຊັນ ໂດຍລັດຖະບານລາວ ຈັດຕັ້ງປະຕິບັດໄດ້ແລ້ວທີ່ອັດຕາສະ
ເລ່ຍ 72.8 ເປີເຊັນ ຍັງເຫຼືອພຽງດັດສະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່
ສະຫະປະຊາຊາດກຳນົດໃຫ້ຕໍ່າກວ່າ 32 ເປີເຊັນ ແຕ່ລັດຖະບານ ລາວ ຍັງສາມາດຈັດ
ຕັ້ງປະຕິບັດໄດ້ລະດັບ 33.7 ເປີເຊັນໃນປັດຈຸບັນນີ້.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG