ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິ້ງຊອມ ຂອງ ອົງ​ການ ສ​ປ​ຊ ຕ້ອງຕິ ຫວຽດນາມ ກ່ຽວກັບ ການກົດຂີ່ໜີບເຕັງ ແລະ ການປະຕິບັດຜິດ ຕ່າງໆ


ພວກຕຳຫລວດພາກັນນັ່ງຢູ່ຫລັງລົດຂົນສົ່ງຄັນນຶ່ງ ຢູ່ຮ່າໂນ່ຍ ຫວຽດນາມ ວັນທີ 1 ມີນາ ປີ 2019.
ພວກຕຳຫລວດພາກັນນັ່ງຢູ່ຫລັງລົດຂົນສົ່ງຄັນນຶ່ງ ຢູ່ຮ່າໂນ່ຍ ຫວຽດນາມ ວັນທີ 1 ມີນາ ປີ 2019.

ກຸ່ມສິ້ງຊອມກຸ່ມນຶ່ງຂອງສະຫະປະຊາຊາດ ປະນາມອັນທີ່ຕົນເອີ້ນວ່າ ການກົດຂີ່ຂົ່ມ
ເຫັງຂອງຫວຽດນາມ ຕໍ່ເສລີພາບຂັ້ນພື້ນຖານແລະການລະເມີດຢ່າງຮ້າຍກາດຕໍ່ສິດທິ
ມະນຸດ ອັນມີລວມທັງການທໍລະມານແລະການປະຫານຊີວິດຍ້ອນອາຊະຍາກຳທີ່ຜິດ
ຕໍ່ກົດໝາຍສາກົນ. ຄະນະກຳມາທິການດ້ານສິດທິມະນຸດຂອງສະຫະປະຊາຊາດທີ່
ຕິດຕາມເບິ່ງ ການປະຕິບັດຂໍ້ຕົກລົງລະຫວ່າງຊາດ ດ້ານສິດທິພົນລະເຮືອນແລະດ້ານ
ການເມືອງໄດ້ສັນລະສູດເບິ່ງ ປະຫວັດຂອງຫົກປະເທດ ລວມທັງຫວຽດນາມນຳ ໃນໄລ
ຍະຫຼັງສຸດນີ້ ດັ່ງ Lisa schein ລາຍງານມາຈາກ ນະຄອນເຈນິວາ ຊຶ່ງ ສາລີ ຈະສະ
ເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ຄະນະກຳມາທິການດ້ານສິດທິມະນຸດ ໄດ້ຍ້ອງຍໍຢ່າງເຕັມທີ່ ສຳລັບຜົນສຳເລັດດ້ານ
ເສດຖິດຂອງຫວຽດນາມ ແຕ່ໄດ້ມີການຕ້ອງຕິຢ່າງຫລວງຫລາຍ ຕໍ່ລະບົບການປົກຄອງ
ທີ່ບໍ່ຖືກຕ້ອງ. ຄະນະດັ່ງກ່າວມີຄວາມເປັນຫ່ວງ ກ່ຽວກັບການທັບມ້າງ ທີ່ມີທະວີຂຶ້ນ
ຢ່າງໃຫຍ່ຕໍ່ພວກປົກປ້ອງສິດທິມະນຸດ.

ທ່ານນາງ Marcia Kran ສະມາຊິກຜູ້ນຶ່ງຂອງຄະນະກຳມາທິການດັ່ງກ່າວເວົ້າວ່າ
ພວກປົກປ້ອງຄຸ້ມຄອງສິດທິມະນຸດ ຖືກຮາວີລົບກວນ ຖືກໂຈມຕີ ແລະຖືກຫ້າມ ບໍ່ໃຫ້
ປາກເວົ້າກັບຜູ້ໃດ ເວລາຖືກຄຸມຂັງຢູ່ ກ່ອນການພິຈາລະນາຄະດີ. ທ່ານນາງກ່າວວ່າ ບາງຄົນຖືກຕັດສີນຈຳຄຸກເປັນເວລາດົນນານ ຍ້ອນຂໍ້ກ່າວຫາທີ່ບໍ່ຈິງ ແລະບາງຄົນກໍ
ໄດ້ຮັບການດູແລແບບບໍ່ດີ ເວລາຖືກຂັງຢູ່.

ຄວາມເປັນຫ່ວງອີກດ້ານນຶ່ງກໍຄື ການຕັດສີນປະຫານຊີວິດ ທີ່ມີຢ່າງຫລວງຫລາຍໃນ
ຫວຽດນາມ. ຄະນະກຳມາທິການດັ່ງກ່າວ ໄດ້ຮັບລາຍງານວ່າ 85 ເປີເຊັນ ແມ່ນໄດ້ຖືກ
ປະຫານຊີວິດໃນປີກາຍນີ້. ທ່ານນາງ Kran ສັງເກດວ່າ ອາຊະຍາກຳຕ້ານລັດ ອາຊະ
ຍາກຳ ທີ່ພົວພັນກັບຢາເສບຕິດ ນຳເລື້ອງເສດຖະກິດ ແລະເລື້ອງອື່ນໆ ແມ່ນຈະຖືກ
ໂທດເຖິງຕາຍ. ທ່ານນາງ Kran ເວົ້າວ່າ: “ເພາະສະນັ້ນສະພາບການກໍຄືວ່າ ຈຳນວນ
ແລະຜູ້ຄົນ ທີ່ຖືກຕັດສີນປະຫານຊີວິດ ແມ່ນຈະບໍ່ຖືກເປີດເຜີຍ ໂດຍພວກເຈົ້າໜ້າທີ່ ຊຶ່ງໝາຍຄວາມວ່າ ແມ່ນອາດເປັນໄປໄດ້ວ່າ ພວກທີ່ບໍ່ພໍໃຈທັງຫລາຍ ຈະຕົກເປັນເປົ້າ
ໝາຍແລະຖືກຕັດສີນ ໂດຍທີ່ບໍ່ມີການດຳເນີນຄະດີ. ບາງຄົນກໍໄດ້ຕາຍໄປ ໃນຂະນະ
ທີ່ຖືກຄຸມຂັງຢູ່ ແລະພວກເຮົາໄດ້ຍິນລາຍງານຕໍ່ມາ ໂດຍພວກເຈົ້າໜ້າທີ່ ວ່າເຂົາເຈົ້າຂ້າ
ຕົວເອງຕາຍ.

ຄະນະຜູ້ຊ່ຽວຊານດ້ານສິດທິມະນຸດພາກັນຮຽກຮ້ອງໃຫ້ຢຸດເຊົາ ຫລືລົບລ້າງທັນທີ ການ
ລົງໂທດແບບປະຫານຊີວິດນີ້.

ຄະນະກຳມາທິການພົບເຫັນວ່າ ລັດຖະບານຫວຽດນາມ ພວມທຳຄວາມກ້າວໜ້າໃນ
ການຜ່ານຮ່າງກົດໝາຍໃໝ່ຢູ່. ທ່ານນາງ Kran ບອກວີໂອເອວ່າ ໄດ້ມີການຜ່ານຮ່າງ
ກົດໝາຍຫລາຍມາດຕາ ທີ່ປາກົດວ່າ ເປັນການປ້ອງກັນສິດທິມະນຸດ ຊຶ່ງທ່ານນາງ
ເວົ້າວ່າ: “ໄດ້ມີກົດໝາຍໃໝ່ກ່ຽວກັບການຄ້າຂາຍມະນຸດ ທີ່ຫ້າມບໍ່ໃຫ້ມີການບັງຄັບໃຊ້
ແຮງງານ. ຄວາມຈິງ ໃນປີ 2017 ໄດ້ມີມາດຕາດັດແປງກ່ຽວກັບການຊ່ອຍເຫຼືອດ້ານ
ກົດໝາຍ. ເພາະສະນັ້ນມັນຈຶ່ງເປັນການຂະຫຍາຍອອກ ບັນຊີຂອງພວກທີ່ຈະໄດ້ຮັບ
ການຊ່ອຍເຫລືອ ທາງກົດໝາຍຫລາຍຂຶ້ນ. ນອກນັ້ນ ມັນຍັງມີຂໍ້ດັດແປງ ກ່ຽວກັບກົດ
ໝາຍແພ່ງແລະການດຳເນີນທາງອາຊະຍາກຳເລື້ອງສິດທິເຂົ້າເຖິງສະພາໃນທຸກຂັ້ນ
ຕອນຂອງການດຳເນີນຄະດີອາຍານຳ.

ທ່ານນາງ Kran ກ່າວວ່າ ຂອບເຂດວຽກງານດ້ານກົດໝາຍສະແດງໃຫ້ເຫັນວ່າ ມີບາງ
ຢ່າງ ທີ່ມີການປັບປຸງໃນເຈ້ຍສໍ. ແຕ່ບໍ່ເປັນຈັ່ງໂຊກ ນາງໃຫ້ຂໍ້ສັງເກດວ່າ ກົດໝາຍດັ່ງ
ກ່າວ ບໍ່ຖືກນຳມາໃຊ້ໃນພາກປະຕິບັດ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG