ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານເນຕັນຢາຮູ ເອົາບາດກ້າວ ທາງການທູດ ຕໍ່ປະເທດ ສະເໜີ ຮ່າງຍັດຕິ


ເຂດຕັ້ງບ້ານໃໝ່ Amona ທີ່ບໍ່ໄດ້ຮັບການອະນຸມັດ ໃນເຂດຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ ແນມເບິ່ງຈາກ ເມືອງ Ramallah. (16 ພະຈິກ 2016)​
ເຂດຕັ້ງບ້ານໃໝ່ Amona ທີ່ບໍ່ໄດ້ຮັບການອະນຸມັດ ໃນເຂດຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ ແນມເບິ່ງຈາກ ເມືອງ Ramallah. (16 ພະຈິກ 2016)​

ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu​ ​ໄດ້​ເອົາ​ບາດກ້າວ ​ທາງ​ດ້ານ​ການ​ທູດ​ຕໍ່​ປະ​ເທດ​ຕ່າງໆ ທີ່​ເປັນ​ຜູ້​ຮ່ວມ​ສະ​ເໜີຍັດຕິ​ຕໍ່​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຕໍ່ຕ້ານການ​ຕັ້ງບ້ານ​ໃໝ່​ຂອງ​ຊາວ​ຢິວໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນແລະ​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະຄອນ​ເຈຣູຊາ​ແລັມຊຶ່ງ​ຊາວ​ປາ​ແລ​ສ​ໄຕ​ນ໌ຢາກ​ຈະ ຕັ້ງ​ເປັນ​ນະຄອນຫຼວງຂອງ​ປະ​ເທດ ໃນ​ອະນາຄົດ​ນັ້ນ.

ທ່ານ Netanyahu ​ໃນ​ວັນ​ເສົາ​ມື້ນີ້ ​ໄດ້​ສັ່ງ​ໃຫ້​ເອກ​ອັກຄະ​ລັດຖະທູດ​ຂອງ​ອິສຣາແອ​ລປະ ຈຳ​ນິວ​ຊີ​ແລນ ​ແລະ​ເຊ​ເນ​ກາລ ກັບ​ຄືນ​ປະ​ເທດ​ເພື່ອ​ປຶກສາ​ຫາລື​.

ການ​ລົງ​ຄະ​ແນນ​ສຽງ​ໃນ​ມື້ວານນີ້​ແມ່ນ​ມີ​ຂຶ້ນຕາມ​ການ​ຂໍ​ຮ້ອງ​ຂອງ​ປະ​ເທດ​ທັງ​ 2 ພ້ອມ​ທັງ​ເວ​ເນ​ຊູ​ເອລາ ​ແລະມາ​ເລ​ເຊຍ. ທຳ​ອິດອີ​ຈິບ​ແມ່ນ​ເປັນ​ຜູ້ນຳ​ສະ​ເໜີ​ຍັດຕິ​ແຕ່ຕໍ່​ມາ​ໄດ້​ຖອນ ​ຂໍ້​ສະ​ເໜີ​ຂອງ​ຕົນ​ ໃນ​ວັນ​ພະຫັດ​ຜ່ານ​ມາ ຫຼັງ​ຈາກ​ການໂທລະສັບ​ໂອ້​ລົມ​ລະຫວ່າງ​ປະທາ ນາທິບໍດີ​ອີ​ຈິບ ທ່ານ Abdel Fattah el-Sissi ​ແລະ ປະທານ​າທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump.

ຄວາມ​ບໍ່ພໍ​ໃຈ​ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາທີ່​ພວມ​ຈະ​ພົ້ນຈາກ​ໜ້າ​ທີ່​ ກ່ຽວ​ກັບ​ການຂະ ຫຍາຍ​ການ​ຕັ້ງຖິ່ນຖານ​ຂອງ​ອິສຣາ​ແອ​ລໄດ້​ຟົດ​ເດືອດຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ເວລາ​ສະຫະ ລັດ​ໄດ້​ເອົາ​ບາດກ້າວ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ​ໂດຍ​ປ່ອຍ​ໃຫ້​ຮ່າງ​ຍັດຕິ​ນີ້ ຜ່ານ​ສະພາ​ຄວາມ​ໝັ້ນຄົງ.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ບໍ່​ສາມ​າດ ​ດ້ວຍການ​ມີ​ຈິດ​ສຳນຶກ​ທີ່​ດີ ທີ່ຈະ​ໃຊ້​ສິດ​ຢັບຢັ້ງຕໍ່ ຍັດ ຕິ​ນີ້” ຊຶ່ງ​ເປັນ​ການ​ປະຕິບັດ​ຕາມ​ປົກກະ​ຕິ​ຂອງ​ສະຫະລັດ ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ ຕໍ່ການ​ລົງ​ຄະ​ແນນ​ສຽງ​ທີ່​ແນ​ໃສ່​ອິສຣາ​ແອ​ລ.

US UN Israel
please wait
Embed

No media source currently available

0:00 0:03:26 0:00

ທ່ານ Rhodes ກ່າວ​ວ່າ ​ເຖິງ​ແມ່ນ​ສະຫະລັດ​ໄດ້​ລຸກຂຶ້ນສະ​ເໝີ​ມາ ​ເພື່ອ​ປົກ​ປ້ອງ​ອິສຣາ ​ແອ​ລແຕ່​ລັດຖະບານ​ຂອງ​ປະ​ເທດ​ດັ່ງກ່າວກໍ​ບໍ່ໄດ້​ເອົາ​ຫົວຊາ​ຕໍ່​ການສະ​ແດງ​ຄວາມ​ເປັນ​ຫ່ວງ​ຊ້ຳ​ແລ້ວ​ຊ້ຳ​ອີກຕໍ່​ການ​ຕັ້ງບ້ານ​ໃໝ່​ທີ່​ເພີ້ມທະວີ​ຂຶ້ນຢູ່​ໃນເຂດ​ຍຶດຄອງ​ປາ​ແລ​ສ​ໄຕ​ນ໌ ນັບ​ແຕ່​ປີ 1967 ​ເປັນຕົ້ນມາ. ທ່ານ​ໃຫ້​ຂໍ້ສັງ​ເກ​ດວ່າ ​ເວລາ​ນີ້ ມີ​ພວກ​ເຂົ້າ​ໄປ​ຕັ້ງຖິ່ນ​ຖານ ​ທັງ​ໝົດ 90,000 ຄົນ ອາ​ໄສຢູ່​ນອກ​ເຂດກຳແພງທີ່​ອິສຣາ​ແອ​ລ​ເອງ​ໄດ້​ສ້າງ​ຂຶ້ນມານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG