ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ປະ​ຊາ​ຊາດ ​ຮຽກ​ຮ້ອງ​ໃຫ້ກຸ່ມ​ຕາ​ລິ​ບານ ​ຍຸ​ຕິ​ການ​ປຸກ​ລະ​ດົມ ​ທີ່​ເປັນ​ອັນ​ຕະ​ລາຍ ​​ຕໍ່​ພ​ວກ​ແມ່​ຍິງ


ນັກ​ລົບ​ຕາ​ລີ​ບານຄົນ​ນ​ື່ງ ຢືນ​ຍາມ ໃນ​ຂະ​ນະ​ທີ​ແມ່​ຍິງ​ ຍ່າງ​ຜ່ານ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 26 ທັນ​ວາ 2022
ນັກ​ລົບ​ຕາ​ລີ​ບານຄົນ​ນ​ື່ງ ຢືນ​ຍາມ ໃນ​ຂະ​ນະ​ທີ​ແມ່​ຍິງ​ ຍ່າງ​ຜ່ານ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 26 ທັນ​ວາ 2022

ພວກ​ເຈົ້າໜ້​າທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອົງ​ການ​ຊ່ວຍ​ເຫລືອ ໄດ້​ພົບ​ປະ​ກັນ​ກັບ​ກຸ່ມຕາ​ລິບານ​ຢູ່​ອັ​ຟ​ກາ​ນິ​ສ​ຖານ ທ່​າມ​ກາງ​ການ​ຮຽກ​ຮ້ອງ​ຢ່າງ​ຂຸ້ນ​ຂ້ຽວ​ໃຫ້​ພວກ​ປົກ​ຄອງ​ອິ​ສ​ລາມ​ຫົວ​ຮຸນ​ແຮງ ​ຍຸ​ຕິ​ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ບັນ​ລະ​ຍາຍ​ວ່າ “​ເປັນ​ການ​ປຸກ​ລະ​ດົມ​ທີ່ເປັນ​ອັນ​ຕະ​ລາຍ” ​ທີ່​ບໍ່​ໃຫ້​ພວກ​ແມ່​ຍິງ​ເຂົ້າ​ຮ່ວມ​ຢູ່​ໃນການ​ດຳ​ລົງ​ຊີ​ວິດ.

​ການ​ປະ​ຊຸມມີ​ຂຶ້ນ​ໃນ​ຂະ​ນະ​ທີ່ທ່ານ​ນາງ​ເມ​ລິ​ສ​ຊາ ເຟ​ລມ​ມິງ ຫົວ​ໜ້າ​ສື່​ສານ​ຂອງ ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ຫວ່າງມໍ່ໆ​ມາ​ນີ້​ວ່າ “​ການ​ປຸກ​ລະ​ດົມທີ່​ເປັນ​ລະ​ບົບ ໂດຍພວກ​ເຈົ້າ​ໜ້າ​ທີ່ ​ທີ່ເປັນຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ປະ​ເທດ ທີ່​ຄ່ອຍໆ​ລືບ​ລ້າງ​ພວກ​ແມ່​ຍິງ​ອອກ​ຈາກ​ຊີ​ວິດ​ສາ​ທາ​ລະ​ນະ ແລະ​ປະ​ຕິ​ເສດ​ການ​ປະ​ກອບ​ສ່ວນຂອງ​ເຂົາ​ເຈົ້າ​ນັ້ນ ເປັນ​ການ​ທຳ​ລາຍ​ແກ່​ຕົນ​ເອງ​ທີ່​ບໍ່​ຄ່ອຍ​ມີ.

​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ເຟ​ລມ​ມິງ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ມາ​ກັ​ສ ພັອດ​ແຊ​ລ ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາກ​ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ປະ​ຊຸມ​ຢ່າງ​ຕໍ່ເນຶ່ອງ​ກັນ ກັບບັນ​ດາ​ລັດ​ຖະ​ມົນ​ຕີອະ​ວຸ​ໂສ​ອັ​ຟ​ກາ​ນິ​ສ​ຖານ ຢູ່​ໃນ​ນະ​ຄອນ​ຫລວງ​ກາ​ບູລ ​ໂດຍຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ ​ຍົກ​ເລີກການ​ຫ້າມ​ບໍ່​ໃຫ້​ແມ່​ຍິງ​ໄດ້​ຮັບ​ການ​ສຶກ​ສາ ແລະ​ເຮັດ​ວຽກ​ໃຫ້​ຮ່ວມ​ກັບ​ບັນ​ກຸ່​ມ​ໃຫ້​ການ​ຊ່ວ​ຍ​ເຫລືອ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຢູ່​ໃນ​ສະ​ພາບ​ການທີ່​ເປັນ​ອັນ​ຕະ​ລາຍ​ທາງ​ດ້ານມະ​ນຸດ​ສະ​ທຳ​ຂອງ​ປະ​ເທດ.

ທ່ານ​ພັອດ​ແຊ​ລ ໄດ້​ຈັດ​ກອງ​ປະ​ຊຸມ​ເທື່ອ​ຫລ້າ​ສຸດ​ໃນ​ວັນ​ອາທິດ​ວານ​ນີ້ ກັ​ບ​ລັດ​ຖະ​ມົນ​ຕີ​ອັ​ຟ​ກາ​ນີ​ສ​ຖານ ເພື່ອ​ສົ່ງ​ເສີມ​ການ​ປະ​ພຶດ ແລະ​ປ້ອງ​ກັນ​ຄະ​ນະ​ກຳ​ມະການ ໃນ​ໜ້າ​ວຽກບ​ອ​ກ​ເຖິງການ​ອະ​ທິບາຍ ທີ່​ເປັນ​ຄວາມ​ເຂົ້າ​ໃຈ ​ກ່ຽວ​ກັບ​ອິ​ສ​ລາມຂອງ​ກຸ່ມ​ຕາ​ລີ​ບານ.

“ການ​ຈຳ​ແນກ​ກີດ​ກັນ​ເທື່ອ​ຫລ້າ​ສຸດ​ໄດ້​ຫ້າມຕໍ່​ພວກ​ແມ່​ຍິງ ໂດຍ​ກຸ່ມ​ຕາ​ລິ​ບານ​ໃນການ​ຊ່ວຍ​ເຫລືອ​ຊີ​ວິດ ທີ່​ເຂົ້າ​ເຖິງຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ຈະ​ເປັນ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ອັ​ຟ​ກາ​ນິ​ສ​ຖານ” ​ນັ້ນ​ຄື​ຄຳ​ເວົ້າ​ ຈາກ​ຫ້ອງ​ການ ​ຂອງທ່ານ​ພັອດ​ແຊ​ລ ທີ່ໄດ້ບອກ​ໃຫ້​ທ່ານ​ມູ​ຮຳ​ໝັດ ຄາ​ລິດ ຮາ​ນາ​ຟິ.

ໃນເດືອນ​ແລ້ວ​ນີ້​ບັນ​ດາ​ຜູ້​ປົກ​ຄອງ​ຫົວ​ແຂງ​ກະ​ດ້າງ ໃນ​ທັນ​ທີໄດ້​ພາ​ກັ້ນ​ຫ້າມ​ພວກ ​ພ​ະ​ນັກ​ງານແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານໃນການ​ເຮັດ​ວຽກ​ໃຫ້​ແກ່ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ ​ກັບ​ລັດ​ຖະ​ບານ (NGOs) ຂອງ​ປະ​ເທດ ແລະ ຂອງ​ສາ​ກົນ ​ໂດຍກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ໃສ່​ຜ້າ​ປົກ​ຫົວ ​ອັນ​ເປັນ​ປະ​ເພ​ນີຂອງ​ອິ​ສ​ລາມ ທີ່​ຢູ່​ໃນ​ຄຳ​ສັງ​ຂອງ​ທາງ​ການ.

​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາຊາດ​ກ່າວ​ວ່າ ການ​ເຄື່ອ​ນ​ໄຫວນີ້​ໄດ້​ເປັນ​ຜົນພາ​ໃຫ້​ໂຈະ​ການ​ປະ​ຕິ​ບັດ​ງານໂຄງ​ການມະ​ນຸດ​ສະ​ທຳ​ຈຳ​ນວນ​ນຶ່ງ​ຢູ່​ໃນ​ປະ​ເທ​ດ ບ່ອນ​ທີ່​ຫລາຍ​ລ້ານ​ຄົນ​ຕ້ອງ​ການ ການ​ຊ່ວຍ​ເຫລືອ​ຢ່າງ​ກະ​ທັນ​ຫັນ.

Officials from the U.N. and an aid organization were meeting with the Taliban in Afghanistan amid intensified calls for the Islamist rulers to end what a U.N. official describes as a “dangerous campaign” to exclude women from public life.

The meetings come as Melissa Fleming, the U.N. chief communicator, said in recent comments that “the systematic campaign by the country’s de facto authorities to gradually erase women from public life and deny their contribution is an extraordinary act of self-harm.”

Fleming’s remarks came as Markus Potzel, the U.N. envoy to Afghanistan, held back-to-back meetings with senior Taliban ministers in the capital, Kabul, urging them to lift bans on women’s education and work for aid groups, citing the country’s dire humanitarian conditions.

Potzel held his latest meeting Sunday with the Taliban minister for the promotion of virtue and prevention of vice, tasked with interpreting and enforcing the Taliban’s version of Islam.

The “latest discriminatory bans against women by Taliban prevent life-saving help reaching Afghans and will hit [the] Afghanistan economy,” Potzel’s office quoted him as telling Muhammad Khalid Hanafi.

Last month, the hardline rulers abruptly forbade Afghan female staff from working for national and international nongovernmental organizations (NGOs), saying they were not wearing the Islamic headscarf in line with official orders.

U.N. officials say the move has effectively suspended scores of humanitarian programs in a country where millions of people need urgent aid.

XS
SM
MD
LG