ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຮຽກຮ້ອງໃຫ້ທຸກພັກຝ່າຍ ໃນວິກິດການເຢເມັນ ກັບຄືນໄປເຈລະນາກັນ


Yemne Crisis
please wait
Embed

No media source currently available

0:00 0:03:28 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ໃນ​ວັນ​ອາທິດ​ວານ​ນີ້ ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ປະຈຳ​
ອົງການ​ສະຫະ​ປະ​ຊາ​ຊາດ ທ່ານ​ນາງ Samantha Power ​ໄດ້
​ຊຸກຍູ້ໃຫ້​ທຸກໆ​ພັກຝ່າຍ ​ທີ່​ເປັນປໍ​ລະ​ປັກ​ກັນຢູ່ໃນ​ເຢ​ເມັນ ​ໃຫ້​ກັບ
​ຄືນ​ໄປເຂົ້າຮ່ວມ​ການເຈລະຈາ​ສັນຕິພາບ ​ທີ່​ໄກ່​ເກ່ຍ​ໂດຍ​ອົງການ​
ສະຫະ​ປະຊາ​ຊາດນັ້ນ ຫຼັງຈາກ​ທີ່​ພວກກະບົດ Houthi ນິກາຍ
Shi’ite ​ໄດ້​ຍຶດ​ເອົາໃຈກາງ​ເມືອງ Taiz ຢູ່​ພາກ​ໃຕ້ຂອງ​ປະ​ເທດ.

ທ່ານ​ນາງ Power ​ໄດ້​ອອກ​ຄຳຖະ​ແຫລງສະບັບໜຶ່ງ ລຸນຫຼັງ
ກອງ​ປະຊຸມ​ສຸກ​ເສີນ ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​
ປະຊາ​ຊາດ ​ເພື່ອ​ປຶກສາ​ຫາລື ​ເລື້ອງສະຖານະ​ການໃນ​ເຢ​ເມັນ.
ທ່ານ​ນາງ ກ່າວ​ວ່າການ​ກະທຳ​ຕ່າງໆ ຂອງ​ພວກ Houthi “ແມ່ນ
​ໄດ້​ບ່ອນ​ທຳລາຍໄລ ຍະ​ຂ້າມຜ່ານຂອງ​ເຢ​ເມັນຕະຫລອດ​ມາ”
​ ແລະວ່າ ສະພາ
ຄວາມ​ໝັ້ນຄົງ​ໄດ້​ຢືນຢັນຄືນອີກ​ ​ເຖິງການ​ສະໜັບສະໜູນ ຂອງ​ຕົນ ຕໍ່ປະທາ​ນາ​ທິບໍດີ
​ເຢ​ເມັນ ທ່ານ Abd-Rabbu Mansour Hadi.

ແຜນທີ່ປະເທດເຢເມັນ ສະແດງໃຫ້ເຫັນເມືອງ Taiz.
ແຜນທີ່ປະເທດເຢເມັນ ສະແດງໃຫ້ເຫັນເມືອງ Taiz.

ທ່ານ​ນາງ Power ​ເວົ້າວ່າ “ການ​ໂຈມ​ຕີ​ເຫຼົ່ານີ້ ​ແມ່ນ​ເປັນ​ພຽງ
ຄັ້ງຫລ້າ​ສຸດ​ໃນ​ການ​ກະທຳອັນ​ຮຸນແຮງຫຼາຍໆບັ້ນ ໂດຍ​
ພວກ Houthi ນັບ​ຕັ້ງ​ແຕ່​ພວກ​ເຂົາ​ໄດ້​ເລືອກເອົາ​ການ​ບຸກ
ຍຶດ​ເອົານະຄອນຫລວງ Sana’a ຍຶດ​ເອົາ​ສະ​ຖາ​ບັນຕ່າງໆ
ຂອງ​ລັດຖະບານ ​ແລະ ພະຍາຍາມ​ປົກຄອງ​ດ້ວຍດຳລັດ​
ຕາມ​ລຳພັງຝ່າຍ​ດຽວ. ດັ່ງນັ້ນ​ ເພື່ອ​ຮັກສາ​ໄວ້ ຊຶ່ງຄວາມ
​ໝັ້ນຄົງ ສະຖຽນ​ລະ​ພາບ ​ແລະ ຄວາມ​ສາມັກຄີນັ້ນ ທຸກ​ພັກ​
ຝ່າຍຕ້ອງ​ຫລີກ​ເວັ້ນ ຈາກ​ການເຄື່ອນ​ໄຫວທາງ​ທະຫານ​ໃດໆ
ຕາມ​ລຳພັງ ຕໍ່​ໄປອີກ.”

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດສຳ​ຫລັບ​ເຢ​ເມັນ ທ່ານ Jamal Benomar ​ໄດ້​
ເຕືອນ​ສະພາຄວາມ​ໝັ້ນຄົງ​ວ່າ ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນນັ້ນ ​ ​ກຳ​ລັງ​ຜັກ​ດັນ​ປະ​ເທດ
ເຂົ້າໄປ​ໃກ້ “​ສົງຄາມ​ກາງ​ເມືອງ​.”

The U.S. Ambassador to the United Nations Samantha Power on Sunday urged all of the rival parties in Yemen to return to U.N.-mediated peace talks, after Shi'ite Houthi rebels seized the central city of Taiz.

Power issued a statement following an emergency U.N. Security Council meeting to discuss the situation in Yemen.She said the Houthis' actions "have consistently undermined Yemen's transition," and that the council reaffirmed its support for President Abd-Rabbu Mansour Hadi.

"These attacks are but the latest in a series of violent actions perpetrated by the Houthis since they chose to overrun Sana'a, take over government institutions, and attempt to govern by unilateral decree," Power said."To preserve Yemen's security, stability, and unity, all parties must refrain from any further unilateral and offensive military actions."

The U.N.'s special envoy for Yemen, Jamal Benomar, warned the council that events were pushing the country "to the edge of civil war.''

XS
SM
MD
LG