ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ສືບສວນ ກ່ຽວກັບ ການໃຊ້ຄວາມຮຸນແຮງ ຕໍ່ຜູ້ປະທ້ວງ ມາລີ ໂດຍກອງກຳລັງຕໍ່ຕ້ານ ລັດທິກໍ່ການຮ້າຍ


ຜູ້ສະໜັບສະໜູນອຂງ ອີມາມ ມາກມູດ ດິກໂກ ແລະ ພັກການເມືອງຝ່າຍຄ້ານອື່ນໆ ເຂົ້າຮ່ວມໃນການປະທ້ວງຂະໜາດໃຫຍ່ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ມາລີ ທ່ານ ອີບຣາຮິມ ບູບາຄາ ເຄຕາ ລາອອກຈາກຕຳແໜ່ງ ຢູ່ຈະຕຸລັດເອກະລາດ, ນະຄອນຫຼວງ ບີມາໂກ, ປະເທດ ມາລີ. 5 ມິຖຸນາ, 2020.
ຜູ້ສະໜັບສະໜູນອຂງ ອີມາມ ມາກມູດ ດິກໂກ ແລະ ພັກການເມືອງຝ່າຍຄ້ານອື່ນໆ ເຂົ້າຮ່ວມໃນການປະທ້ວງຂະໜາດໃຫຍ່ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ມາລີ ທ່ານ ອີບຣາຮິມ ບູບາຄາ ເຄຕາ ລາອອກຈາກຕຳແໜ່ງ ຢູ່ຈະຕຸລັດເອກະລາດ, ນະຄອນຫຼວງ ບີມາໂກ, ປະເທດ ມາລີ. 5 ມິຖຸນາ, 2020.

ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ສືບສວນສອບສວນ ກ່ຽວ ກັບ ການໃຊ້ຄວາມຮຸນແຮງເກີນຂອບເຂດ ໂດຍກອງກຳລັງປາບປາມລັດທິກໍ່ການຮ້າຍລະດັບສູງໃນປະເທດມາລີ ຕໍ່ຜູ້ປະທ້ວງຕໍ່ຕ້ານລັດຖະບານ ໃນອາທິດທີ່ຜ່ານມາ, ທີ່ເປັນສາເຫດເຮັດໃຫ້ມີພົນ ລະເຮືອນເສຍຊີວິດ ແລະ ບາດເຈັບ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ອົງການ MINUSMA, ເຊິ່ງແມ່ນອົງການຮັກສາສັນຕິພາບຂອງ ສະຫະປະຊາ ຊາດ ໃນປະເທດ ມາລີ, ໄດ້ຢືນຢັນວ່າມີຜູ້ປະທ້ວງຢ່າງໜ້ອຍ 14 ຄົນຖືກຂ້າຕາຍ ແລະ ອີກ 154 ຄົນໄດ້ຮັບບາດເຈັບໃນລະຫວ່າງ ການປາບປາມທີ່ຮຸນແຮງໂດຍກອງກຳລັງ FORSAT, ເຊິ່ງແມ່ນກຳລັງພິເສດຕໍ່ຕ້ານລັດທິກໍ່ການຮ້າຍທີ່ປະຕິບັດການໃນປະເທດ ມາລີ.

ບັນດາຜູ້ສິ້ງຊອມສິດທິມະນຸດເຊື່ອວ່າ ກອງກຳລັງພິເສດລະດັບສູງນີ້ ອາດໄດ້ລະເມີດຄຳສັ່ງຕໍ່ຕ້ານລັດທິກໍ່ການຮ້າຍຂອງເຂົາເຈົ້າ ດ້ວຍການປາບປາມພົນລະເຮືອນທີ່ປະທ້ວງ ກ່ຽວກັບ ການສໍ້ລາດບັງຫຼວງຂອງລັດຖະບານຢ່າງກວ້າງຂວາງ, ການກ່າວຫາສໍ້ໂກງການເລືອກຕັ້ງ ແລະ ຄວາມບໍ່ພໍໃຈອື່ນໆ. ຜູ້ເຫັນເຫດການໄດ້ລາຍງານວ່າ ກອງກຳລັງພິເສດໄດ້ຍິງລູກປືນເຂົ້າໃສ່ໃນລະຫວ່າງ ການປະທະກັນ ກັບຜູ້ປະທ້ວງທີ່ໄດ້ເກີດຂຶ້ນໃນວັນທີ 10 ກໍລະກົດທີ່ຜ່ານມາ.

ໃນລະຫວ່າງການປະທ້ວງນັ້ນ, ຢ່າງໜ້ອຍ 200 ຄົນໄດ້ຖືກຈັບກຸມ. ທັງໝົດໄດ້ຖືກປ່ອຍຕົວໃນຂະ ນະທີ່ລໍຖ້າດຳເນີນຄະດີ. ປະທານາທິບໍດີຂອງ ມາລີ ທ່ານ ອີບຣາຮິມ ບູບາຄາ ເຄຕາ ກ່າວວ່າ ລັດ ຖະບານຂອງທ່ານຈະສືບສວນສອບສວນຄວາມຮຸນແຮງດັ່ງກ່າວ. ໂຄສົກສຳລັບຂ້າຫຼວງໃຫຍ່ເພື່ອສິດທິມະນຸດຂອງ ອົງການສະຫະປະຊາຊາດ ທ່ານນາງ ລິຊ໌ ຕຣອສໂຊລ ໄດ້ສະແດງຄວາມຍິນດີ ກັບການປະກາດນັ້ນ.

ທ່ານນາງ ຕຣອສໂຊລ ໄດ້ກ່າວວ່າ “ມັນສຳຄັນຫຼາຍທີ່ການກ່າວຫາລະເມີດສິດທິມະນຸດ ແລະ ການໃຊ້ຄວາມຮຸນແຮງທີ່ໄດ້ເກີດຂຶ້ນໃນລະຫວ່າງ ການປະທ້ວງຈະຖືກນຳມາສືບສວນສອບສວນຢ່າງວ່ອງໄວ, ຮອບຄອບ, ໂປ່ງໃສ ແລະ ຢ່າງ ເປັນອິດສະຫຼະ ແລະ ວ່າຜູ້ທີ່ມີຄວາມຮັບຜິດຊອບ ຈະຖືກນຳມາລົງໂທດ. ເພື່ອໃຫ້ສອດຄ່ອງກັບຄຳສັ່ງຂອງເຂົາເຈົ້ານັ້ນ, ພະແນກສິດທິມະນຸດ ແລະ ການປົກ ປ້ອງຂອງອົງການ MINUSMA ໄດ້ໄຂພາລະກິດການຊອກຫາຂໍ້ເທັດຈິງ ເພື່ອພິຈາລະ ນາການກ່າວຫາ ກ່ຽວກັບ ການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ໄດ້ເກີດຂຶ້ນໃນການເຊື່ອມໂຍງກັບການປະທ້ວງນັ້ນ.”

ທ່ານນາງ ຕຣອສໂຊລ ໄດ້ກ່າວຢໍ້າວ່າ ການປະທ້ວງໃນທົ່ວ ມາລີ ໄດ້ເກີດຂຶ້ນຢ່າງສະຫງົບໂດຍທົ່ວໄປ, ແຕ່ແນວໃດກໍຕາມ ມັນກໍໄດ້ມີເຫດການຂອງຜູ້ປະທ້ວງທຳລາຍ ແລະ ປຸ້ນສະດົມຊັບສິນຂອງເອກະຊົນ ແລະ ລັດຖະບານ.

ປະຊາຊົນຫຼາຍພັນຄົນຖືກຂ້າຕາຍນັບຕັ້ງແຕ່ປີ 2012 ເປັນຕົ້ນມາໃນລະຫວ່າງ ການກໍ່ຈະລາຈົນຂອງພວກ ຈີຮາດ ໃນປະເທດ ມາລີ. ພາກພື້ນ ມັອບຕີ ທີ່ຕັ້ງຢູ່ໃຈກາງຂອງປະເທດ ແມ່ນຈູດສູນ ກາງທີ່ສຳຄັນ. ຄວາມຮຸນແຮງລະຫວ່າງກຸ່ມ ຊົນເຜົ່າ ບາມບາຣາ ກັບ ໂດກອນ ແມ່ນໄດ້ທະວີຂຶ້ນ. ພົນລະເຮືອນຖືກຂ້າຕາຍຫຼາຍກວ່າເກົ່າ ແລະ ຄວາມບໍ່ໝັ້ນຄົງແມ່ນກຳລັງເພີ່ມຂຶ້ນ.

ທ່ານນາງ ຕຣອສໂຊລ ໄດ້ກ່າວຕໍ່ວີໂອເອວ່າ ອີກບັນຫານຶ່ງທີ່ໜ້າເປັນຫ່ວງ ແມ່ນການເຜີຍແຜ່ຂ່າວ ແລະ ຂໍ້ຄວາມປອມທີ່ອ້າງເຖິງຄວາມຮຸນແຮງໃນທາງ ອອນໄລນ໌.

ທ່ານນາງ ຕຣອສໂຊລ ກ່າວວ່າ “ຂ້າພະເຈົ້າຄິດວ່າໃນຫຼາຍວິທີ, ມັນສຳຄັນທີ່ຈະບໍ່ກ່າວຢໍ້າ ກ່ຽວ ກັບ ປະເພດຂອງຂ່າວປອມທີ່ຖືກນຳອອກເຜີຍແຜ່. ແຕ່ມັນພຽງພໍທີ່ຈະເວົ້າວ່າ ມັນແມ່ນສິ່ງທີ່ພະ ແນກສິດທິມະນຸດ ແລະ ການປົກປ້ອງຂອງອົງການ MINUSMA ໄດ້ໃຫ້ຄວາມສຳຄັນ ແລະ ເປັນຫ່ວງຫຼາຍຢ່າງແນ່ນອນ ເພາະວ່າມັນມີຄວາມເຄັ່ງຕຶງພວກນີທີ່ມັນສ່ຽງຈະເຮັດໃຫ້ຄວາມເຄັ່ງຕຶງຮຸນ ແຮງຂຶ້ນຕໍ່ໄປ.”

ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງທັງຝ່າຍລັດຖະບານ ແລະ ກຸ່ມຝ່າຍຄ້ານໃຫ້ລະງັບໃຈ ແລະ ແກ້ໄຂຄວາມບໍ່ເຫັນພ້ອມກັນຕ່າງໆຜ່ານການສົນທະນາ, ໂດຍເຕືອນວ່າ ການປະເຊີນໜ້າກັນທີ່ດຳເນີນຢູ່ໃນປັດຈຸບັນນີ້ ມີຄວາມສ່ຽງທີ່ຈະບານປາຍຈົນຄວບຄຸມບໍ່ໄດ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG