ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ສປຊ ກ່າວຢໍ້າເຖິງຄວາມຈຳເປັນ ສຳລັບການຜະລິດ ອາຫານທີ່ດີຕໍ່ສຸຂະພາບ ສຳລັບທຸກຄົນ


ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມ ຢູ່ສະພາຄວາມໝັ້ນຄົງ. 23 ກັນຍາ, 2021.

ຄົນໃນເກືອບເຄິ່ງນຶ່ງຂອງໂລກແມ່ນບໍ່ສາມາດທີ່ຈະຊື້ອາຫານທີ່ມີຄຸນຄ່າຕໍ່ສຸຂະພາບໄດ້, ເລຂາທິ ການໃຫຍ່ສະຫະປະຊາຊາດໄດ້ເຕືອນຢູ່ກອງປະຊຸມສຸດຍອດອາຫານໃນວັນພະຫັດວານນີ້ ທີ່ພະ ຍາຍາມຈະປັບປຸງການຜະລິດອາຫານໃນໂລກ ແລະ ການເຂົ້າຫາມັນ.

ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວຕໍ່ກອງປະຊຸມສຸດຍອດລະບົບອາຫານທາງອອນໄລນ໌ ເຊິ່ງຖືກຈັດຂຶ້ນຢູ່ຂ້າງນອກການເຕົ້າໂຮມປະຈຳປີຂອງກອງປະຊຸມສະມັດຊາໃຫຍ່ວ່າ “ອາຫານແມ່ນຊີວິດ. ແຕ່ໃນຫຼາຍປະເທດ, ຊຸມຊົນ ແລະ ຄົວເຮືອນໃນທຸກໆມຸມຂອງໂລກ, ນີ້ແມ່ນຄວາມຕ້ອງ ການທີ່ຈຳເປັນ, ນີ້ແມ່ນສິດທິມະນຸດເຊິ່ງຍັງບໍ່ໄດ້ຖືກບັນລຸເທື່ອ.

ທ່ານ ກູເຕເຣສ ໄດ້ກ່າວຢໍ້າວ່າ ປະຊາຊົນ 3 ພັນລ້ານຄົນບໍ່ສາມາດທີ່ຈະຊື້ອາຫານທີ່ມີຄຸນຄ່າຕໍ່ຮ່າງກາຍ.

ທ່ານໄດ້ກ່າວວ່າ “ທຸກມື້, ຫຼາຍລ້ານຄົນໃນໂລກໄປນອນດ້ວຍຄວາມອຶດຫິວ. ເດັກນ້ອຍແມ່ນພາກັນອຶດຫິວ.”

ໃນຂະນະທີ່ຫຼາຍລ້ານຄົນຫິວໂຫຍ ແລະ ຄວາມອຶດຢາກແມ່ນຄວາມເປັນຈິງໃນຫຼາຍພາກສ່ວນໃນປະເທດ ເຢເມນ ແລະ ເອທິໂອເປຍ ນັ້ນ, ເກືອບນຶ່ງສ່ວນສາມຂອງຜະລິດຕະພັນອາຫານທັງໝົດແມ່ນໄດ້ສູນເສຍ ແລະ ເສຍຖິ້ມ.

ກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງໄດ້ຢູ່ໃນຂັ້ນຕອນການດຳເນີນງານດົນກວ່ານຶ່ງປີນັ້ນ, ໄດ້ແນ່ເປົ້າທີ່ຈະປ່ຽນແປງທຸກແງ່ມຸມຂອງການຜະລິດອາຫານເພື່ອເຮັດໃຫ້ມັນເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ, ປອດໄພ, ມີຄຸນຄ່າຕໍ່ຮ່າງກາຍ ແລະ ສາມາດເຂົ້າຫາໄດ້. ມັນຍັງເປັນສ່ວນນຶ່ງຂອງການສົ່ງ ເສີມເປົ້າໝາຍການພັດທະນາແບບຍືນຍົງ 17 ຂໍ້ຂອງອົງການສະຫະປະຊາຊາດ, ໃນນັ້ນ “ຄວາມອຶດຢາກເປັນສູນ” ແມ່ນບູລິມະສິດສູງສຸດ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ໂຣກລະບາດ COVID-19 ໄດ້ເຮັດໃຫ້ສິ່ງທ້າທາຍນີ້ໃຫຍ່ຂຶ້ນກວ່າເກົ່າຫຼາຍ. ມັນໄດ້ເຮັດໃຫ້ຄວາມບໍ່ເທົ່າທຽມເລິກຂຶ້ນ, ທຳລາຍເສດຖະກິດ ແລະ ເຮັດໃຫ້ຫຼາຍລ້ານຄົນຕົກເຂົ້າສູ່ຄວາມທຸກຍາກຢ່າງແຮງ.”

ໄວຣັສດັ່ງກ່າວຍັງໄດ້ຢູ່ໃນຄວາມຄິດຂອງບັນດາຜູ້ນຳ ຜູ້ທີ່ໄດ້ກ່າວຄຳປາໄສຢູ່ ກອງປະຊຸມສະມັດ ຊາໃຫຍ່ ໃນວັນພະຫັດວານນີ້ ໂດຍສະເພາະບັນດາຜູ້ນຳ ອາຟຣິກາ, ຜູ້ທີ່ໄດ້ກ່າວຄຳປາໄສເປັນສ່ວນໃຫຍ່ໃນວັນນັ້ນ. ຫຼາຍຄົນໄດ້ປາກົດຕົວດ້ວຍການໃຫ້ຂໍ້ຄວາມທາງວິດີໂອຍ້ອນໂຣກລະບາດ.

ປະທານາທິບໍດີ ອາຟຣິກາໃຕ້ ທ່ານ ຊີຣິລ ຣາມາໂຟຊາ ໄດ້ກ່າວໃນຄຳປາໄສທາງວິດີໂອວ່າ “ມັນແມ່ນການຟ້ອງຮ້ອງ ກ່ຽວກັບ ມະນຸດສະທຳ ທີ່ຢາວັກຊີນຫຼາຍກວ່າ 82 ເປີເຊັນໃນໂລກແມ່ນໄດ້ຖືກຍຶດຄອງໂດຍປະເທດທີ່ຮັ່ງມີ, ໃນຂະນະທີ່ໜ້ອຍກວ່າ 1 ເປີເຊັນ ໄດ້ສົ່ງໄປໃຫ້ປະເທດທີ່ມີລາຍໄດ້ຕໍ່າ.”

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG