ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ກ່າວຕໍ່ ກຸ່ມຕາລີບານ ວ່າ ປ່ອຍໃຫ້ຊາວອັຟການິສຖານ ອອກໄປຢ່າງປອດໄພ


ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລ ກ່າວຖະແຫລງ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບສະຖານະການຢູ່ໃນອັຟການິສຖານ ທີ່ອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 16 ສິງຫາ 2021.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລ ກ່າວຖະແຫລງ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບສະຖານະການຢູ່ໃນອັຟການິສຖານ ທີ່ອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 16 ສິງຫາ 2021.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ກ່າວຕໍ່ກຸ່ມຕາລີບານ ໃນວັນຈັນວານນີ້ ວ່າ ຕົນຄາດໝາຍວ່າ ກຸ່ມດັ່ງກ່າວຈະອະນຸຍາດໃຫ້ຊາວອັຟການິສຖານແລະຊາວຕ່າງປະເທດທັງໝົດ ມີທາງຜ່ານທີ່ປອດໄພ ຜູ້ທີ່ຕ້ອງການຢາກຈະອອກໄປຈາກປະເທດ.

ສະພາດັ່ງກ່າວມີສະມາຊິກຈາກ 15 ປະເທດ ຊຶ່ງຣັດເຊຍ ແລະຈີນ ໄດ້ງົດອອກສຽງຕໍ່ຮ່າງມະຕິທີ່ໄດ້ຂຽນໂດຍສະຫະລັດ ອັງກິດ ແລະຝຣັ່ງ ໃນຂະນະທີ່ບັນດາສະມາຊິກຈາກປະເທດອື່ນໆໄດ້ໃຫ້ການສະໜັບສະໜຸນຕໍ່ມະຕິນັ້ນ.

ສະພາຄວາມໝັ້ນຄົງ ໄດ້ໃຫ້ຂໍ້ສັງເກດຕໍ່ຖະແຫລງການຂອງກຸ່ມຕາລີບານ ເມື່ອວັນທີ 27 ສິງຫາ ທີ່ກ່າວວ່າ ຕົນຈະບໍ່ກີດກັນຊາວອັຟການິສຖານ ຜູ້ທີ່ຕ້ອງ ການຢາກຈະອອກໄປ ກໍສາມາດເຮັດເຊັ່ນນັ້ນໄດ້ ໂດຍຜ່ານທາງພື້ນດິນແລະທາງອາກາດ. ສະພານີ້ ໄດ້ກ່າວວ່າ ຕົນ “ຄາດວ່າ ກຸ່ມຕາລີບານ ຈະຍຶດໝັ້ນຕໍ່ຄວາມໝັ້ນໝາຍເຫຼົ່ານີ້ ແລະອື່ນໆທັງໝົດ ລວມທັງເລື້ອງທີ່ກ່ຽວຂ້ອງກັບການໄດ້ຮັບການເດີນທາງທີ່ປອດໄພ ແລະເປັນລະບຽບຮຽບຮ້ອຍ ອອກຈາກອັຟການິສຖານ ຂອງຊາວອັຟການິສຖານ ແລະຊາວຕ່າງປະເທດທັງໝົດ.”

ພາບຄວາມວຸ້ນວາຍຕ່າງໆຈາກສະໜາມບິນນະຄອນຫຼວງກາບູລ ທີ່ເກີດຂຶ້ນນັບຕັ້ງແຕ່ກຸ່ມຕາລີບານ ໄດ້ບຸກເຂົ້າຍຶດເອົານະຄອນຫຼວງດັ່ງກ່າວ ເມື່ອວັນທີ 15 ສິງຫາ ສະແດງໃຫ້ເຫັນເຖິງຄວາມສິ້ນຫວັງຂອງຊາວອັຟການິສຖານຫຼາຍຄົນທີ່ຢາກຈະໜີອອກຈາກປະເທດ. ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລ ໄດ້ກ່າວວ່າ ສະຫະ ລັດ ໄດ້ອຳນວຍຄວາມສະດວກໃນການຍົກຍ້າຍໃຫ້ແກ່ຊາວອາເມຣິກັນ ຊາວ ອັຟການິສຖານ ແລະຊາວຕ່າງຊາດອື່ນໆ ທັງໝົດ 122,000 ຄົນ ນັບຕັ້ງແຕ່ທ້າຍເດືອນກໍລະກົດ.

ທ່ານນາງ ທອມມັສ-ກຣີນຟີລ ໄດ້ກ່າວອີກວ່າ “ສະພາຄວາມໝັ້ນຄົງ ຄາດວ່າ ກຸ່ມຕາລີບານ ຈະປະຕິບັດຕາມຄວາມໝັ້ນໝາຍຂອງຕົນ ໃນການອຳນວຍທາງຜ່ານທີ່ປອດໄພ ແກ່ຊາວອັຟການິສຖານ ແລະຊາວຕ່າງຊາດອື່ນໆ ຜູ້ທີ່ຕ້ອງ ການຢາກຈະອອກໄປຈາກອັຟການິສຖານ ບໍ່ວ່າ ຈະແມ່ນມື້ນີ້ ມື້ອື່ນ ຫຼືຫຼັງຈາກວັນທີ 31 ສິງຫາ.”

ຊາວອັຟການິສຖານບາງສ່ວນຢ້ານວ່າ ຈະຖືກແກ້ແຄນສຳລັບການເຮັດວຽກກັບກອງກຳລັງຂອງສະຫະລັດແລະອົງການເນໂຕ້ ໃນຖານະເປັນນາຍພາສາ ແລະໃນບົດບາດອື່ນໆ ໃນຂະນະທີ່ພວກແມ່ຍິງ ແລະພວກຊົນກຸ່ມນ້ອຍທັງຫຼາຍ ກໍຮູ້ ສຶກຢ້ານກົວວ່າ ປະເທດຈະກັບຄືນໄປຢູ່ໃນສະພາບການຖືກກົດຂີ່ແລະການລະ ເມີດສິດທິມະນຸດຂອງທ້າຍຊຸມປີ 1990 ແລະຕົ້ນປີ 2000 ເມື່ອກຸ່ມຕາລີບານ ໄດ້ຂຶ້ນມາກຳອຳນາດໃນປະເທດນັ້ນ.

“ພວກເຮົາບໍ່ສາມາດຂົນສົ່ງທາງອາກາດທັງປະເທດ ໄປສູ່ບ່ອນທີ່ປອດໄພໄດ້” ທູດພິເສດຂອງສະຫະລັດໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ໄດ້ລົງຄະແນນສຽງ. ທ່ານນາງ ໄດ້ກ່າວອີກວ່າ “ອັນນີ້ເປັນຊ່ວງເວລາທີ່ການທູດຈະຕ້ອງໄດ້ຂຶ້ນມາມີບົດບາດ.”

ສະພາຄວາມໝັ້ນຄົງ ຍັງໄດ້ປະນາມຢ່າງແຮງຕໍ່ “ການໂຈມຕີທີ່ໜ້າເສົ້າສະຫຼົດໃຈ” ໃນວັນພະຫັດທີ່ຜ່ານມາຢູ່ສະໜາມບິນ ຊຶ່ງໄດ້ສັງຫານຊາວອັຟການິສຖານຫຼາຍຄົນແລະກຳລັງທະຫານຂອງສະຫະລັດ 13 ຄົນ. ການໂຈມຕີດ້ວຍລະເບີດ ໄດ້ຖືກອ້າງເອົາຄວາມຮັບຜິດຊອບໂດຍກຸ່ມທີ່ເອີ້ນຕົນວ່າ ເຄືອຂ່າຍຂອງກຸ່ມລັດອິສລາມ ໃນແຂວງໂຄຣາຊານ ແລະຍັງຮູ້ຈັກກັນໃນຊື່ ໄອສິສ-ເຄ (ISIS-K).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG