ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຈົ້າໜ້າທີ່ ສະຫະປະຊາຊາດ ຮຽກຮ້ອງ ໃຫ້ຢຸດຍິງ ຢູ່ໃນຊີເຣຍ


ຊາວຊີເຣຍ ຮວມທັງຝ່າຍຄ້ານ ທີ່ສຳຄັນ ປະທ້ວງການໂຈມຕີ ໃສ່ພວກຕໍ່ຕ້ານລັດຖະບານ ທີ່ເຂດກູຕາ ຕາເວັນອອກ.
ຊາວຊີເຣຍ ຮວມທັງຝ່າຍຄ້ານ ທີ່ສຳຄັນ ປະທ້ວງການໂຈມຕີ ໃສ່ພວກຕໍ່ຕ້ານລັດຖະບານ ທີ່ເຂດກູຕາ ຕາເວັນອອກ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ມີ​ກຳນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ເວລາ 11
​ໂມງ​ເຊົ້າຂອງວັນ​ສຸກ​ມື້​ນີ້. ໜັງສືພິມ​ນິວ​ຢອກໄ​ທມ໌ ລາຍ​ງານ​ວ່າ ​ຮ່າງຍັດຕິ ທີ່ຕັ້ງ​ໃຈ​ໃຫ້ມີການຈັດຕັ້ງປະຕິບັດ ການຢຸດ​ຍິງ​ເປັນ​ເວລາ 30 ມື້ ຢູ່​ທົ່ວ​ຊີ​ເຣຍ ​ແລະ​ປ່ອຍ​ໃຫ້
ມີການເຂົ້າອອກ​ເມືອງກູຕາ (Ghouta) ຕາ​ເວັນ​ອອກໄດ້ນັ້ນ ​ຈະ​ອຳນວຍໃຫ້ມີການ
ຈັດສົ່ງການ​ຊ່ວຍ​ເຫລື​ອດ້ານມະນຸດສະທຳເຂົ້າໄປໃນເມືອງດັ່ງກ່າວ ​ແລະ​ການຂົນ​
ເອົາຜູ້ບາດເຈັບອອກມາ.

ຣັດ​ເຊຍ​ໄດ້​ສະ​ແດງ​ການຄັດຄ້ານຕໍ່​ຮ່າງ​ຍັດຕິໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ໄດ້​ສະ​ເໜີ
ໃຫ້ມີການ​ດັດແປງ ​ຮ່າງຍັດ​ຕິທີ່​ໄດ້​ຍື່ນໂດຍ​ສະ​ວີ​ເດັນ​ແລະຄູ​ເວດ. ຍັງບໍ່​ທັນເປັນ​ທີ່
​ຈະ​ແຈ້ງໃນ​ທັນທີເທື່ອ​ວ່າ ຣັດ​ເຊຍ ທີ່​ເປັນ​ພັນທະ​ມິດ​ໃກ້​ຊິດ ຂອງ​ລັດຖະ ບານ​ຊີ​ເຣຍ
​ຈະ​ລົງ​ຄະ​ແນນ​ສຽງຢ່າງ​ໃດ.

​ເອກ​ອັກຄະ​ລັດຖະທູດຂອງ​ສະ​ວີ​ເດັນກ່າວ​ວ່າ ກ່ອນ​ອື່ນ​ເຂົາ​ເຈົ້າ​ຈະທົບ​ທວນເບິ່ງ ຂໍ້ສະເໜີເພື່ອໃຫ້ມີການດັດແປງຂອງຣັດ​ເຊຍ.

ທ່ານ​ໂອ​ລອ​ຟ ສະ​ກຸກ (Olof Skoog) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາພະຍາ
ຍາມ​ຊອກ​ຫາ​ຊ່ອງທາງ​ທີ່​ຈະສາມາດ​ປະ​ຕິ​ບັດ​ໄດ້​ສຳລັບ​ທຸກ​ຄົນ ​ແຕ່ແນ່ນ​ອນວ່ານັ້ນ
ມີ​ຄວາມ​ໝາຍ​ທີ່​ຊັບຊ້ອນ​ຢູ່​ທາງພາກ​ພື້ນ​ດິນ.”

​ໃນ​ວັນ​ພະຫັດ​ວານ​ນີ້ ສະຫະລັດ ​ໄດ້ຕິຕຽນ​ຣັດ​ເຊຍ ​ແລະ​ອີຣານ ຢ່າງ​ແຮງກ່ຽວ​ກັບ
ການ​ຖີ້ມລະ​ເບີດ ​ໃສ່ເຂດ​ກູຕາ ຕາ​ເວັນ​ອອກ.

ທ່ານ​ນາງ​ແຮເຕີ ນາວ​ເອີ​ດທ໌ ​ໂຄ​ສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຢູ່ທີ່​ກອງ​
ປະຊຸມ​ນັກ​ຂ່າວ​ວ່າ ຣັດ​ເຊຍ​ມີ “ຄວາມ​ຮັບຜິດຊອບ​ເປັນພິເສດ” ຕໍ່​ຫລາຍ​ກວ່າ
4,000 ຄົນ “ທີ່​ໄດ້ເສຍ​ຊີວິດ​ຢ່າງ​ໂຫດຮ້າຍ​ຍ້ອນອຳນາດການປົກຄອງ​ຊີ​ເຣຍ” ຢູ່​
ໃນເຂດຊານ​ເມືອງ​ ນະຄອນຫຼວງດາ​ມາສກັສ.

ທ່ານ​ນາງ​ນາວ​ເອີ​ດທ໌ ກ່າວ​ວ່າ “ປາດ​ສະ​ຈາກການ​ໜູນ​ຫຼັງຊີ​ເຣຍ ໂດຍ​ຣັດ​ເຊຍແລ້ວ
ແນ່ນອນ ການທຳລາຍລ້າງ ​ແລະ​ການ​ເສຍຊີວິດດັ່ງກ່າວ ຈະບໍ່​ເກີດ​ຂຶ້ນ​.”

ພະນັກງານລັດຖະບານຊີເຣຍ ຄົນນຶ່ງກຳລັງຊ່ວຍແມ່ຍິງທີ່ສະລົບ ຢູ່ບ່ອນລີ້ໄພ ໃນເມືອງທີ່ຖືກຍຶດຄອງ ດູມາ ກູຕາ ຕາເວັນອອກ ຂອງດາມາສກັສ ຊີເຣຍ
ພະນັກງານລັດຖະບານຊີເຣຍ ຄົນນຶ່ງກຳລັງຊ່ວຍແມ່ຍິງທີ່ສະລົບ ຢູ່ບ່ອນລີ້ໄພ ໃນເມືອງທີ່ຖືກຍຶດຄອງ ດູມາ ກູຕາ ຕາເວັນອອກ ຂອງດາມາສກັສ ຊີເຣຍ

ຍັດ​ຕິດັ່ງກ່າວ ຕ້ອງການ​ເກົ້າສຽງເຫັນ​ພ້ອມ ​ແລະ​ບໍ່​ມີ​ການ​ໃຊ້ສິດຢັບຢັ້ງຫຼືວີໂຕ້ ໂດຍ
​ສະມາຊິກ​ຖາ​ວອນ​ຫ້າ​ປະເທດ ​ຂອງ​ສະພາຄວາມໝັ້ນຄົງ ທີ່ປະກອບດ້ວຍ ຣັດ​ເຊຍ
ຈີນ ສະຫະລັດ ອັງກິດ ຫລືຝຣັ່ງ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານວາສຊີລີ ເນີເບນເຊຍ ກ່າວຕໍ່ບັນດານັກຂ່າວ ທີ່ສະຫະປະຊາຊາດ.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານວາສຊີລີ ເນີເບນເຊຍ ກ່າວຕໍ່ບັນດານັກຂ່າວ ທີ່ສະຫະປະຊາຊາດ.

ທູດ​ພິ​ເສດ​ສະຫະລັດ ທ່ານ​ແຄລ​ລີ ​ເຄີຣີ ກ່າວ​ວ່າ ​ໃນ​ຂະນະ​ທີຣັດ​ເຊຍ​ໄດ້ຮ້ອງຂໍໃຫ້​
ເປີດ​ປະຊຸມ ​ເພື່ອ​ຊອກ​ຫາ​ທາງ​ອອກ​ ຕໍ່ສະຖານະການດັ່ງກ່າວ ແຕ່ປາກົດ​ວ່າ​ຣັດເຊຍ
ແມ່ນມີ​ຄວາມ​ຕັ້ງ​ໃຈ ​ທີ່ຈະ “ກີດ​ກັ້ນຕໍ່ການດຳເນີນຄວາມພະຍາຍາມທີ່ມີ​ຄວາມ​ໝາຍ
ໃດໆ​ເພື່ອຊອກຫາທາງອອກ​ດັ່ງກ່າວ.”

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ ກ່າວຢູ່ນະຄອນລິສບອນ
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ ກ່າວຢູ່ນະຄອນລິສບອນ

ເອກ​ອັກຄະ​ລັດຖະທູດແຄຣີ ກ່າວ​ວ່າ "ສະຫະລັດ​ພ້ອມ​ແລ້ວ ​ທີ່​ຈະ​ລົງ​ຄະແນນ​ສຽງ
​ກ່ຽວກັບ​ມັດ​ຕິ​ດັ່ງກ່າວ ​ຢູ່​ທີ່​ນີ້ ​ແລະ​ດຽວ​ນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG