ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຄວາມ​ໝັ້ນ​ຄົງ​​ ​ສ​ປຊ ບໍ່​ສາ​ມາດ ​ຕົກ​ລົງ​ກັນໄດ້ ກ່ຽວ​ກັບ ບົດ​ສະ​ເໜີ​ ​ໃນ​ການ​​ແກ້​ໄຂ​ວິ​ກິດ​ການ ​ຢູ່​ເວ​ເນ​ຊູ​ເອ​ລາ


ສະ​ມາ​ຊິກສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລົງ​ຄະ​ແນນ​ສຽງ ຕໍ່​ຄຳ​ສະ​ເໜີ​ທີ່​ຮຽກ​ຮ້ອງ​ໃຫ້​ມີການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ທີ່​ເສ​ລີ ແລະ​ມີ​ຄວາມ​ຍຸ​ຕິ​ທຳ ໃນເວ​ເນ​ຊູ​ເອ​ລາ ຢູ່​ສຳ​ນັກ​ງານ​ໃຫຍ່​ ຂອງອົງ​ການ ສ​ປ​ຊ ໃນ​ນະ​ຄອນ​ນີວຢອກ, ວັນ​ທີ 28 ກຸມ​ພາ, 2019
ສະ​ມາ​ຊິກສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລົງ​ຄະ​ແນນ​ສຽງ ຕໍ່​ຄຳ​ສະ​ເໜີ​ທີ່​ຮຽກ​ຮ້ອງ​ໃຫ້​ມີການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ທີ່​ເສ​ລີ ແລະ​ມີ​ຄວາມ​ຍຸ​ຕິ​ທຳ ໃນເວ​ເນ​ຊູ​ເອ​ລາ ຢູ່​ສຳ​ນັກ​ງານ​ໃຫຍ່​ ຂອງອົງ​ການ ສ​ປ​ຊ ໃນ​ນະ​ຄອນ​ນີວຢອກ, ວັນ​ທີ 28 ກຸມ​ພາ, 2019

ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ພະ​ຫັດ​ວານນີ້ ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ວ່າ ບົດ​ສະ​ເໜີ​ຂອງ​ສະ​ຫະ​ລັດຫລື​ຂອງ​ຣັດ​ເຊຍ ຈະຫາ​ທາງ ​ອອກໃນ​ຕໍ່​ໜ້າ ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ເວ​ເນ​ຊູ​ເອ​ລາໄດ້.

ສ​ະ​ພາ​ທີ່​ມີສະ​ມາ​ຊິກ 15 ປະ​ເທດນັ້ນ ໄດ້ທຳ​ການ​ລົງ​ຄະ​ແນນ​ສຽງຕໍ່​ຮ່າງ​ບົດ​ສະ​ເໜີການ​ແກ້​ໄຂ​ບັນ​ຫາ ສອງສະ​ບັບ​ທີ່​ແຕກ​ຕ່າງ​ກັນ.

​ຄຳ​ສະ​ເໜີ​ຂອງ​ສະ​ຫະ​ລັດ​ນັ້ນ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ມາ​ຊິກ ສ່ວນ​ໃຫຍ່​ຂອງ​ສະ​ພາ​ດັ່ງ​ກ່າວ ແຕ່​ວ່າ​ຖືກ​ຄັດ​ຄ້ານ​ຈາກ​ຣັດ​ເຊຍ ແລະ​ຈີນ ໃນ​ຂະ​ນະ​ທີ່​ຄໍ​າ​ສະ​ເໜີ​ຂອງ​ຣັດ​ເຊຍແມ່ນໄດ້​ຮັບ​ຄະ​ແນນ​ສຽງ​ເຫັນ​ດີ​ນຳ​ພຽງ​ແຕ່ 4 ສຽງ ເທົ່າ​ນັ້ນ​.

ຄຳ​ສະ​ເໜີ​ຂອງ​ສະ​ຫະ​ລັດ ​ແມ່ນເນັ້ນ​ໜັກ​ໃສ່ຄວາມ​ຕ້ອງ​ການ​ໃນ​ການ "ປ້ອງ​ກັນ​ບໍ່​ໃຫ້” ​ສະ​ພາບດ້ານ​ມະ​ນຸດ​ສະ​ທຳ “ຊຸດ​ໂຊມ​ລົງ​ໄປ​ອີກ" ແລະ​ອະ​ນຸ​ຍາດ​ໃຫ້​ການຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອເຂົ້າ​ໄປທົ່ວທຸກ​ບ່ອນໃນ​ປະ​ເທດໄດ້​ຢ່າງບໍ່​ມີ​ການ​ກີດ​ກັນແຕ່​ຢ່າງ​ໃດ​ເລີຍ.

ລັດ​ຖະ​ບ​ານ​ທີ່ພວມດີ້ນ​ຮົນຂອງ​ປະ​ທາ​ນາ​ທິ​ບໍ​ດີ ນີ​ໂຄ​ລັ​ສ ມາ​ດູ​ໂຣ ໄດ້​ປະ​ຕິ​ເສດ ບໍ່​ຍອມ​ຮັບ​ຮູ້​ວ່າ ມີ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ປະ​ເທດນັ້ນ ແລະ​ບໍ່​ອະ​ນຸ​ຍາດ​ໃຫ້ການ​ຊ່ວຍ​ເຫລືອຂອງ​ສະ​ຫະ​ລັດ​ເຂົ້າ​ໄປ​ໃນ​ປະ​ເທດນັ້ນ​ໄດ້ ໂດຍ​ທີ່​ທ່ານ​ເວົ້າ​ວ່າ ມັນ​ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ໃຫ້ທະ​ຫານ​ສະ​ຫະ​ລັດ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ໄດ້.

ທ່ານ ອີ​ລິ​ອັອດ ເອບ​ຣາມ​ສ໌, ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເວ​ເນ​ຊູ​ເອ​ລາ ນັ່ງ​ຢູ່ກອງ​ປະ​ຊຸມສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ ສ​ປ​ຊ, ວັນ​ທີ 28 ກຸມ​ພາ, 2019
ທ່ານ ອີ​ລິ​ອັອດ ເອບ​ຣາມ​ສ໌, ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເວ​ເນ​ຊູ​ເອ​ລາ ນັ່ງ​ຢູ່ກອງ​ປະ​ຊຸມສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ ສ​ປ​ຊ, ວັນ​ທີ 28 ກຸມ​ພາ, 2019

ຮ່າງ​ບົດ​ສະ​ເໜີ​ຂອງ​ອາ​ເມ​ຣິ​ກັນ ຍັງ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ເຖິງ "ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ" ​ອີກວ່າ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນເດືອນ​ພຶດ​ສະ​ພາ ປີ 2018 ຜ່ານ​ມາທີ່​ໄດ້​ເຮັດ​ໃຫ້​ທ່ານ​ມາ​ດູ​ໂຣທີ່​ປົກ​ຄອງ​ປະ​ເທດ​ຢູ່ກັບ​ໄດ້ກຳ​ຕຳ​ແໜ່ງຕື່ມ​ອີກ​ ໃນ​ສະ​ໄໝທີ​ສອງ​ທີ່​ມີ​ໄລ​ຍະ 6 ປີນັ້ນ​ວ່າ "​ເປັນ​ການ​ເລືອກ​ຕັ້ງ​ທີ່​ ທັງ​ບໍ່ເສ​ລີ ແລະບໍ່ມີ​ຄວາມ​ຍຸ​ຕິ​ທຳ," ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຂະ​ບວນ​ການ​ທາງ​ການ​ເມືອງທີ່​ນຳ​ໄປ​ສູ່ການ​ຈັດການ​ເລືອກ​ຕັ້ງ​ໃໝ່​ອີກ. ຮ່າງສະ​ບັບ​ນີ້ ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການສະ​ໜັບ​ສະ​ໜຸນ​ໃຫ້​ມີ​ການ​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ​ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍຄືນອີກ "ຢ່າງ​ສັນ​ຕິ​ວິ​ທີ".

ເອກ​ອັກ​ຄະ​ລັດ​ຖະ​ທູດ​ເວ​ເນ​ຊູ​ເອ​ລາ ປະ​ຈຳ ສ​ປ​ຊ, ທ່ານ Samuel Moncada ໃຫ້​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ ອົງ​ການ ສ​ປ​ຊ ຢູ່​ນະ​ຄອນ​ນີວຢອກ ໃນ​ວັນ​ທີ 28 ກຸມ​ພາ, 2019
ເອກ​ອັກ​ຄະ​ລັດ​ຖະ​ທູດ​ເວ​ເນ​ຊູ​ເອ​ລາ ປະ​ຈຳ ສ​ປ​ຊ, ທ່ານ Samuel Moncada ໃຫ້​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ ອົງ​ການ ສ​ປ​ຊ ຢູ່​ນະ​ຄອນ​ນີວຢອກ ໃນ​ວັນ​ທີ 28 ກຸມ​ພາ, 2019

"ໜ້າ​ເສຍ​ດາຍ, ໂດຍທີ່​ມີ​ການ​ລົງ​ຄະ​ແນນ​ສຽງຕ້ານ​ຕໍ່​ບົດ​ສະ​ເໜີ​ແກ້​ໄຂ​ບັນ​ຫາ​ສະ​ບັບ​ນີ້, ສະ​ມາ​ຊິກ​ບາງ​ທ່ານ​ຂອງ​ສະ​ພາດັ່ງ​ກ່າວ ແມ່ນ​ສືບ​ຕໍ່​ໃຫ້​ການ​ປົກ​ປ້ອງ​ແກ່​ທ່ານ ມາ​ດູ​ໂຣ ແລະພັກ​ພວກ​ຂອງທ່ານ, ແລະ​ເຮັດ​ໃຫ້​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ ແກ່​ຍາວ​ອອກ​ໄປ​ອີກ," ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເວ​ເນ​ຊູ​ເອ​ລາ, ທ່ານ ອີ​ລິ​ອັອດ ເອບ​ຣາມ​ສ໌ (Elliott Abrams). "ໂດຍ​ທີ່ບໍ່​ກ່ຽວ​ກັນກັບຜົນ​ຂອງການ​ລົງ​ຄະ​ແນນ​ສຽງໃນ​ມື້ນີ້ ວ່າ​ຈະ​ອອກ​ມາ​ແນວ​ໃດ ບົດ​ສະ​ເໜີ​ແກ້​ໄຂ​ບັນ​ຫາ​ສະ​ບັບ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ທີ່​ມີປະ​ຊາ​ທິ​ປະ​ໄຕຢູ່​ທົ່ວ​ໂລກ ແລະ​ໂດຍ​ສະ​ເພາະຢູ່​ໃນ​ຂົງ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ແກ່ປະ​ທາ​ນາ​ທິ​ບໍ​ດີ​ໄລ​ຍະ​ຂ້າມ​ຜ່ານ, ທ່ານຮ​ວານ ອີກວາ​ໂດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ ທີ່​ໝາຍ​ເຖິງ​ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ທີ່​ປະ​ກາດ​ຕົນ​ເອງ​ເປັນ ປະ​ທາ​ນາ​ທິ​ບໍ​ດີ​ໄລ​ຍະ​ຂ້າມ​ຜ່ານໃນວັນ​ທີ 23 ​ມັງ​ກອນ​ທີ່​ຜ່ານ​ມາ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG