ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານເວົ້າວ່າ ການປະເມີນດ້ານສິດ ທິມະນຸດຂອງຈີນໂດຍ ສປຊ ເປັນເວທີ ທີ່ປະເທດຕ່າງໆ ຈະເພີ້ມການກົດດັນ ໃຫ້ມີການປ່ຽນແປງ


ທ່ານ Dolkun Isa, ປະທານຂອງສະພາ World Uyghur Congress, ຈັດງານວາງສະແດງທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດ ເພື່ອໃຫ້ເຫັນຜູ້ທີ່ຫາຍສາບສູນ ຫລືຖືກຂັງຢູ່ຄ້າຍຄຸມຂັງຂອງຈີນຢູ່ໃນເຂດ Xinjiang ຢູ່ໜ້າສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນວັນທີ 16 ກັນຍາ, 2021
ທ່ານ Dolkun Isa, ປະທານຂອງສະພາ World Uyghur Congress, ຈັດງານວາງສະແດງທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດ ເພື່ອໃຫ້ເຫັນຜູ້ທີ່ຫາຍສາບສູນ ຫລືຖືກຂັງຢູ່ຄ້າຍຄຸມຂັງຂອງຈີນຢູ່ໃນເຂດ Xinjiang ຢູ່ໜ້າສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນວັນທີ 16 ກັນຍາ, 2021

ປະຫວັດດ້ານສິດທິມະນຸດຂອງຈີນ ແມ່ນຈຸດເພັ່ງເລັງຂອງການປະເມີນດ້ານສິດທິມະນຸດທີ່ສຳຄັນ ຂອງອົງການສະຫະປະຊາຊາດທີ່ຈະມາເຖິງນີ້.

ເຈົ້າໜ້າທີ່ສູງສຸດດ້ານສິດທິມະນຸດຂອງອົງການສະຫະປະຊາຊາດກ່າວໃນວັນຈັນຜ່ານມານີ້ວ່າ ຫ້ອງການຂອງທ່ານນາງ ກຳລັງສະຫຼຸບລາຍງານ ກ່ຽວກັບການກ່າວຫາວ່າມີ "ການລະເມີດສິດທິມະນຸດທີ່ຮ້າຍແຮງ" ຢູ່ໃນເຂດຊິນຈຽງທາງຕາເວັນຕົກສຽງເໜືອຂອງຈີນ, ຫຼັງຈາກຈີນໄດ້ເປີດເຜີຍແຜນການປະຕິ ບັດງານດ້ານສິດທິມະນຸດແຫ່ງຊາດຂອງຈີນ (ປີ 2021-2025) ໃນວັນທີ 9 ກັນຍາຜ່ານມານີ້.

ທ່ານນາງມີແຊລ ບາເຊແລັດ (Michelle Bachelet), ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດກ່າວວ່າ "ຂ້າພະເຈົ້າເສຍໃຈທີ່ຂ້າພະເຈົ້າບໍ່ສາມາດລາຍງານຄວາມຄືບໜ້າກ່ຽວກັບຄວາມພະຍາຍາມຂອງຂ້າພະເຈົ້າໃນການສະແຫວງຫາທາງເຂົ້າເຖິງເຂດປົກຄອງຕົນເອງຊິນຈຽງຂອງຊາວວີເກີ ຢ່າງມີຄວາມໝາຍໄດ້."

ໃນການເປີດສະພາສິດທິມະນຸດຂອງສະຫະປະຊາຊາດນັ້ນ, ທ່ານນາງບາເຊແລັດ (Bachelet) ກ່າວວ່າ ຫ້ອງການຂອງທ່ານນາງກຳລັງຢູ່ໃນຂັ້ນຕອນສະຫລຸບການທົບທວນຄືນຂໍ້ມູນທີ່ມີຢູ່ກ່ຽວກັບການກ່າວຫາດ້ານສິດທິມະນຸດ ແລະແຜນການທີ່ຈະເປີດເຜີຍໃຫ້ສາທາລະນະຊົນຮູ້.

ການເຮັດໃຫ້ມີຂໍ້ມູນທີ່ຖືກຕ້ອງທັນເວລາ ແມ່ນເປັນສິ່ງທີ່ທ່ວງທັນກັບເຫດ ການ ແລະມີຄວາມສໍາຄັນຍິ່ງເພາະວ່າມັນກົງກັບວັນຄົບຮອບ 3 ປີ ທີ່ຂ້າຫລວງໃຫຍ່ໄດ້ຮ້ອງຂໍການເຂົ້າເຖິງພາກພື້ນດັ່ງກ່າວຢ່າງເປັນທາງການ, ອີງຕາມການທ່ານຊຸມເຣເຕ ອາຄິນ (Zumretay Arkin), ຜູ້ຈັດການໂຄງການ ແລະການສະແຫວງຫາການສະໜັບສະໜູນຂອງສະພາຊາວວີເກີໂລກ ຫລື World Uyghur Congress ທີ່ຕັ້ງຢູ່ນະຄອນມີນິກ (Munich), ປະເທດເຢຍຣະມັນ.

Xinjiang, China
Xinjiang, China

"ບົດລາຍງານນີ້ຈະເປັນບົດທຳອິດຈາກຫ້ອງການຂອງຂ້າຫລວງໃຫຍ່ ແຕ່ມັນຈະເປັນພຽງແຕ່ການປະເມີນເພີ່ມເຕີມໃຫ້ແກ່ບົດລາຍງານທີ່ມີຢູ່ຈາກການດໍາເນີນຂັ້ນຕອນພິເສດຂອງອົງການສະຫະປະຊາຊາດ, ແລະອົງການດ້ານສົນ ທິສັນຍາຕ່າງໆ," ນັ້ນຄືຄໍາເວົ້າຂອງທ່ານອາຄິນທີ່ບອກກັບວີໂອເອພະແນກພາສາຈີນກາງ ຫລື Mandarin.

ອີງຕາມທ່ານນາງມາຕາ ເຮີຕາໂດ (Marta Hurtado), ໂຄສົກຂອງຫ້ອງ ການຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ຫລື OHCHR ແລ້ວ ເຈົ້າໜ້າທີ່ອົງການສະຫະປະຊາຊາດຫຼາຍຄົນໄດ້ປະເມີນສະ ຖານະການດ້ານສິດທິມະນຸດຢູ່ໃນເຂດຊິນຈຽງນັບແຕ່ປີ 2018 ມາ. ບຸກຄົນເຫຼົ່ານີ້ລວມມີຄະນະກໍາມະການການລົບລ້າງການຈໍາແນກເຊື້ອຊາດ ແລະນັກຊ່ຽວຊານສິດທິມະນຸດຫລາຍຄົນທີ່ມີສ່ວນຕິດພັນກັບສະພາສິດທິມະນຸດຂອງອົງການສະຫະປະຊາຊາດ.

ອົງການອິດສະຫລະເຫລົ່ານັ້ນ ໄດ້ຍົກໃຫ້ເຫັນຄວາມເປັນຫ່ວງກ່ຽວກັບສະຖາ ນະການດ້ານສິດທິມະນຸດຢູ່ໃນເຂດຊິນຈຽງ ບ່ອນທີ່ອົງການສິ້ງຊອມສິດທິມະ ນຸດ ແລະອົງການນິລະໂທດກຳສາກົນກ່າວຫາປັກກິ່ງວ່າ ໄດ້ກໍ່ອາດຊະຍາກໍາຕ້າມະນຸດຊາດ ໂດຍການກັກຂັງພວກຊົນເຜົ່າວີເກີ Uyghur ແລະຊົນເຜົ່າມຸສລິມອື່ນໆ ຫຼາຍກວ່າ 1 ລ້ານຄົນຢ່າງພາລະການຢູ່ໃນຄ້າຍຄຸມຂັງ ແລະບັງຄັບໃຫ້ພວກອື່ນອອກແຮງງານໃນຂະນະທີ່ຄວບຄຸມພວກທີ່ຍັງເຫລືອຂອງປະຊາຄົມຊາວວີເກີ ໂດຍການຕິດຕາມພວກເຂົາເຈົ້າດ້ວຍວິທີທີ່ແຜ່ຫຼາຍແລະໜັກໜ່ວງຫລາຍຂຶ້ນນັບມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG