ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານດ້ານສິດທິມະນຸດຂອງ ສປຊ ຮຽກຮ້ອງໃຫ້ ປະເທດຕ່າງໆ ຮັບຮອງເອົາການຕອບໂຕ້ທີ່ໜັກແໜ້ນ ຕໍ່ລັດຖະບານທະຫານ ມຽນມາ


ແຟ້ມພາບ - ທ່ານທອມ ແອນດຣູສ໌, ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ, ເມື່ອວັນທີ 23 ມິຖຸນາ 2022.
ແຟ້ມພາບ - ທ່ານທອມ ແອນດຣູສ໌, ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ, ເມື່ອວັນທີ 23 ມິຖຸນາ 2022.

ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດສຳລັບມຽນມາເຕືອນວ່າ ເວັ້ນ​ເສຍ​ແຕ່ວ່າປະຊາຄົມນານາຊາດປ່ຽນວິທີທີ່ ຕົນຮັບມືກັບລັດຖະບານທະຫານ ໃນປະເທດນັ້ນ, ສະຖານະການທີ່ຮ້າຍແຮງຢູ່ແລ້ວນີ້ ກໍ​ມີ​ແຕ່ຈະຮ້າຍແຮງຂຶ້ນໄປຕື່ມ.

“ບໍ່ມີການປະສານງານກັນ, ບໍ່ມີຍຸດທະສາດໃດໆ. ບໍ່ມີຈຸດທີ່​ເພັ່ງ​ເລັງ​ໃສ່ເລີຍ. ແລະ ເພາະ​ສະ​ນັ້ນ ສິ່ງເຫຼົ່ານີ້ ບໍ່ໄດ້ລວມເຂົ້າໃຫ້ມັນສອດຄ່ອງກັນໂດຍທັງໝົດ ເລີຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານທອມ ແອນດຣູສ໌ ໄດ້ກ່າວຕໍ່ວີໂອເອ ກ່ຽວກັບມາດ ຕະການລົງໂທດຕ່າງໆ ແລະການຫ້າມຊື້ຂາຍອາວຸດ ທີ່ໄດ້ຖືກວາງອອກໂດຍ ບາງປະເທດຈຳນວນນຶ່ງ.

ສະຖານະການດ້ານມະນຸດສະທຳ ໄດ້ຊຸດໂຊມລົງຢ່າງວ່ອງໄວໃນມຽນມາ ນັບ ຕັ້ງແຕ່ພວກທະຫານ ໄດ້ໂຄ່ນລົ້ມລັດຖະບານທີ່ຖືກເລືອກຕັ້ງມາຢ່າງເປັນ ປະຊາທິປະໄຕ ໃນເດືອນກຸມພາ 2021. ການຍຶດອຳນາດກໍໄດ້ເກີດຂຶ້ນບໍ່ເທົ່າ ໃດວັນຫຼັງຈາກມີຄວາມເຄັ່ງຕຶງລະຫວ່າງທະຫານແລະພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື NLD ທີ່ປົກຄອງປະເທດຢູ່ນັ້ນ ຊຶ່ງໄດ້ຊະນະການ ເລືອກຕັ້ງໃນເດືອນພະຈິກ ປີ 2020. ພວກທະຫານ ບໍ່ຍອມຮັບຜົນການ ເລືອກຕັ້ງ ໂດຍກ່າວຫາວ່າ ມີການສໍ້ໂກງເລືອກຕັ້ງຂະໜາດໃຫຍ່.

ນັບຕັ້ງແຕ່ຕົນໄດ້ຍຶດອຳນາດ ການນຳຂອງທະຫານໄດ້ຫາທາງປາບປາມການປະທ້ວງ ແລະປິດປາກປິດສຽງພວກນັກວິຈານ, ຈັບກຸມຄຸມຂັງພວກ ນັກຂ່າວ, ສະມາຊິກອົງການສັງຄົມພົນລະເຮືອ, ພວກປົກປ້ອງສິດທິມະນຸດ ແລະພວກນັກການເມືອງຝ່າຍຄ້ານ.

ທ່ານແອນດຣູສ໌ໄດ້ກ່າວວ່າ “ຫຼາຍໆພັນຄົນໄດ້ຖືກຂ້າຕາຍ. ຫລາຍສິບພັນຄົນ ໄດ້ຖືກກັກ​ຂັງ” ທ່ານກ່າວຕໍ່ໄປວ່າ “ຫຼາຍຄົນໃນ​ນັ້ນແມ່ນເດັກນ້ອຍ. ພວກຄົນ ເຫຼົ່ານັ້ນໄດ້ຖືກທໍລະມານ ລວມທັງພວກເດັກນ້ອຍ. ແລະພວກເຮົາເຫັນອັນນັ້ນ ຄວາມໂຫດຮ້າຍທາລຸນ ຂອງລັດຖະບານທະຫານນີ້ ທີ່ບໍ່ຮູ້ຈັກຂອບເຂດ.”

ເມື່ອເດືອນແລ້ວນີ້ ເຮືອບິນເຮລິຄັອບເຕີທະຫານ ໄດ້ເປີດສາກຍິງໃສ່ໂຮງຮຽນ ແຫ່ງນຶ່ງ ຢູ່ໃນຂົງເຂດ ຊາກາອິງ (Sagaing) ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ ໂດຍສັງຫານ 13 ຄົນ ທີ່ລວມມີ ເດັກນ້ອຍ 7 ຄົນ. ເມື່ອຕົ້ນອາທິດນີ້ ທະຫານຖິ້ມລະເບີດໃສ່ສະຖານທີ່ຈັດຄອນເສີດ ບ່ອນທີ່ຫຼາຍຮ້ອຍຄົນກຳລັງສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການເອກະລາດກາຈິນ. ຢ່າງໜ້ອຍ 50 ຄົນໄດ້ຖືກຂ້າຕາຍ.

ທ່ານແອນດຣູສ໌ ນັກຊ່ຽວຊານອິດສະລະດ້ານສິດທິມະນຸດ ຜູ້ຊຶ່ງໄດ້ຮັບການ ມອບ​ໝາຍຈາກສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ສົ່ງ ບົດລາຍງານປະຈຳປີຂອງທ່ານ ໃນວັນພຸດຜ່ານມາ ໄປໃຫ້ຄະນະກຳມະການ ສະມັດຊາໃຫຍ່ ທີ່ຮັບຜິດຊອບກ່ຽວກັບສິດທິມະນຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG