ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສິດທິມະນຸດ ສປຊ ກ່າວວ່າ ການແກ້ໄຂ ສຳລັບປະຊາຊົນ ທີ່ປະເຊີນກັບ ການຈຳແນກເຊື້ອຊາດຜິວພັນ ແມ່ນມີຄວາມຈຳເປັນ


ຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ນັ່ງຟັງຫຼັງຈາກການກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຂອງສະພາສິດທິມະນຸດ, ນະຄອນ ເຈນີວາ. 21 ມິຖຸນາ, 2021.
ຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ນັ່ງຟັງຫຼັງຈາກການກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຂອງສະພາສິດທິມະນຸດ, ນະຄອນ ເຈນີວາ. 21 ມິຖຸນາ, 2021.

ໃນລາຍງານທີ່ສຳຄັນທີ່ຖືກເປີດເຜີຍຫຼັງຈາກ ທ້າວ ຈອຣຈ໌ ຟລອຍດ໌ ໄດ້ຖືກຂ້າຕາຍໃນ ສະຫະລັດ ນັ້ນ, ຫົວໜ້າດ້ານສິດທິມະນຸດ ສະຫະປະຊາຊາດ ໄດ້ຮຽກຮ້ອງປະເທດຕ່າງໆໃນທົ່ວໂລກໃຫ້ເຮັດວຽກຫຼາຍກວ່າເກົ່າ ເພື່ອຊ່ວຍຢຸດການແບ່ງແຍກ, ຄວາມຮຸນແຮງ ແລະ ການຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບຕໍ່ຄົນທີ່ມີເຊື້ອສາຍ ອາຟຣິກາ ແລະ “ທຳການແກ້ໄຂ” ຕໍ່ມັນລວມທັງຜ່ານການຊົດເຊີຍ ອີິງຕາມລາຍງານຂອງອົງການຂ່າວເອພີິ.

ລາຍງານຈາກທ່ານນາງ ມິແຊລ ບາເຊີເລ, ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ສະຫະປະຊາຊາດ, ໄດ້ສະເໜີທັດສະນະທີ່ກວ້າງຂວາງ ໃນກົກເຄົ້າຂອງການປະຕິບັດທີ່ບໍ່ຖືກຕ້ອງມາຫຼາຍສັດຕະວັດທີ່ຄົນ ອາຟຣິກາ ແລະ ຜູ້ທີ່ມີເຊື້ອສາຍບັນພະບູລຸດມາຈາກ ອາຟຣິກາ ໄດ້ປະເຊີນ, ໂດຍສະເພາະແມ່ນຈາກການຄ້າຂາຍຂ້າທາດຂ້າມມະຫາສະໝຸດແອັດແລນຕິກ. ມັນພະຍາຍາມທີ່ຈະຫາວິທີ “ປ່ຽນແປງ” ເພື່ອແກ້ໄຂຜົນກະທົບທີ່ສືບຕໍ່ມາຈົນເຖິງມື້ນີ້ຂອງມັນ.

ລາຍງານດັ່ງກ່າວ, ເຊິ່ງໃຊ້ເວລາຂຽນນຶ່ງປີນັ້ນ, ຫວັງທີ່ຈະສ້າງແຮງຜັກດັນໃນການກວດສອບທີ່ເຄັ່ງຕຶງຂຶ້ນໃນທົ່ວໂລກເມື່ອບໍ່ດົນມານີ້ ກ່ຽວກັບ ຄວາມເສຍຫາຍຂອງການຈຳແນກເຊື້ອຊາດຜິວພັນ ແລະ ຜົນກະທົບຂອງມັນຕໍ່ປະຊາຊົນທີ່ມີເຊື້ອສາຍ ອາຟຣິກາ ດັ່ງຕົວຢ່າງທີ່ຊັດເຈນຈາກການສັງ ຫານຄົນຜິວດຳທີ່ບໍ່ມີອາວຸດທີ່ໄດ້ຮັບຄວາມສົນໃຈຈາກສາທາລະນະຢ່າງຫຼວງຫຼາຍຢູ່ໃນ ສະຫະ ລັດ ແລະ ບ່ອນອື່ນໆ.

ລາຍງານໄດ້ກ່າວວ່າ “ມັນມີໂອກາດທີ່ສຳຄັນ ເພື່ອບັນລຸຈຸດຫັນປ່ຽນສຳລັບຄວາມເທົ່າທຽມ ແລະ ຄວາມຍຸຕິທຳດ້ານເຊື້ອຊາດຜິວພັນໃນມື້ນີ້.”

ລາຍງານດັ່ງກ່າວ ໄດ້ແນເປົ້າໃສ່ການເລັ່ງດຳເນີນການໂດຍປະເທດຕ່າງໆເພື່ອ ສິ້ນສຸດຄວາມບໍ່ເທົ່າທຽມດ້ານເຊື້ອຊາດຜິວພັນ, ສິ້ນສຸດການບໍ່ຖືກລົງໂທດສຳລັບການລະເມີດສິດທິຕ່າງໆໂດຍຕຳຫຼວດ, ຮັບປະກັນວ່າປະຊາຊົນທີ່ມີເຊື້ອສາຍ ອາຟຣິກາ ແລະ ຜູ້ທີ່ອອກມາເວົ້າຕໍ່ຕ້ານ ການຈຳ ແນກເຊື້ອຊາດຜິວພັນແມ່ນໄດ້ຖືກຮັບຟັງ ແລະ ການປະເຊີນໜ້າກັບຄວາມຜິດຜ່ານຄວາມຮັບຜິດ ຊອບ ແລະ ການແກ້ໄຂ.

ທ່ານນາງ ບາເຊີເລ ໄດ້ກ່າວໃນຖະແຫຼງການຜ່ານທາງວິດີໂອວ່າ “ຂ້າພະເຈົ້າຂໍຮຽກຮ້ອງທຸກໆປະ ເທດໃຫ້ຢຸດປະຕິເສດ ແລະ ເລີ່ມຮື້ຖອນການຈຳແນກເຊື້ອຊາດຜິວພັນ, ເພື່ອສິ້ນສຸດການບໍ່ຖືກລົງ ໂທດ ແລະ ສ້າງຄວາມເຊື່ອໝັ້ນ, ເພື່ອ ຟັງຕໍ່ສຽງຂອງຄົນທີ່ມີເຊື້ອສາຍ ອາຟຣິກາ ແລະ ເພື່ອປະ ເຊີນໜ້າກັບມູນເຊື້ອໃນອະດີດ ແລະ ທຳການແກ້ໄຂ.”

ໃນຂະນະທີ່ກຳລັງແນະນຳບັນຫາ ກ່ຽວກັບ ການແກ້ໄຂໃນວິທີທີ່ພິເສດສຸດຂອງທ່ານນັ້ນ, ທ່ານນາງ ບາເຊີເລ ໄດ້ແນະນຳວ່າການຊົດເຊີຍດ້ວຍເງິນເທົ່ານັ້ນແມ່ນບໍ່ພຽງພໍ ແລະ ຈະເປັນສ່ວນນຶ່ງຂອງຫຼາກຫຼາຍມາດຕະການ ເພື່ອຊ່ວຍປັບປຸງແກ້ໄຂ ຫຼື ການທົດແທນສຳລັບຄວາມບໍ່ຍຸຕິທຳຕ່າງໆ.

The U.N. human rights chief, in a landmark report launched after the killing of George Floyd in the United States, is urging countries worldwide to do more to help end discrimination, violence and systemic racism against people of African descent and "make amends" to them — including through reparations.

The report from Michelle Bachelet, the U.N. High Commissioner for Human Rights, offers a sweeping look at the roots of centuries of mistreatment faced by Africans and people of African descent, notably from the transatlantic slave trade. It seeks a "transformative" approach to address its continued impact today.

The report, a year in the making, hopes to build on momentum around the recent, intensified scrutiny worldwide about the blight of racism and its impact on people of African descent as epitomized by the high-profile killings of unarmed Black people in the United States and elsewhere.

"There is today a momentous opportunity to achieve a turning point for racial equality and justice," the report said.

The report aims to speed up action by countries to end racial injustice; end impunity for rights violations by police; ensure that people of African descent and those who speak out against racism are heard; and face up to past wrongs through accountability and redress.

"I am calling on all states to stop denying — and start dismantling — racism; to end impunity and build trust; to listen to the voices of people of African descent; and to confront past legacies and deliver redress," Bachelet said in a video statement.

While broaching the issue of reparation in her most explicit way yet, Bachelet suggested that monetary compensation alone is not enough and would be part of an array of measures to help rectify or make up for the injustices.

XS
SM
MD
LG