ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າດ້ານສິດທິມະນຸດ ຂອງ ສປຊ ກ່າວວ່າ ພວກລະເມີດສິດທິມະນຸດ ຫຼາຍໆຄົນຂອງເກົາຫຼີເໜືອ ເຊື່ອມໂຍງກັບການສະແຫວງຫາ ອາວຸດນິວເຄລຍ ແລະລູກສອນໄຟ


ທ່ານໂວລເກີ ເທີກຄ໌, ຂ້າຫຼວງໃຫຍ່ ເພື່ອສິດທິມະນຸດ, ກ່າວຜ່ານທາງວີດີໂອ ຫຼັງຈາກເອກອັກຄະລັດຖະທູດ ສະຫະລັດ ທ່ານນາງລິນດາ ທອມມັສ-ກຣີນຟີລ ໄດ້ເປີດກອງປະຊຸມສະພາຄວາມໝັ້ນຄົງຢ່າງເປັນທາງການ ເພື່ອປຶກສາຫາລື ເລື້ອງສິດທິມະນຸດຢູ່ໃນເກົາຫຼີເໜືອ, ວັນທີ 17 ສິງຫາ 2023, ຢູ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ.
ທ່ານໂວລເກີ ເທີກຄ໌, ຂ້າຫຼວງໃຫຍ່ ເພື່ອສິດທິມະນຸດ, ກ່າວຜ່ານທາງວີດີໂອ ຫຼັງຈາກເອກອັກຄະລັດຖະທູດ ສະຫະລັດ ທ່ານນາງລິນດາ ທອມມັສ-ກຣີນຟີລ ໄດ້ເປີດກອງປະຊຸມສະພາຄວາມໝັ້ນຄົງຢ່າງເປັນທາງການ ເພື່ອປຶກສາຫາລື ເລື້ອງສິດທິມະນຸດຢູ່ໃນເກົາຫຼີເໜືອ, ວັນທີ 17 ສິງຫາ 2023, ຢູ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ.

ຫົວໜ້າດ້ານສິດທິມະນຸດຂອງສະຫະປະຊາຊາດໄດ້ກ່າວໃນວັນພະຫັດວານນີ້ວ່າ ການລະເມີດສິດທິມະນຸດ ຢູ່ໃນເກົາຫຼີເໜືອຢ່າງຮ້າຍແຮງ ແລະແຜ່ກ້​ວາງ ແມ່ນໄດ້ເຊື່ອມໂຍງໂດຍກົງ ກັບລະບອບການປົກຄອງ ທີ່ສະແຫວງຫາເທັກໂນໂລຈີ ດ້ານນິວເຄລຍ ແລະລູກສອນໄຟຂີປະນາວຸດ.

“ການລະເມີດຫຼາຍໆຢ່າງທີ່ຂ້າພະເຈົ້າໄດ້ອ້າງເຖິງນັ້ນ ມີສາເຫດໂດຍກົງມາຈາກ ຫຼືສະໜັບສະໜຸນການເພີ້ມກຳລັງທາງທະຫານຂອງສາທາລະນະລັດປະຊາທິປະ ໄຕ ປະຊາຊົນເກົາຫຼີ ຫຼື ສ​ປ​ປ ເກົາ​ຫຼີ” ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ທ່ານໂວລເກີ ເທີກຄ໌ ໄດ້ກ່າວຕໍ່ກອງປະຊຸມພິເສດຂອງສະພາຄວາມໝັ້ນຄົງ ກ່ຽວກັບເລື້ອງສິດທິາມະນຸດໃນເກົາຫຼີເໜືອ.

ທ່ານໄດ້ກ່າວຕື່ມວ່າ “ຍົກຕົວຢ່າງ ການບັງຄັບໃຊ້ໃຫ້ອອກແຮງງານ ມີຢ່າງແຜ່ຫຼາຍ - ລວມທັງການອອກແຮງງານຢູ່ໃນຄ້າຍ​ນັກ​ໂທດການເມືອງ, ບັງຄັບໃຊ້ພວກເດັກນັກຮຽນໃຫ້ເກັບກ່ຽວຜົນຜະລິດ, ວາງຂໍ້ກຳນົດໃຫ້ຄອບຄົວອອກແຮງງານ ແລະສະໜອງໂຄຕ້າສິນຄ້າທີ່ຕ້ອງມອບໃຫ້ແກ່ລັດຖະບານແລະ ຢຶດເອົາເງິນເດືອນຈາກພວກຄົນງານຢູ່ຕ່າງປະເທດ ທັງໝົດນັ້ນ ເພື່ອສະໜັບສະໜຸນເຄື່ອງມືດ້ານທະຫານຂອງລັດ ແລະຄວາມສາມາດໃນການສ້າງອາວຸດຕ່າງໆຂອງຕົນ.”

ທ່ານເທີກຄ໌ ໄດ້ໃຫ້ຂໍ້ສັງເກດເຖິງການກົດຂີ່ທີ່ມີຊື່ສຽງບໍ່ຄ່ອຍດີຂອງປະເທດທີ່ແຮງເພີ້ມຫຼາຍຂຶ້ນຕື່ມ ນັບຕັ້ງແຕ່ຊາຍແດນໄດ້ຖືກປິດລົງ ເມື່ອຕົ້ນປີ 2020 ຂະນະທີ່ມີໂຣກລະບາດຂອງພະຍາດໂຄວິດ-19 ທີ່ໄດ້ແຜ່ລະບາດໃນເອເຊຍ.

ຂ້າຫຼວງໃຫຍ່ ໄດ້ກ່າວວ່າ ມາດຕະການຕ່າງໆ ລວມມີການຄວບຄຸບຕໍ່ການເດີນທາງພາຍໃນເກົາຫຼີເໜືອຢ່າງເຄັ່ງຂັດ, ການປິດຕະຫຼາດຕ່າງໆ ແລະການບັງຄັບໃຫ້ປະຊາຊົນຢູ່ພາຍໃນອອກແຮງງານ ທັງໝົດນີ້ ໄດ້ປະກອບສ່ວນເຮັດໃຫ້ສະຖານະການດ້ານເສດຖະກິດ ແລະສິດທິທາງສັງຄົມໃນປະເທດຮ້າຍແຮງຂຶ້ນນັບມື້.

The U.N. human rights chief said Thursday that many of the severe and widespread rights violations in North Korea are directly linked to the regime’s pursuit of nuclear and ballistic missile technology.

“Many of the violations I have referred to stem directly from, or support, the increasing militarization of the DPRK,” High Commissioner for Human Rights Volker Türk told a special meeting of the Security Council on human rights in North Korea.

“For example, the widespread use of forced labor – including labor in political prison camps; forced use of schoolchildren to collect harvests; the requirement for families to undertake labor and provide a quota of goods to the government; and confiscation of wages from overseas workers – all support the military apparatus of the state and its ability to build weapons,” he said.

Türk noted the notoriously repressive nation has become even more so since the borders were shut early in 2020 as the COVID-19 pandemic took hold in Asia. The high commissioner said measures, including strict controls on travel within North Korea, the closure of markets and domestic forced labor, have all contributed to a worsening situation for economic and social rights in the country.

ແຟ້ມພາບ - ທ່ານນາງ ລິນດາ ທອມມັສ ກຣີນຟີລ, ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ, ກ່າວໃນລະຫວ່າງກອງປະຊຸມຂອງສະພາຄວາມໝັ້ນຄົງ, ເມື່ອວັນທີ 24 ເມສາ 2023, ຢູ່ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນນິວຢອກ.
ແຟ້ມພາບ - ທ່ານນາງ ລິນດາ ທອມມັສ ກຣີນຟີລ, ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ, ກ່າວໃນລະຫວ່າງກອງປະຊຸມຂອງສະພາຄວາມໝັ້ນຄົງ, ເມື່ອວັນທີ 24 ເມສາ 2023, ຢູ່ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນນິວຢອກ.
XS
SM
MD
LG