ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການສະຫະປະຊາຊາດລາຍງານ ການສູນເສຍທີ່ 'ໃຫຍ່ຫຼວງ' ເຖິງ 14 ຕື້ໂດລາຈາກການທຳລາຍເຂື່ອນຂອງ ຢູເຄຣນ


ເຮືອນຫຼາຍຫຼັງ ແມ່ນຈົມຢູ່ໃນນ້ຳ ໃນເມືອງ ໂອເລສກີ ຂອງຢູເຄຣນ, ວັນທີ 10 ມິຖຸນາ 2023, ຍ້ອນການທຳລາຍເຂື່ອນ ກາຄອບກາ ບໍ່ເທົ່າໃດມື້ ກ່ອນໜ້ານີ້, ຢູ່ໃນແມ່ນ້ຳດີນິໂປຣ (Dnipro River) ໃນຢູເຄຣນ.
ເຮືອນຫຼາຍຫຼັງ ແມ່ນຈົມຢູ່ໃນນ້ຳ ໃນເມືອງ ໂອເລສກີ ຂອງຢູເຄຣນ, ວັນທີ 10 ມິຖຸນາ 2023, ຍ້ອນການທຳລາຍເຂື່ອນ ກາຄອບກາ ບໍ່ເທົ່າໃດມື້ ກ່ອນໜ້ານີ້, ຢູ່ໃນແມ່ນ້ຳດີນິໂປຣ (Dnipro River) ໃນຢູເຄຣນ.

ການທຳລາຍເຂື່ອນ ກາຄອບກາ ໃນພາກຕາເວັນອອກສຽງໃຕ້ຂອງຢູເຄຣນ ເມື່ອເດືອນມິຖຸນາທີ່​ຜ່ານ​ມາມີມູນຄ່າຄວາມເສຍຫາຍ ແລະການສູນເສຍທັງຫຼາຍ ເຖິງ 14 ຕື້ໂດລາ ເຊິ່ງບົດລາຍງານຂອງວັນອັງຄານວານນີ້ ໂດຍລັດຖະບານ ຂອງຢູເຄຣນ ແລະອົງການສະຫະປະຊາຊາດໄດ້ກ່າວ ອີງຕາມອົງການຂ່າວ ເອແອັຟພີ.

ຢູເຄຣນ ໄດ້ກ່າວຫາຣັດເຊຍ ຕໍ່ການລະເບີດເຂື່ອນດັ່ງກ່າວ ເຊິ່ງກວມເອົາແມ່ນ້ຳດີນິໂປຣ (Dnipro River) ສົ່ງຜົນໃຫ້ເກີດນໍ້າຖ້ວມໃນບໍລິເວນອ້ອມແອ້ມພື້ນ ທີ່ດັ່ງກ່າວ ໂດຍມີລະເບີດຝັງດິນໄດ້ເຈືອປົນໄປກັບສາຍນ້ຳ ແລະເຮັດໃຫ້ພື້ນທີ່ເທິງຕົ້ນນ້ຳບໍ່ມີນ້ຳໃຊ້.

ມົສກູ ໄດ້ປະຕິເສດຕໍ່ຄວາມຮັບຜິດຊອບໃດໆ.

“ຕົວເລກທີ່ຫຼວງຫຼາຍເປັນໂຕບົ່ງບອກດ້ວຍຕົວມັນເອງ. ການທຳລາຍຂອງເຂື່ອນ ກາຄອບກາ ໄດ້ສົ່ງຜົນເຮັດໃຫ້ເກີດການສູນເສຍ ແລະຄວາມເສຍຫາຍ” ທ່ານ ຄຣິສໂຕໂພຣອສ ໂປລີຕິສ ຮອງຜູ້ຕາງໜ້າປະຈຳຢູເຄຣນ ຮັບຜິດຊອບໂຄງການພັດທະນາຂອງສະຫະປະຊາຊາດ ໄດ້ກ່າວຢູ່ທີ່ພິທີນຳສະເໜີບົດລາຍງານ ໃນນະຄອນຫຼວງ ກີຢິບ.

ຕົວເລກໃນເບື້ອງຕົ້ນ ໄດ້ປະເມີນຄວາມເສຍຫາຍ ແລະການສູນເສຍທັງຫຼາຍ ຢູ່ທີ່ 13.79 ຕື້ໂດລາ ເມື່ອຄຳນຶງເຖິງຜົນກະທົບຕໍ່ສະພາບແວດລ້ອມ, ການສູນ ເສຍລາຍໄດ້ຈາກການຂາຍພະລັງງານ, ຄອງຊົນ ລະປະທານສຳລັບການປູກຝັງ, ການສູນເສຍຂອງເຮືອນຊານ ແລະປັດໄຈອື່ນໆນຳດ້ວຍ.

The destruction of the Kakhovka Dam in southeastern Ukraine in June caused $14 billion worth of damage and losses, a Tuesday report by the Ukrainian government and the United Nations said.

Ukraine accused Russia of blowing up the dam, which crosses the Dnipro River, flooding the surrounding area with landmine-contaminated water and leaving areas upstream without water.

Moscow has denied responsibility.

"The stark figures speak for themselves. The destruction of the Kakhovka Dam has resulted in a staggering loss and damage," said Christophoros Politis, the United Nations Development Program's deputy resident representative in Ukraine, at a presentation in Kyiv.

The preliminary figures put the damage and losses at $13.79 billion, taking into account the environmental toll, the loss of power generation, irrigation for farming, lost housing and other factors.

XS
SM
MD
LG