ມັນເປັນສິ່ງທີ່ບໍ່ເຄີຍມີມາກ່ອນ ທີ່ວ່າ ມີພວກຜູ້ຄົນຈຳນວນ 68 ລ້ານ 5 ແສນຄົນໄດ້ຖືກ
ບັງຄັບໃຫ້ຍົກຍ້າຍພັດພາກຈາກບ້ານເກີດເມືອງນອນຂອງພວກເຂົາເຈົ້າ ຢູ່ໃນທົ່ວໂລກ
ຊຶ່ງເປັນຈຳນວນອົບພະຍົບທີ່ສູງທີ່ສຸດຢ່າງເປັນປະຫວັດການ, ອີງຕາມລາຍງານຂອງ
ອົງການຂ້າຫລວງໃຫຍ່ສະຫະປະຊາຊາດວ່າດ້ວຍເລື້ອງອົບພະຍົບ ຫຼື UNHCR.
ໃນເດືອນມິຖຸນາ ປີ 2016 ທາງອົງການຂ້າຫລວງໃຫຍ່ຂອງສະຫະປະຊາຊາດດັ່ງກ່າວ
ໄດ້ເປີດເວັບໄຊຮ້ອງຂໍ ໃຫ້ຊ່ວຍເຫລືອພວກອົບພະຍົບ ຫລື #WithRefugees
Petition ເພື່ອຮ້ອງຂໍໃຫ້ລັດຖະບານປະເທດຕ່າງໆ ເຮັດວຽກຮ່ວມກັນ ແລະເຮັດພາລະ
ຂອງຕົນໃນການຊ່ວຍເຫລືອພວກອົບພະຍົບທັງຫຼາຍ. ແຕ່ວ່າ ໃນຂະນະທີ່ ທັງໂລກ
ກະກຽມລະນຶກເຖິງວັນອົບພະຍົບໂລກ ກໍຄືວັນທີ 20 ມິຖຸນາ, ຄໍາຮ້ອງຂໍດັ່ງກ່າວແມ່ນ
ບໍ່ໄດ້ຮັບຄວາມສົນໃຈຢ່າງແທ້ຈິງ. ນັກຂ່່າວວີໂອເອ ຈູລີ ທາໂບ (Julie Taboh) ມີລາຍລະອຽດເພີ້ມອີກກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ມີພວກອົບພະຍົບປະມານ 68 ລ້ານຄົນ ໃນທົ່ວໂລກ ອີງຕາມລາຍງານໃໝ່ຂອງອົງການ
ຂ້າຫລວງໃຫຍ່ສະຫະປະຊາຊາດວ່າດ້ວຍອົບພະຍົບ ຫຼື UNHCR, ຊຶ່ງທ່ານ ຄຣິດ
ບອຍເອັນ ໂຄສົກຂອງອົງການດັ່ງກ່າວເວົ້າວ່າ ສະຖານະການນັ້ນແມ່ນຂີ້ຮ້າຍຫລາຍ.
ທ່ານ ຄຣິດ ບອຍເອັນ ກ່າວວ່າ “ປັດຈຸບັນນີ້ ໃນທຸກໆສອງວິນາທີໃດ ແມ່ນມີຄົນ ຜູ໊ນຶ່ງ
ຖືກບັງຄັບໃຫ້ຍົກຍ້າຍອອກຈາກບ້ານເກີດເມືອງນອນຂອງຕົນ. ພວກຄົນເຫລົ່ານີ້
ໄດ້ຫລົບໜີບໍ່ແມ່ນຍ້ອນຢາກໜີ ແຕ່ຍ້ອນວ່າ ພວກເຂົາເຈົ້າບໍ່ມີທາງເລືອກ ນອກຈາກ
ການອົບພະຍົບລົບໜີໄປເທົ່ານັ້ນ ຖ້າຫາກວ່າພວກເຂົາເຈົ້າຢາກຈະມີຊີວິດລອດໄດ້.”
ທ່ານ ບອຍເອັນ ກ່າວວ່າ ມັນໄດ້ເຮັດໃຫ້ມີການອົບພະຍົບຫລົບໄພກັນຢູ່ທົ່ວໂລກເມື່ອ: ເກີດສົງຄາມ, ຄວາມຂັດແຍ້ງ ແລະການຂົ່ມເຫັງ ປະຫັດປະຫານ.
ທ່ານ ບອຍເອັນ ກ່າວຕື່ມວ່າ “ພວກເຮົາ ໄດ້ເຫັນຄວາມຂັດແຍ້ງໃໝ່ເກີດຂຶ້ນ
ໃນຫລາຍປະເທດແລະໃນຂົງເຂດຕ່າງໆ ຢູ່ທົ່ວໂລກ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ
ແຕ່ວ່າ ມັນໄດ້ພາໃຫ້ເກີດມີການອົບພະຍົບຫລົບໜີຂອງຜູ້ຄົນເປັນຈຳນວນຫຼວງ
ຫຼາຍ ໃນປັດຈຸບັນນີ້.”
ທ່ານ ບອຍເອັນ ເວົ້າອີກວ່າ ບໍ່ມີຜູ້ໃດດອກທີ່ຢາກຈະເລືອກໄປເປັນຜູ້ອົບພະຍົບ.
ທ່ານ ບອຍເອັນ ກ່າວເພີ້ມຕື່ມວ່າ “ອົບພະຍົບ ກໍແມ່ນຄົນຄືກັນກັບເຈົ້າ ແລະຂ້ອຍ
ຫັ້ນລະ ຊຶ່ງໄດ້ຕົກຢູ່ໃນສະພາບທີ່ເປັນໂຊກຮ້າຍທີ່ສຸດ.”
ແຕ່ວ່າ ຄົນມັກຈະບໍ່ຫລິງເຫັນຫລັກການມະນຸດສະທໍາຕົ້ນຕໍໄດ້ງ່າຍ ເມື່ອພວກເຮົາ
ຮັບມືກັບ ວິກິດການດ້ານການອົບພະຍົບ. ທ່ານແອັສກິນເດີຣ໌ ເນກາສ (Eskinder
Negash) ປະທານແລະຫົວໜ້າດ້ານບໍລິຫານຂອງຄະນະກຳມະການດ້ານອົບພະຍົບຂອງສະຫະລັດ ກ່າວວ່າ ລັດຖະບານຂອງປະເທດຕ່າງໆ ມັກຈະມອງວິກິດ
ການດ້ານອົບພະຍົບວ່າເປັນບັນຫາດ້ານຄວາມໝັ້ນຄົງຂອງຊາດ ແທນທີ່ຈະແມ່ນ
ເລື້ອງມະນຸດສະທຳ.
ທ່ານເນກາສ ກ່າວວ່າ “ພວກເຂົາເຈົ້າບໍ່ໄດ້ເຫັນຄົນພວກນີ້ວ່າ ກໍແມ່ນມະນຸດ
ພວກນຶ່ງຄືກັນ. ພວກເຂົາເຈົ້າມອງເບິ່ງຄົນເຫຼົ່ານີ້ວ່າ ເປັນພາລະຂອງສັງຄົມເທົ່ານັ້ນ.
ລັດຖະບານຂອງປະເທດທັງຫລາຍ ທີ່ຈິງແທ້ແມ່ນພາກັນຢ້ານກົວພວກອົບພະຍົບ.
ເມື່ອເຈົ້າມີຄວາມຢ້ານກົວຕໍ່ໃຜຜູ້ນຶ່ງແລ້ວ, ເຈົ້າກໍຈະບໍ່ມີຄວາມຍິນດີຈະຕ້ອນຮັບ
ພວກເຂົາເຈົ້າ.”
ທ່ານເນກາສ ກ່າວວ່າ ບັນຫາຂອງພວກອົບພະຍົບສະໄໝໃໝ່ ແມ່ນໄດ້ເລີ້ມເກີດຂຶ້ນ
ເມື່ອ 60 ປີກ່ອນ ເມື່ອປະຊາຄົມສາກົນເລີ້ມທີ່ຈະໃຫ້ທີ່ພັກພີງແກ່ພວກອົບພະຍົບ.
ທ່ານເນກາສ ສະມາຊິກຄະນະກຳມະການພວກອົບພະຍົບແລະພວກໜີເຂົ້າເມືອງ
ຂອງສະຫະລັດ ກ່າວວ່າ “ເມື່ອເຈົ້າຮັບເອົາພວກອົບພະຍົບເປັນເວລານານ 20
30 50 60 ປີ ແລ້ວນັ້ນ ມັນແມ່ນວິກິດການດ້ານມະນຸດສະທຳຢ່າງໃຫຍ່ແທ້ໆ.”
ແຕ່ວ່າ ທ່ານບອຍເອັນ ກ່າວວ່າ ມັນບໍ່ແມ່ນບັນຫາທີ່ຈະສາມາດແກ້ໄຂໄດ້ ແບບເປັນ
ແຕ່ລະປະເທດ ປະເທດໆ ໄປ.
ທ່ານບອຍເອັນ ກ່າວວ່າ “ບັນຫານີ້ ແມ່ນບັນຫາລະດັບໂລກ, ມັນແມ່ນບັນຫາຂອງ
ມະນຸດ ໂລກພວກເຮົາ. ແລະພວກເຮົາຂໍຮ້ອງໃຫ້ທຸກປະເທດ ຈົ່ງເຮັດວຽກຮ່ວມກັນ
ເພື່ອຊອກຫາທາງແກ້ໄຂບັນຫາແບບລວມໝູ່ ທີ່ສາມາດໃຊ້ໄດ້ ເພື່ອແກ້ໄຂບັນຫາ
ລວມອັນນີ້.”
ສະເປນ ໃນຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ພວກເຮົາເຫັນເປັນຕົວຢ່າງໃນການຊອກຫາທາງແກ້ໄຂບັນຫາລວມອັນນີ້ໄດ້.
ທ່ານບອຍເອັນ ກ່າວວ່າ “ການຕອບຮັບທີ່ສະເປນໄດ້ສະແດງໃຫ້ເຫັນຢູ່ໃນສັບປະດາ
ຜ່ານມານີ້ ໃນການຮັບເອົາກຳປັ່ນທີ່ກຳລັງລ່ອງລອຍຢູ່ໃນກາງທະເລທີ່ປັ່ນປ່ວນລໍາ
ນັ້ນທີ່ເຕັມໄປດ້ວຍຜູ້ຄົນທີ່ຕ້ອງການຄວາມຊ່ອຍເຫຼືອຫລາຍທີ່ສຸດນັ້ນ ເປັນຕົວຢ່າງ
ສະແດງໃຫ້ເຫັນຄວາມມີມະນຸດສະທຳ, ຄວາມມີເມດຕາກາລຸນາ ແລະເປັນການ
ກະທໍາທີ່ຖືກຕ້ອງ.”
ທ່ານບອຍເອັນ ຍັງກ່າວຕໍ່ໄປວ່າ “ການເຮັດຕາມວິທີການດັ່ງກ່າວແມ່ນສໍາຄັນຫລາຍ
ແລະການທີ່ເຮົາຕ້ອງໄດ້ຮັກສາຫຼັກການຕົ້ນຕໍເຫລົ່ານັ້ນໄວ້ກ່ອນອື່ນໝົດໃນຄວາມຄິດ
ຂອງພວກເຮົາ ແມ່ນສໍາຄັນຫລາຍ. ພວກເຮົາຢາກຈະໃຫ້ໂລກທັງໂລກເປັນແບບໃດ
ໃນມື້ນີ້, ພວກເຮົາຢາກເຫັນວ່າມັນເປັນໄປແນວໃດ ໃນມື້ອື່ນສຳລັບພວກລູກໆ ຫຼານໆ
ຂອງພວກເຮົາ, ຄຸນຄ່າຄວາມນິຍົມແບບໃດທີ່ມີຄວາມສຳຄັນຕໍ່ພວກເຮົາ? ມັນຂຶ້ນກັບ
ຕອນນີ້ ທີ່ພວກເຮົາກຳລັງໄດ້ຮັບການຕັດສິນໃຈກ່ຽວກັບເລື້ອງເຫລົ່ານີ້.”
ເຖິງແມ່ນວ່າ ບັນຫາອົບພະຍົບທີ່ຈິງແທ້ແມ່ນວິກິດການຂອງໂລກ, ທ່ານບອຍເອັນ
ຍັງເວົ້າວ່າ ມັນເປັນບັນຫາທີ່ສາມາດຈັດການແກ້ໄຂໄດ້...ມັນເປັນວິກິດການທີ່ຈະຮຽກ
ຮ້ອງໃຫ້ມີຄວາມກ້າຫານ, ມີການນຳພາ ແລະມີວິໄສທັດຂອງໂລກ.