ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເວົ້າວ່າ ຂ່າວສານເປັນສິ່ງແກ້ບັນຫາ ຂ່າວບິດເບືອນ ກ່ຽວກັບ ການລະບາດຂອງ ພະຍາດ ໄດ້


ພາບທີ່ສະໜອງໃຫ້ໂດຍອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າທ່ານ Antonio Guterres ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຢູ່ໃນກອງປະຊຸມຖະແຫລງຂ່າວແບບອອນລາຍ ໃນວັນທີ 3 ເມສາ 2020, ຢູ່ຫ້ອງການຂອງສໍານັກງານໃຫຍ່ ອົງການສະຫະປະຊາຊາດ.
ພາບທີ່ສະໜອງໃຫ້ໂດຍອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າທ່ານ Antonio Guterres ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຢູ່ໃນກອງປະຊຸມຖະແຫລງຂ່າວແບບອອນລາຍ ໃນວັນທີ 3 ເມສາ 2020, ຢູ່ຫ້ອງການຂອງສໍານັກງານໃຫຍ່ ອົງການສະຫະປະຊາຊາດ.

ໃນການລະນຶກເຖິງວັນແຫ່ງເສລີພາບດ້ານຂ່າວສານນັ້ນ ໃນວັນອາທິດວານນີ້ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານປະ ເທດຕ່າງໆ ຢູ່ທົ່ວໂລກໃຫ້ຮັບປະກັນວ່າ ພວກນັກຂ່າວສາມາດປະຕິບັດວຽກ ງານຂອງຕົນຢ່າງມີຄວາມປອດໄພ ໃນໄລຍະທີ່ມີການລະບາດລະດັບໂລກ ຂອງໄວຣັສໂຄວິດ-19 ຢູ່ນີ້.

“ໃນຂະນະທີ່ການລະບາດຂອງພະຍາດນີ້ແຜ່ລາມອອກໄປຢູ່ນັ້ນ, ມັນກໍມີການ ລະບາດ ອັນທີສອງຂອງການໃຫ້ຂໍ້ມູນທີ່ບິດເບືອນ ນັບແຕ່ການໃຫ້ຄໍາແນະ ນໍາດ້ານການແພດທີ່ເປັນອັນຕະລາຍຕໍ່ຮ່າງກາຍ ຕະຫລອດເຖິງການສ້າງທິດສະດີສົມຮູ້ຮ່ວມຄິດທີ່ເວົ້າແບບຜິດໆ ຢ່າງຮ້າຍແຮງ. ຂ່າວສານແມ່ນເປັນສິ່ງແກ້ບັນຫານີ້ໄດ້ ໂດຍການໃຫ້ຂ່າວ ແລະການວິໄຈແບບພິສູດ, ອີງໃສ່ຂໍ້ມູນ ຄວາມຈິງ,” ນັ້ນ ຄືຄໍາເວົ້າຂອງທ່ານ ແອນໂຕນິໂຍ ກູເຕເຣັສ (Antonio Guterres), ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ກ່າວຜ່ານທາງ ວີດິໂອ. ທ່ານກ່າວຕໍ່ໄປວ່າ “ແຕ່ວ່າ ນັບແຕ່ມີການລະບາດຂອງພະຍາດໄດ້ ເລີ້ມຂຶ້ນ, ພວກນັກຂ່າວຫລາຍຄົນ ໄດ້ຖືກຈໍາກັດ ແລະຖືກລົງໂທດ ນັບມື້ ນັບຫລາຍຂຶ້ນ ພຽງແຕ່ຍ້ອນວ່າເຂົາເຈົ້າເຮັດວຽກຂອງຕົນເອງເທົ່ານັ້ນ.”

ອົງການສະຫະປະຊາຊາດຮັບຮູ້ວ່າ ຕ້ອງໄດ້ມີການຈໍາກັດການເດີນທາງເພື່ອຈະ ເຮັດໃຫ້ໄວຣັສຫລຸດລົງ ແຕ່ກໍເວົ້າວ່າ ການຈໍາກັດ “ຕ້ອງບໍ່ຖືກນໍາໃຊ້ແບບຜິດໆ” ເພື່ອບໍ່ໃຫ້ພວກນັກຂ່າວເຮັດວຽກຂອງເຂົາເຈົ້າໄດ້.

ຢ່າງໜ້ອຍມີພະນັກງານຂ່າວສານ 55 ຄົນເສຍຊີວິດຢູ່ໃນ 23 ປະເທດນັບແຕ່ ວັນທີ 1 ມີນາເປັນຕົ້ນມາ ຍ້ອນການລະບາດລະດັບໂລກ ຂອງໄວຣັສນີ້, ອີງ ຕາມອົງການປຸກລະດົມດ້ານຂ່າວສານເອມເບລມ (Emblem) ທີ່ຕັ້ງຢູ່ນະຄອນ ເຈນິວາ.

ວີໂອເອ ໄດ້ຕິດຕາມເບິ່ງການກວດdkຄວບຄຸມ ແລະການລະເມີດສິດເສລີພາບ ໃນການອອກຂ່າວທີ່ກ່ຽວພັນກັບພະຍາດ ໂຄວິດ-19 ຢູ່.

ວັນແຫ່ງເສລີພາບໃນດ້ານຂ່າວສານ ຖືກນໍາພາໂດຍອົງການວິທະຍາສາດ ການ
ສຶກສາ ແລະວັດທະນະທໍາຂອງສະຫະປະຊາຊາດ ຫລື UNESCO ທີ່ໄດ້ປະ ກາດຄໍາຂວັນຂອງປີນີ້ອອກມາວ່າ “ການອອກຂ່າວໂດຍປາດສະຈາກຄວາມຢ້ານ ຫລື ຄວາມເອື້ອເຟື້ອ” ຊຶ່ງເວົ້າເປັນພາສາອັງກິດວ່າ "Journalism without Fear or Favor."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Marking World Press Freedom Day, the United Nations Secretary-General called on governments around the world Sunday to guarantee that journalists can safely do their jobs during the COVID-19 pandemic.

“As the pandemic spreads, it has also given rise to a second pandemic of misinformation, from harmful health advice to wild conspiracy theories. The press provides the antidote: verified, scientific, fact-based news and analysis,” U.N. Secretary-General Antonio Guterres said in a video message Sunday. “But since the pandemic began, many journalists are being subjected to increased restrictions and punishments simply for doing their jobs.”

The U.N. acknowledged the need to limit travel to beat the virus but said that the constraints “must not be abused” to keep journalists from doing their work.

At least 55 media workers in 23 countries have died since March 1 because of the pandemic, according to the Geneva-based Press Emblem Campaign.

VOA has been tracking COVID-19-linked censorship and press freedom violations.

World Press Freedom Day is spearheaded by United Nations Educational Scientific and Cultural Organization (UNESCO), which has declared this year's motto "Journalism without Fear or Favor."

XS
SM
MD
LG