ອົງການສະຫະປະຊາຊາດກ່າວວ່າ ການຜະລິດຢາຝິ່ນໃນມຽນ
ມາ ຍັງສືບຕໍ່ເພີ່ມຂຶ້ນ ໃນປີ 2013 ນີ້ ເຫດຜົນສ່ວນນຶ່ງກໍຄືວ່າ
ພວກຊາວໄຮ່ປູກຝິ່ນມີທາງເລືອກໜ້ອຍຫລາຍ ສໍາລັບການ
ຫາລ້ຽງຊີບດ້ວຍວິທີອື່ນນັ້ນ.
ລາຍງານປະຈໍາປີຂອງຫ້ອງການຢາເສບຕິດແລະອາຊະຍະກໍາ
ຂອງສະຫະປະຊາຊາດ ລາຍງານວ່າ ຄວາມຮຽກຮ້ອງຕ້ອງການ
ຢາເສບຕິດທີ່ຜິດກົດໝາຍພວກນີ້ ທີ່ມີເພີ້ມຂຶ້ນນັບມື້ຢູ່ໃນເອເຊຍ
ນັ້ນ ກໍໄດ້ມີສ່ວນຊ່ວຍໃນການເຮັດໃຫ້ການປູກຝິ່ນໃນມຽນມາ
ສູງຂຶ້ນເຖິງ 26 ສ່ວນຮ້ອຍ ຈາກລະດັບຂອງປີກາຍນີ້.
ຮວມທັງໝົດແລ້ວ ມຽນມາແມ່ນໄດ້ຜະລິດຝິ່ນ ປະມານ 870 ໂຕນ ໃນປີ 2013 ນີ້ ຊຶ່ງເປັນ
ຈໍານວນທີ່ຫຼາຍທີ່ສຸດ ນັບຕັ້ງແຕ່ສະຫະປະຊາຊາດໄດ້ເລີ່ມເກັບກໍາສະຖິຕິ ໃນປີ 2002
ເປັນຕົ້ນມານັ້ນ.
ມຽນມາເປັນປະເທດ ອັນດັບ 2 ຮອງຈາກອັຟການີສຖານ ທີ່ປູກຝິ່ນຫຼາຍທີ່ສຸດ ຊຶ່ງເປັນ
ເຄື່ອງປະກອບອັນສໍາຄັນ ໃນການຜະລິດຢາ ເຮໂຮອີນແລະຢາເສບຕິດຜິດກົດໝາຍ
ຢ່າງອື່ນໆອີກ.
ໃນປີ 1999 ມຽນມາໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົບລ້າງການປູກຝິ່ນໃຫ້ໝົດໄປພາຍໃນ
ປີ 2014 ຫາກແຕ່ວ່າການປູກຝິ່ນ ໄດ້ເພີ່ມຂຶ້ນໃນແຕ່ລະປີ ນັບຕັ້ງແຕ່ປີ 2006 ມາ.
ສະຫະປະຊາຊາດກ່າວວ່າ ຄວາມພະຍາຍາມຂອງລັດຖະບານທີ່ຈະທໍາລາຍຜົນລະປູກ
ຕົ້ນຝິ່ນທີ່ວ່ານີ້ ບໍ່ໄດ້ຊ່ວຍແກ້ໄຂບັນຫາທາງການເມືອງແລະເສດຖະກິດ ອັນເປັນສາເຫດ
ພື້ນຖານທີ່ພາໃຫ້ ຊາວມຽນມາພາກັນປູກຝິ່ນນັ້ນ.
ລາຍງານຍັງກ່າວອີກວ່າ ເງິນທີ່ໄດ້ມາຈາກການປູກຝິ່ນນັ້ນ ເປັນປັດໃຈທີ່ສໍາຄັນສໍາຫຼັບ
ຄອບຄົວ ຂອງພວກຊາວໄຮ່ຊາວນາຢູ່ໃນມຽນມາ ຊຶ່ງເປັນປະເທດທີ່ທຸກຈົນທີ່ສຸດ ໃນຂົງ
ເຂດເອເຊຍອາຄະເນ. ສ່ວນຜົນລະປູກອື່ນໆ ເຊັ່ນເຂົ້ານັ້ນ ແມ່ນນໍາລາຍໄດ້ເຂົ້າສູ່ຄອບ
ຄົວນັ້ນພຽງແຕ່ສ້ຽວນຶ່ງເທົ່ານັ້ນ.