ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ສ​ປ​ຊ: ໂປ​ລີ​ໂອ ຍັງ​ຄົງ​ເປັນ​ໄພ​ຂົ່ມ​ຂູ່ ​ໃນ​ທົ່ວ​ໂລກ


ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຢອດ​ຢາ ໂປ​ລີ​ໂອ ໃຫ້​ເດັກ​ຍິງ​ຄົນ​ນຶ່ງ​ໃນ​ນ​ະ​ຄອນຫຼວງ ລາ​ຮໍ, ປະ​ເທດ ປາ​ກິ​ສ​ຖານ. 9 ເມ​ສາ, 2018.
ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຢອດ​ຢາ ໂປ​ລີ​ໂອ ໃຫ້​ເດັກ​ຍິງ​ຄົນ​ນຶ່ງ​ໃນ​ນ​ະ​ຄອນຫຼວງ ລາ​ຮໍ, ປະ​ເທດ ປາ​ກິ​ສ​ຖານ. 9 ເມ​ສາ, 2018.

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ໂຣກ​ໂປ​ລີ​ໂອ ຫຼື ໂຣກເປ້ຍລ່ອຍ ຍັງ​ຄົງ​ເປັນ​ໄພ​ສຸກ
ເສີນດ້ານສາທາລະນະສຸກ ແລະ ວ່າ ການແຜ່ລາມຂອງມັນໃນໂລກແມ່ນຍັງໃນລະ
ດັບສູງຢູ່. ນັກຂ່າວ ນາງ ລີຊາ ຊລານ (Lisa Schlein) ມີລາຍງານສຳລັບວີໂອເອ
ຈາກສຳນັກງານໃຫຍ່ອົງການອະນາໄມໂລກ ໃນນະຄອນ ເຈນີວາ ປະເທດ ສວິດ
ເຊີແລນ.

ໄດ້​ມີຄວາມ​ກ້າວ​ໜ້າຢ່າງຫຼວງຫຼາຍ ​ໃນ​ຄວ​າມ​ພະ​ຍາ​ຍາມ​ທີ່​ຈະ​ກວາດ​ລ້າງ​ໂຣກ​ໂປ​
ລີໂອໃນທົ່ວໂລກໃຫ້ໝົດໄປ. ກ່ອນໂຄງການລົບລ້າງທົ່ວໂລກໄດ້ເລີ່ມຂຶ້ນເມື່ອ 30 ປີ
ທີ່ຜ່ານມາ, ເດັກນ້ອຍປະມານ 350,000 ຄົນ ໄດ້ກາຍເປັນອຳມະພາດຍ້ອນໂປລີໂອ
ໃນແຕ່ລະປີ. ຕົວເລກດັ່ງກ່າວ ໄດ້ຫຼຸດລົງເປັນ 28 ຄົນໃນປີ 2018.

ຢູ່​ພາຍນອກ, ມັນ​ບໍ່​ປາ​ກົດ​ວ່າ​ໂຣກ ໂປ​ລີ​ໂອ ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສາ​ກົນ, ແຕ່​ແນວ​ໃດ​
ກໍຕາມ, ປະທານຂອງຄະນະກຳມະການໄພສຸກເສີນຂອງອົງການອະນາໄມໂລກ,
ທ່ານນາງ ເຮເລັນ ຣີສ, ກໍກ່າວວ່າ ຄວາມກ້າວໜ້າດັ່ງກ່າວ ແມ່ນແຕກຫັກໄດ້ງ່າຍ.
ທ່ານນາງເວົ້າວ່າ ທຸກໆແຜນຍຸດທະສາດ ດ້ານການແພດທີ່ມີຢູ່ ຕ້ອງຖືກນຳມາໃຊ້
ເພື່ອປ້ອງກັນໄວຣັສໂປລີໂອທຳມະຊາດ ຈາກການແຜ່ລາມຂ້າມເຂດຊາຍແດນ.

ທ່າ​ນ​ນາງ ເຮ​ເລັນ ເວົ້າ​ວ່າ “ຄວາມ​ຢ້ານ​ກົວ​ກໍ​ແມ່ນ​ວ່າ ພວກ​ເຮົາ​ອາດ​ໄດ້​ເຫັນ​ການ​ກັບ​
ຄືນມາຂອງມັນ, ເຊິ່ງພວກເຮົາອາດໄດ້ເຫັນມັນແຜ່ລະບາດອີກຄັ້ງນຶ່ງ ແລະ ການປ່ຽນ
ແປງວຽກງານທັງໝົດຢ່າງສິ້ນເຊີງ ແລະ ຄວາມພະຍາຍາມທົ່ວໂລກຂອງທຸກໆປະ
ເທດທີ່ໄດ້ເຮັດ ເພື່ອພະຍາຍາມລົບລ້າງໂປລີໂອ. ແລະ ພວກເຮົາບໍ່ສາມາດອະນຸຍາດ
ໃຫ້ສິ່ງດັ່ງກ່າວນັ້ນເກີດຂຶ້ນໄດ້ຢ່າງແນ່ນອນ.”

ໂປ​ລີ​ໂອ ຍັງ​ຄົງ​ລະ​ບາດ​ຢູ່​ໃນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ, ປາ​ກິ​ສ​ຖານ ແລະ ໄນ​ຈີ​ເຣຍ.
ທ່ານນາງ ຣີສ ເວົ້າວ່າໃນສອງສາມເດືອນທີ່ຜ່ານມາ, ມັນໄດ້ມີຄວາມເປັນຫ່ວງ ກ່ຽວກັບ
ການສົ່ງໄວຣັສໂປລີໂອທຳມະຊາດ ໄປຫາ ແລະ ມາຈາກປະເທດ ປາກິສຖານ ແລະ
ອັຟການິສຖານ.

ທ່ານ​ນາງ ຣີ​ສ ກ່າ​ວ​ວ່າ “ພວກ​ເຮົາ​ມີ​ຕົວ​ຢ່າງ​ທີ່​ມີ​ຢ່າງກວ້າງ​ຂວາງ, ແລະ ສິ່ງ​ແວດ​ລ້ອມ
ທີ່ເປັນແງ່ບວກໃນປະເທດ ປາກິສຖານ. ແລະ ໃນ ອັຟການິສຖານ ຍ້ອນມັນມີສະຖາ
ນະການທີ່ຫຍຸ້ງຍາກກວ່າຢູ່ຫັ້ນ ໃນແງ່ຂອງດ້ານຄວາມປອດໄພ, ພວກເຮົາບໍ່ສາມາດ
ທີ່ຈະເຂົ້າຫາເດັກນ້ອຍຫຼາຍເຖິງປະມານ ນຶ່ງລ້ານຄົນ ເພື່ອສັກຢາໃຫ້ເຂົາເຈົ້າ.”

ນອກ​ຈາກ​ນັ້ນ, ມັນ​ກໍ​ມີ​ຂ່າວ​ດີ​ຈາກ​ພາກ​ພື້ນ ອາ​ຟ​ຣິ​ກາ. ຜູ້​ນວຍ​ການ​ໂຄງ​ການ​ລົບ​ລ້າງ
ໂປລີໂອ ຂອງອົງການອະນາໄມໂລກ, ທ່ານ ມິແຊລ ຊັຟຟຣານ, ໄດ້ກ່າວເນັ້ນວ່າ ໄວ
ຣັສໂປລີໂອທຳມະຊາດ ແມ່ນບໍ່ໄດ້ຖືກພົບເຫັນໃນປະເທດ ໄນຈີເຣຍ ນັບຕັ້ງແຕ່ມັນ
ໄດ້ຖືກພົບເຫັນເປັນຄັ້ງສຸດທ້າຍ ດົນກວ່າສອງປີທີ່ຜ່ານມາ.

ຖ້າ​ມັນ​ເປັນ​ແນວນີ້, ທ່ານ​ເວົ້າ​ວ່າ ຄະ​ນະ​ກຳ​ມາ​ທິ​ການກວດກາ​ຮັບ​ຮອງ ​ໃນ​ພາກ​ພື້ນ ​
ອາດຢູ່ໃນຕຳແໜ່ງທີ່ຈະປະກາດວ່າ ໄວຣັສໂປລີໂອທຳມະຊາດ ແມ່ນໄດ້ຖືກລົບລ້າງ
ຈາກພາກພື້ນ ອາຟຣິກາ ໃນທ້າຍປີ 2019 ນີ້ ຫຼືຕົ້ນປີ 2020. ທ່ານເວົ້າວ່າ ເງິນ
4,200 ລ້ານໂດລາແມ່ນມີຄວາມຈຳເປັນ ໃນອີກ 5 ປີຂ້າງໜ້າ ເພື່ອກຳຈັດໂຣກນີ້.

ໂປ​ລີ​ໂອ, ເຊິ່ງບໍ່​ມີ​ຢາ​ຮັກ​ສານັ້ນ, ຈະ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ລະ​ບົບ​ປະ​ສາດ ແລະ ສາ​ມາດ
ເຮັດໃຫ້ເປັນອຳມະພາດ ທີ່ບໍ່ສາມາດປິ່ນປົວໄດ້ ພາຍໃນບໍ່ເທົ່າໃດຊົ່ວໂມງ. ອົງການ
ອະນາໄມໂລກເວົ້າວ່າ ໂປລີໂອ ແມ່ນສາມາດສົ່ງຕໍ່ຈາກຄົນນຶ່ງໄປຫາອີກຄົນນຶ່ງໄດ້
ຜ່ານສິ່ງທີ່ໄດ້ສຳພັດກັບອາໂຈມໄປສູ່ປາກຂອງຄົນ, ຫຼື ພາຫະນະທົ່ວໄປ ຄື ອາຫານ
ແລະ ນ້ຳທີ່ເປິເປື້ອນ. ການເປັນໄຂ້ຫວັດ, ຄວາມອິດເມື່ອຍ, ເຈັບຫົວ, ຮາກ, ຂັດຄໍ
ແລະ ປວດແຂນປວດຂາ ແມ່ນອາການທັງຫຼາຍຂອງໂຣກໂປລີໂອ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG