ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເວົ້າວ່າ ຄືກັນກັບໂຄວິດ-19 ຄວາມບໍ່ສະເໝີພາບກັນ ແມ່ນແຮງຂັບເຄື່ອນ ຜັກດັນການລະບາດຂອງໂຣກເອດສ໌


ທ່ານນາງ ວິນນີ ເບຢານີມາ (Winnie Byanyima), ຜູ້ອຳນວຍການຝ່າຍບໍລິຫານຂອງໂຄງການ UNAIDS ຕອບຄໍາຖາມຄົນຢູ່ກອງປະຊຸມທີ່ນະຄອນເຈນີວາ, ວັນທີ 3 ກໍລະກົດ, 2020
ທ່ານນາງ ວິນນີ ເບຢານີມາ (Winnie Byanyima), ຜູ້ອຳນວຍການຝ່າຍບໍລິຫານຂອງໂຄງການ UNAIDS ຕອບຄໍາຖາມຄົນຢູ່ກອງປະຊຸມທີ່ນະຄອນເຈນີວາ, ວັນທີ 3 ກໍລະກົດ, 2020

ຫົວໜ້າໂຄງການຕ້ານໂຣກເອດສ໌ ຂອງອົງການສະຫະປະຊາຊາດ ຫລື UNAIDS ກ່າວໃນວັນອັງຄານວານນີ້ວ່າ ຄວາມບໍ່ສະເໝີພາບກັນແມ່ນສິ່ງຂັບເຄື່ອນຕົ້ນນຕໍທີ່ຜັກດັນການລະບາດຂອງເຊື້ອເອສໄອວີ (HIV) ຫລື ໂຣກ ເອດສ໌ ( AIDS) ຄືກັນກັບມັນຜັກດັນການລະບາດຂອງພະຍາດໂຄວິດ-19.

ທ່ານນາງ ວິນນີ ເບຢານີມາ (Winnie Byanyima), ຜູ້ອຳນວຍການຝ່າຍບໍລິຫານຂອງໂຄງການ UNAIDS ກ່າວວ່າ “ຄວາມບໍ່ສະເໝີພາບກັນດ້ານອຳນາດ, ສະຖານະພາບ, ສິດ ແລະສຽງ ກໍາລັງຂັບເຄື່ອນຜັກດັນການແຜ່ລະບາດຂອງໂລກເອດສ໌." “ຄວາມບໍ່ສະເໝີພາບກັນຂ້າຄົນ."

ນັບຕັ້ງແຕ່ມີກໍລະນີທຳອິດຖືກລາຍງານເມື່ອ 40 ປີກ່ອນ, ໂຄງການ UNAIDS ກ່າວວ່າປະຊາຊົນ 77 ລ້ານ 5 ແສນຄົນໄດ້ຕິດເຊື້ອເອສໄອວີ (HIV) ແລະເກືອບຮອດ 35 ລ້ານຄົນໄດ້ເສຍຊີວິດຍ້ອນໂລກເອດສ໌.

ທ່ານນາງ ເບຢານີມາ ກ່າວຕໍ່ກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ສະຫະປະຊາຊາດວ່າ ປະເທດຕ່າງໆຕ້ອງຍຸຕິຄວາມບໍ່ສະເໝີພາບກັນ ທີ່ພາໃຫ້ ເຊື້ອເອສໄອວີ (HIV) ຫລື ໂຣກເອດສ໌ສືບຕໍ່ມີຢູ່ນັ້ນ ຖ້າພວກເຂົາເຈົ້າຢາກບັນລຸເປົ້າໝາຍຂອງຕົນໃນການຍຸຕິການລະບາດໃນປີ 2030.

ທ່ານນາງກ່າວວ່າ "ມື້ນີ້ພວກເຮົາກຳລັງຕັ້ງເປົ້າໝາຍທີ່ກ້າຫານ ແລະສູງສຸດ ເພື່ອໃຫ້ເຂົ້າເຖິງ 95 ເປີເຊັນຂອງຜູ້ທີ່ມີຄວາມຕ້ອງການການປິ່ນປົວແລະປ້ອງກັນໂຣກເອດສ໌ໄດ້." ທ່ານນາງກ່າວຕໍ່ໄປວ່າ “ເພື່ອຈະໄປເຖິງຈຸດນັ້ນໄດ້ພວກເຮົາຈຳເປັນຕ້ອງຄິດຄືນໃໝ່ກ່ຽວກັບການບໍລິການດ້ານເອສໄອວີ (HIV), ເຮັດໃຫ້ການບໍລິການນີ້ສາມາດເຂົ້າເຖິງໄດ້ ແລະອອກແບບມາ ໂດຍອີງໃສ່ຊີວິດຂອງຜູ້ຄົນ.”

ທ່ານນາງ ເບຢານີມາ ກ່າວວ່າການປ້ອງກັນການລະບາດຂອງໂຄວິດ-19 ສະແດງໃຫ້ເຫັນວ່າ ຄວາມຍິນດີທາງການເມືອງສາມາດຊ່ວຍຜັກດັນວິທະ ຍາສາດໄດ້ແນວໃດ ແລະຕ້ອງໄດ້ມີການຜັກດັນປະເພດນັ້ນໃນການປິ່ນປົວ, ປ້ອງກັນ, ດູແລ ແລະສັກຢາວັກຊີນປ້ອງກັນເອສໄອວີ (HIV)/ເອດສ໌

ຜູ້ສົ່ງຂໍ້ຄວາມດ້ານສັນຕິພາບຂອງອົງການສະຫະປະຊາຊາດ, ທ່ານນາງ ຊາລີສ ເທຣັນ (Charlize Theron) ກ່າວຕໍ່ກອງປະຊຸມໂດຍການສົ່ງຂໍ້ຄວາມ ຜ່ານທາງວິດີໂອ ໃນວັນອັງຄານວານນີ້.

ນັກສະແດງຍິງຊາວອາຟຣິກາໃຕ້ຜູ້ນີ້ກ່າວວ່າ ມັນມັກຈະແມ່ນຄົນທີ່ມີຄວາມສ່ຽງຫຼາຍທີ່ສຸດ ທີ່ມີໂອກາດເຂົ້າເຖິງການບໍລິການທີ່ເຂົາເຈົ້າຕ້ອງການນັ້ນ ໜ້ອຍທີ່ສຸດ.

ທ່ານນາງເທຣັນ ກ່າວອີກວ່າ “ຍ້ອນວ່າຄວາມຈິງຍັງມີຢູ່, ບໍ່ວ່າທ່ານຈະຍັງມີ ຫຼືເສຍຊີວິດໄປຍ້ອນໂຣກເອດສ໌ ກໍ່ຍັງມັກຈະຖືກກຳນົດ ຫລາຍເກີນໄປ ໂດຍການທີ່ວ່າທ່ານເປັນໃຜ, ຄົນທີ່ທ່ານຮັກແມ່ນໃຜ ແລະທ່ານອາໄສຢູ່ບ່ອນໃດ.

ບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຖະແຫຼງການທາງການເມືອງກ່ຽວກັບການຜັກດັນຄວາມຄືບໜ້າເພື່ອໃຫ້ບັນລຸເປົ້າໝາຍປີ 2030 ໄດ້, ແຕ່ວ່າ ການເຮັດແນວນັ້ນມັນ ກໍບໍ່ໄດ້ປາດສະຈາກການຖົກຖຽງກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG