ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ລິເລີ້ມໂຄງການດ້ານມະນຸດສະທຳ ໃນວິກິດການ ໄວຣັສໂຄວິດ ດ້ວຍທຶນ ມູນຄ່າ 2 ພັນລ້ານໂດລາ


ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣສ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສຳນັກງານໃຫຍ່ສະຫະປະຊາຊາດ ໃນວັນທີ 4 ກຸມພາ 2020 ທີ່ນະຄອນນິວຢອກ.
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣສ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ສຳນັກງານໃຫຍ່ສະຫະປະຊາຊາດ ໃນວັນທີ 4 ກຸມພາ 2020 ທີ່ນະຄອນນິວຢອກ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣສ ຮຽກຮ້ອງຕໍ່ໂລກ ໃນ
ວັນພຸດວານນີ້ ເພື່ອຂໍທຶນ 2 ພັນລ້ານໂດລາສະຫະລັດສຳລັບຊ່ອຍເຫຼືອປະເທດຕ່າງໆ
ທີ່ມີຄວາມສ່ຽງທີ່ສຸດ ຮັບມືກັບການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ.

ທ່ານກູແຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວ ໃນກອງປະຊຸມຖະແຫລງຂ່າວໂດຍຜ່ານທາງ
ອອນລາຍ ຫຼື ອິນເຕີເນັດ ວ່າ “ໄວຣັສ COVID-19 ເປັນໄພອັນຕະ ລາຍຕໍ່ມະນຸດຊາດ
ທັງມວນ ແລະເພາະສະນັ້ນ ມະນຸດຊາດທັງໝົດ ຕ້ອງຕໍ່ສູ້ກັບມັນ.” ທ່ານກ່າວຕໍ່ໄປວ່າ
“ແຕ່ລະປະເທດຮັບມືຕາມລຳພັງ ແມ່ນຈະບໍ່ພຽງພໍ.”

ທຶນດັ່ງກ່າວ ຈະຊ່ອຍເຫຼືອ 40 ປະເທດທີ່ກຳລັງພັດທະນາ ຊຶ່ງມີຄວາມສ່ຽງທີ່ສຸດ ໃນ
ໄລຍະ 9 ເດືອນຂ້າງໜ້ານີ້ ທີ່ມີແນວໂນ້ມສູງວ່າ ພວກ 40 ປະເທດດັ່ງກ່າວ ຈະຕ້ອງ ຮັບມືກັບການແຜ່ລະບາດຂອງໄວຣັສປອດອັກເສບທີ່ເປັນອັນ ຕະລາຍຮ້າຍແຮງນີ້.

ທ່ານກູແຕເຣສ ກ່າວເຕືອນວ່າ “ໂລກພຽງແຂງຂັນໄດ້ເມື່ອລະບົບສາທາລະນະສຸກຂອງ
ພວກເຮົາ ຢູ່ໃນພາວະທີ່ອ່ອນແອທີ່ສຸດ. ຖ້າພວກເຮົາບໍ່ຕັດສິນໃຈຢ່າງເດັດຂາດ ດຽວນີ້,
ຂ້າພະເຈົ້າຢ້ານວ່າ ໄວຣັສນີ້ ຈະແຜ່ລະບາດໄປໃນພວກປະເທດທີ່ບອບບາງທີ່ສຸດ ເຮັດ
ໃຫ້ໂ ລກທັງໝົດມີຄວາມສ່ຽງ ໃນຂະນະທີ່ມັນກະຈາຍໄປອ້ອມໂລກ ໂດຍທີ່ບໍ່ຄຳນຶງເຖິງ
ພົມແດນທີ່ຈະກີດກັນມັນໄດ້.”

ທຶນຈຳນວນ 2 ພັນລ້ານໂດລາ ຈະໃຊ້ເຂົ້າໃນແຜນປະຕິບັດງານ 6 ຂໍ້. ພາຍໃນເປົ້າໝາຍ
ຂອງແຜນການນີ້ ແມ່ນປັບປຸງມາດຕະການສ້າງຈິດສຳນຶກ ຂອງມະຫາຊົນທີ່ຈຳເປັນ ເພື່ອ
ເຮັດໃຫ້ການແຜ່ລະບາດຂອງໄວຣັສຊັກຊ້າລົງ ທີ່ປະກອບດ້ວຍ ການຢູ່ຫ່າງກັນໃນສັງຄົມ ແລະການລ້າງມື. ເພີ້ມການກວດຫາໄວຣັສຫຼາຍຂຶ້ນ ແລະຈັດລຳດັບຄວາມສຳຄັນໃນ
ການຮັກສາປິ່ນປົວຈຳພວກທີ່ມີຄວາມສ່ຽງສູງທີ່ສຸດ ຜູ້ທີ່ປ່ວຍໜັກ ຍັງລວມຢູ່ໃນນີ້ນຳດ້ວຍ.

ແຜນການດັ່ງກ່າວ ຍັງໄດ້ຈັດສັນແຫລ່ງຊັບພະກອນຈາກຫຼາຍພາກສ່ວນ ເພື່ອປົກປ້ອງ
ພວກພະນັກງານດ້ານສາທາາລະນະສຸກ ແລະມະນຸດສະທຳ ຜູ້ທີ່ຢູ່ແນວໜ້າ.

ສ່ວນຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານໝໍ ເທໂດຣສ ອາດານອມ
ເກບລີເຢຊັສ ໄດ້ກ່າວວ່າ “ຂໍ້ຄວາມຂອງພວກເຮົາເຖິງໝົດທຸກປະເທດ ແມ່ນຈະແຈ້ງ
ແລ້ວວ່າ ໃຫ້ຟັງຄຳເຕືອນດຽວນີ້, ໃຫ້ສະໜັບສະໜູນແຜນການນີ້ ທາງດ້ານການເມືອງ
ແລະດ້ານການເງິນ ມື້ນີ້, ແລະພວກເຮົາຈຶ່ງສາມາດຊ່ອຍຊີວິດ ແລະເຮັດໃຫ້ການແຜ່
ລະບາດຂອງໄວຣັສຊ້າລົງໄດ້. ປະຫວັດສາດຈະຕັດສິນພວກເຮົາກ່ຽວກັບວ່າ ພວກເຮົາ
ໄດ້ຕອບສະໜອງຕໍ່ໍ່ປະຊາຄົມທີ່ທຸກຍາກທີ່ສຸດທັງຫຼາຍ ໃນຍາມທີ່ມືດມົນທີ່ສຸດຂອງ
ພວກເຂົາເຈົ້າ.”

ອົງການມະນຸດສະທຳຂອງສະຫະປະຊາຊາດຫຼືເອີ້ນຫຍໍ້ວ່າ OCHA ຈະປະສານງານ
ແຜນການດັ່ງກ່າວ ຊຶ່ງຈະນຳເອົາການຮຽກຮ້ອງຕ່າງໆ ທີ່ມີຢູ່ແລ້ວຈາກອົງການ WHO
ແລະອົງການສະຫະປະຊາຊາດທີ່ເປັນຄູ່ພາຄີ ມາຮວມເຂົ້າກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG