ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົ່ວໂລກສູນເສຍເງິນໄປ ຫຼາຍຮ້ອຍພັນລ້ານໂດລາ ຍ້ອນການຕັດແລະຄ້າໄມ້ເຖື່ອນ


ປ່າໄມ້ແຫ່ງນຶ່ງ ໃນຫຼາຍແຫ່ ງ ຢູ່ປະເທດເຂດຮ້ອນ ທີ່ຖືກທໍາລາຍ
ປ່າໄມ້ແຫ່ງນຶ່ງ ໃນຫຼາຍແຫ່ ງ ຢູ່ປະເທດເຂດຮ້ອນ ທີ່ຖືກທໍາລາຍ
ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ກຸ່ມຈັດ​ຕັ້ງ​ອາຊະຍາ​ກໍາ​ ​ແມ່ນ
ມີ​ສ່ວນ​ພົວພັນນໍາຫລາຍ​ຮອດ 30 ​ເປີ​ເຊັນ ຂອງ​ການຕັດ​ແລະ​ຄ້າ
​ໄມ້​ທ່ອນ​ເຖື່ອນ​ຢູ່​ໃນ​ທົ່ວ​ໂລກ ແລະ​ຫຼາຍ​ກວ່າ​ເຄິ່ງນຶ່ງ​ ຢູ່ໃນບາງ
ປະ​ເທດ​ເຂດ​ຮ້ອນທີ່​ສໍາຄັນ. ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ ໂດຍໂຄງ
ການ​ສະພາບ​ແວດ​ລ້ອມ​ຂອງ​ສະຫະ​ປະ ຊາ​ຊາດ ຫຼື UNEP ​ແລະ
​ອົງການ​ຕໍາຫຼວດ​ສາກົນ ຫຼື INTERPOL ເວົ້າວ່າ ກິດຈະກໍາທີ່ຜິດ
ກົດໝາຍອັນ​ນີ້ ກໍາລັງຫັນ​ເຫ​ເອົາລາຍໄດ້ຈໍານວນ ຫຼາຍພັນລ້ານ
ໂດລາອອກ​ໄປ​ຈາກງົບປະມານການພັດທະນາສ້າງສາ​ປະ​ເທດ.

ລາຍ​ງານ​ຮ່ວມ​ສະບັບ​ດັ່ງກ່າວ ​ທີ່​ມີ​ຊື່ວ່າ “ຄາບ​ອນສີຂຽວ/ການ
​ຄ້າມືດ” ເວົ້າ​ວ່າ ​ເງິນ​ຈໍານວນ​ລະຫວ່າງ 30 ​ແລະ 100 ພັນ​ລ້ານ
​ໂດ​ລາ ຕ້ອງສູນ​ເສຍ​ໄປ​ໃນ​ແຕ່ລະ​ປີ ​ຍ້ອນ​ການຕັດ​ແລະ​ຄ້າ​ໄມ້
​ຜິດ​ກົດໝາຍ. ການສູນເສຍດັ່ງກ່າວ​ນີ້ ​ສ່ວນ​ໃຫຍ່​ແມ່ນລວມ​ຢູ່​ໃນ
​ບັນດາ​ປະ​ເທດ​ທີ່​ມີ​ການຕັດ​ໄມ້ທ່ອນ​ລາຍ​ໃຫຍ່ໆ ​ໃນ​ຂົງ​ເຂດອາ​ຟຣິກາ​ກາງ ​ເຂດອ່າງ​ແມ່​ນໍ້າ
ອ​ະ​ມ​າຊອນ ​ແລະ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ນອກຈາກຍາດ​ແຍ່ງ​ເອົາ​ລາຍ​ໄດ້ໄປ​ຈາກການ​ພັດທະນາ​ແລ້ວ ການຕັດ​ແລະຄ້າໄມ້​ເຖື່ອນ​ຍັງ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ຄວາມ​ພະຍາຍາມ​ເພື່ອ​ລົດ​ຜ່ອນ​ສະພາບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງ ​ແລະ​ຍັງ​ນໍາ​ໄປ​ສູ່​ການ​ຂາດ​ສະຖຽນ​ລະ ພາບ​ທາງ​ການ​ເມືອງ​ອີກ​ດ້ວຍ. ອົງການ ຢູ​ເນັບ (UNEP) ກ່າວ​ວ່າ ການ​ຕັດ​ໄມ້​ທໍາລາຍ​ປ່າ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຈາກ​ການ​ຕັດ​ໄມ້​ທ່ອນ​ຢູ່​ໃນ​ພວກ​ປ່າ​ດົງດິບ​ເຂດ​ຮ້ອນ ​ແມ່ນເປັນ​ຕົວ​ການ​ຮັບຜິດຊອບ​ເກືອບ​ 20 ​ເປີ​ເຊັນຂອງ​ການ​ປ່ອຍ
​ແກ​ສພິດ​ຄາບ​ອນທັງໝົດ ຫຼື 50 ເປີ​ເຊັນ​ຫຼາຍ​ກວ່າປະລິມານ​ທີ່ປ່ອຍ​ອອກ​ມາ​ຈາກ​ກໍ່າ​ປັ່ນ ​ເຮືອບິນ ​ແລະການ​ຂົນ​ສົ່ງ​ທາງພາກ​ພື້ນ​ດິນ​ລວມກັນ.

ລາຍ​ໄດ້​ຈາ​ກການ​ຄ້າ​ໄມ້​ທ່ອນ​ຜິດ​ກົດໝາຍ ​ແມ່ນ​ໄດ້ຖືກ​ນໍາ​ເອົາ​ໄປ​ໃຊ້​ໂດຍ​ກຸ່ມກະບົດແລະ
ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ ຈາກ​ຕັ້ງ​ແຕ່​ກຸ່​ມຂະເໝນ​ແດງ​ໃນກໍ​ປູ​ເຈຍ ​ໃນຊຸມ​ປີ 1970 ​ໄປ​ຈົນເຖິງ
ກຸ່ມກອງທັບ​ຕໍ່ຕ້ານ​ຂອງ​ພະ​ເຈົ້າ ຫລື Lord’s Resistance Army ​ໃນ​ປະ​ເທດ​ຢູກັນດາ.

ບາງ​ກຸ່​ມ ​ເຊັ່ນ ກຸ່ມ​ທະຫານ​ບ້ານ ​ໃນ​ເຂດ Kivu ​ເໜືອ ປະ​ເທດ​ສາທາລະນະລັດປະຊາທິປະ
​ໄຕຄອງ​ໂກ ​ແມ່ນ​ໄດ້​ພົວພັນ​ໃນ​ກິດຈະກໍາຜິດ​ກົດໝາຍ​ຫຼາຍ​ຢ່າງ​ ທີ່​ສົ່ງ​ຜົນ​ສະທ້ອນໃນ​ລະດັບ​ສາກົນ ອັນ​ໂຮມ​ທັງ​ການ​ລັກລອບ​ຂ້າ​ແຮດ​ ຊ້າງ ​ແລະສັດສາ​ວາສິ່ງ​ອື່ນໆ ພ້ອມ​ທັງ​ການ​ຕັດ​ແລະ​ຄ້າ​ໄມ້​ທ່ອນ​ຜິດ​ກົດໝາຍອີກ​ດ້ວຍ.

Christian Nellemann ​ ເຈົ້າໜ້າ​ທີ່​ອາວຸ​ໂສ​ປະ​ຈໍາ​ໜ່ວຍ​ຕອບ​ສະໜອງທັນທີ​ຂອງ ຢູ​ເນັບ UNEP ​ແລະ​ເປັນບັນນາທິການຂອງ​ລາຍ​ງານ​ດັ່ງກ່າວ ​ເວົ້າວ່າ ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຄອງ​ໂກນັ້ນ ພວກ​ທະຫານ​ບ້ານ ມັກ​ຈະ​ເຮັດຂໍ້​ຕົກລົງ​ສັນຕິພາບ​ກັບ​ຝ່າຍ​ລັດຖະບານ ທີ່​ໂຮມ​ທັງ​ໃຫ້​ຖອນດ່ານ ​ກວດ​ລົດ​ຕ່າງໆ ​ເພື່ອ​ເຮັດ​ໃຫ້ການ​ຂົນ​ສົ່ງ​ໄມ້​ສະດວກງ່າຍ​ຂຶ້ນ. ນອກ​ນີ້ແລ້ວ ພວກ​ທະຫານ​ບ້ານ​ຍັງ​ໄດ້​ຖາງ​ປ່າ​ ເພື່​ອ​ເອົາ​ໄມ້​ໄປ​ເຮັດ​ຖ່ານດັງ​ໄຟ ສໍາລັບການ​ຄ້າ​ຖ່ານ​ ທີ່​ຈະ​ເຣີນງອກ​ງາມ ທີ່​ຢູ​ເອັນປະ​ເມີນວ່າ​ ມີ​ມູນ​ຄ່າ 28 ລ້ານ​ກວ່າ​ໂດ​ລາ​ຕໍ່​ປີ.

ທ່ານ ​ເນລ​ແມນ ອະທິ​ບາຍ​ວ່າ: “​ໃນ​ລະຫວ່າງ​ການ​ຕໍ່ສູ້​ກັນນັ້ນ ພວກ​ທະຫານບ້ານຈະ​ຂັບ​ໄລ່​ພວກ​ປະຊາຊົນ​ຫຼາຍ​​ແສນຄົນ​ໃຫ້​ເຂົ້າ​ໄປ​ອາ​​ໄສ​ຢູ່​ໃນ​ຄ້າຍແຫ່ງ​ຕ່າງໆ. ຊາວ​ອົບ​ພະຍົບ​ເຫຼົ່າ​ນີ້ ​ເວລາ​ພວກ​ເຂົາ​ເຈົ້າຄົວ​ຢູ່​ຄົວກິນ ພວກ​ເຂົາກໍຕ້ອງ​ມີ​ຖ່ານ​ດັງ​ໄຟ. ດັ່ງ​ນັ້ນ ພວກ​ທະຫານ​ບ້ານ ຫຼັງ​ຈາກ​ໄດ້​ຂັບໄລ່​ພວກ​ຄົນ​ເຫຼົ່າ​ນີ້​ ເຂົ້າ​ໄປ​ອາ​​ໄສ​ຢູ່​ໃນ​ຄ້າຍ​ອົບ​ພະຍົບ​ແລ້ວ ກໍ​ພາກັນ​ຕັດ​ໄມ້ ​ເອົາ​ມາ​ເຜົາ​ເຮັດ​ຖ່ານ​ດັງ​ໄຟ ​ແລ້​ວກໍ​ນໍາ​ເອົາ​ໄປ​ຂາຍ​ໃຫ້​ຊາວ​ອົບ​ພະຍົບ​ເຫຼົ່ານັ້. ສິ່ງທີ່​ພວກ​ເຮົາ​ຍັງເຫັນ​ອີກ​ຢ່າງ​ນຶ່ງ​ຢູ່​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ກໍ​ຄືພວກກຸ່ມ​ທະຫານ​ ຕ່າງ​ໆ​ເຫລົ່າ​ນັ້ນ ​ໂຮມ​ທັງ​ກອງທັບ​ຢູ່​ໃນ​ຂົງ​ເຂດ ຍັງ​ພາກັນ​ເກັບພາສີ​ສໍາລັບ​ຖ່ານ​ດັງ​ໄຟ​ທີ່​ຂົນໄປ​ຍັງ​ຄ້າຍ​ອົບ​ພະ​ຍົບ​ແຫ່ງ​ຕ່າງໆນັ້ນ​ອີກ.

ທ່ານ Nellemann ກ່າວ​ຕໍ່​ໄປ​ວ່າ ກະບວນການ​ກໍ່​ອາຊະ​ຍາກໍາທີ່​ມີ​ການຈັດ​ຕັ້ງ ​ໄດ້​ຫັນ​ມາ​ໃຊ້​ວິທີ​ການ​ທີ່​ກ້າວໜ້າ​ທັນ​ສະ​ໄໝ​ຫຼາຍ​ຂຶ້ນຕະຫຼອດ​ໄລຍະ​ສິບ​ປີຜ່ານມາ.

ພວກ​ອາຊະຍາ​ກອນມັກ​ຈະ​ເຈາະ​ເຂົ້າ​ເວັບ​ໄຊ້ຂອງ​ລັດຖະບານ ​ເພື່ອ​ຄັດເອົາສໍາ​ເນົາໃບອະນຸ
ຍາດ​ຕັດ​ແລະ​ຄ້າ​ໄມ້​ທ່ອນ ​ແລະ​ກໍ​ໄດ້​ປອມ​ແປງເອກະສານ​ຕ່າງໆ ທີ່ປະກາດ​ວ່າ​ໄມ້​ທີ່​ພວກ​ເຂົາ​ສົ່ງ​ຂາຍ​ນັ້ນ​ ແມ່ນໄດ້​ຮັບອະນຸຍາດ​ໃຫ້ຕັດ​ໄດ້ຢ່າງຖືກຕ້ອງ​ຕາມ​ກົດໝາຍ. ທ່ານ​ເນລ​ແມນ ກ່າວ​ອີກ​ວ່າ ​ໃນ​ບາງ​ແຫ່ງ​ນັ້ນ ​ເຊັ່ນ ທີ່​ປ​ະ​ເທດ​ບຣາຊິ​ລ ກຸ່ມ​ຄ້າ​ໄມ້​ໃຫຍ່ໆ​ທັງຫຼາຍ​ຮອດຮູ້​ຈັກ ເນື້ອ​ໃນ​ຂອງ​ສັນຍາ​ສອງ​ຝ່າຍຕ່າງໆ​ລະຫວ່າງ​ລັດຖະບານ ກ່ອນມີ​ການ​ລົງ​ນາມ​ກັນດ້ວຍ​ຊໍ້າ.

ທ່ານ ​ເນລ​ແມນ ​ກ່າວ​ຕື່ມ​ວ່າ: “ນຶ່ງ​ໃນ​ຫຼາຍວິທີ​ໂກງ​ໃຫຍ່ໆ ທີ່​ພວກ​ເຮົາ​ເຫັນ​ໃນປັດຈຸບັນ​ນີ້
ກໍ​ຄື​ການ​
ຟອກ​ໄມ້ໃນ​ລະດັບ​ກວ້າງຂວາງທີ່​ສຸດ ຄືກຸ່ມຄ້າ​ໄມ້ຜິດ​ກົດໝາຍທັງຫຼາຍ​ ໂດຍ​ພື້ນຖານ​ແລ້ວ ​ແມ່ນຟອກໄມ້​ເຖື່ອນ​ນັ້ນ​ຂາຍ ຜ່ານ​ກຸ່ມ​ປູກຝັງ​ ຊຶ່ງຕາມ​ຈິງ​ແລ້ວ​​ເປັນພຽງ​ສາກ​ບັງ​ໜ້າ ມີ​ຊື່ແຕ່​ຢູ່​ໃນເຈັ້ຍ​ເທົ່າ​ນັ້ນ. ດັ່ງ​ນັ້ນ ​ໃນ​ປະ​ເທດ​ບຣາຊິ​ລ ​ແລະ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຈຶ່ງມີໜັງສື​ສໍາ​ປະທານ ຫຼາຍ​ຮ້ອຍ​ຫຼາຍ​ພັນ​ໃບ ສໍາລັບ​ສວນເພາະ​ປູກ​ຕົ້ນປາມນໍ້າມັນ ສວນ​ກ​ະ​ເສດ ​ແລະ​ປູກ​ຕົ້ນ​ໄມ້ ທີ່​ມີແຕ່​ໃນເຈັ້ຍ​ເທົ່າ​ນັ້ນ ​ແຕ່ກໍຜະລິດໄມ້​ທ່ອນຢ່າງ​ຫຼວງ​ຫຼາຍ​ ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງການຟອກ​ໄມ້ດັ່ງກ່າວ.

ລາຍ​ງານ​ຮ່ວມ​ຂອງ​ອົງການ ຢູ​ເນັບ ​ແລະ ອິນ​ເຕີ​ໂພ​ລ ກ່າວ​ວ່າ ຢູ່ໃນ​ອິນ​ໂດ​ເນ​ເຊຍ​ນັ້ນ ປະລິ​ມານ​ໄມ້​ທີ່​ຄິດ​ກັນ​ວ່າ ຕັດ​ມາ​ຈາກ​ສວນ​ເຫລົ່າ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ​ຈາກ ບໍ່​ຮອດ 4 ລ້ານ​ແມັດ​ກ້ອນ ​ເປັນຫລາຍ​ກ່ວາ 22 ລ້ານແມັດກ້ອນ ​ໃນ​ປີ 2008.

ຊ່ຽວຊານກ່າວວ່າ ຢູ່ກໍາປູເຈຍ ຍັງເຫລືອປ່າແຕ່ພຽງ 30% ຍ້ອນການຕັດໄມ້ເຖື່ອນແບບນີ້.
ຊ່ຽວຊານກ່າວວ່າ ຢູ່ກໍາປູເຈຍ ຍັງເຫລືອປ່າແຕ່ພຽງ 30% ຍ້ອນການຕັດໄມ້ເຖື່ອນແບບນີ້.

ທ່ານ Nellemann ກ່າວ​ຕໍ່​ໄປ​ວ່າ ​ເວລາ​ນີ້ ​ແມ່ນ​ມີ​ຄວາມ​ຈໍາ​ເປັນ
ສໍາ​ລັບການ​ຮ່ວມ​ມື​ລະຫວ່າງ​ປະ​ເທ​ດຫລາຍ​ຂຶ້ນ ​ເພື່ອ​ປາບ​ປາມ
​ການ​ຕັດ​ໄມ້​ທ່ອນ​ຜິດ​ກົດໝາຍ ​ແລະ​ອາຊະຍາ​ກໍາ​ຂ້າມ​ຊາດ​ອື່ນໆ
​ແລະວ່າ ອົງການ ຢູເນັບ ກໍາລັງປະຕິບັດ​ງານ​ກັບ​ອົງການ​ຕໍາຫຼວດ
​ສາກົນ ກ່ຽວ​ກັບ​ໂຄງການ​ນຶ່ງ ທີ່​ເອີ້ນ​ວ່າ LEAF ຫຼື ການ​ຊ່ວຍ​ເຫຼືອ
​ດ້ານ​ປະຕິບັດ​ກົດໝາຍ​ແກ່ປ່າ​ໄມ້ ​ຊຶ່ງ ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ
​ລັດຖະບານ Norway ແລະ​ອົງການການ​ຮ່ວມມື​ເພື່ອ​ການ​ພັດທະ
ນາ​ຂອງ​ນໍ​ເວ.

​ໂຄງການ​ທີ່​ວ່າ​ນີ້​ແມ່ນ​ປະຕິບັດ​ຮ່ວມ​ກັນ​ກັບ ​ກໍາລັງຕໍາຫຼວດ​ແຫ່ງ​
ຊາດ​ ເພື່ອ​ກວາດ​ລ້າງກຸ່ມອາຊະຍາ​ກໍາ​ຄ້າ​ໄມ້ ​ແລະ​ເກັບ​ກໍາ​ຂໍ້​ມູນກ່ຽວ​ກັບອົງການ​ຈັດ​ຕັ້ງ​
ຂອງ​ພວກອາຊະຍາກອນ ​ແລະຄູ່​ຄ້າ​ຂາຍຂອງ​ພວກ​ເຂົາ ຊຶ່ງສ່ວນ​ຫຼາຍ​ ​ມີ​ຖານ​ປະຕິບັດການ​ ຢູ່ຂົງ​ເຂດ​ອ​າ​ເມ​ຣິກາ​ເໜືອ, ຢູ​ໂຣບ ​ແລະ ຈີນ.

ທ່ານ ​ເນລ​ແມນ​ ກ່າວ​ອີກ​ວ່າ ​ໃນ​ບາງ​ກໍລະນີ​ນັ້ນ ກໍຈໍາ​ເປັນ​ຕ້ອງໄດ້​ໃຊ້​ກໍາລັງທະຫານ.

ທ່ານ ​ເນລ​ແມນ​ ກ່າວວ່າ ພວກ​ເຮົາ​ເຄີຍ​ເຫັນການ​ເຂົ້າ​ໄປ​ແຊກ​ແຊງ​ໂດຍ​ກົງ​ຂອງກອງທັບ​ເຮືອ​ແລະ​ກອງທັບ​ບົກ​ຂອງ​ອິນ​ໂດ​ເນ​ເຊຍ ຍ້ອນ​ວ່າ​ລະດັບ​ການ​ປະກອບ​ອາວຸດ​ຂອງພວກ
ແກ໊ງຄ້າ​ຜິດ​ກົດໝາຍ​ເຫຼົ່າ​ນີ້. ໃນ​ປະ​ເທດ​ບຣາຊິ​ລນັ້ນ ຕໍາຫຼວດ​ລັດຖະບານກາງ​​ ໄດ້​ປະຕິບັດ​ງານ​ຢ່າງ​ມີປະສິດທິ​ຜົນ​ໃນ​ການ​ຊີ້​ນໍາ​ການ​ປະຕິບັດ​ການຂອງ​ໜ່ວຍ SWAT. ພວກ​ເຮົາ​ຮູ້​ດີ​ວ່າ ​ເພື່ອ​ຈະປາບ​ປາມ​ອົງການ​ອາຊະຍາ​ກໍາ​ຂ້າມ​ຊາດ​ນັ້ນ ພວກ​ເຮົາຈໍາ​ເປັນຕ້ອງ​ມີ ການ​ດໍາ​ເນີນ​ຄວາມ​ພະຍາຍາມ​​ໃນ​ການບັງຄັບ​​ໃຊ້ກົດໝາຍຢ່າງ​ເຕັມ​ອັດຕາ.

ທ່ານ ​ເນລ​ແມນ​ ກ່າວ​ມ້ວນທ້າຍ​ວ່າ ພາຍ​ໃຕ້​ໂຄງການ LEAF ຫຼື ການ​ຊ່ວຍ​ເຫຼືອ​ດ້ານ​ປະຕິບັດ​ກົດໝາຍ​ແກ່ປ່າໄມ້ນັ້ນ ບັນດາ​ເຈົ້າໜ້າ​ທີ່​ລະດັບ​ຊາດ​ສາມາດ​ວາງ​ຂໍ້​ຈໍາກັດ​ຕໍ່​ການ​ສົ່ງ​ອອກ​ໄມ້​ທ່ອນ ຢູ່​ໃນ​ເຂດ​ທີ່​ມີ​ການ​ປະຕິບັດ ການ​ຜິດ​ກົດໝາຍສູງ​ທີ່​ສຸດ. ອົງການ​ຕໍາຫຼວດ​ສາກົນ ຫຼື INTERPOL ​ຈະ​ຊີ້​ຕົວ​ແລະລະບຸ​ຊື່​ພວກບໍລິສັດ ​ທີ່​ປະຕິບັດ​ການ ຫລື​ຮັບ​ຊື້​ຈາກ​ຂົງ​ເຂດທີ່​ມີ​ການ​ຕັດ​ແລະ​ຂາຍ​ໄມ້​ທ່ອນ​ຜິດ​ກົດໝາຍ ​ແລະຊຸກຍູ້​ບໍ່​ໃຫ້​ມີ​ການ​ລົງທຶນ​ເພີ່ມ​ຕື່ມຢູ່​ໃນ​ເຂດ​ເຫລົ່າ​ນັ້ນ.
XS
SM
MD
LG