ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບຂະຫຍາຍ ວົງກວ້າງອອກ ໃນ​​ຊູ​ແດນ​ໃຕ້ (ວີດີໂອ/ສະໄລດ໌)


At Least 400 Dead in South Sudan Violence
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ໄດ້​ມີ​ຢ່າງ​ນ້ອຍ 400 ຄົນ​ເສຍ​ຊີວິດ​ແລ້ວ ໃນ​​ຊູ​ແດນ​ໃຕ້

ການ​ຕໍ່ສູ້​ກັນ​ຢູ່​ໃນຊູແດນ​ໃຕ້ ​ໄດ້​ແຜ່​ລາມ​ອອກ​ໄປ​ຍັງ​ຫລາຍເຂດ
ນອກເມືອງ​ຫລວງ Juba ບ່ອນ​ທີ່​ເກີດ​ການ​ປະ​ທະ​ກັນ ​ເມື່ອ​ວັນ​
ອາທິດ​ຜ່ານ​ມາ​ນີ້ ​ໃນ​ອັນ​ທີ່​ລັດຖະບານ​ເວົ້າ​ວ່າ ​ເປັນ​ການ​ພະຍາ
ຍາມ​ກໍ່​ລັດຖະປະທານ.

ກົດເພື່ອຂະຫຍາຍ
ກົດເພື່ອຂະຫຍາຍ

ໜ່ວຍ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ຊູ​ແດນ​ໃຕ້
ລາຍ​ງານ​ວ່າ ມີ​ການ​ຕໍ່ສູ້​ກັນ​ຢ່າງ ໜັກ ຢູ່​ໃນ​ເມືອງ Bor ​ໃນ​ເຊົ້າ
​ວັນ​ພຸດ​ມື້​ນີ້ ທີ່​ໄດ້​ດໍາ​ເນີນ​ໄປ ​ເປັນ​ເວລາປະມານ 4 ຊົ່ວ​ໂມງ
ກ່ອນ​ຈະ​ຜ່ອນ​ເບົາ​ຄວາມ​ຮຸນ​ແຮງ​ລົງ ​ແລະ​ວ່າ ມີ​ພົນລະ​ເຮືອນ
​ຫລາຍ​ກ່ວາ ນຶ່ງ​ພັນ ​ໄດ້​ເຂົ້າ​ໄປ​ຂໍ​ຫລົບ​ໄພ ຢູ່​ໃນ​ບໍລິ​ເວນ
​ກອງບັນຊາ​ການ​ຂອງ​ຕົນ ​ໃນ​ເມືອງ Bor ນັ້ນ ຊຶ່ງ​ຕັ້ງ​ຢູ່​ທາ​ງ
ທິດ​ເໜືອ​ຂອງ​ເມືອງ​ຫລວງ Juba ​ໄກ​ອອກ​ໄປ​ປະມານ 150
ຫລັກ.

​ໄດ້​ມີ​ການ​ຕໍ່ສູ້ກັນ​ອີກ ​ໃນ​ຄໍ່າ​ຄືນ​ຜ່ານ​ມາ​ນີ້ ຢູ່​ທີ່​ຄ້າຍ​ທະຫານ
​ແຫ່ງ​ນຶ່ງ​ໃນ​ເມືອງ Tori ທາງ​ກໍ້າ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​
ເມືອງ​ຫລວງ.

​ຫົວໜ້າ​ໜ່ວຍ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ
ທ່ານ Herve Ladsous ​ໄດ້​ລາຍ​ງານ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​
ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ພວກ​ໂຮງໝໍ​ທ້ອງ​ຖິ່ນ​ກ່າວ​ວ່າ ​ໄດ້​ມີ
​ຢ່າງ​ນ້ອຍ 400 ຄົນ​ເສຍ​ຊີວິດ​ແລ້ວ ​ແຕ່ສະຫະ​ປະຊາ​ຊາດ ຍັງ​ບໍ່​ສາມາດ​ໃຫ້​ການ​ຢືນຢັນ
​ໄດ້​ເທື່ອ.


​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ສະພາ​ຄວາມ​ໝັ້ນຄົງ​ ​ໄດ້​ສະ​ແດງ
​ອອກ​ເຖິງ​ຄວາມ​ເປັນ​ຫວ່ງ​ ກ່ຽວກັບ​ຄວາມ​ຮຸນ​ແຮງ​ທີ່​ເ​ເນ​ເປົ້າ​ໝາຍ​ໃສ່​ ​ກຸ່ມ​ໃດກຸ່​ມນຶ່ງ​ໂດຍ
ສະ​ເພາະແລະ​ຮຽກຮ້ອງ​ໃຫ້​ລັດຖະບານຊູ​ແດນ​ໃຕ້ ​ເຈລະຈາ​ກັບ​ຝ່າ​ຍຄ້ານ.

ການ​ຕໍ່ສູ້​ກັນ​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ດ້ວຍອັນ​ທີ່ປະທານາທິບໍດີ Salva Kiir
ກ່າວ​ວ່າ ​ເປັນ​ການ​ກໍ່​ລັດຖະປະຫານໂດຍກອງ​ກໍາລັງ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ອະດີດຮອງປະທາ
ນາທິບໍດີ Riek Machar ທີ່​ທ່ານ​ໄດ້​ໄລ່​ອອກ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ. ​

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ ຈອນ ​ແຄຣີ ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ
ປະຊາຊົນ​ຊາວຊູແດນ​ໃຕ້ນັ້ນ​ ໄດ້ເສຍ​ສະລະ​ຢ່າງ​ໃຫຍ່​ຫຼວງ​ ​ເກີ​ນກ່ວາ​ທີ່​ຈະ​ປ່ອຍໃຫ້​
ປະ​ເທດ​ຊາດ​ຂອງ​ເຂົາ​ເຈົ້າ ກັບ​ໄປ​ສູ່​ຄວາມ​ຮຸນ​ແຮງ​ອີກ​ ຊຶ່ງ​ທ່ານ​ກ່າວຕໍ່​ໄປ​ວ່າ:

“ຄວາມແຕກ​ຕ່າງ​ທາງ​ການ​ເມືອງ​ນັ້ນ ​ຕ້ອງ​ມີ​ການ​ແກ້​ໄຂປອງ​ດອງ​ກັນ ໃນ​ວິທີ​ທາງທີ່ສັນ​ຕິ​ແລະມີປະຊາທິປະ​ໄຕ​ ທີ່​ໄດ້​ມາ​ຢ່າງຍາກລໍາບາກ​ນັ້ນ. ລັດຖະບານ​ຄວນ​ຈະ​ເຄົາລົບຕໍ່​ລະບຽບກົດໝາຍ ​ແລະປະຊາຊົນ​ຊາວຊູແດນໃຕ້​ນັ້ນ ​ກໍ​ຄວນ​ທີ່​ຈະ​ມີ​ໂອກາດໄດ້ເຮັດ​ໃຫ້ ຄວາມ​ສາມາດ​ບົ່ມ​ຊ້ອນ​ໂດຍ​ເຕັມ​ຂອງ​ເຂົາ​ເຈົ້າ ​ເປັນ ຄວາມ​ຈິງ​ຂຶ້ນ​ມາ ຢ່າງສັນຕິ​.”
XS
SM
MD
LG