ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະ​ຫະ​ປະ​ຊາ​ຊາດ ໂຈະໂຄງ​ການທີ່ສຳຄັນ ​ຈຳ​ນວນ​ນຶ່ງ ຫລັງ​ຈາກ​ກຸ່ມຕາ​ລິ​ບານ ຫ້າມ​​ພວກພະນັກງານ​ຊ່ວຍ​ເຫຼືອແມ່​ຍິງ


​ນັກ​ລົບ​ຕາ​ລິ​ບານ​ຄົນ​ນຶ່ງ ຢືນ​ຍາມ ໃນ​ຂະ​ນະ​ທີ່​ແມ່​ຍິງ​ຄົນ​ນຶ່ງຍ່າງ​ຜ່ານ​ໃນ​ນະ​ຄອນ​ກາ​ບູນ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 26 ທັນ​ວາ 2022
​ນັກ​ລົບ​ຕາ​ລິ​ບານ​ຄົນ​ນຶ່ງ ຢືນ​ຍາມ ໃນ​ຂະ​ນະ​ທີ່​ແມ່​ຍິງ​ຄົນ​ນຶ່ງຍ່າງ​ຜ່ານ​ໃນ​ນະ​ຄອນ​ກາ​ບູນ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 26 ທັນ​ວາ 2022

ອົງການສະຫະປະຊາຊາດ ໄດ້ກ່າວໃນວັນພຸດວານນີ້ວ່າບາງໂຄງການທີ່ “ເວລາ ເປັນສິ່ງທີ່ສຳຄັນ” ໃນອັຟການິສຖານ ໄດ້ຖືກໂຈະໄວ້ເປັນການຊົ່ວຄາວ ແລະ ໄດ້ເຕືອນວ່າກິດຈະການອື່ນໆຫຼາຍຢ່າງ ຍັງເປັນໄປໄດ້ສູງທີ່​ຈະຖືກໂຈະໄວ້ ກ່ອນ ຍ້ອນການຫ້າມຂອງລັດຖະບານທີ່ນຳພາໂດຍກຸ່ມຕາລີບານ ທີ່ກ່ຽວຂອງ ກັບພວກພະນັກງານແມ່ຍິງໃນດ້ານການຊ່ອຍເຫຼືອນັ້ນ.

ຫົວໜ້າຮັບຜິດຊອບດ້ານການຊ່ອຍເຫຼືອຂອງສະຫະປະຊາຊາດ ທ່ານມາຣຕິນ ກຣິຟຟິຕຫ໌ (Martin Griffiths) ເປັນຫົວໜ້າອົງການຕ່າງໆຂອງສະຫະປະຊາ ຊາດ ແລະກຸ່ມດ້ານການຊ່ອຍເຫຼືອຈຳນວນນຶ່ງ ໄດ້ກ່າວໃນຖະແຫລງການຮ່ວມ ວ່າ “ການມີສ່ວນຮ່ວມຂອງພວກແມ່ຍິງໃນການນຳສົ່ງຄວາມຊ່ອຍເຫຼືອ​ແມ່ນບໍ່ ສາມາດທີ່ຈະຕໍ່ລອງໄດ້ ແລະຕ້ອງສືບຕໍ່” ຮຽກຮ້ອງຕໍ່ອຳນາດການປົກຄອງໃຫ້ ຕ່າວປີ້ນການຕັດສິນຂອງຕົນ.

ຖະແຫລງການອ່ານວ່າ “ການຫ້າມພວກແມ່ຍິງຈາກວຽກງານດ້ານມະນຸດສະທຳ ມີຜົນສະທ້ອນເຖິງໄພອັນຕະລາຍຕໍ່ຊີວິດໃນທັນທີສຳລັບຊາວອັຟການິສຖານໝົດທຸກຄົນ. ນອກ​ຈາກ​ນັ້ນ, ໂຄງການຕ່າງໆທີ່ເວລາເປັນສິ່ງສຳຄັນແມ່ນຖືກຢຸດໄວ້ ຊົ່ວຄາວ ເນື່ອງຈາກການຂາດແຄນພະນັກງານເພດຍິງ.”

ຖະແຫລງການກ່າວອີກວ່າ “ພວກເຮົາບໍ່ສາມາດເມີນເສີຍຕໍ່ຂໍ້ຈຳກັດໃນການດຳ ເນີນງານທີ່ພວກເຮົາກຳລັງປະເຊີນຢູ່ນີ້ ໃນຖານະເປັນປະຊາຄົມດ້ານມະນຸດ ສະທຳ. ພວກເຮົາຈະຕັ້ງໜ້າຕັ້ງຕາສືບຕໍ່ຊ່ອຍຊີວິດ, ກິດຈະກຳຕ່າງໆທີ່ເວລາ ເປັນສິ່ງສຳຄັນ...ແຕ່ພວກເຮົາຄາດວ່າກິດຈະກຳຫຼາຍຢ່າງຈະຕ້ອງຖືກໂຈະໄວ້ ກ່ອນ ຂະນະທີ່ພວກເຮົາບໍ່ສາມາດນຳສົ່ງການຊ່ອຍເຫຼືອດ້ານມະນຸດສະທຳຕາມ ຫຼັກການໂດຍປາດສະຈາກພະນັກງານຊ່ອຍເຫຼືອທີ່ເປັນແມ່ຍິງ.”

ການຫ້າມພະນັກງານຊ່ອຍເຫຼືອທີ່ເປັນແມ່ຍິງ ໄດ້ຖືກປະກາດໂດຍລັດຖະບານ ອິສລາມທີ່ນຳພາໂດຍກຸ່ມຕາລີບານ ໃນວັນເສົາທີ່ຜ່ານມາ. ພາຍຫຼັງການຫ້າມ ທີ່ຕົນໄດ້ວາງອອກ ເມື່ອອາທິດແລ້ວນີ້ ຕໍ່ພວກແມ່ຍິງທີ່ເຂົ້າມະຫາວິທະຍາໄລ ຕ່າງໆ. ພວກເດັກຍິງໄດ້ຖືກຫ້າມບໍ່ໄດ້ເຂົ້າໂຮງຮຽນມັດທະຍົມໃນເດືອນມີນາ.

ຖະແຫລງການໄດ້ກ່າວວ່າ “ບໍ່ມີປະເທດໃດ ສາມາດກີດກັນປະຊາກອນເຄິ່ງນຶ່ງ ບໍ່ໃຫ້ປະກອບສ່ວນເຂົ້າໃນສັງຄົມ” ຊຶ່ງຍັງໄດ້ຖືກລົງນາມໂດຍຫົວໜ້າອົງການ UNICEF ອົງການອາຫານໂລກ ອົງການອະນາໄມໂລກ ອົງການພັດທະນາ ຂອງສະຫະປະຊາຊາດ ແລະອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບແລະສິດທິ ມະນຸດຂອງສະຫະປະຊາຊາດ.

The United Nations said Wednesday that some "time-critical" programs in Afghanistan have temporarily stopped and warned many other activities will also likely need to be paused because of a ban by the Taliban-led administration on women aid workers.

U.N. aid chief Martin Griffiths, the heads of U.N. agencies and several aid groups said in a joint statement that women's "participation in aid delivery is not negotiable and must continue," calling on the authorities to reverse the decision.

"Banning women from humanitarian work has immediate life-threatening consequences for all Afghans. Already, some time-critical programs have had to stop temporarily due to lack of female staff," read the statement.

"We cannot ignore the operational constraints now facing us as a humanitarian community," it said. "We will endeavor to continue lifesaving, time-critical activities. ... But we foresee that many activities will need to be paused as we cannot deliver principled humanitarian assistance without female aid workers."

The ban on female aid workers was announced by the Islamist Taliban-led administration Saturday. It follows a ban imposed last week on women attending universities. Girls were stopped from attending high school in March.

"No country can afford to exclude half of its population from contributing to society," said the statement, which was also signed by the heads of UNICEF, the World Food Program, the World Health Organization, the U.N. Development Program, and the U.N. high commissioners for refugees and human rights.

XS
SM
MD
LG