ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຂະຫຍາຍ ການອະນຸຍາດ ຂົນສົ່ງສິ່ງຂອງຊ່ວຍເຫຼືອ ຂ້າມເຂດ ຊາຍແດນໃນ ຊີເຣຍ


ລົດບັນທຸກຄັນນຶ່ງເດີນທາງເຂົ້າປະເທດ ຊີເຣຍ ຈາກເຂດຊາຍແດນ ອອນຈູປີນາ ຂອງ ເທີກີ ໃນເມືອງ ຄີລິສ໌, ປະເທດ ເທີກີ. 7 ກຸມພາ, 2016.
ລົດບັນທຸກຄັນນຶ່ງເດີນທາງເຂົ້າປະເທດ ຊີເຣຍ ຈາກເຂດຊາຍແດນ ອອນຈູປີນາ ຂອງ ເທີກີ ໃນເມືອງ ຄີລິສ໌, ປະເທດ ເທີກີ. 7 ກຸມພາ, 2016.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ອະນຸມັດການຂົນສົ່ງສິ່ງຂອງຊ່ວຍ
ເຫຼືອຂ້າມເຂດຊາຍແດນຫາປະເທດ ຊີເຣຍ ອີກປີນຶ່ງໃນວັນອັງຄານວານນີ້, ເຖິງແມ່ນ
ຈະມີຄວາມເປັນຫ່ວງບາງຢ່າງຈາກ ຣັດເຊຍ ກໍຕາມ.

ການອະນຸດຍາດທີ່ຖືກປະກາດໃຊ້ອີກຄັ້ງນຶ່ງ ຈະຊ່ວຍອົງການສະຫະປະຊາຊາດ ແລະ
ບັນດາຄູ່ຮ່ວມງານຂອງເຂົາເຈົ້າ ນຳເອົາການຊ່ວຍເຫຼືອ ກູ້ຊີວິດໄປໃຫ້ປະຊາຊົນຫຼາຍ
ກວ່າ 4 ລ້ານຄົນໃນພາກເໜືອ ແລະ ພາກໃຕ້ຂອງປະເທດທີ່ຖືກທຳລາຍໂດຍສົງຄາມ.

ມະຕິດັ່ງກ່າວໄດ້ຖືກຮອງຮັບໂດຍຄະແນນສຽງສະໜັບສະໜູນ 13 ຄະແນນ ແລະ
ການບໍ່ອອກສຽງສາມຄະແນນຈາກ ຣັດເຊຍ, ຈີນ ແລະ ໂບລີເວຍ.

ທູດພິເສດ ຣັດເຊຍ, ທ່ານ ວລາດິເມຍ ຊາຟຣັອນຄອຟ໌ ກ່າວວ່າ ໃນເວລາທີ່ສະພາໄດ້
ອະນຸມັດການສົນສົ່ງຂ້າມເຂດຊາຍແດນ ໃນປີ 2014 ນັ້ນ, ມັນມີເຈຕະນາວ່າໃຫ້ມັນ
ເປັນມາດຕະການຊົ່ວຄາວ, ປະຕິບັດການໃນລະຫວ່າງໄລຍະທີ່ຮຸນແຮງທີ່ສຸດຂອງ
ຄວາມຂັດແຍ້ງຕິດອາວຸດ.

ທ່ານໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ “ມື້ນີ້ສະຖານະການໃນປະເທດແມ່ນໄດ້
ປ່ຽນແປງໄປ ຢ່າງຫຼວງຫຼາຍແລ້ວ ແລະ ກົນໄກສຳລັບການຂົນສົ່ງຂ້າມເຂດຊາຍແດນ
ແມ່ນຍັງຄົງເປັນມູນເຊື້ອຈາກອະດີດ. ພວກເຮົາຄິດວ່າ ມັນມີຄວາມສຳຄັນ ທີ່ຈະຫຼຸດ
ໂຄງການຂັ້ນພື້ນຖານນີ້ ເຊິ່ງໄດ້ເຮັດວຽກເພື່ອຄວາມແຕກແຍກຂອງປະເທດ ຊີເຣຍ.”

ຫົວໜ້າດ້ານມະນຸດສະທຳ ອົງການສະຫະປະຊາຊາດ ທ່ານ ມາກ ໂລຄັອກ ໄດ້ສະ
ແດງຄວາມຍິນດີ ກັບການສືບຕໍ່ຂອງມາດຕະການ ທີ່ມີມາ ນັບຕັ້ງແຕ່ປີ 2014, ໂດຍ
ກ່າວວ່າ ການຂົນສົ່ງຂ້າມເຂດຊາຍແດນ ແມ່ນພາກສ່ວນທີ່ສຳຄັນຂອງການຕອບ
ສະໜອງ ດ້ານມະນຸດສະທຳໃນ ຊີເຣຍ, ບ່ອນທີ່ປະຊາຊົນ 13 ລ້ານຄົນມີຄວາມຕ້ອງ
ການການຊ່ວຍ ເຫຼືອ.

ທ່ານ ໂລຄັອກ ໄດ້ກ່າວຕໍ່ສະພາວ່າ “ລົດບັນທຸກຫຼາຍກວ່າ 650 ຄັນ ໄດ້ຂົນສົ່ງການ
ຊ່ວຍເຫຼືອດ້ານອາຫານໄປໃຫ້ປະຊາຊົນຫຼາຍກວ່າ 9 ແສນຄົນແລ້ວ ຜ່ານການປະຕິ
ບັດການຂ້າມເຂດຊາຍແດນໃນເດືອນນີ້, ພ້ອມກັບການຊ່ວຍເຫຼືອດ້ານສຸຂະພາບ ສຳ
ລັບການປິ່ນປົວເກືອບນຶ່ງລ້ານຄັ້ງ.”

ປະເທດ ສວີເດັນ, ພ້ອມກັບ ອີຈິບ ແລະ ຍີ່ປຸ່ນ ເຊິ່ງເປັນຜູ້ສະໜັບສະໜູນມະຕິດັ່ງກ່າວ
ຮ່ວມກັນ ກ່າວວ່າ ການຮັບຮອງ ທີ່ຖືກຂະຫຍາຍອອກໄປຕື່ມ ຈະຊ່ວຍຊີວິດຂອງຄົນ
ຫຼາຍຄົນ ແລະ ບັນເທົາຄວາມທຸກທໍລະມານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG