ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບເລື່ອງຊິເຣຍ ທ່ານ ສເຕັຟຟານ
ເດີ ມິສຕູຣາ ໄດ້ກ່າວວ່າ ເຖິງແມ່ນວ່າຈະມີຄວາມເປັນຫ່ວງເປັນໃຍກ່ຽວກັບຄວາມຮຸນ
ແຮງຫວ່າງມໍ່ໆມານີ້ ແຕ່ທ່ານກໍເຊື່ອວ່າ “ເວລາແຫ່ງຄວາມຈິງໄດ້ມາຮອດແລ້ວ”
ໃນຂະນະທີ່ທ່ານພວມກະກຽມເປີດການເຈລະຈາສັນຕິພາບຮອບໃໝ່ ທີ່ມີຈຸດ ປະສົງ
ແນໃສ່ເພື່ອຈະໃຫ້ການສູ້ລົບກັນມາເປັນເວລາ 7 ປີນັ້ນ ສິ້ນສຸດລົງ.
ການເຈລະຈາທີ່ນຳພາໂດຍອົງການສະຫະປະຊາຊາດ ທີ່ນະຄອນເຈນີວາ ມີກຳໜົດ
ຈະເລີ້ມຂຶ້ນໃນວັນອັງຄານມື້ນີ້ ຊຶ່ງເປັນຮອບທີ 8 ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ.
ຄວາມພະຍາຍາມຫຼາຍໆຢ່າງກ່ອນໜ້ານີ້ ໄດ້ພັງທະລາຍລົງຢ່າງໄວວາ ທ່າມກາງ
ຄວາມບໍ່ເຫັນພ້ອມ ລະຫວ່າງຄະນະຜູ້ແທນຂອງລັດຖະບານຊິເຣຍແລະກຸ່ມຕໍ່ຕ້ານ
ຊຶ່ງຮວມທັງການທີ່ຈະໃຫ້ປະທານາທິບໍດີ ບາຊາ ອາລ ອາຊາດ ຢູ່ໃນຕຳແໜ່ງຕໍ່ໄປ
ຫຼືບໍ່.
ເບິ່ງຄືວ່າ ທັງສອງຝ່າຍຈະຢູ່ໃນທ່າທີດຽວກັນ ຫຼັງຈາກທີ່ ຫົວໜ້າຜູ້ແທນຂອງພວກ
ຕໍ່ຕ້ານ ທ່ານ ນາຣ໌ ຮາຣີຣີ ໄດ້ບອກກັບພວກນັກຂ່າວໃນວັນຈັນວານນີ້ວ່າ ຈຸດປະສົງ
ຂອງພວກເຂົາເຈົ້າກໍຄື ທ່ານອາຊາດ ຈະບໍ່ຢູ່ໃນໜ້າທີ່ເວລາທີ່ມີການໂອນອຳນາດ
ທາງການເມືອງເລີ່ມຕົ້ນຂຶ້ນນັ້ນ.
ຜູ້ແທນຂອງລັດຖະບານ ບໍ່ໄດ້ໄປເຖິງນະຄອນເຈນີວາ ໃນວັນຈັນວານນີ້, ແຕ່ວ່າ ທ່ານ
ເດີ ມິສຕູຣາ ໄດ້ມີແຜນການ ທີ່ຈະດຳເນີນການເຈລະຈາໃນວັນອັງຄານມື້ນີ້ ກັບຜູ້ແທນ
ຂອງພວກຕໍ່ຕ້ານ. ການປະຊຸມສັນຕິພາບຮອບກ່ອນໆກໍໄດ້ດຳເນີນໄປພາຍໃຕ້ສະພາບ
ການທີ່ຄ້າຍຄືກັນ ທີ່ວ່າມີຝ່າຍໃດຝ່າຍນຶ່ງ ມາຊ້າ ນຶ່ງຫຼືສອງມື້.
ທ່ານ ເດີ ມິສຕູຣາ ໄດ້ກ່າວວ່າ ທ່ານເຊື່ອວ່າ ມັນເປັນໄປໄດ້ ທີ່ທັງສອງຝ່າຍຈະເຮັດໃຫ້
ຊ່ອງຫວ່າງຂອງຄວາມແຕກຕ່າງກັນນັ້ນແຄບເຂົ້າ ໃນຂະນະທີ່ທັງສອງຝ່າຍເຈລະຈາ
ພາຍໃຕ້ຂອບທີ່ໄດ້ຮັບການອະນຸມັດໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ທີ່ຮຽກ ຮ້ອງໃຫ້ມີການຮ່າງລັດຖະທຳມະນູນແລະການເລືອກຕັ້ງໃໝ່. ແຕ່ທ່ານໄດ້ກ່າວຢ້ຳ
ວ່າ ຄະນະໄກ່ເກ່ຍຂອງທ່ານ ຈະບໍ່ຍອມຮັບການຕັ້ງເງື່ອນໄຂລ່ວງໜ້າຂອງຝ່າຍໃດ
ຝ່າຍນຶ່ງກ່ອນທີ່ເຂົ້າສູ່ການເຈລະຈາ.
ທູດພິເສດກ່າວຕື່ມວ່າ “ວິກິດການນີ້ ຊຶ່ງເປັນນຶ່ງໃນວິກິດການທີ່ຮ້າຍແຮງສຸດໃນ
ປະຫວັດສາດຂອງອົງການສະຫະປະຊາຊາດ ຊຶ່ງປັດຈຸບັນນີ້ ເຫັນວ່າ ອາດຈະເຄື່ອນ
ຍ້າຍໄປສູ່ຂັ້ນຕອນທາງດ້ານການເມືອງທີ່ແທ້ຈິງແລ້ວ,” ແລະທ່ານກ່າວເພີ່ມຕື່ມວ່າ
“ພວກເຮົາປາກົດເຫັນຄວາມເປັນເອກກະພາບຂອງນາໆຊາດ, ແລະພວກເຮົາຕ້ອງ
ໄດ້ເລີ່ມປະກອບຂັ້ນຕອນການປະຕິບັດງານເພື່ອໃຫ້ໄດ້ຮັບຜົນເປັນຮູບປະທຳທີ່
ໜັກແໜ້ນ ປ່ອຍໃຫ້ຊາວຊິເຣຍເລືອກອະນາຄົດຂອງພວກເຂົ້າເຈົ້າໄດ້ຢ່າງເສລີ.”
ການສູ້ລົບກັນໃນຊິເຣຍ ໄດ້ເລີ່ມຂຶ້ນ ໃນປີ 2011 ດ້ວຍການປະທ້ວງແບບສັນຕິຕໍ່ຕ້ານ
ທ່ານ ອາຊາດ ແລະການປາບປາມຂອງລັດຖະບານ ຊຶ່ງໃນທີ່ສຸດພໄດ້ນຳໄປສູ່ບັນຫາ
ຂັດແຍ້ງຂອງຫຼາຍໆຝ່າຍ ທີ່ຍັງຜົນໃຫ້ມີຜູ້ຄົນຫຼາຍກວ່າ 4 ຮ້ອຍພັນຄົນ ເສຍຊີວິດ
ແລະອີກ 13 ລ້ານຄົນ ຕ້ອງການຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ