ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ເວົ້າວ່າ ລີເບຍໄດ້ "ຜ່ານຈາກ ສະພາບສຸກເສີນ ອັນນຶ່ງ ໄປຫາ ອີກອັນນຶ່ງ"


ຊາວລີເບຍພາກັນໄປເຕົ້າໂຮມເບິ່ງຢູ່ບ່ອນເກີດເຫດການໂຈມຕີຢູ່ດ້່ານກວດຄົນເຂົ້າ-ອອກໃນເມືອງຊລິດເທັນ ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງທຣິໂປລີ 170 ກິໂລແມັດ ໄປທາງຕາເວັນອອກ ໃນວັນທີ 23 ສິງຫາ, 2018
ຊາວລີເບຍພາກັນໄປເຕົ້າໂຮມເບິ່ງຢູ່ບ່ອນເກີດເຫດການໂຈມຕີຢູ່ດ້່ານກວດຄົນເຂົ້າ-ອອກໃນເມືອງຊລິດເທັນ ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງທຣິໂປລີ 170 ກິໂລແມັດ ໄປທາງຕາເວັນອອກ ໃນວັນທີ 23 ສິງຫາ, 2018

ທູດພິເສດຂອງອົງການສະຫະປະຊາຊາດປະຈຳລີເບຍກ່າວວ່າ ປະເທດດັ່ງກ່າວ
ໄດ້ "ຜ່ານຈາກສະພາບສຸກເສີນອັນນຶ່ງ ໄປຫາອີກອັນນຶ່ງ" ຢູ່ໃນໄລຍະສອງສາມ
ອາທິດມໍ່ໆມານີ້ ແລະກຸ່ມກໍ່ການຮ້າຍຕ່າງໆ ທຸກປະເພດອາດຈະຕັ້ງຫລັກປັກຖານ
ຢູ່ຫັ້ນໄດ້.

ທ່ານ ກາຊານ ຊາລາເມ (Ghassan Salame) ກ່າວຕໍ່ກອງປະຊຸມສະພາຄວາມ
ໝັ້ນຄົງ ໃນວັນພຸດວານນີ້ ກ່ຽວກັບການກໍ່ຄວາມຮຸນແຮງທີ່ໄດ້ເກີດຂຶ້ນໃນນະຄອນ
ທຣິໂປລີ (Tripoli) ໃນເດືອນແລ້ວນີ້ ທີ່ໄດ້ເຮັດໃຫ້ ສິ່ງທີ່ເອີ້ນວ່າ "ສາກບັງໜ້າຂອງ
ຄວາມງຽບສະຫງົບ" ທີ່ມີມາໄດ້ 16 ເດືອນນັ້ນ ແຕກຫັກລົງ.

61 ຄົນຖືກຂ້າຕາຍ ແລະ 160 ຄົນ ໄດ້ຮັບບາດເຈັບຢູ່ໃນນະຄອນທຣິໂປລີ
(Tripoli) ກ່ອນໜ້າຈະມີການຢຸດຍິງເກີດຂຶ້ນ ໃນຕົ້ນອາທິດນີ້.

ທ່ານຊາລາເມ ກ່າວອີກວ່າ ພົນລະເຮືອນຂອງລີເບຍພາກັນທົນທຸກຕໍ່ "ມາດຕະຖານ
ການດໍາລົງຊີວິດທີ່ຫລຸດລົງ... ໃນທຸກໆມື້ ແມ່ນມີເຫດສຸກເສີນດ້ານບຸກຄົນ ເກີດຂຶ້ນ
ຕະຫລອດ."

ທ່ານເວົ້າວ່າ ຫ້ອງການຜູ້ຕາງໜ້າຂອງອົງການສະຫະປະຊາຊາດ ກໍາລັງເຮັດວຽກ
ເພື່ອດັດແກ້ການຈັດການດ້ານຄວາມໝັ້ນຄົງເພື່ອຈະຫລຸດຜ່ອນຈໍານວນກຸ່ມປະ
ກອບອາວຸດລົງ ແລະກໍເວົ້າວ່າ ຫ້ອງການຜູ້ຕາງໜ້າຂອງອົງການສະຫະປະຊາຊາດ
ມີຄວາມມຸ້ງໝັ້ນຕໍ່ການປະຕິບັດງານໃຫ້ກ້າວໄປເຖິງການແບ່ງປັນ ຄວາມຮັ່ງມີ
ຢ່າງເປັນເອກະພາບທົ່ວເຖິງກັນ.

ລີເບຍໄດ້ມີເຫດການໂກລະຫົນວຸ້ນວາຍຢ່າງເນື່ອງນິດລຽນຕິດ ນັບແຕ່ຈອມຜະເດັດ
ການມວມມາ ກາດີຟີ (Moammar Gadhafi) ທີ່ປົກຄອງປະເທດມາເປັນເວລາດົນ
ນານນັ້ນ ຖືກໂຄ່ນລົ້ມ ແລະຖືກຂ້າຕາຍໃນປີ 2011.

ກຸ່ມປະກອບອາວຸດຫລາຍກຸ່ມໄດ້ແຂ່ງຂັນກັນຍາດເອົາອໍານາດ ແລະຄວບຄຸມຄວາມ
ຮັ່ງມີທີ່ມາຈາກນໍ້າມັນຂອງປະເທດ.

ລັດຖະບານທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດທີ່ຖືກສ້າງ
ຕັ້ງຂຶ້ນຢູ່ນະຄອນ ທຣິໂປລີ ປະສົບຄວາມຫຍຸ້ງຍາກໃນການໃຊ້ສິດອໍານາດຂອງ
ຕົນເອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG