ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສປຊ ເວົ້າວ່າ ການລະບາດຂອງໄວຣັສ ເປັນໄພຂົ່ມຂູ່ ຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ


ທ່ານ ແອນໂຕນິໂອ ກູເຕເຣັສ ກ່າວຢູ່ໃນກອງປະຊຸມຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ ກ່ຽວກັບບັນຫາຢູ່ໃນຊີເຣຍ ໃນວັນທີ 28 ກຸມພາ, 2020
ທ່ານ ແອນໂຕນິໂອ ກູເຕເຣັສ ກ່າວຢູ່ໃນກອງປະຊຸມຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ ກ່ຽວກັບບັນຫາຢູ່ໃນຊີເຣຍ ໃນວັນທີ 28 ກຸມພາ, 2020

ເລຂາທິການໃຫຍ່ອົງການສະຫະປະຊາຊາດໃນວັນພະຫັດວານນີ້ວ່າ ໄດ້ເຕືອນ ວ່າ ອົງການຂອງໂລກດັ່ງກ່າວກໍາລັງປະເຊີນໜ້າກັບ “ການທົດສອບທີ່ໜັກທີ່ ສຸດ” ນັບຕັ້ງແຕ່ມັນໄດ້ຖືກສ້າງຕັ້ງຂຶ້ນມາ 75 ປີກ່ອນ ຍ້ອນໄວຣັສໂຄໂຣນາ ໄດ້ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ ຕະຫລອດທັງສຸ ຂະພາບ ຂອງຄົນອີກດ້ວຍ.

“ການລະບາດຂອງໄວຣັສໃນລະດັບໂລກຍັງໄດ້ເປັນໄພຂົ່ມຂູ່ຕໍ່ການຮັກສາສັນຕິ ພາບ ແລະຄວາມໝັ້ນຄົງຂອງສາກົນ ອາດຈະພາໃຫ້ເກີດຄວາມວຸ້ນວາຍ ແລະ ການກໍ່ຄວາມຮຸນແຮງຢູ່ໃນສັງຄົມ ທີ່ຈະເຮັດໃຫ້ຄວາມສາມາດໃນການຕໍ່ສູ້ ກັບ ພະຍາດຂອງພວກເຮົາຫລຸດລົງ” ນັ້ນຄືຄໍາເວົ້າຂອງທ່ານ ແອນໂຕນິໂອ ກູເຕເຣັສ (Antonio Guterres) ທີ່ກ່າວຢູ່ໃນຫ້ອງປະຊຸມປິດລັບຂອງສະພາ ຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ອີງຕາມບົດປາໄສຂອງເພິ່ນ ທີ່ຂຽນໃນເຈ້ຍ.

ວັນພະຫັດວານນີ້ ໄດ້ເປັນຂີດໝາຍຄົບຮອບ 100 ມື້ ນັບຕັ້ງແຕ່ຈີນໄດ້ແຈ້ງໃຫ້ ອົງການອະນາໄມໂລກຮູ້ວ່າຕົນກໍາລັງຮັບມືກັບສິ່ງທີ່ປະເທດດັ່ງກ່າວເອີ້ນໃນເວ ລາຕໍ່ມາວ່າ ໂຄວິດ (COVID)-19 ຊຶ່ງເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣ ນາ ນັ້ນ. ມັນໃຊ້ເວລານານປານນີ້ກ່າວວ່າ ສະພາທີ່ມີສະມາຊິກຢູ່ 15 ປະເທດ ອັນນັ້ນ ຈະສາມາດຜ່ານຜ່າຄວາມຄິດເຫັນທີ່ແຕກຕ່າງກັນ ແລະຈັດກອງປະຊຸມ ຂຶ້ນໄດ້ກ່ຽວກັບເຊື້ອໄວຣັສທີ່ໄດ້ທໍາລາຍລ້າງຜານໂລກ, ເຮັດໃຫ້ຢ່າງໜ້ອຍ 1 ລ້ານ 5 ແສນຄົນປ່ວຍ ແລະເກືອບຮອດ 95,000 ຄົນເສຍຊີວິດນັ້ນ.

10 ປະເທດສະມາຊິກທີ່ໄດ້ຮັບການເລືອກຕັ້ງຂອງສະພານັ້ນ ຮຽກຮ້ອງໃຫ້ມີ ການຈັດກອງປະຊຸມຂຶ້ນ ແລະຂໍໃຫ້ເລຂາທິການໃຫຍ່ລາຍງານຫຍໍ້ໃຫ້ແກ່ບັນ ດາປະເທດສະມາຊິກຮູ້ວ່າ ການລະບາດໃນລະດັບໂລກດັ່ງກ່າວ ມີຜົນກະທົບ ຕໍ່ວຽກງານຮັກສາສັນຕິພາບ, ມະນຸດສະທໍາ ແລະການເມືອງຄືແນວໃດ.

“ການເຂົ້າໄປມີສ່ວນກ່ຽວຂ້ອງຂອງສະພາຄວາມໝັ້ນຄົງຈະເປັນເລື້ອສໍາຄັນ ຫລາຍທີ່ສຸດ ໃນການຫລຸດຜ່ອນຜົນກະທົບຂອງການລະບາດລະດັບໂລກ ຂອງພະຍາດ ໂຄວິດ-19 ນີ້,” ນັ້ນຄືຄໍາເວົ້າຂອງທ່ານກູເຕເຣັສ (Guterres) ທີ່ກ່າວຕໍ່ ບັນດາສະມາຊິກຂອງສະພາດັ່ງກ່າວຢູ່ໃນຂະນະທີ່ມີການປະຊຸມກັນ ໂດຍໃຊ້ໂທລະສັບແບບມີວີດິໂອລົມກັນ. ທ່ານກ່າວຕໍ່ໄປວ່າ “ພວກເຮົາທຸກຄົນ ຕ່າງກໍຈື່ໄດ້ກ່ຽວກັບບົດບາດອັນສໍາຄັນທີ່ສຸດຂອງສະພາໃນການລະດົມກໍາລັງຮັບມື ຂອງສາກົນຕໍ່ການກະທົບຂອງວິກິດການຂອງເຊື້ອເອສໄອວີ ຫລື ໂຣກເອດສ໌ ແລະການລະບາດຂອງພະຍາດອີໂບລາ.”

ທ່ານກູເຕເຣັສ (Guterres) ເອົາລາຍການຂອງບັນຫາຄວາມເປັນຫ່ວງທີ່ຍາວ ຢຽດມາກ່າວໃຫ້ກອງປະຊຸມຟັງ.

ທ່ານກູເຕເຣັສ (Guterres) ເວົ້າວ່າ “ກ່ອນອື່ນໝົດ, ການລະບາດລະດັບໂລກ ຂອງພະຍາດໂຄວິດ-19 ເປັນໄພຂົ່ມຂູ່ເຮັດໃຫ້ຄວາມເຊື່ອໝັ້ນຂອງຄົນຕໍ່ສະຖາ ບັນຕ່າງໆ ຂອງລັດຖະບານເສື່ອມລົງໄປອີກ ໂດຍສະເພາະແມ່ນ ຖ້າປະຊາຊົນ ຄິດວ່າເຈົ້າ ໜ້າທີ່ຂອງພວກເຂົາເຈົ້າເຮັດການຮັບມືແບບຜິດພາດ ຫລືບໍ່ມີຄວາມ ໂປ່ງໃສ ກ່ຽວກັບຂອບເຂດຂອງວິກິດການນັ້ນ.”

ທ່ານຍັງໄດ້ເຕືອນອີກວ່າ ເສດຖະກິດທີ່ຊຸດໂຊມລົງຍ້ອນວິກິດການນີ້ ຍັງອາດ ຈະເຮັດໃຫ້ສັງຄົມຂອງຄົນທີ່ໄດ້ຮັບຜົນກະທົບງ່າຍ ແລະບັນດາປະເທດທີ່ມີລະດັບການ ພັດ ທະນາຕໍ່າກວ່າມີຄວາມລໍາບາກເພີ້ມຂຶ້ນອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG