ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການສະຫະປະຊາຊາດ ກ່າວປະນາມ ຫວຽດນາມ ກ່ຽວກັບ ການປາບປາມ ສິດເສລີພາບ ໃນການສະແດງຄວາມຄິດເຫັນ


ແຜນທີ່ສະແດງໃຫ້ເຫັນປະເທດ ຫວຽດນາມ.
ແຜນທີ່ສະແດງໃຫ້ເຫັນປະເທດ ຫວຽດນາມ.

ບັນດາອົງການສິດທິມະນຸດ ສະຫະປະຊາຊາດໄດ້ກ່າວຫາ ຫວຽດນາມ ກ່ຽວກັບ ການລະເມີດສົນທິ ສັນຍາສາກົນ ກ່ຽວກັບ ສິດທິພົນລະເມືອງ ແລະ ການເມືອງດ້ວຍການຈຳກັດຮັດແຄບໃນການສະ ແດງຄວາມຄິດເຫັນ ແລະ ປະຕິເສດພວກຕຳໜິຕິຕຽນຂະບວນການທາງກົດໝາຍ ແລະ ການດຳ ເນີນຄະດີທີ່ເປັນທຳ. ລີຊາ ສໄລນ໌ ມີລາຍງານສຳລັບ ວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການຕັດສິນໂທດຕໍ່ນັກຂ່າວອິດສະຫຼະສາມຄົນ ໃນຕົ້ນອາທິດແລ້ວນີ້ແມ່ນຕົວຢ່າງອັນຫຼ້າສຸດ ກ່ຽວ ກັບ ການເຊື່ອມຖອຍລົງຂອງເສລີພາບໃນການສະແດງຄວາມຄິດເຫັນໃນ ຫວຽດນາມ. ພວກຜູ້ ຊາຍດັ່ງກ່າວ ຖືກຕັດສິນມີິຄວາມຜິດ ກ່ຽວກັບ ຄວາມປອດໄພແຫ່ງຊາດ ແລະ ຖືກລົງໂທດຂັງຄຸກ 15 ປີ.

ໂຄສົກດ້ານສິດທິມະນຸດ ສະຫະປະຊາຊາດ ທ່ານນາງ ຣາວີນາ ຊາມດາຊານີ ໄດ້ກ່າວວ່າ ນັກຂ່າວອິດສະຫຼະ, ຜູ້ລາຍງານຂ່າວທາງອິນເຕີແນັດຫຼື Blogger, ຜູ້ໃຫ້ຄຳເຫັນທາງອອນໄລນ໌ ແລະ ບັນ ດາຜູ້ປົກປ້ອງສິດທິມະນຸດຈຳນວນຫຼາຍຂຶ້ນກວ່າເກົ່າໄດ້ຖືກກັກຂັງໂດຍພາລະການ ອີງຕາມກົດ ໝາຍທີ່ຖືກອະທິບາຍ ຢ່າງບໍ່ແຈ່ມແຈ້ງ.

ໃນກໍລະນີຂອງນັກຂ່າວທີ່ຖືກລົງໂທດເມື່ອບໍ່ດົນມານີ້, ທ່ານນາງເວົ້າວ່າ ທັງສາມຄົນໄດ້ຖືກຂັງກ່ອນການດຳເນີນຄະດີເປັນເວລາດົນນານ. ທ່ານນາງເວົ້າຕື່ມວ່າມັນມີຄວາມເປັນຫ່ວງຢ່າງຍິ່ງວ່າ ສິດທິໃນການດຳເນີນຄະດີຢ່າງເປັນທຳຂອງເຂົາເຈົ້ານັ້ນຈະບໍ່ຖືກເຄົາລົບ.

ທ່ານນາງ ຊາມດາຊານີ ກ່າວວ່າ “ເຂົາເຈົ້າຫຼາຍຄົນຖືກກັກຂັງໂດຍບໍ່ສາມາດທີ່ຈະຕິດຕໍ່ກັບພາຍນອກໄດ້. ເຂົາເຈົ້າບໍ່ສາມາດຕິດຕໍ່ກັບຄອບຄົວຂອງເຂົາເຈົ້າ. ເຂົາເຈົ້າບໍ່ສາມາດທີ່ຈະມີທະນາຍ ຄວາມ. ໃນກໍລະນີອື່ນ, ພວກເຮົາໄດ້ຖືກບອກເລົ່າ ກ່ຽວກັບ ການປະຕິບັດທີ່ບໍ່ດີ ແລະ ພວກເຮົາກໍຍັງຖືກບອກໃຫ້ຮູ້ວ່າມັນມີຫຼາຍບຸກຄົນ ຜູ້ທີ່ມີຄວາມຕ້ອງການທາງການແພດທີ່ເຂົາເຈົ້າບໍ່ໄດ້ຮັບການເບິ່ງແຍງ.”

ທ່ານນາງ ຊາມດາຊານີ ຍັງໄດ້ສະແດງຄວາມເປັນຫ່ວງວ່າ ຫຼາຍບຸກຄົນຜູ້ທີ່ໄດ້ພະຍາຍາມຮ່ວມມືກັບບັນດາອົງການສິດມະນຸດຂອງ ສະຫະປະຊາຊາດນັ້ນໄດ້ຖືກຂົ່ມຂູ່ ແລະ ແກ້ແຄ້ນ. ທ່ານນາງເວົ້າວ່າ ນັ້ນໄດ້ເຮັດໃຫ້ເຂົາເຈົ້າຢຸດຮ່ວມມືກັບອົງການສະຫະປະຊາຊາດ ແລະ ແບ່ງປັນຂໍ້ມູນ ກ່ຽວ ກັບ ບັນຫາສິດທິມະນຸດ.

ທ່ານນາງ ຊາມດາຊານີ ກ່າວວ່າ “ຕອນນີ້ ການແກ້ແຄ້ນ ແລະ ການຂົ່ມຂູ່ຕ່າງໆ ທີ່ເຂົາເຈົ້າໄດ້ປະ ເຊີນແມ່ນລວມມີການຮາວີລົບກວນ, ການຫ້າມເດີນທາງ, ສູນເສຍວຽກງານ, ການທຳຮ້າຍຮ່າງ ກາຍພ້ອມກັບການຈັບກຸມໂດຍພາລະການ, ການກັກຂັງ ແລະ ທໍລະມານ. ສະນັ້ນມັນຈຶ່ງສຳຄັນຫຼາຍສຳລັບ ພວກເຮົາທີ່ຈະແຈ້ງເຕືອນ ກ່ຽວກັບ ບັນຫານີ້.”

ທ່ານນາງ ຊາມດາຊານີ ເວົ້າວ່າ ຫ້ອງການສິດທິມະນຸດສະຫະປະຊາຊາດຈະສືບຕໍ່ສະເໜີກໍລະນີພວກນັ້ນຕໍ່ລັດຖະບານ ຫວຽດນາມ, ຮຽກຮ້ອງໃຫ້ເຂົາເຈົ້າຢຸດຕັ້ງຂໍ້ກ່າວຫາທາງອາຍາຕໍ່ປະຊາຊົນ ຍ້ອນການສະແດງເສລີພາບໃນການອອກຄວາມເຫັນຂອງເຂົາເຈົ້າ.

ທ່ານນາງກ່າວຕື່ມວ່າ ປະຊາຊົນຄວນສາມາດທີ່ຈະໃຊ້ສິດທິພື້ນຖານຂອງເຂົາເຈົ້າ ໂດຍປາສະ ຈາກຄວາມຢ້ານກົວ ກ່ຽວກັບ ການແກ້ແຄ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG