ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ປະ​ຊາ​ຊາດ ປະ​ນາມຢ່າງ​ແຮງ ຕໍ່​ກາ​ນ​​ລະ​ເມີດ​ສິດ​ທິ​ມະ​ນຸດ ​ຂອງມ​ຽນ​ມາ ​ຕໍ່​ຊາວ​ໂຣ​ຮິງ​ຢາ


ຊາວ​ໂຣ​ຮິງ​ຢາ ທີ່​ບໍ່ມີ​ບ່ອນ​ຢູ່​ອາ​ໄສ ຢືນ​ຢູ່​ຮົ້ວ​ສູນ​ອົບ​​ພະ​ຍົບ ລະ​ຫວ່າງ​ມຽນ​ມາ ແລະ​ບັງ​ກ​ລາ​ແດັ​ສ ວັນ​ທີ 29 ມິ​ຖຸ​ນາ 2018.
ຊາວ​ໂຣ​ຮິງ​ຢາ ທີ່​ບໍ່ມີ​ບ່ອນ​ຢູ່​ອາ​ໄສ ຢືນ​ຢູ່​ຮົ້ວ​ສູນ​ອົບ​​ພະ​ຍົບ ລະ​ຫວ່າງ​ມຽນ​ມາ ແລະ​ບັງ​ກ​ລາ​ແດັ​ສ ວັນ​ທີ 29 ມິ​ຖຸ​ນາ 2018.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່າງ​ຍັດ​ຕິ​ໃນ​ວັນ
​ສຸກວານ​ນີ້ ປະ​ນາມ​ຢ່າງ​ແຮງ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ມຽນ​ມາ​ ​ຕໍ່ຊາວ​ມຸ​ສ​ລິມ
​ໂຣ​ຮິງ​ຢາ​ ແລະ​ບັນ​ດາ​ຊົນກຸ່ມ​ນ້ອຍ​ອື່ນໆ ຮວມ​ທັງ ການ​ຈັບ​ກຸມຄຸມ​ຂັງ ຕາມ​ອຳ​ເພີ​ໃຈ ​
ການ​ທໍ​ລະ​ມານ ​ການຂົ່ມ​ຂືນ ແລ​ະ​ການເສຍ​ຊີ​ວິດ​ຢູ່​ໃນ​ບ່ອນຄຸມ​ຂັງ ອີງ​ຕາມ​ລາຍ​ງານ
ຂອງ​ອົງ​ການ​ຂ່າວ​ເອ​ພີ.

ສະ​ຫະ​ປະ​ຊາ​ຊາດ ທີ່​ມີ​ສະ​ມາ​ຊິກ 193 ປະ​ເທດ ໄດ້​ລົງ​ຄະ​ແນນ​ສຽງ 134 ຕໍ່ 9 ເຫັນ​
ພ້ອມ​ກັບ​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ ໂດຍ​ມີ 28 ​ປະ​ເທດບໍ່​ອອກ​ສຽງ ຊຶ່ງ​ຍັງຮຽກຮ້ອງ ໃຫ້​ລັດ
​ຖະ​ບານ​ຂອງມຽນ​ມາ ເອົາ​ມາດ​ຕະ​ການ​ຢ່າງ​ຮີບ​ດ່ວນ​ ເພື່ອ​ຕໍ່ກຳ​ຈັດ​ການຍຸຍົງ​ໃຫ້
​ເກີດຄວາມ​ກຽດ​ຊັງ​ຕໍ່​ຊາວ​ໂຣ​ຮິງ​ຢາ ແລະ​ບັນ​ດາ​ຊົນກຸ່ມ​ນ້ອຍ​ອື່ນໆ​ໃນ​ລັດ​ຣາໄຄ​ນ໌
ກະ​ຈິ່ນ ແລະສານ.

ຍັດ​ຕິ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ບໍ່​ໄດ້​ມີ​ຜົນ​ບັງ​ຄັ​ບ​ໃຊ້ທາງ​ກົດ​
ໝາຍ​ ແຕ່​ໄດ້ສະ​ທ້ອນ​ໃຫ້​ເຫັນແນວ​ຄິດ​ຂອງໂລກ.

ມຽນ​ມາຊຶ່ງ​ເປັນ​ປະ​ເທດທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ພຸດ ໄດ້​ພິ​ຈາ​ລະ​ນາ​ມາ​ເປັນ
​ເວ​ລາ​ນານ​ແລ້ວ​ວ່າ ຊາວ​ໂຣ​ຮິງ​ຢາເປັນຊົນ​ເຜົ່າ “ເບັງກາ​ລີ” ​ມາຈາກ​ບັງ​ກ​ລາ​ແດັ​ສ
ເຖິງ​ແມ່ນ​ວ່າ​ຄອບ​ຄົວ​ຂອງເຂົາ​ເຈົ້າ​ໄດ້​ຢູ່​ໃນ​ປະ​ເທດ​ມາ​ໄດ້​ຫຼາຍ​ຊົ່ວ​ຄົນແລ້ວ​ກໍ​ຕາມ.
ເກືອບ​ທັງ​ໝົດ​ໄດ້​ຖືກ​ປະ​ຕິ​ເສດໃນການ​ເປັນສັນ​ຊາດນັບ​ແຕ່​ປີ 1982 ​ເປັນ​ຕົ້ນມາ​
ຊຶ່ງ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຄົນ​ບໍ່​ມີ​ປະ​ເທດ ແລະ​ເຂົາ​ເຈົ້າ​ຍັງ​ໄດ້​ຖືກ​ປະ​ຕິ​ເສດ
​ບໍ່ໃຫ້ມີ​ອິດ​ສະ​ຫ​ລະ​ພາບໃນ​ການເດີນ​ທາງ​ໄປ​ມາ ແລະ​ສິດ​ທິ​ພື້ນ​ຖານ​ອື່ນໆ.

ວິ​ກິດ​ການ​ຊາວ​ໂຣ​ຮິງ​ຢາທີ່​ຫົມ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວນັ້ນ ໄດ້​ລະ​ເບີດ​ຂຶ້ນ​ໃນ​
ວັນ​ທີ 25 ສິງ​ຫາ 2017 ເວ​ລາ​ທະ​ຫານ​ມຽນ​ມາ​ໄດ້​ເລີ້ມ​ໃນ​ອັນ​ທີ່​ຮ້ອງວ່າ​ການປຸກ​
ລະ​ດົມ​ກວດ​ລ້າງ​ຢູ່​ໃນ​ລັດ​ຣາ​ໄຄ​ນ໌ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ ​ໂດຍ​ກຸ່ມ​ຫົວ​ຮຸນ
​ແຮງ​ໂຣ​ຮິງ​ຢາ. ການ​ປຸກ​ລະ​ດົມ​ດັ່ງ​ກ່າວໄດ້​ນຳ​ໄປ​ສູ່​ການ​ຫລົບ​ໜີ​ເປັນ​ຈຳ​ນວນ​ຫຼວງ​
ຫຼາຍ​ເຂົ້າ​ສູ່​ບັງ​ກ​ລາ​ແດັ​ສ ແລະມີ​ການ​ກ່າວ​ຫາວ່າ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພທຳ​
ການ​ຂົ່ມ​ຂືນ ແລະ​ສັງ​ຫານ ຕະ​ຫຼອດ​ທັງ​ເຜົາ​ຜານ​ບ້​ານ​ເຮືອນ​ຫຼາຍ​ພັນ​ຫຼັງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານຮາວ ໂດ ຊວນ
(Hau Do Suan) ຮ້ອງ​ຍັດ​ຕິນີ້​ວ່າ “ເປັນ​ໂຕ​ຢ່າງ​ອັນ​ເກົ່າ​ແກ່ຂອງສອງ​ມາດ​ຕະ​
ຖານ ທີ່ເລືອກໃຊ້ ແລະຈຳ​ແນກ​ກີດ​ກັນ​ຂອງ​ຫຼັກ​ການ​ດ້ານສິດ​ທິ​ມະ​ນຸດ ​ທີ່​ແນ​ໃສ່
“ເພື່ອໃຊ້​ກຳ​ລັງ​ກົດ​ດັນ​ທາງ​ການ​ເມືອງ​ທີ່​ບໍ່​ຕ້ອງ​ການ​ຕໍ່​ມຽນ​ມາ.”

ທ່ານ​ກ່າວ​ວ່າ ຍັດຕິ​ນີ້​ບໍ່​ໄດ້​ພະ​ຍາ​ຍາມ​ຊອກ​ຫາການ​ແກ້​ໄຂຕໍ່ສະ​ພາບ​ການ​ທີ່ສະ
​ລັບຊັບ​ຊ້ອນຢູ່​ລັດ​ຣາ​ໄຄ​ນ໌ ແລະ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ຂອງ​
ລັດ​ຖະ​ບານ ເພື່ອ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ທ້າ​ທາຍ​ຕ່າງໆ.

ຍັດ​ຕິ​ສະ​ບັບ​ນີ້ ເ​ອກ​ອັກ​ຄະ​ລັດ​ຖະ​ທູ​ດ​ກ່າວ​ວ່າ “ຈະ​ປູກ​ແກ່ນ​ຂອງ​ຄວາມ​ບໍ່​ໄວ້​ເນື້ອ​
ເຊື່ອ​ໃຈ ແລະ​ຈະ​ສ້າງການ​ແບ່ງ​ແຍກ​ເພີ້ິ້ມ​ຕື່ມ ຕໍ່ປະ​ຊາຄົມທີ່​ແຕກ​ຕ່າງ​ກັນຢູ່​ໃນ​
ຂົງ​ເຂດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG