ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ເປີດເສັ້ນທາງ ໃຫ້ອົບພະຍົບ ຊົນກຸ່ມນ້ອຍ ໃນອີຣັກ ຫຼົບໜີ (ສະໄລດ໌/ວີດີໂອ)


After Air Strikes, Open Relief Routes for Iraq's Displaced Minorities
please wait

No media source currently available

0:00 0:03:16 0:00

ລັດຖະບານອີຣັກ ແລະທະຫານບ້ານຊາວເຄີດ ຢູ່ໃນພາກເໜືອ
ຂອງປະເທດ ໄດ້ສົມທົບກຳລັງກັນເພື່ອໃຫ້ຄວາມຊ່ອຍເຫຼືອແກ່
ປະຊາຊົນທີ່ຕົກຄ້າງຢູ່ເທິງພູ Sinjar ຫລັງຈາກຫລົບໜີພວກຫົວ
ຮຸນແຮງ ກຸ່ມລັດອິສລາມ. ພວກຊົນກຸ່ມນ້ອຍ ​ເຜົ່າ Yazidi ໄດ້
ຕົກຄ້າງຢູ່ເທິງສັນພູທີ່ມີອາກາດຮ້ອນເອົ້າ ໂດຍບໍ່​ມີອາຫານກິນ
ຫຼືນ້ຳດື່ມມາຕັ້ງແຕ່ອາທິດແລ້ວນີ້. ການໂຈມຕີທາງອາກາດຂອງ
ສະຫະລັດ ແລະອີຣັກ ໄດ້ເປີດເສັ້ນທາງຫລົບໜີຈຳນວນນຶ່ງໃຫ້
ແກ່ພວກອົບພະຍົບ ແລະເຈົ້າໜ້າທີ່ ໄດ້ເລີ້ມຈັດສົ່ງ ການຊ່ອຍ
ເຫລືອບັນເທົາທຸກສຸກເສີນ ໄປໃຫ້ແລ້ວ. Zlatica Hoke ລາຍ
ງານວ່າ ມີຫລາຍໆຄອບຄົວໄດ້ພັດພາກຈາກກັນ ໃນລະຫວ່າງ
ທີ່ຫລົບໜີພວກຫົວຮຸນແຮງຢ່າງຟ້າວຟັ່ງນັ້ນ ດັ່ງໄພສານຈະນຳ
ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫລັງຈາກໄດ້ນຳເອົາການຊ່ອຍເຫຼືອໄປໃຫ້ພວກອົບພະຍົບ Yazidi ຢູ່ເທິງພູ Sinjar ແລ້ວ ເຮືອບິນເຮຣີຄອບເຕີ້ ກໍໄດ້ຂົນເອົາພວກເດັກນ້ອຍ ທີ່ພັດພາກຈາກພໍ່​ແມ່ ຈຳນວນນຶ່ງ ໄປ ຍັງເຂດ Kurdistan ທີ່ປອດໄພຂອງອີຣັກ. ພວກອົບພະຍົບ Yazidi ຫຼາຍຮ້ອຍຄົນທີ່ໄດ້ ຫລົບໜີເຂົ້າໄປໃນຊີເຣຍນັ້ນ ເວລານີ້ ໄດ້ພາກັນຂ້າມ ແມ່ນ້ຳ Tigris ກັບຄືນເຂົ້າສູ່ອີຣັກ ດ້ວຍການຊ່ອຍເຫຼືອຂອງ ພວກກະບົດຊາວເຄີດໃນຊີເຣຍ.

ທ້າວ Jalal Shamo Qasm ຊຶ່ງເປັນອົບພະຍົບຊາວ Yazidi ກ່າວວ່າ “ພັກກຳມະກອນ
ຊາວເຄີດ ໄດ້ຊ່ອຍພາພວກເຮົາ ກັບ​ຄືນ​ມາ. ພວກເຂົາເຈົ້າ ແມ່ນມີຄວາມເມດຕາສົງ

ສານພວກເຮົາ ແລະພວກເຮົາຂໍຂອບອົກຂອບໃຈເຂົາເຈົ້າ ທີ່ໄດ້ພາພວກເຮົາ ມາທີ່ນີ້. ພວກເຮົາໄດ້ໃຊ້ເວລາ 11 ຊົ່ວໂມງ ຈຶ່ງມາເຖິງຊາຍແດນ.”

ສ່ວນອົບພະຍົບ Yazidi ອີກຄົນນຶ່ງ ຊື່ທ້າວ Nazar Rashor ເວົ້າວ່າ “ຂ້ອຍໄດ້ຫລົບໜີ ໄປຈາກພູໂດຍຍ່າງມາ ຍ່າງຈາກພູ Sinjar ໄປຫາຊີເຣຍ. ພວກເຮົາມີແຕ່ນ້ຳແກ້ວດຽວ. ພວກເຮົາກິນ​ມັນ​ໝົດ​ແລ້ວກໍບໍ່ມີຫຍັງຕື່ມອີກ. ບໍ່ແມ່ນ ມີແຕ່ຂ້ອຍຜູ້ດຽວ ຍັງມີຄົນອື່ນອີກ
ຫລາຍໆພັນຄົນ.”

ໃນຂະນະທີ່ພວກເຂົາເຈົ້າຂ້າມຂົວລອຍເຂົ້າໄປສູ່ອີຣັກນັ້ນ ຊາວ Yazidi ຫຼາຍຄົນເວົ້າວ່າ ພວກເຂົາເຈົ້າໄດ້ສູນເສຍ ສະມາຊິກໃນຄອບຄົວຂອງພວກເຂົາເຈົ້າ ຈຳນວນນຶ່ງ.

ນາງ Bayan Haidr ຊຶ່ງເປັນອົບພະຍົບ Yazidi ເວົ້າວ່າ “ຂ້ອຍໄດ້ສົ່ງລູກ ຊາຍ 2 ຄົນ ໄປນຳລົດຄັນນຶ່ງ ເພື່ອໄປຮັບເອົາພວກເຮົາ. ຫລັງຈາກນັ້ນຂ້ອຍກໍໄດ້ ດຶງເອົາລູກຜູ້ນີ້
ແລະກໍກັບຄືນໄປຫາລົດ ແຕ່ລົດໄດ້ແລ່ນໄປແລ້ວ. ດ້ວຍເຫດນີ້ ຂ້ອຍຈຶ່ງໄດ້ຍ່າງເຄິ່ງ
ທາງມານີ້ ແຕ່ພຽງຜູ້ດຽວ. ມີລົດຄັນນຶ່ງໄດ້ຮັບເອົາຂ້ອຍຢູ່ຈຸດໃດຈຸດນຶ່ງ ແລະໃນທີ່ສຸດ
ພວກເຮົາກໍໄດ້ມາເຖິງທີ່ນີ້. ຂ້ອຍມີລູກທັງໝົດ 3 ຄົນ ຜູ້ນີ້ຢູ່ກັບຂ້ອຍ ແຕ່ຂ້ອຍໄດ້ສູນ
ເສຍລູກຄົນອື່ນໆໄປ. ຂ້ອຍບໍ່ເຫັນລູກຄົນອື່ນຫຼືຂອງຂ້ອຍຫສາມີຂອງຂ້ອຍຕັ້ງແຕ່ນັ້ນ
ມາ.”

ຊາວ Yazidi ທີ່ນັບຖືສາສະໜາໂບຮານ ພົວພັນກັບລັດທິ Zoroastrianism ໄດ້ດຳລົງຊີ ວິດຢູ່ດ້ວຍຄວາມສະຫງົບກັບພວກຊາວເຄີດໃນອີຣັກ. ເຂົາເຈົ້າເວົ້າວ່າ ພວກຫົວຮຸນແຮງ ຈາກກຸ່ມລັດອິສລາມ ໄດ້ໃຫ້ທາງເລືອກແກ່ພວກເຂົາເຈົ້າ ດ້ວຍການປ່ຽນໄປນັບຖືສາສະ ໜາອິສລາມ ຫລືບໍ່ກໍຖືກຂ້າຖິ້ມ.

ຄະນະຜູ້ຕາງໜ້າ ຂອງຊາວອາເມຣິກັນ ເຊື້ອສາຍ Yazidi ໄດ້ພົບປະກັບພວກເຈົ້າໜ້າທີ່ ກະຊວງການຕ່າງປະເທດສະຫະລັດທີ່ນະຄອນຫຼວງວໍຊິງຕັນ ໃນມື້ວັນຈັນຜ່ານມານີ້ ເພື່ອ ສະແຫວງຫາການສະໜັບສະໜຸນຂອງສະຫະລັດ ໃນການຕໍ່ສູ້ກັບພວກຫົວຮຸນແຮງຈັດ.

ທ່ານ Dakhil Shammo Elias ເວົ້າວ່າ “ນີ້ແມ່ນເປັນເລື່ອງໃຫຍ່ຫຼາຍ ຍ້ອນວ່າຖ້າພວກ
ເຂົາເຈົ້າຫາກປ່ຽນໄປນັບຖືສາສະໜາອິສລາມແລ້ວພວກຫົວຮຸນແຮງ ກໍຈະບໍ່ມັກໃນສິ່ງ
ດັ່ງກ່າວແລະຍອມປ່ອຍໃຫ້ພວກເຂົາຢູ່ຕາມລຳພັງ ບໍ່ເລີຍ. ພວກເຂົາຈະທວງໃຫ້ພວກ
ຜູ້ຊາຍໄປສູ້ລົບກັບພວກເຂົາໄປເປັນພວກນັກລົບສົງຄາມສັກສິດ. ພວກແມ່ຍິງກໍຈະຖືກ
ນຳໄປຂາຍ ຢູ່ຕະຫຼາດຂ້າທາດ. ນີ້ຄືສິ່ງທີ່ໄດ້ເກີດຂຶ້ນ. ດັ່ງນັ້ນ ຂ້າພະເຈົ້າຂໍເວົ້າວ່າ ລັດ
ຖະບານອາເມຣິກັນກະຊວງຕ່າງປະເທດເຂົ້າໃຈເລື່ອງນີ້ດີ. ພວກເຮົາໄດ້ຮັບຄຳໝັ້ນສັນ
ຍາຈາກພວກເຈົ້າໜ້າທີ່ວ່າພວກເຮົາແມ່ນ ມີເງື່ອນໄຂ ທີ່ພວກເຂົາເຈົ້າ ຈະດຳເນີນການ
ຢ່າງດີທີ່ສຸດ ຮ່ວມກັບພະແນກການອື່ນໆ ຢູ່ໃນວົງການລັດຖະບານ ເພື່ອສະໜອງການ
ຊ່ອຍເຫຼືອສຸກເສີນທີ່ພວກເຮົາ ໄດ້ຮ້ອງຂໍໄປນັ້ນ."

ທ່ານ Haidar Al-Abadi ຖະແຫຼງຕໍ່ພວກນັກຂ່າວ
ທ່ານ Haidar Al-Abadi ຖະແຫຼງຕໍ່ພວກນັກຂ່າວ

ສະຫະລັດ ໄດ້ຮຽກຮ້ອງໃຫ້ອີຣັກສ້າງຕັ້ງລັດຖະບານທີ່ປະກອບ
ດ້ວຍຫລາຍພັກຝ່າຍ. ປະທານາທິບໍດີ ບາຣັກ ໂອບາມາໄດ້ສະ
ແດງຄວາມຫວັງອອກມາ ໃນວັນຈັນຜ່ານມານີ້ວ່າ ລັດຖະບານ
ຊຸດໃໝ່ຂອງອີຣັກຈະທຳການປ່ຽນແປງໃນສິ່ງທີ່ມີຄວາມຈຳເປັນ
ຕ່າງໆ. ທ່ານ Haider al-Abadi ທີ່ໄດ້ຖືກສະເໜີແຕ່ງຕັ້ງໃຫ້ຂຶ້ນ
ເປັນນາຍົກລັດຖະມົນຕີ ແທນທ່ານ Nouri al-Malaki ໄດ້ຮຽກ
ຮ້ອງໃຫ້ຊາວອີຣັກທຸກໆກຸ່ມ ມີຄວາມປຸ້ມລຸມສາມັກຄີກັນ.

ທ່ານ Abadi ເວົ້າວ່າ “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າດ້ວຍ
ປະຊາຊົນແລະພັກຝ່າຍການເມືອງຕ່າງໆ ພວກເຮົາຈະສາມາດເອົາຊະນະ ການໂຈມ
ຕີທີ່ປ່າເຖື່ອນ ແລະໂຫດຮ້າຍ ຕໍ່ປະຊາຊົນ ຊາວອີຣັກໄດ້ ແລະ ສະໜອງສະພາບແວດ
ລ້ອມທີ່ດີ ໃຫ້ແກ່ປະຊາຊົນຊາວອີຣັກເພື່ອດຳລົງຊີວິດຢູ່.”

ທ່ານ Abadi ມີເວລາ 30 ມື້ເພື່ອສ້າງຕັ້ງລັດຖະບານຊຸດໃໝ່ ໃນຂະນະທີ່ທ່ານ al-Maliki
ຍັງປະຕິເສດບໍ່ຍອມອອກຈາກຕຳແໜ່ງ.


The Iraqi government and Kurdish militia in the country's north have joined forces to help people stranded in the Sinjar mountains after fleeing Islamic State militants. Thousands of minority Yazidis have been trapped on a scorching mountaintop without food and water since last week. U.S. and Iraqi air strikes have opened up some escape routes for the refugees and officials have begun delivering emergency relief. Zlatica Hoke reports that many families got separated during the hasty escape from the militants.

After delivering aid to Yazidi refugees in the Sinjar mountains, this helicopter is airlifting some of the lost children to safe areas of Iraqi Kurdistan. Hundreds of displaced Yazidis who had fled to Syria are now crossing the Tigris River back into Iraq with the help of Syrian Kurdish rebels.

"The Kurdish Workers Party helped us to get here. It was very kind of them and we thank them for taking us here. We spent 11 hours until we reached the border."

"I escaped from the mountain by my foot and walk. From Sinjar mountain to Syria, walking. Just we had a bottle of water, sometimes we drink it.. no more. Not (just) me, there is thousands of people."

As they crossed the pontoon bridge into Iraq, many Yazidis said they had lost family members.

"I put two of my sons on one vehicle sent to pick us up. Then I went to grab this one and went back to the car, but it had left already. That's why I had to walk halfway to here alone. Another car took me at some point and we finally arrived here. I have three children, this one is with me but I have lost the others. I haven't seen the other children or my husband since then. "

Followers of an ancient religion, linked to Zoroastrianism, the Yazidis have lived in peace with Iraqi Kurds. They say the Islamic State militants gave them the choice of converting to Islam or being killed.

A delegation of American Yazidis met with State Department officials in Washington Monday, to seek more U.S. support in fighting the extremists.

"This is so big because even if they convert to Islam they [the extremists] will not like that and leave them alone, no. [They will demand that] Men go to fight with them, to be jihadist. Women are taken to the slave markets to be sold. So this is what happened. So I would say the American government, the State Department, they understand that. We got promises from the people that we met that they will do their best with other agencies in the government to provide this urgent action that we asked them."

The United States has been urging Iraq to form a more inclusive government. President Barack Obama expressed hope Monday that Iraq's new government will make the necessary changes. Haider al-Abadi, who has been named to replace Nouri al-Maliki as prime minister, called on all Iraqi groups to unite.

" I have confidence that with the people and political blocs we will be able to overcome this barbaric and savage attack on the Iraqi people and provide a good environment for the Iraqi people to live in."

Mr. Abadi has 30 days to form a new government, even as Mr. al-Maliki refuses to step down.

XS
SM
MD
LG