ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ກ່າວວ່າ ປະຊາຊົນຕ້ອງທົນຢູ່ກັບຄວາມຮຸນແຮງຈາກການຮຸກຮານ ຢູເຄຣນ ຂອງ ຣັດເຊຍ


ຄັວນໄຟທີ່ລອຍອອກມາຢ້າງຫຼວງຫຼາຍຈາກສູນກາງການຄ້າທີ່ຖືກໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ, ໃນເມືອງ ເຄຣເມັນຊຸກ (Kremenchuk), ປະເທດຢູເຄຣນ, ເມື່ອວັນທີ 27 ມິຖຸນາ 2022. (Telegram/V_Zelenskiy_official/Handout via Reuters)
ຄັວນໄຟທີ່ລອຍອອກມາຢ້າງຫຼວງຫຼາຍຈາກສູນກາງການຄ້າທີ່ຖືກໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ, ໃນເມືອງ ເຄຣເມັນຊຸກ (Kremenchuk), ປະເທດຢູເຄຣນ, ເມື່ອວັນທີ 27 ມິຖຸນາ 2022. (Telegram/V_Zelenskiy_official/Handout via Reuters)

ຂ້າຫຼວງໃຫຍ່ເພື່ອສິດທິມະນຸດສະຫະປະຊາຊາດ ທ່ານນາງມິ​ແຊລ ບາເຊລເລັດທ໌ (Michelle Bachelet) ໄດ້ຮຽກຮ້ອງໃຫ້ຍຸຕິສົງຄາມຢູ່ໃນຢູເຄຣນ ແລະສໍາລັບພວກ​ກໍ່​ໂທດ​ກຳແລະອາຊະຍາກໍາ ທີ່ກະທໍາຄວາມຜິດທາງອາຍາໃນລະ​ຫວ່າງສົງຄາມ ຈະຕ້ອງຮັບຜິດຊອບ ຕໍ່ການກະທໍາຂອງຕົນ. ຂ້າຫຼວງໃຫຍ່ເພື່ອສິດທິມະນຸດໄດ້ນໍາສະເໜີສະ​ຖາ​ນະ​ການຫຼ້າສຸດຢູ່ໃນຢູເຄຣນຕໍ່ສະພາສິດທິມະນຸດອົງການສະຫະປະຊາຊາດໃນມື້ວັນອັງຄານແລ້ວນີ້. ລິຊາ ສໄລນ໌ (Lisa Schlein) ມີລາຍງານ ໃຫ້ VOA ຈາກນະຄອນເຈນີວາ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລາຍງານຂອງຂ້າຫຼວງໃຫຍ່ສະຫະປະຊາຊາດ ກວມລວມເອົາຊ່ວງເວລາ ລະ ຫວ່າງວັນທີ 24 ກຸມພາ ເມື່ອຣັດເຊຍ ໄດ້ຮຸກຮານເຂົ້າໄປໃນຢູເຄຣນ ຈົນເຖິງວັນທີ 15 ພຶດສະພາ. ຢູ່ໃນບົດລາຍງານດັ່ງກ່າວ ໄດ້ເປີດເຜີຍໃຫ້ເຫັນຈໍານວນຄົນທີ່ຖືກສັງຫານຢ່າງລະອຽດ ແລະຄົບຖ້ວນ, ການທໍາລາຍຢ່າງກວ້າງຂວາງ, ການຈັບ ແລະກັກຂັງຜູ້ຄົນຕາມອຳ​ເພີໃຈ, ການບັງຄັບໃຫ້ຫາຍສາບສູນ ແລະການລະເມີດສິດທິມະນຸດທີ່ຮ້າຍແຮງອື່ນໆ.

ໃນການກວດກາເບິ່ງຈໍານວນຊື່ຂອງການກະທໍາຜິດຕ່າງໆນັ້ນ, ທ່ານນາງມິ​ແຊລ ບາເຊລເລັດທ໌ ໄດ້ຕັ້ງຂໍ້ສັງເກດວ່າ ຄວາມສູນເສຍທີ່ບໍ່ສາມາດຈະທົນຮັບໄດ້ກ່ຽວກັບຄວາມຂັດແຍ້ງຢູ່ໃນ ຢູເຄຣນ ຍັງຄົງສູງຂຶ້ນເລື້ອຍໆ, ແລະກ່າວເສີມວ່າ ພົນລະເຮືອນທັງຫຼາຍ ຕ້ອງທົນຢູ່ກັບຄວາມຮຸນແຮງທີ່ຍັງດໍາເນີນຢູ່ຕໍ່​ມາ. ທ່ານນາງໄດ້ກ່າວຫາຣັດເຊຍ ແລະຕໍ່ຢູເຄຣນ ໃນຂອບເຂດທີ່ໜ້ອຍກວ່າ ໃນການລະເມີດກົດໝາຍທາງດ້ານສິດທິມະນຸດສະ​ທຳສາກົນ ຫຼື IHL.

ທ່ານນາງ ມິເຊລ ບາເຊລເລັດທ໌ ກ່າວວ່າ:

“ຈໍານວນໂຕເລກຂອງພົນລະເຮືອນທີ່ໄດ້ຮັບເຄາະຮ້າຍ ແລະຂອບເຂດການທໍາລາຍລ້າງ ໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງຂອງພົນລະເຮືອນທີ່ຍັງຄົງເພີ້ມຄວາມກັງວົນວ່າ ການດໍາເນີນການໂຈມຕີໂດຍກອງກໍາລັງຕິດອາວຸດຂອງ ຣັດເຊຍ ຈະບໍ່ສອດຄ່ອງກັບ IHL. ໃນລະຫວ່າງມາດຕະຖານທີ່ຕໍ່າກວ່າຫຼາຍນັ້ນ, ມັນກໍຍັງເບິ່ງຄືວ່າ ກອງກໍາລັງຂອງຢູເຄຣນ ບໍ່ໄດ້ປະຕິບັດຕາມແນວທາງຢ່າງ​ຄົບ​ຖ້ວນຂອງ IHL ​ຢູ່​ໃນ​ເຂດ​ພາກຕາເວັນອອກຂອງປະເທດ.”

ທ່ານນາງ ບາເຊລເລັດທ໌ ກ່າວວ່າ ອົງການສະຫະປະຊາຊາດມີເອກະສານຕ່າງໆກ່ຽວກັບຈໍານວນພົນລະເຮືອນທີ່ໄດ້ຮັບບາດເຈັບ ແລະຜູ້ເສຍຊີວິດຢູ່ໃນທົ່ວປະເທດຢູເຄຣນ 10 ພັນຄົນ, ໂດຍເສີມວ່າ ຈໍານວນໂຕເລກທີ່ແທ້ຈິງນັ້ນອາດຈະສູງກວ່ານີ້. ທ່ານນາງກ່າວວ່າ ພົນລະເຮືອນສ່ວນຫຼາຍທີ່ໄດ້ຮັບບາດເຈັບລົ້ມຕາຍເຫຼົ່ານີ້ ແມ່ນໄດ້ຮັບຜົນສະທົບຈາກ​ອາ​ວຸດ​ປ​ະ​ເພດລະເບີດ ລວມມີລະເບີດລູກຫວ່ານ ຢູ່ໃນບໍລິເວນທີ່ຢູ່ອາໄສຂອງພົນລະເມືອງ.

ທ່ານນາງມິ​ແຊລ ບາເຊລເລັດທ໌ ກ່າວວ່າ:

“ເຖິງແມ່ນວ່າ ພົນລະເຮືອນທີ່ເສຍຊີວິດຈາກອາວຸດດັ່ງກ່າວ ໄດ້ນໍາໃຊ້ຢູ່ໃນລັກ ສະນະທີ່ພວກເຂົາເຄີຍໃຊ້ມາ ກາຍມາເປັນສິ່ງທີ່ບໍ່ສາມາດໂຕ້ແຍ້ງໄດ້, ກອງກໍາລັງຕິດອາວຸດຂອງ ຣັດເຊຍ ຍັງຄົງດໍາເນີນການໃນລັກສະນະດຽວກັນ ດ້ວຍຜົນກະທົບທີ່ຄາດການໄດ້ຕໍ່ປະຊາຊົນ​ພົນ​ລະ​ເຮືອນ ແລະພື້ນຖານໂຄງລ່າງຂອງພວກເຂົາເຈົ້າ.”

ໂດຍກ່າວຜ່ານການເຊື່ອມຕໍ່ ທາງວີດີໂອຈາກນະຄອນຫຼວງກີຢິບ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ​ຄົນທີ​ນຶ່ງຂອງຢູເຄຣນ ທ່ານນາງເອີມາຍ ຊາບປະໂຣວາ (Emine Dzhaparova) ກ່າວຕໍ່ສະພາວ່າ ລູກສອນໄຟ, ລະເບີດ ແລະປືນໃຫຍ່ຂອງ ຣັດເຊຍ ໄດ້ທໍາລາຍຊີວິດຂອງປະຊາຊົນຊາວຢູເຄຣນຜູ້ບໍ ລິສຸດໃນແຕ່ລະວັນ. ທ່ານນາງກ່າວວ່າ ສໍານັກງານໄອຍະການສູງສຸດຂອງຢູເຄຣນ ໄດ້ຈົດ​ທະບຽນ​ການ​ກໍ່ອາຊະຍາກໍາ​ໃນການຮຸກຮານ ແລະອາຊະຍາກໍາສົງຄາມຫຼາຍກວ່າ 20 ພັນເຫດການ ທີ່ປະຕິບັດໂດຍກອງກໍາລັງທະຫານຂອງ ຣັດເຊຍ.

ທ່ານນາງເອີມາຍ ຊາບປະໂຣວາ ກ່າວວ່າ:

“ການໂຈມຕີໃສ່ສູນກາງການຄ້າຢູ່ໃນເມືອງ ເຄຣເມັນຊຸກ (Kremenchuk), ເຊິ່ງໄດ້ສັງຫານພົນລະເຮືອນຜູ້ບໍລິສຸດໄປຫຼາຍສິບຄົນ, ບໍ່ມີເຫດຜົນໃດໆທາງວິໄສທັດທາງທະຫານ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ມັນແມ່ນການໂຈມຕີຂອງຜູ້ກໍ່ການຮ້າຍ. ພວກເຮົາ ຂໍຮຽກຮ້ອງໃຫ້ອົງການສິດທິມະນຸດສາກົນ ແລະກົນໄກການສືບສວນຕ່າງໆຈັດສັນການປະເມີນວັດຖຸປະສົງຂອງການ​ກໍ່ອາຊະຍາກໍາ ຣັດເຊຍ ທັງໝົດ.”

ສະມາຊິກສະພາຄົນ​ທີ​ນຶ່ງຂອງຄະນະຜູ້ແທນ ຣັດເຊຍ ຢູ່ໃນນະຄອນຫຼວງເຈ​ນີວາ ທ່ານເອັບເກນີ ຢູສຕີນອບ (Evgeny Ustinov) ກ່າວຫາທ່ານຂ້າຫຼວງໃຫຍ່ວ່າ ເຜີຍແຜ່ຂໍ້ມູນຂີ້ຕົວະ, ແລະປະຕິເສດຕໍ່ບົດລາຍງານທີ່ເປັນສ່ວນນຶ່ງໃນການໂຄສະນາຊວນເຊື່ອຕໍ່ຕ້ານຣັດເຊຍ. ທ່ານກ່າວວ່າ ສໍານັກງານຂອງທ່ານຂ້າຫຼວງໃຫຍ່ ໄດ້ກາຍມາເປັນຜູ້ສົມຮູ້ຮ່ວມຄິດ ໃນອາຊະຍາກໍາຂອງລະບອບການປົກຄອງກີຢິບ

U.N. High Commissioner for Human Rights Michelle Bachelet is calling for an end to the war in Ukraine and for perpetrators of atrocities and crimes in the conduct of the war to be held accountable. The high commissioner presented her latest update of the situation in Ukraine to the U.N. Human Rights Council Tuesday. Lisa Schlein reports for VOA from Geneva.

The U.N. high commissioner’s report covers the period between February 24 when Russia invaded Ukraine and May 15.The report presents an exhaustive tally of killings, widespread destruction, arbitrary detentions, forced disappearance and other gross violations of human rights.

In reviewing this list of atrocities, Michelle Bachelet noted the unbearable toll of the conflict in Ukraine continued to mount, adding that civilians bore the brunt of the ongoing hostilities. She accused Russia and to a lesser extent Ukraine of violating international humanitarian law or IHL.

((BACHELET ACT))

“The high numbers of civilian casualties and the extent of destruction caused to civilian infrastructure continue to raise significant concerns that attacks conducted by Russian armed forces are not complying with IHL. While on a much lower scale, it also appears likely that Ukrainian armed forces did not fully comply with IHL in eastern parts of the country.”

Bachelet said the United Nations has documented more than 10,000 civilian deaths or injuries across Ukraine, adding the actual figures are likely to be considerably higher. She said most of these civilian casualties were caused by explosive weapons, including cluster munitions, in populated areas.

((2ND BACHELET ACT))

“Even though the civilian toll from such weapons, used in the manner they have been, has become indisputable, Russian armed forces have continued to operate the same way — with predictable consequences on the civilian population and its infrastructure.”

Speaking on a video link from Kyiv, Ukraine’s First Deputy Minister for Foreign Affairs Emine Dzhaparova told the council that Russia’s missiles, bombs, and projectiles claim the lives of innocent Ukrainians daily. She said the Office of Ukraine’s Prosecutor General has registered more than 20,000 crimes of aggression and war crimes committed by Russian forces.

((DZHAPAROVA ACT))

“The attacks on the shopping mall in the city of Kremenchuk, which killed dozens of innocent civilians, has no justification from a military perspective. It was a clear-cut terrorist attack. We urge international human rights and investigative mechanisms to provide their objective assessment of all Russian crimes.”

First Councilor at the Russian Mission in Geneva Evgeny Ustinov accused the high commissioner of spreading lies and rejected the report as part of a disinformation campaign against Russia. He said the high commissioner’s office had become an accomplice in the crimes of the Kyiv regime and its Western sponsors.

XS
SM
MD
LG