ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ມັງກອນ ໒໐໒໕

ອົງການ ສປຊ ສະ​ແດງ ຄວາມ​ຍິນ​ດີ ນຳ​ການ​ສ້າງ​ຕັ້ງ ເຂດ​ກັນ​ຊົນ ຢູ່​ຊີ​ເຣຍ


Russia-Turkey Deal Averts Catastrophe in Syria, But for How Long?
please wait

No media source currently available

0:00 0:02:30 0:00

ເຊີນ​ຊົມ​ວິດ​ີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ສະ​ຫະ​ລັດກ່າວ​ວ່າ ຕົນ​ໃກ້​ຈະ​ໄດ້​ຮັບ​ໄຊ​ຊະ​ນະ ຕໍ່​ກຸ່ມ​ລັດ​ອິ​ສ​ລາມໃນອີ​ຣັກ​ແລະ​ຊີ​ເຣຍ
ແລ້ວ ແຕ່​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ມີ​ແຜນ​ການທີ່​ຈະ​ຖອນ​ກຳ​ລັງ​ທະ​ຫານອາ​ເມ​ຣິ​ກັນ ອອກ​ຈາກ​
ປະ​ເທດ​ທັງ​ສອງ​ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້​ເທື່ອ. ໂຄ​ສົກ​ ຂອງກອງ​ທັບ​ຄົນ​ນຶ່ງ ກ່າວ​ໃນ
​ວັນ​ອັງ​ຄານ​ແລ້ວນີ້​ວ່າ ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ຈະ​ສືບຕໍ່​ຮັກ​ສາ​ຄວາມ​ສະ​ຫງົບ ຢູ່​ໃນ
​ບາງ​ເຂດ ທີ່​ໄດ້​ຮັ​ບ​ຄວາມ​ເສຍ​ຫາຍ ​ຈາກ​ພວກ​ກໍ່ການ​ຮ້າຍ​ແລະ​ບັນ​ຫາ​ຂັດ​ແຍ້ງ. ການ​
ປະ​ກາດ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ຣັດ​ເຊຍແລະ​ເທີ​ກີ ໄດ້​ຕົກ​ລົ​ງ​ກັນ ທີ່​ຈະ​ສ້າງ​ເຂດ​ກັນ​ຊົນ
​ຂຶ້ນ ລະ​ຫວ່າງ ​ກຳ​ລັງ​ທະ​ຫານ​ລັດຖະ​ບານ ແລະ​ພວກ​ຕໍ່​ຕ້ານ ຢູ່​ໃນ​ແຂວງ​ອິດ​ລິບ​ຂອງ
​ຊີ​ເຣຍ. ຊ​ລາ​ຕິ​ກາ ຮົກ ມີ​ລາຍ​ງານ ກ່ຽວ​ກັບ​ເລື້ອງນີ້ ດັ່ງ​ໄພ​ສານ ຈະນຳເອົາ ລາຍລະ
ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ແຂວງ​ອິດ​ລິບ ເປັນ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊີ​ເຣຍ ລຸນ​ຫລັງ
ການ​ເປີດ​ສາກ​ບຸກ​ໂຈມ​ຕີ ​ຂອງ​ລັດ​ຖະ​ບານ ທີ່​ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ຣັດ​ເຊຍ
ເພື່ອ​ເຂົ້າ​ຄວບ​ຄຸມດິນ​ແດນ ທີ່​ຕົນ​ໄດ້​ສູນ​ເສຍ​ໄປ ຢູ່ໃນສົງ​ຄາມ ​ເມື່ອ 7 ປີ​ກ່ອນນັ້ນ ​ຄືນ.
ການ​ບຸກ​ໂຈມ​ຕີ​ເມືອງ​ອາ​ເລັບ​ໂປ ແລະ​ທີ່​ໝັ້ນແຫ່ງ​ອື່ນໆ​ ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ
ແມ່ນ​ເຮັດ​ໃຫ້​ ວິ​ກິດ​ການ​ ທາງ​ດ້ານ​ມະນຸດ​ສະ​ທຳ​ ຢູ່​ໃນ​ປະ​ເທດ​ຊີ​ເຣຍ ຊຸດ​ໂຊມ​ລົງ​ຕື່ມ
ແລະ​ແຂວງ​ອິດ​ລິບ​ແມ່ນ​ມີ​ທ່າ​ທາງວ່າ​ຈະ​ກາຍ​ເປັນ​ໄພ​ພິ​ບັດ​ທີ່​ຮ້າຍ​ແຮງກວ່ານັ້ນ.

ທູດ​ພິ​ເສດ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ ​ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ​ໄດ້ສະ
​ແດງ​ຄວາມ​ຍິ​ນ​ດີຕໍ່​ການ​ຕົກ​ລົງ​ທີ່​ໄດ້​ບັນ​ລຸ​ກັນ​ລະ​ຫວ່າງ​ຣັດ​ເຊຍ ແລະ​ເທີ​ກີ ໃນ​ຖາ​ນະ
​ຜູ້​ຄ້ຳ​ປະ​ກັນ​ສັນ​ຕິ​ພາບ.

ທ່ານສ​ເຕັບ​ຟານ ​ເດີ ມິ​ສ​ຕູ​ຣາ ກ່າວ​ວ່າ “ແລະ​ໃນ​ເວ​ລານີ້ ພວກ​ເຮົາ​ໄດ້​ມີ​ຂໍ້​ຕົກ​ລົງ​ດັ່ງ​
ກ່າວແລ້ວ ຈຶ່ງ​ບໍ່​ມີ​ເຫດ​ຜົນ​ຫຍັງ ທີ່​ຈະ​ບໍ່​ດຳ​ເນີນ​ການ​ໄປ​ໜ້າ ພ້ອມ​ກັບ​ຂັ້ນ​ຕອນ ​ທາງ​
ດ້ານ​ການ​ເມືອງ ​ຢ່າງວ່ອງ​ໄວ ​ແລະ​ມີ​ປະ​ສິດ​ທິ​ຜົນ.”

ແຕ່​ແນວ​ໃດ​ກໍ​ຕາມ ເອກ​ອັກ​ຄະ​ລັດ​ຖະ​ທູດຣັດ​ເຊຍ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​
ປາ​ກົດ​ວ່າ ​ບໍ່​ຄ່ອຍ​ຈະເຕັມ​ໃຈ​ ຮັບ​ເອົາ​ການ​ສະ​ເໜີ​ແນະ​ດັ່ງ​ກ່າວນີ້​ປານ​ໃດ.

ທ່ານ​ວາ​ຊີ​ລີ ເນ​ເບັນ​ເຊຍ ກ່າວ​ວ່າ “ຂ້າ​ພະ​ເຈົ້າປະ​ສົງ​ຢາກ​ຈະ​ບອກ​ທ່ານ​ສ​ເຕັບ​ຟານ
​ວ່າ ບາງ​ທີ​ມັນ​ອາດ​ຈະ​ບໍ່​ເໝາະ​ສົມ​ ທີ່​ຈະ​ໃຊ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ
ກົດ​ດັນ​ຕໍ່​ພວກ​ຄ້ຳ​ປະ​ກັນ. ພວກ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ ກ່ຽວ​ກັບ​ຂັ້ນ​ຕອນ​ທາງ​ດ້ານ​
ການ​ເມືອງຫຼາຍໄປກວ່​າທຸກໆ​ປະ​ເທດທີ່​ມີ​ໜ້າ​ຢູ່​ໃນ​ຫ້ອງນີ້. ມັນ​ເປັນ​ສິ່ງ​ສຳຄັນສຳ​ລັບ
​ທ່ານ​ທີ່​ຈະອຳ​ນວຍ​ຄວາມ​ສະ​ດວກບໍ່​ແມ່ນ​ເປັນ​ຜູ້​ນຳ​ພາ​ຂັ້ນ​ຕອນ”

ທູດພິເສດ ສປຊ ຮັບຜິດຊອບ ເລື້ອງຊີເຣຍ ທ່ານສເຕັບຟານ ເດີ ມິສຕູຣາ.
ທູດພິເສດ ສປຊ ຮັບຜິດຊອບ ເລື້ອງຊີເຣຍ ທ່ານສເຕັບຟານ ເດີ ມິສຕູຣາ.

​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ ຣັດ​ເຊຍ​ສົນ​ໃຈ​ຫຼື​ບໍ່ ໃນ​ການ​ແກ້​ໄຂ​
ແບບ​ສັນ​ຕິ​ຕໍ່​ບັນ​ຫາ​ຊີ​ເຣຍ.

ທ່ານ​ເຈ​ມ​ສ໌ ເຈັ​ຟ​ຟ​ຣີ ຜູ້​ຕາງ​ໜ້າ​ພິ​ເສດ​ ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງຊີ​ເຣຍ
ກ່າວ​ວ່າ “ຖ້າ​ຣັດ​ເຊຍ​ຫາກ​ສົນ​ໃຈໃນ​ການ​ນຳ​ເອົາ​ສັນ​ຕິ​ພາບມາ​ສູ່​ຊີ​ເຣຍ ປະ​ເທດ​ດັ່ງ​ກ່າວ
ຄວນ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ອີ​ຣ່ານ​ ແລະ​ກຳ​ລັງ​ທະ​ຫານບ້ານຂອງ​ຕົນ ຄວນ​ຈະ​ຖອນ​ອອກ
​ໄປ​ຈາກ​ຊີ​ເຣຍ​ທັງ​ໝົດ. ຄວາມ​ສ່ຽງ ​ທີ່​ຈະ​ເຮັດ​ໃຫ້​ເກີດ ​ບັນຫາ​ຂັດ​ແຍ້ງ ຢູ່ໃນ​ຂອບ​ເຂດ​ທີ່
ກວ້າງ​ຂວາງ​ຂຶ້ນນັ້ນ ແມ່ນ​ຈະ​ຕິດ​ຕາມ​ພວກ​ເຂົາ​ໄປ.”

ແລະ​ຄຳ​ຖາມ​ທີ່​ຢູ່​ໃນ​ຈິດ​ໃຈ​ຂອງ​ທຸກໆ​ຄົນ ກໍ​ຄື​ວ່າ ດົນ​ປານ​ໃດ​ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ຈະ​ໄດ້
​ຮັບການ​ເຄົາ​ລົບ?

ທ່ານ​ມາກ ໂລ​ຄັອກ ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ໃນ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​
ຊາ​ຊາດ ກ່າວ​ວ່າ “ນີ້​ເປັນ​ພຽງການ​ສັ່ງ ​ໃຫ້​ໂຈະ​ການ​ປະ​ຕິ​ບັດ ​ຕາມ​ຄຳ​ສັ່ງຂອງ​ສານ​ຊົ່ວ
​ຄາວ​ບໍ? ຫລື​ເປັນ​ການ​ເລີ້ມ​ຕົ້ນ ​ໃນ​ການ​ບັນ​ເທົາ ຊຶ່ງໄດ້​ເຫັນ ​ແສງ​ສະ​ທ້ອນ ນ້ອຍໆ​ອັນ
​ທຳ​ອິດ ຢູ່​ທີ່​ບ່ອນ​ສຸດ​ອຸ​ໂມງ​ທີ່​ມືດ​ທີ່​ສຸດນັ້ນ.”​

ສະ​ຫະ​ລັດ​ ມີ​ທະ​ຫານ​ປະ​ມານ 2,000 ຄົນ ໃນ​ເຂດ ​ເມືອງ​ແມນ​ບິ​ຈ ທາງ​ພາກ​ຕາ​ເວັນ​
ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ. ໂຄ​ສົກ​ຂອງກອງ​ທັບ​ຄົນ​ນຶ່ງກ່າວ​ວ່າ ສະ​ຫະ​ລັດມີ​ບົດ​ບາດ
3 ຢ່າງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ຢູ່​ທີ່ນັ້ນ.

ພັນ​ເອກ​ຊານ ຣາຍ​ອັນ ກ່າວ​ວ່າ “ທຳ​ລາຍ​ກຸ່ມ​ລັດ​ອິ​ສ​ລາມ ຝຶກ​ແອບ​ທະ​ຫານ​ທ້ອງ​ຖິ່ນ
​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າເຂົ້າ​ຮັບ​ໜ້າ​ທີ່​ແທນ ແລະ​ຫ​ລັງ​ຈາກນັ້ນ​ກໍ​ຫວັງ​ວ່າຈະ​ມີ​ການ​ນຳ​
ໃຊ້ຂັ້ນ​ຕອນ​ເຈ​ນີ​ວາ​. ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າພັກ​ຝ່າຍ​ທີ່​ຢູ່​ໃນ​ບັນ​ຫາ​ຂັດແຍ້ງ​ໄດ້​ປະ​ຊຸມ​ກັນ
ຢູ່​ນະ​ຄອນ​ເຈ​ນີ​ວາເມື່ອ​ວັນ​ທີ 14 ກັນ​ຍາ. ຂ້າ​ພະ​ເຈົ້າ​ບໍ່​ໄດ້ເຫັນ​ລາຍ​ລະ​ອຽດຂອງ​ການ
​ພົບ​ປະແຕ່ນັ້ນ​ກໍ​ຄື​ພື້ນ​ຖານ​ທີ່​ພວກ​ເຮົາ​ພວມ​ດຳ​ເນີນຢູ່​ໃນ​ປັດ​ຈຸ​ບັນ​ນີ້.”

ໃນ​ກາ​ນ​ຖະ​ແຫຼງ​ ຕໍ່​ພວກ​ນັກ​ຂ່າວ ​ເມື່ອ​ວັນ​ອັງ​ຄານ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​
ທ​ຣຳ ​ໄດ້​ເວົ້າ​ເຖິງ ​ບົດ​ບາດຂອງ​ສະ​ຫະ​ລັດ ຢູ່​ໃນ​ຊີ​ເຣຍ​ວ່າ:

“ພວກ​ເຮົາ​ໄດ້​ເຮັດ​ວຽກ​ການ ​ອັນ​ໃຫຍ່​ຫຼວງ​ໃນ​ຊີ​ເຣຍແລະ​ຢູ່​ໃນ​ເຂດ​ດັ່ງ​ກ່າວເພື່ອກຳ​ຈັດ
​ກຸ່​ມ​ລັດ​ອິ​ສ​ລາມ​ໃຫ້​ສິ້ນ​ຊາກ ແລະ​ພວກ​ເຮົາ ​ໃກ້​ຈະ​ເສັດ​ສິ້ນ ກັບ​ວຽກ​ງານນັ້ນ ແລະ​ຫລັງ
​ຈາກນັ້ນ ພວກ​ເຮົາ​ຈຶ່ງ​ຈະ​ຕັດ​ສິນ​ໃຈ​ວ່າ ພວກ​ເຮົາ​ຈະ​ເຮັດ​ຈັງ​ໃດ?”

ໃນ​ຂະ​ນະ​ດຽວ​ກັນ ການ​ແກ້​ໄຂ​ເພື່ອ​ຫາ​ທາງ​ຍຸ​ຕິ​ສົງ​ຄາມ​ທີ່​ແກ່​ຍາວ​ມາ​ໄດ້ 7 ປີ ແລ້ວນັ້ນ ​
ແມ່ນ​ຍັງ​ບໍ່​ທັນ​ພໍ້​ເທື່ອ.

The United States says it is close to defeating Islamic State in Iraq and Syria, but officials have no plans to withdraw U.S. troopsin either country in the near future. A military spokesman said Tuesday the U.S. mission is to maintain peace in some of the areas that have been ravaged by terrorism and conflict. The announcement comes after Russia and Turkey agreed to create a buffer zone between the government forces and rebels in Syria's Idlib province.VOA's Zlatica Hoke has more.

Idlib is the last remaining bastion of Syria's opposition following the government's military campaign, supported by Russia, to regain control of the territories it had lost in the seven-year war. Assaults on Aleppo and other rebel-held areas have exacerbated Syria's humanitarian crisis and Idlib threatened to be an even worse disaster.

The United Nation's special envoy for Syria welcomed the agreement reached between Russia and Turkey as guarantors of peace.

"And now that we have this deal, there is no reason not to move forward expeditiously with the political process."

Russia's U.N. envoy, however, did not sound receptive.

"I wish to tell Staffan it is not worth perhaps using the Security Council to exert pressure on the guarantors. They are doing more for the political process than anybody present in this chamber. It is important for you to facilitate, not to lead the process."

The U.S. envoy questioned whether Russia is interested at all in a peaceful solution for Syria.

"If Russia is interested in bringing peace to Syria, it should make sure Iran and its militias leave Syria once and for all. The risk of a broader conflict will leave with them."

And the question on almost everyone's mind is how long the current agreement will hold.

"Is this merely a stay of execution? Or is it the beginning of a reprieve, the first tiny glint of light at the end of the very darkest tunnel?"

The United States has about 2,000 troops in the Manbij area in northeastern Syria. A military spokesman said the United States has three roles there.

"Destroy ISIS (Islamic State), train local troops so they can take over, and then hopefully the Geneva process will take over. I know that they (parties in the conflict) had a meeting in Geneva on September 14. I've not seen details from that but that's the basis we are going on right now."

Speaking to reporters Tuesday the U.S. president had this to say on the U.S. role in Syria:

"We have done a tremndous job in Syria and in that region in eradicating ISIS and we are very close to being finished with that job and then we are gong to make a determination as to what we are gong to do."

Meanwhile, a solution that would end Syria's seven-year-long war remains elusive.

XS
SM
MD
LG