ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ການ​ຍົກ​ຍ້າຍ​ຜູ້​ຄົນ ກຳ​ລັງ​ດຳ​ເນີນຢູ່ ​ທີ່​ໂຮງ​ງານ​ເຫຼັກ ອາ​ຊອບ​ສ​ຕ​ອ​ລ ​ໃນ​ເມືອງມາ​ຣີອູໂປ​ລ


ແ​ຟ້ມ​ຮູບ​ ວັນ​ທີ 1 ພຶດ​ສະ​ພາ ຖ່າຍ​ໂດຍ​ກໍ​າລັງ​ພິ​ເສດ​ອາ​ຊອ​ບ ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​​ຜູ້ຄົນ ກຳ​ລັງ​ຍ່າງ​ຢູ່​ທີ່ໂຮງງ​ານ​ເຫລັກ ອາ​ຊອບ​ສ​ຕອ​ລ ທີ່​ເມືອງມາ​ຣີ​​ອູ​ໂປ​ລ ທາງ​ພາກ​ໃຕ້​ຂອງຢູ​ເຄ​ຣນ.
ແ​ຟ້ມ​ຮູບ​ ວັນ​ທີ 1 ພຶດ​ສະ​ພາ ຖ່າຍ​ໂດຍ​ກໍ​າລັງ​ພິ​ເສດ​ອາ​ຊອ​ບ ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​​ຜູ້ຄົນ ກຳ​ລັງ​ຍ່າງ​ຢູ່​ທີ່ໂຮງງ​ານ​ເຫລັກ ອາ​ຊອບ​ສ​ຕອ​ລ ທີ່​ເມືອງມາ​ຣີ​​ອູ​ໂປ​ລ ທາງ​ພາກ​ໃຕ້​ຂອງຢູ​ເຄ​ຣນ.

ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ກ​ານ​ສະ​ຫະ​ປະ​ຊ​າ​ຊ​າດ ທ່ານ​ແອນ​ໂຕ​ນິ​ໂອ​ ກິວ​ເຕ​ເຣ​ສ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ການ
​ປະ​ຕິ​ບັດ​ງານ​ຍົກ​ຍ້າຍ​ເທື່ອ​ທີ​ສ​າມກຳ​ລັງ​ດຳ​ເນີນ​ຢູ່​ໃນ​ຂະ​ນະ​ນີ້ ເພື່ອ​ຊ່ວຍ​ພວກພົນ​ລະ​ເຮືອນ​ຢູ​ເຄ​ຣນ ຢູ່ເມືອງ​ມາ
​ຣີ​ອູ​ໂປ​ລ ແລ​ະຢູ່ໂຮງ​ງານເຫລັກ ​ອາ​ຊອບ​ສ​ຕອ​ລ ທີ່ຢູ່​ທາງ​ພາກ​ໃຕ້ປະ​ເທດ.

ທ່ານ​ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາ​ດ ​ໂດຍປະ​ຕິ​ເສດ​ທີ່​ຈະເວົ້າ ເຖິງ​ລາຍ​ລະ​ອຽດ​ທີ່​ຫຼໍ່​ແຫຼມ​ກ່ຽວ
​ກັບ​ການ​ປະ​ຕິ​ບັດ​ງານ​ ໂດຍ​ກ່າວ​ວ່າ “ພວກ​ເຮົ​າ​ຕ້ອງ​ໄດ້​ສືບ​ຕໍ່ ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ນຳ​ເອົາ​
ຜູ້​ຄົນ​ອອກ​ຈາກ​ຂຸມໝໍ້​ນາ​ຮົກ​ເຫລົ່າ​ນີ້​.”

ຫົວ​ໜ້າອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາດີ​ເມຍ​ ປູ​ຕິນ ຢູ່​ທີ່​ນະ​ຄອນ​ຫຼວງມົ​ສ​ກູ​ໃນ​ວັນ
​ທີ 26 ເມ​ສາ ​ແລະ​ຫລັງ​ຈາ​ກ​ນັ້ນໄດ້​ເດີນ​ທາງໄປ​ນະ​ຄອນ​ກີ​ຢິ​ບ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ເຊເລນ​ສະ​ກີ ໃນ​ວັນ​ທີ 28 ເມ​ສາ.

ລະ​ຫວ່າງກ​ານ​ພົບ​ປະ​ຂອງ​ທ່ານ​ ຢູ່​ມົ​ສ​ກູນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​ຕົກ​ລົງທີ່​ຈະ​ອະ​ນຸ​ຍາດ​ໃຫ້ ​ມີ​ການ​ຍົກ​ຍ້າຍຜູ້​ຄົນ​ຈຳ​ນວນ​ນຶ່ງ​ອອກ​ຈາກໂຮງ​ງານ​ເຫຼັກ​ຂະ​ໜາດ​ໃຫຍ່ ໃນເມືອ​ງມາ​ຣີ​ໂອ​ອູໂປ​ລ ​ທີ່ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​ພົນ​ລະ​ເຮືອນ​ຫລາຍ​ຮ້ອຍ​ຄົນ ໄດ້​ພາ​ກັນ​ເຂົ້າ​ໄປ​ລີ້ໄພ​ສົງ​ຄາມ​ມາເປັນ​ເວ​ລ​າ 10 ອາ​ທິດແລ້ວນັ້ນ.

ໃນອ​າ​ທິດ​ນີ້ ພົນ​ລະ​ເຮືອນ 101 ຄົນ ທີ່​ຢູ່​ໃນບໍ​ລິ​ເວນ​ໂຮງ​ງານ​ອາ​ຊອບ​ສ​ຕອ​ລ ແລະ​ປະ​ມານ 400 ຄົນຈາກບ​ອ່ນ​ອື່ນໆ​ອີກໃນເຂດ​ໃກ້​ຄ​ຽງ ໄດ້​ພາ​ກັນ​ຍົກ​ຍ້າຍ​ອອກ​ມາ​ດ້ວຍ​ຄວາມ​ປອດ​ໄພ ໂດຍ​ການ​ຮ່ວມ​ມື​ ຈາກຄະ​ນະ​ກຳ​ມະ​
ການ​ສາ​ກົນ​ສະ​ຫະ​ປະ​ຊາ​ຊາດ ຂອງ​ສະ​ພາ​ກາ​ແດງ.

ທ່ານ​ກິວ​ເຕ​ເຣ​ສ ກ່າວ​ຕໍ່​ສະ​ມາ​ຊິກ​ສະ​ພາຄວາມ​ໝັ້ນ​ຄົງ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການສືບ​ຕໍ່ປະ​ສານ​ງານກັບ​ມົ​ສ​ກູ ແລະ​ກິ​ຢິບ ຈະ​ນຳ​ໄປ​ສູ່ການ​ການຢຸດ​ຍິງ​ທາງ​ດ້ານມະ​ນຸດ​ສະ​ທຳ​ເພື່ອອະ​ຍຸ​ຍາດ​ໃຫ້​ພົນ​ລະ​ເຮືອນ​ອອກ​ມາ​ດ້ວ​ຍ​ຄວາມ​ປອດ​ໄພ​ຈາກ​ການ​ສູ້​ລົບແລະກ​ານ​ຊ່ວຍເຫລືອ​ເ​ພື່ອ​ໃຫ້ໄປ​ເຖິງພວກ​ທີ່​ຢູ່​ໃນ​ອັນ​ຕະ​ລາຍ​ຊຶ່ງ​ມີ​ຄວາມ​ຕ້ອງ​
ການ​ຫລາຍ​ທີ່​ສຸດນັ້ນ.”

U.N. Secretary-General Antonio Guterres said Thursday that a third evacuation operation is underway to assist civilians in Ukraine’s southern city of Mariupol and the Azovstal steel plant.

“We must continue to do all we can to get people out of these hellscapes,” he told the U.N. Security Council, refusing to go into details about the sensitive mission.

The U.N. chief met Russian President Vladimir Putin in Moscow on April 26 and then traveled to Kyiv to see Ukrainian President Volodymyr Zelenskyy on April 28.

During his meeting in Moscow, the Russian president agreed to allow some evacuations from the besieged southern city of Mariupol and the mammoth steel plant where hundreds of civilians have been sheltering throughout the 10-week war.

This week, 101 civilians from inside Azovstal and around 400 others from nearby areas were safely evacuated by a joint U.N.-International Committee of the Red Cross team.

“I hope that continued coordination with Moscow and Kyiv will lead to more humanitarian pauses to allow civilians safe passage from the fighting and aid to reach those in critical need,” Guterres told council members.

XS
SM
MD
LG